ຄຳມ່ວນ ເປີດຂະບວນຈົດທະບຽນ ການເກີດ ຜ່ານລະບົບເອເລັກໂຕຣນິກ

22/05/2024 15:19
Email Print 576
ຂປລ ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ເປີດຂະບວນການຈົດທະບຽນ ການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ (eCRVS) ໃນວັນທີ 21 ພຶດສະພາ 2024 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີບັນດາເຈົ້າເມືອງ-ຮອງເຈົ້າເມືອງຈາກ 10 ເມືອງພາຍໃນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ຂປລ. ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄຳມ່ວນ ເປີດຂະບວນການຈົດທະບຽນ ການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ (
eCRVS) ໃນວັນທີ 21 ພຶດສະພາ 2024 ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ, ມີບັນດາເຈົ້າເມືອງ-ຮອງເຈົ້າເມືອງຈາກ 10 ເມືອງພາຍໃນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



ໃນພິທີ ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ໃຫ້ຮູ້ວ່າ: ວຽກງານການຄຸ້ມຄອງພົນລະເມືອງ ຫລື ການເກັບກໍາສະຖິຕິພົນລະເມືອງ ເປັນວຽກງານຍຸດທະສາດ ແຫ່ງການປົກຄອງຂອງພັກ ແລະ ລັດຖະບານ ເພາະວ່າພົນລະເມືອງ ປະກອບດ້ວຍຫລາຍຊົນເຜົ່າ
, ຫລາຍສາສະໜາ ເຊິ່ງເປັນກໍາລັງແຫ່ງຄວາມສາມັກຄີ ໃນການປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄື ບ້ານເກີດຂອງຕົນ. ສະນັ້ນ, ການເປີດຂະບວນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງ ຂໍ້ມູນພົນລະ ເມືອງເອເລັກໂຕຣນິກ ໃນຄັ້ງນີ້, ມີຄວາມສໍາຄັນຫລາຍ ສໍາລັບເມືອງທ່າແຂກ ກໍຄື ແຂວງຄໍາມ່ວນ. ການຫັນວຽກງານຄຸ້ມຄອງ ພົນລະເມືອງໄປສູ່ລະບົບທີ່ທັນສະໄໝ ໃນໄລຍະຜ່ານມາ ຄະນະພັກ, ອົງການປົກຄອງແຂວງຄໍາມ່ວນ ໄດ້ໃຫ້ຄວາມສໍາຄັນຫລາຍ ຕໍ່ກັບວຽກງານດັ່ງກ່າວ ໂດຍໄດ້ກໍານົດເຂົ້າເປັນວຽກງານໜຶ່ງ ໃນແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະແມ່ນ ວຽກງານຈົດທະບຽນ ແລະ ສະຖິຕິພົນລະເມືອງ ເຊິ່ງໄດ້ກໍານົດຄາດໝາຍສູ້ຊົນຮອດປີ 2025 ຈະສູ້ຊົນໃຫ້ພົນລະ ເມືອງ ແລະ ເດັກເກີດໃໝ່ ໃຫ້ໄດ້ຮັບການຈົດທະບຽນ ແລະ ມີໃບຢັ້ງຢືນການເກີດ ເປັນທາງການຢ່າງໜ້ອຍໃຫ້ໄດ້ 80% ຂຶ້ນໄປ ໂດຍແຂວງຄໍາມ່ວນ ຈະພະຍາຍາມສູ້ຊົນ ແລະ ໃຫ້ຄໍາໝັ້ນສັນຍາວ່າຈະໃຫ້ ບັນລຸຕາມຄາດໝາຍທີ່ວາງໄວ້.




