ບໍລິສັດ ວັງຕັດ ມາຍນິງກຣຸບ ມອບເງິນ ສະໜັບ ສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ

16/08/2024 10:19
Email Print 1577
ຂປລ ຂປລ. ໃນວັນທີ 14 ສິງຫາ 2024 ນີ້, ບໍລິສັດ ວັງຕັດ ມາຍນິງກຣຸບ ໄດ້ມອບ​ເງິນ ຈໍານວນ 20 ຕື້ກີບ ໃຫ້ລັດຖະບານລາວ ​ເພື່ອສະໜັບສະໜູນ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ມອບໂດຍ ທ່ານນາງ ສີລີວັນ ປັດທຳມະວົງ ຮອງຜູ້ອໍານວຍການບໍລິສັດວັງຕັດ ມາຍນິງກຣຸບ ​ແລະ ຕາງໜ້າຮັບໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.



ຂປລ. ໃນວັນທີ
14 ສິງຫາ 2024 ນີ້, ບໍລິສັດ ວັງຕັດ ມາຍນິງກຣຸບ ໄດ້ມອບ​ເງິນ ຈໍານວນ 20 ຕື້ກີບ ໃຫ້ລັດຖະບານລາວ ​ເພື່ອສະໜັບສະໜູນ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024  ມອບໂດຍ ທ່ານນາງ ສີລີວັນ ປັດທຳມະວົງ ຮອງຜູ້ອໍານວຍການບໍລິສັດວັງຕັດ ມາຍນິງກຣຸບ ​ແລະ ຕາງໜ້າຮັບໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຮອງປະທານ, ຜູ້ປະຈໍາການຄະນະຊີ້ນໍາລະດັບຊາດ ເພື່ອກະກຽມ ແລະ ດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ການສະໜັບສະໜູນ ຂອງບໍລິສັດດັ່ງກ່າວ, ພ້ອມທັງຢືນຢັນວ່າ ຈະນຳເອົາທຶນທີ່ໄດ້ຮັບໃນຄັ້ງນີ້, ໄປນຳໃຊ້ເຂົ້າໃນວຽກງານ ການດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024, ລວມທັງການກະກຽມ ແລະ ດໍາເນີນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ພາຍໃຕ້ຄໍາຂວັນ ເພີ່ມທະວີກນເຊື່ອມຈອດ ແລະ ຄວາມເຂັ້ນແຂງອາຊຽນທີ່ຈະຈັດຂຶ້ນໃນວັນທີ 8-11 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ ເຊິ່ງຈະມີປະມຸກລັດ ຫລື ຫົວໜ້າລັດຖະບານ ຂອງບັນດາປະເທດສະມາຊິກອາຊຽນ, ຄູ່ເຈລະຈາອາຊຽນ ແລະ ຄູ່ຮ່ວມມືອື່ນໆຂອງອາຊຽນ ເຂົ້າຮ່ວມ.

ຂ່າວ-ພາບ: ກຕທ

KPL

ຂ່າວອື່ນໆ

    • ສື່ມວນຊົນແມ່ນເຄື່ອງມືສຳຄັນນຳເອົາແນວຄິດທິດສະດີ ແລະ ແນວທາງນະໂຍບາຍຂອງພັກ-ລັດ ໄປສູ່ປະຊາຊົນວັດທະນະທຳ-ສັງຄົມ

      ສື່ມວນຊົນແມ່ນເຄື່ອງມືສຳຄັນນຳເອົາແນວຄິດທິດສະດີ ແລະ ແນວທາງນະໂຍບາຍຂອງພັກ-ລັດ ໄປສູ່ປະຊາຊົນ

      8/11/2026 9:28:49 AM

      ມວນຊົນລາວ ແມ່ນ ເຄື່ອງມືສໍາຄັນໃນການນໍາເອົາແນວ ຄິດ, ທິດສະດີປະຕິວັດ, ແນວທາງ ນະໂຍບາຍຂອງພັກ, ລັດ ໄປສູ່ປະ ຊາຊົນ, ພ້ອມທັງນຳເອົາຄວາມຄິດເຫັນ, ຄວາມມຸ່ງມາດປາຖະໜາ ຂອງປະຊາຊົນມາສ່ອງແສງໃຫ້ ພັກ, ລັດ ໄດ້ຮັບຊາບເພື່ອນຳໄປພິຈາລະນາກຳນົດປັບປຸງໃຫ້ສົມບູນ ຂຶ້ນຕື່ມທາງດ້ານແນວທາງ ກໍຄແຜນພັດທະນາເສດຖະກິດ-ສັງຄົມ ຂອງຊາດ ເພື່ອຜົນປະໂຫຍດຂອງ ຊາດ-ຂອງປະຊາຊົນ. ທ່ານ ສີວັນ ຫອມໄຊຍະເດດ ເລຂາຄະນະພັກ, ຮັກສາການຫົວ ໜ້າບັນນາທິການໃຫຍ່ໜັງສືພິມ ປະຊາຊົນໃຫ້ສຳພາດຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນ ວັນທີ 10 ສິງຫາ 2026 ນີ້ວ່າ:

    • ສສກ ເຜີຍແຜ່ເຊື່ອມຊຶມທິດທາງປັບປຸງຫລັກສູດ 6+3+3ວັດທະນະທຳ-ສັງຄົມ

      ສສກ ເຜີຍແຜ່ເຊື່ອມຊຶມທິດທາງປັບປຸງຫລັກສູດ 6+3+3

      8/11/2026 9:15:19 AM

      ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຜີຍ ແຜ່, ເຊື່ອມຊຶມທິດທາງການປັບປຸງ ຫລັກສູດ 6+3+3 ແລະ ການສ້າງ ມະຫາວິທະຍາໄລສ້າງຄູແຫ່ງ ຊາດ ໃນວັນທີ 6 ສິງຫາ 2026 ໂດຍການເປັນປະທານຂອງທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ທ່ານ ປະທານກໍາມາທິການວັດທະນະ ທໍາ, ສັງຄົມ ແລະ ຊົນເຜົ່າສະພາ ແຫ່ງຊາດ, ຮອງປະທານຄະນະກຳ ມະການປົກຄອງນະຄອນຫລວງ ແລະ ແຂວງທົ່ວປະເທດ, ຕາງໜ້າ ມະຫາວິທະຍາໄລແຫ່ງຊາດ, ຜູ້ອຳ ນວຍການມະຫາວິທະຍາໄລ, ຜູ້ອຳ ນວຍການສະຖານການສຶກສາຄູແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ພາກສ່ວນກ່ຽວຂ້ອງແຂວງຫລວງພະບາງ ຕິດຕາມລະນ້ຳເຄື່ອນໄຟຟ້ານ້ຳຄານ 2-3ວັດທະນະທຳ-ສັງຄົມ

      ພາກສ່ວນກ່ຽວຂ້ອງແຂວງຫລວງພະບາງ ຕິດຕາມລະນ້ຳເຄື່ອນໄຟຟ້ານ້ຳຄານ 2-3

      8/10/2026 3:05:23 PM

      ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ທ່ານ ສຸ ລິໄຊ ຫົງສາຄອນ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ຫລວງພະບາງ, ສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ແລະ ພາກສ່ວນທ່ີກ່ຽວຂ້ອງ ເຄື່ອນໄຫວຕິດຕາມລະດັບນ້ຳ ແລະ ການດຳເນີນການປ່ອຍນໍ້າອອກ ເຂື່ອນໄຟຟ້ານ້ຳຄານ 2-3 ຊ່ຶງຕ້ັງ ຢູ່ເຂດເມືອງຊຽງເງິນ ໃນວັນທີ 8 ສິງຫາ 2026 ເພື່ອແນໃສ່ເຮັດໃຫ້ ສະພາບລະດັບນ້ຳຂອງເຂື່ອນ ຢູ່ໃນ ລະດັບທີ່ສາມາດຮັບຮອງໄດ້ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບຫລາຍ ຕໍ່ປະຊາຊົນທີ່ຢູ່ກ້ອງເຂື່ອນ, ທັງເປັນ ການກະກຽມ ຮັບມືກັບສະພາບນ້ໍາ ທີ່ຈະມີປະລິມານເພີ່ມຂຶ້ນ ໃນໄລຍະ ລະດູຝົນ.

    • ນ້ຳຖ້ວມຊຸຫລາຍຈຸດຢູ່ເຂດເມືອງງາ ເສຍຫາຍຢ່າງໜັກວັດທະນະທຳ-ສັງຄົມ

      ນ້ຳຖ້ວມຊຸຫລາຍຈຸດຢູ່ເຂດເມືອງງາ ເສຍຫາຍຢ່າງໜັກ

      8/10/2026 2:59:23 PM

      ຂປລ. ແຫລ່ງຂ່າວຈາກແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ໃນວັນທີ 7 ສິງຫາ 2026 ໄດ້ເກີດຝົນຕົກໜັກ ຕິດຕໍ່ກັນຫລາຍມື້ ເຮັດໃຫ້ນ້ຳງາ ມີປະລິມານນ້ຳເພີ່ມຂຶ້ນ ໄຫລຖ້ວມ ຫລາຍຈຸດໃນເຂດເມືອງງາ ແຂວງ ອຸດົມໄຊ ສົ່ງຜົນເສຍຫາຍຢ່າງໜັກ ຕໍ່ເສັ້ນທາງຄົມມະນາຄົມ, ເຮືອນ ຊານ ແລະ ຜົນລະປູກຂອງພໍ່ແມ່ ປະຊາຊົນ.

    • ປະກາດສ້າງຕັ້ງຕາແສງ ນາຕາກ-ນາມອນ ເມືອງໄຊຍະບູລີວັດທະນະທຳ-ສັງຄົມ

      ປະກາດສ້າງຕັ້ງຕາແສງ ນາຕາກ-ນາມອນ ເມືອງໄຊຍະບູລີ

      8/10/2026 2:52:42 PM

      ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ພິທີປະກາດ ສ້າງຕັ້ງຕາແສງນາຕາກ-ນາມອນ ເມືອງໄຊຍະບູລີ ແຂວງໄຊຍະບູລີ ຈັດຂຶ້ນເມື່ອມໍ່ໆມານີ້ ທີ່ໂຮງຮຽນ ປະຖົມສົມບູນນາຕາກໂດຍມີ ທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະ ບໍລິຫານງານພັກແຂວງໄຊຍະບູລີ, ທ່ານ ຄໍາຫລ້າ ຜີວວັນນາ ເລຂາ ຄະນະບໍລິຫານງານພັກເມືອງໄຊ ຍະບູລີ ພ້ອມດ້ວຍພະນັກງານ, ທະຫານ, ຕໍາຫລວດ ແລະ ພໍ່ແມ່ປະ ຊາຊົນເຂົ້າຮ່ວມ.

ads
ads

Top