ເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງຂະແໜງ ການທ່ອງທ່ຽວໃຫ້ກາຍເປັນເສດຖະກິດປາຍແຫລມ

06/06/2024 20:25
Email Print 2192
ຂປລ ຂປລ. ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມວິທະຍາສາດກ່ຽວກັບ ການເສີມຂະຫຍາຍທ່າແຮງບົ່ມຊ້ອນ ຂອງຂະແໜງການທ່ອງທ່ຽວ ໃຫ້ກາຍເປັນເສດຖະກິດປາຍແຫລມໃນວັນທີ 6-7 ມິຖຸນາ 2024 ທີ່ນະຄອນ ຫລວງວຽງຈັນ ໂດຍເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີບັນດາຫົວໜ້າກົມ-ຮອງກົມ, ບັນດາກະຊວງທີ່ກ່ຽວຂ້ອງ



ຂປລ. ກະຊວງຖະແຫລງຂ່າວ
, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມວິທະຍາສາດກ່ຽວກັບ ການເສີມຂະຫຍາຍທ່າແຮງບົ່ມຊ້ອນ ຂອງຂະແໜງການທ່ອງທ່ຽວ ໃຫ້ກາຍເປັນເສດຖະກິດປາຍແຫລມໃນວັນທີ 6-7 ມິຖຸນາ 2024 ທີ່ນະຄອນ ຫລວງວຽງຈັນ ໂດຍເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖວທ, ມີບັນດາຫົວໜ້າກົມ-ຮອງກົມ, ບັນດາກະຊວງທີ່ກ່ຽວຂ້ອງ, ຫົວໜ້າ-ຮອງຫົວໜ້າພະແນກ ຖວທ ບັນດາແຂວງ, ນະຄອນຫລວງວຽງຈັນ, ຜູ້ຕາງໜ້າທັງພາກລັດ ແລະ ພາກທຸລະກິດຂັ້ນສູນກາງ ແລະ ຂັ້ນແຂວງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອແລກປ່ຽນບົດຮຽນ ລະຫວ່າງ ບັນດາຂະແໜງທີ່ກ່ຽວຂ້ອງຂອງລັດ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ກ່ຽວກັບສະພາບ ການທ່ອງທ່ຽວລາວໃນປັດຈຸບັນ, ເປັນເວທີປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ເພື່ອຊຸກຍູ້ແຮງພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງລາວ ເພື່ອປະກອບສ່ວນຊ່ວຍແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ ເຊິ່ງກອງປະຊຸມຄັ້ງນີ້, ມີຫລາຍຫົວຂໍ້ທີ່ນໍາມາສະເໜີເປັນຕົ້ນ ຍູ້ແຮງການພັດທະນາສົ່ງເສີມ ແລະ ຄຸ້ມຄອງການທ່ອງທ່ຽວ ໃຫ້ແຂງແຮງ ເພື່ອຊ່ວຍເຫລືອແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດ ຖະກິດຂອງລາວ (ບັນຫາສິ່ງທ້າທາຍ ແລະ ການແກ້ໄຂບັນຫາ) ການພັດທະນາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນການທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກໃຫ້ມີຄຸນນະພາບ, ມີຄວາມຍືນຍົງ ແລະ ສາມາດເຊື່ອໂຍງກັບພາກພື້ນ ແລະ ສາກົນ,  ການຈັດຕັ້ງປະຕິບັດບັນດາກິດຈະກໍາ ໃນຂະແໜງການທ່ອງທ່ຽວ ເພື່ອຄຸ້ມຄອງ ແລະ ອໍານວຍຄວາມສະດວກ ໃຫ້ນັກທ່ອງທ່ຽວ, ການໂຄສະນາ-ສົ່ງເສີມ ການທ່ອງທ່ຽວລາວ ໃຫ້ເຂົ້າເຖິງກຸ່ມ ຕະຫລາດເປົ້າໝາຍ ແລະ ການຍົກລະດັບຂີດຄວາມສາມາດ ຂອງບຸກຄະລາກອນ ໃນຂະແໜງການທ່ອງທ່ຽວ ເພື່ອໃຫ້ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ການບໍລິການນັກທ່ອງທ່ຽວຂ້າມປະເທດ, ການອຳນວຍຄວາມສະດວກ ຂອງຕຳຫລວດທ່ອງທ່ຽວ, ການຄຸ້ມຄອງການບໍລິການລົດໂດຍສານ ແລະ ລົດຕູ້ບໍລິການທ່ອງທ່ຽວ, ການອຳນວຍຄວາມສະດວກ ນັກທ່ອງທ່ຽວທີ່ນໍາໃຊ້ລົດຈັກບິກໄບ້, ການປັບປຸງເສັ້ນທາງເຊື່ອມຕໍ່ ເຂົ້າເຖິງສະຖານທີ່ທ່ອງທ່ຽວ, ການອະນຸຍາດປຸກສ້າງເຄຫາສະຖານ ທີ່ຕິດພັນກັບຂະແໜງ ການທ່ອງທ່ຽວ (ສະຖານທີ່ພັກແຮມ, ຮ້ານອາຫານຢູ່ພາຍໃນ ແຫລ່ງທ່ອງທ່ຽວ ບໍລິເວນແຄມນໍ້າ ແລະ ໜ້ານໍ້າ), ການສ້າງຈຸດແວ່ພັກເຊົາ ຢູ່ຕາມເສັ້ນທາງຫລວງ ແລະ ເສັ້ນທາງສາຍຫລັກ, ການຄຸ້ມຄອງລາຄາສິນຄ້າ ແລະ ຄຸນນະພາບຢູ່ສະຖານທີ່ທ່ອງທ່ຽວ, ການສົ່ງເສີມຜະລິດຕະພັນທ້ອງຖິ່ນ, ການຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາໂຄງການລົງທຶນ ພັດທະນາແຫລ່ງທ່ອງທ່ຽວ (ໂຄງການສຳປະທານຂອງພາກທຸລະກິດ ທີ່ໄດ້ຮັບການອະນຸຍາດແລ້ວ ແຕ່ບໍ່ມີການພັດທະນາ ໄປຕາມສັນຍາ), ການຄຸ້ມຄອງ ຫົວໜ່ວຍທຸລະກິດການທ່ອງທ່ຽວ (ການເຂົ້າເປັນສະມາຊິກສະມາຄົມທ່ອງທ່ຽວ, ບໍລິສັດທ່ອງທ່ຽວ, ຮ້ານບັນເທີງ, ການເປີດເພງໃນແຫລ່ງທ່ອງທ່ຽວ,  ຄວາມປອດໄພຂອງກິດຈະກຳທ່ອງທ່ຽວ), ການເກັບເງິນກອງທຶນຜ່ານລະບົບທັນສະໄໝ ຢູ່ດ່ານສາກົນ, ການເກັບລາຍຮັບຜ່ານລະບົບທັນສະໄໝ ຢູ່ບັນດາສະຖານທີ່ທ່ອງທ່ຽວ, ການໂຄສະນາສົ່ງເສີມການທ່ອງ ທ່ຽວລາວໃຫ້ເຂົ້າເຖິງ ກຸ່ມຕະຫລາດເປົ້າໝາຍ, ການມີສ່ວນ ຮ່ວມຂອງພາກທຸລະກິດ ຕໍ່ກັບວຽກງານສົ່ງເສີມໂຄສະນາ ການທ່ອງທ່ຽວ, ຈັດຕັ້ງຜັນຂະຫຍາຍ ຫລັກສູດ ການຮຽນ-ການສອນວິຊາຊີບ ທ່ອງທ່ຽວອາຊຽນ, ຈັດຕັ້ງຫລັກສູດຝຶກອົບຮົມ ພະນັກງານນໍາທ່ຽວລະດັບຊາດ, ລະດັບແຂວງ, ລະດັບພື້ນທີ່ສະເພາະ ແລະ ຫລັກສູດຍົກລະດັບຄຸນນະພາບ ການບໍລິການໃຫ້ແກ່ທຸລະກິດ ໃນຂະແໜງທ່ອງທ່ຽວບໍລິການອື່ນໆ ຄວາມຕ້ອງການດ້ານການພັດທະນາ ແລະ ຍົກ ລະດັບທັກສະບຸກຄະລາກອນໃນປັດຈຸບັນ ໂດຍສະເພາະ ຍຸກການປ່ຽນແປງຄວາມຄາດຫວັງ ຂອງນັກທ່ອງທ່ຽວ ໃນຍຸກດີຈິຕອນ ແລະ ອື່ນໆ.

ຂ່າວ: ສົມຫວັງ

KPL

ຂ່າວອື່ນໆ

    • ປີ 2024 ນັກທ່ອງທ່ຽວເຂົ້າມາທ່ຽງຊົມ ແຂວງຄຳມ່ວນ 852,000 ກວ່າຄົນທ່ອງທ່ຽວ

      ປີ 2024 ນັກທ່ອງທ່ຽວເຂົ້າມາທ່ຽງຊົມ ແຂວງຄຳມ່ວນ 852,000 ກວ່າຄົນ

      2/5/2025 10:05:56 AM

      ໃນປີທ່ອງທ່ຽວລາວ 2024 ຜ່ານມາ, ແຂວງຄໍາມ່ວນ ໄດ້ສຸມໃສ່ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທຽ່ວຊົມສະຖານທີ່ທ່ອງທ່ຽວຕ່າງໆພາຍໃນແຂວງໃຫ້ນັບມື້ຫລາຍຂຶ້ນ.

    • ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ແຫລ່ງທ່ອງທ່ຽວ ຂຸນກອງແລງ ສົ່ງເສີມປະຊາຊົນມີສ່ວນຮ່ວມ

      1/30/2025 1:41:47 PM

      ຂປລ. ຂຸນກອງແລງ ຕັ້ງຢູ່ບ້ານນາຄື ເມືອງຫີນບູນ ແຂວງຄໍາມ່ວນ ຫ່າງຈາກເມືອງທ່າແຂກ ປະມານ 55 ກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວ ແບບອະນຸລັກທໍາມະຊາດຍືນຍົງ ແລະ ສີຂຽວ ໂດຍແມ່ນບໍລິສັດອິນທຣາ ໂຄໂປເຣຊັ່ນ ຈຳກັດຜູ້ດຽວ ເປັນຜູ້ສຳປະທານ ແລະ ພັດທະນາ ດ້ວຍການສົ່ງ ເສີມການມີສ່ວນຮ່ວມ ຂອງປະຊາຊົນ, ຄາດວ່າຈະເປີດໃຫ້ບໍລິການ ໃນເດືອນເມສາ 2025 ນີ້.

    • ປີ 2024 ນັກທ່ອງທ່ຽວເຂົ້າມາ ທ່ຽວຊົມ ແຂວງຄໍາມ່ວນ 852.000 ກວ່າຄົນທ່ອງທ່ຽວ

      ປີ 2024 ນັກທ່ອງທ່ຽວເຂົ້າມາ ທ່ຽວຊົມ ແຂວງຄໍາມ່ວນ 852.000 ກວ່າຄົນ

      1/28/2025 2:48:32 PM

      ຂປລ. ​ໃນ​ປີ​ທ່ອງ​ທ່ຽວ​ລາວ 2024 ຜ່ານ​ມາ, ​​ແຂວງ​ຄໍາ​ມ່ວນ ໄດ້​ສຸມ​ໃສ່​ພັດທະນາ ​ແລະ ສົ່ງ​ເສີມ​ການທ່ອງທ່ຽວ ທຳມະຊາດ, ປະຫວັດສາດ ແລະ ວັດທະນະທໍາ ​ເພື່ອ​ດືດິງດູດ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ​ເຂົ້າມາທ່ອງ​ທ່ຽວ​ໃຫ້​ນັບ​ມື້​ຫລາຍ​ຂຶ້ນ. ໃນ​ປີ 2024 ສາມາດໂຄສະນາດຶງດູດ ເຂົ້າມາຢ້ຽມຢາມ ແຂວງຄໍາມ່ວນ ເຖິງ 852.080 ຄົນ.

    • ຮັບຮອງເອົາເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວລະດັບຊາດທ່ອງທ່ຽວ

      ຮັບຮອງເອົາເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວລະດັບຊາດ

      1/28/2025 11:39:37 AM

      ລັດຖະບານ ເຊັນຂ້ໍຕົກລົງຮັບຮອງ ແລະ ປະກາດໃຊ້ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025 – 2035.

    • ຖໍ້າກອງລໍ ແຫລ່ງທ່ອງທ່ຽວທີ່ຄວນໄປສຳຜັດທ່ອງທ່ຽວ

      ຖໍ້າກອງລໍ ແຫລ່ງທ່ອງທ່ຽວທີ່ຄວນໄປສຳຜັດ

      1/27/2025 10:18:17 AM

      ເມື່ອເວົ້າເຖິງແຫລ່ງທ່ອງ​ທ່ຽວ​ ບໍ່ວ່າຈະເປັນແຫລ່ງທ່ອງ​ທ່ຽວທາງທໍາມະຊາດ,​ ປະຫວັດ​ສາດ,​ ວັດທະນະທຳແລ້ວ​ຢູ່ປະເທດເຮົາແມ່ນບໍ່ໜ້ອຍໜ້າປະເທດອື່ນ​​ ເພາະຢູ່ເມືອງລາວມີສະຖານທ່ີທ່ອງທ່ຽວທ່ົວທຸກແຂວງທີ່ສວຍສົດງົດງາມ​ສາມາດສ້າງຄວາມປະທັບ ໃຈໃຫ້ນັກທ່ອງທ່ຽວທາງພາຍໃນ​ ແລະ​ ຕ່າງປະເທດ​.

ads
ads

Top