ໃນໂອກາດນີ້, ທ່ານ ນາງ ລີວົງ ລາວລີ ກໍໄດ້ມີຄໍາເຫັນວ່າ: ລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ ໄດ້ເລີ່ມພັດທະນາໃນປີ
2022 ແລະ ໄດ້ເປີດການນໍາໃຊ້ລະບົບ ການຈົດທະບຽນການເກີດ ແລະ ການເສຍຊີວິດໃນເດືອນກຸມພາ 2023 ເປັນຕົ້ນມາ. ລະບົບດັ່ງກ່າວ ຕອບສະໜອງຂໍ້ມູນ ແລະ ອໍານວຍຄວາມສະດວກ ໃຫ້ແກ່ການຄຸ້ມຄອງ, ນໍາໃຊ້, ປົກປັກຮັກສາ ແລະ ຄົ້ນຫາຂໍ້ມູນຂອງພົນ ລະເມືອງ ໄດ້ສະດວກ ແລະ ວ່ອງໄວ, ວິເຄາະ-ວິໄຈ ສະຖິຕິພົນລະເມືອງ ເພື່ອວາງແຜນພັດທະນາ ເສດຖະກິດ-ສັງຄົມ ຂອງລັດຖະບານ, ເປົ້າໝາຍຕົວຊີ້ວັດແຜນພັດທະນາແບບຍືນຍົງ, ຖະແຫລງການ ແລະ ຂໍ້ຕົກລົງຕ່າງໆ ທີ່ລັດຖະບານໄດ້ຮ່ວມລົງນາມ ແລະ ຮັບຮອງກັບສາກົນ. ການເປີດຂະບວນການຈົດທະບຽນການເກີດໃນຄັ້ງນີ້, ແມ່ນສ້າງຂະບວນປຸກລະດົມຄວາມຮັບຮູ້ ແລະ ຄວາມຕື່ນຕົວຂອງພົນລະ ເມືອງຢ່າງຕໍ່ເນື່ອງ ໂດຍຜ່ານທຸກຊ່ອງທາງທີ່ເປັນໄປໄດ້ ເພື່ອໃຫ້ພົນລະເມືອງມາຊົມໃຊ້ ການບໍລິການລະບົບ ການຈົດທະບຽນການເກີດຜ່ານລະບົບເອເລັກໂຕຣນິກ ຢ່າງທົ່ວເຖິງ ແລະ ກວ້າງຂວາງ. ທັງນີ້, ກໍເພື່ອໃຫ້ໄດ້ສະຖິຕິ ພົນລະເມືອງປະຈໍາປີ ຈາກລະບົບຂໍ້ມູນ ການຈົດທະບຽນພົນລະເມືອງ, ຜະລິດ, ເຜີຍແຜ່ ແລະ ນໍາໃຊ້ສະຖິຕິໃນການກໍານົດນະໂຍບາຍ, ການວາງແຜນການ, ການຕິດຕາມ ແລະ ປະເມີນຜົນ.

ການເປີດຂະບວນການຈົດທະບຽນການເກີດ ຜ່ານລະບົບຄຸ້ມຄອງຂໍ້ມູນ ພົນລະເມືອງເອເລັກໂຕຣນິກ ເປັນການອໍານວຍຄວາມສະດວກ ໃຫ້ປະຊາຊົນ ສາມາດເຂົ້າເຖິງການບໍລິການຂອງພາກລັດ ໄດ້ສະດວກ ແລະ ວ່ອງໄວ, ເປັນການເພີ່ມຄວາມເຂົ້າໃຈ ແລະ ປຸກລະດົມຄວາມຕື່ນຕົວຂອງພົນລະເມືອງ ໃຫ້ເຂົ້າມາໃຊ້ການບໍລິການ ການຈົດທະບຽນການເກີດ, ເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນເອງ ກໍຄື ບຸກຄົນກ່ຽວຂ້ອງ, ທັງເປັນການເພີ່ມຈໍານວນການຈົດທະບຽນການເກີດ ເຂົ້າລະບົບຄຸ້ມຄອງຂໍ້ມູນພົນລະເມືອງ ເອເລັກໂຕຣນິກ ໃຫ້ບັນລຸເປົ້າໝາຍ, ໃຫ້ພົນລະເມືອງທຸກຄົນ ໄດ້ຮັບເອກະສານຢັ້ງຢືນສະຖານະພາບ ການເປັນພົນລະເມືອງລາວ ຈາກການຈົດທະບຽນ ແລະ ສາມາດນໍາໃຊ້ຂໍ້ມູນສະຖິຕິພົນລະເມືອງ ປະກອບສ່ວນເຂົ້າໃນການວາງນະໂຍບາຍ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ.       

ຂ່າວ-ພາບ: ກອງຄໍາ

KPL

ຂ່າວອື່ນໆ

    • ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີວັດທະນະທຳ-ສັງຄົມ

      ອະດີດນັກສຶກສາລາວ ຈັກງານ ພົບປະຮັດແໜ້ນຄວາມສາມັກຄີ

      1/20/2025 3:36:41 PM

      ຂປລ. ໃນວັນທີ 18 ມັງກອນ 2025 ຜ່ານມາ, ອະດີດນັກສຶກສາລາວ ແລະ ນັກສຶກສາລາວ ທີ່ຮຽນຢູ່ ແຂວງກວາງຊີ ສປ ຈີນ ຮ່ວມກັບ ສະພາການຄ້າ ແຂວງກວາງຊີ ປະຈໍາ ສປປ ລາວ ຈັດງານພົບປະສັງສັນ ເຊິ່ງກັນ ​ແລະ ກັນ ແລະ ຈັດກິດຈະກໍາສ້າງຂະບວນການແຂ່ງຂັນກິລາ ເພື່ອຮັດແໜ້ນຄວາມສາມັກຄີ ແລະ ເພື່ອສະເຫລີມສະຫລອງບຸນປີໃໝ່ຈີນ ປະຈໍາປີ 2025 ແລະ ບຸນເດືອນສາມ ຂອງເຜົ່າຈ້ວງ ກວາງຊີ ທີ່ຈະມາເຖິງນີ້.

    • ສື່ມວນຊົນລາວ ສໍາເລັດຝຶກອົບຮົມວຽກ ສຸຂະພາບໜຶ່ງດຽວ ຢູ່ຣາຊະອານາຈັກໄທວັດທະນະທຳ-ສັງຄົມ

      ສື່ມວນຊົນລາວ ສໍາເລັດຝຶກອົບຮົມວຽກ ສຸຂະພາບໜຶ່ງດຽວ ຢູ່ຣາຊະອານາຈັກໄທ

      1/20/2025 3:11:44 PM

      ຂປລ. ສື່​ມວນ​ຊົນ ຈາກ ສປປ ລາວ ສໍາ​ເລັດ​ການເຂົ້າຮ່ວມຝຶກອົບຮົມ ພາຍໃຕ້ຫົວຂໍ້ “ສຸຂະພາບໜຶ່ງດຽວ” ໃນວັນທີ 13-17 ມັງກອນ 2025 ຢູ່ຣາຊະ​ອານາຈັກໄທ ​ໂດຍ​ໄດ້​ຮຽນ​ຮູ້​ການ​ເຮັດ​ຄລິບ​ວິ​ດີ​ໂອ​ ດ້ວຍ​ມື​ຖື ​ເພື່ອ​ໂຄສະນາ​ກ່ຽວ​ກັບ​ການ​ເຝົ້າ​ລະວັງ​ພະຍາດຕ່າງໆ ພາຍ​ໃຕ້​ໂຄງການ​ດັ່ງກ່າວ.

    • ມວນຊົນຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມກິດຈະກຳສະຫລອງບຸນກຸດຈີນວັດທະນະທຳ-ສັງຄົມ

      ມວນຊົນຢູ່ນະຄອນຫລວງວຽງຈັນ ເຂົ້າຮ່ວມກິດຈະກຳສະຫລອງບຸນກຸດຈີນ

      1/20/2025 2:10:43 PM

      ຂປລ. ສູນວັດທະນະທໍາຈີນ ປະຈໍາລາວ ເປີດໃຫ້ມວນຊົນເຂົ້າຮ່ວມ ກິດຈະກຳສະເຫລີມສະ ຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະທໍາຫູເປີຍ ທີ່ປະເທດລາວ” ລະຫວ່າງວັນທີ 18-19 ມັງກອນ 2025 ແບບບໍ່ເສຍຄ່າ ຢູ່ສູນວັດທະນະທໍາຈີນ ປະຈໍາລາວ, ພາຍໃນງານມີຫລາຍກິດ ຈະກຳ ເປັນຕົ້ນ ຫລິ້ນເກມ, ລະບາຍສີ, ການຂຽນໂຕໜັງສືຈີນ, ການຕັດເຈ້ຍ, ການແຕ້ມໜ້າກາກ ແລະ ກິດຈະກຳສະຫລອງບຸນກຸດຈີນອື່ນໆ ເພື່ອລຸ້ນຮັບລາງວັນ ຈາກສູນວັດທະນະທຳຈີນ.

    • ສູນວັດທະນະທຳຈີນ ປະຈໍາລາວ ສະຫລອງບຸນກຸດຈີນ ປີ 2025ວັດທະນະທຳ-ສັງຄົມ

      ສູນວັດທະນະທຳຈີນ ປະຈໍາລາວ ສະຫລອງບຸນກຸດຈີນ ປີ 2025

      1/20/2025 1:46:37 PM

      ຂປລ. ສູນວັດທະນະທຳຈີນ ປະຈຳລາວ ຈັດກິດຈະກໍາ ສະເຫລີມສະຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະທໍາຫູເປີຍທີ່ປະເທດລາວ” ໃນຕອນບ່າຍວັນທີ 17 ມັງກອນ 2025 ທີ່ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາລາວ,ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາລາວ ເຂົ້າຮ່ວມ.

    • ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວວັດທະນະທຳ-ສັງຄົມ

      ຂະແໜງການພະລັງງານ-ບໍ່ແຮ່ ຈະສຸມໃສ່ ພັດທະນາພະລັງງານສະອາດ ຢູ່ ລາວ

      1/16/2025 1:46:20 PM

      ຂປລ. ພິທີເຊັນສັນຍາການຮ່ວມມື (MOA) ການພັດທະນາຕະຫລາດພະລັງງານສະອາດ ຢູ່ ສປປ ລາວ ລະຫວ່າງ ສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ (ພບ) ກະຊວງພະລັງງານ ແລະ ບໍ່ແຮ່ ກັບ ບໍລິສັດ Finger Inc ແລະ ບໍລິສັດ CECTE carbon to electric ໄດ້ຈັດຂຶ້ນ

ads
ads

Top