ອາຊີບຫຍິບເຄື່ອງ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ

30/04/2024 10:18
Email Print 377
ຂປລ ອາຊີບຫຍິບເຄື່ອງ ເປັນອາຊີບໜຶ່ງທີ່ສ້າງລາຍຮັບໃຫ້ຄອບຄົວ ແລະ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ເພາະຫລາຍຄົນໄດ້ໃຫ້ຄວາມສົນໃຈ ແລະ ຫັນເອົາອາຊີບຫຍິບເຄື່ອງມາເປັນອາຊີບຫລັກ ຫລື ສາມາດເປັນອາຊີບເສີມໄດ້ເພາະຍຸກປັດຈຸບັນເຄື່ອງນຸ່ງຫົ່ມປະເພດຕ່າງໆບໍ່ວ່າຈະເປັນໂສ້ງ, ສິ້ນ, ເສື້ອ ຍັງເປັນສິ່ງຕ້ອງການຫລາຍໃນສັງຄົມ.

   *ອາຊີບຫຍິບເຄື່ອງ ເປັນອາຊີບໜຶ່ງທີ່ສ້າງລາຍຮັບໃຫ້ຄອບຄົວ ແລະ ເຮັດໃຫ້ຊີວິດການເປັນຢູ່ດີຂຶ້ນ ເພາະຫລາຍຄົນໄດ້ໃຫ້ຄວາມສົນໃຈ ແລະ ຫັນເອົາອາຊີບຫຍິບເຄື່ອງມາເປັນອາຊີຫລັກ ຫລື ສາມາດເປັນອາຊີບເສີມໄດ້ ເພາະຍຸກປັດຈຸບັນເຄື່ອງນຸ່ງຫົ່ມປະເພດ ຕ່າງໆບໍ່ວ່າຈະເປັນໂສ້ງ, ສິ້ນ, ເສື້ອ ຍັງເປັນສິ່ງຕ້ອງການຫລາຍໃນສັງຄົມ. ນາງ ພອນມະນີ ແສນມະນີ ກໍເປັນຜູ້ໜຶ່ງທີ່ໄດ້ຍຶດຖືເອົາອາຊີບຫຍິບເຄື່ອງເປັນອາຊີບຫລັກ ແລະ ໄດ້ເປີດຮ້ານຫຍິບເຄື່ອງ ຢູ່ບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.  ນາງ ພອນມະນີ ແສນມະນີ ໄດ້ໃຫ້ສຳພາດວ່າ: ຕົນເອງແມ່ນມີຄວາມພູມໃຈຫລາຍ ໃນການເຮັດອາຊີບເປັນຊ່າງຫຍິບເຄື່ອງ ເຊິ່ງໄດ້ຮັບຫຍິບເຄື່ອງທົ່ວໄປເປັນຕົ້ນໂສ້ງ, ເສື້ອ ແລະ ຊຸດຜ້າໄໝ ມີລາຍໄດ້ຕໍ່ເດືອນປະມານ 4-5 ລ້ານກີບ, ເຮັດໃຫ້ຊີວິດການເປັນຢູ່ຂອງຕົນ ແລະ ຄອບຄົວດີຂຶ້ນ ສາມາດສົ່ງເສີມ ລູກໃຫ້ໄດ້ຮຽນໜັງສື, ທັງໄດ້ເຮັດວຽກ ຢູ່ເຮືອນ ສາມາດເບິ່ງແຍງຄອບຄົວ- ເຮືອນຊານ ໄດ້ໃນຂະນະດຽວກັນ. ໃນປີ 2004 ຕົນເອງໄດ້ເຂົ້າເຮັດວຽກຢູ່ໂຮງ ງານຕັດຫຍິບ ໂດຍໄດ້ມີການພັດທະ ນາຝີມືໃນດ້ານການຫຍິບມາເລື້ອຍໆ ຈົນໄດ້ເລື່ອນຕໍາແໜ່ງເປັນຫົວໜ້າຂະແໜງດ້ານການຫຍິບເຄື່ອງ, ໃນເມື່ອກ່ອນການເຮັດວຽກຢູ່ໂຮງງານຕັດຫຍິບ ກໍສາມາດສ້າງລາຍຮັບໃຫ້ຕົນໃນລະດັບໜຶ່ງ ໂດຍອີງໃສ່ນະໂຍບາຍຕ່າງໆຂອງໂຮງງານ ມີທັງເງິນຂະຫຍັນ, ເງິນຜະລິດມີລາຍໄດ້ສະເລ່ຍປະ ມານ 3 ລ້ານກີບຕໍ່ເດືອນ ເຊິ່ງເວລານັ້ນກໍຖືວ່າເປັນລາຍໄດ້ທີ່ສູງສົມຄວນ, ພ້ອມທັງຍັງມີນະໂຍບາຍສຸຂະພາບຕ່າງໆ.

    ມາໃນທ້າຍປີ 2019 ໄດ້ເກີດການແພ່ລະບາດຂອງພະຍາດໂຄວິດ-19 ຕົນເອງຈຶ່ງໄດ້ອອກຈາກໂຮງງານ ແລະ ມາເປີດຮ້ານຫຍິບເຄື່ອງເປັນຂອງຕົນເອງ ໂດຍໄດ້ໃຊ້ບົດຮຽນ ແລະ ປະສົບການທີ່ຜ່ານມາ, ທຳອິດແມ່ນເລີ່ມຈາກການຮັບແປງເຄື່ອງ ແລະ ຫຍິບເຄື່ອງຈາກຄົນຮູ້ຈັກຂອບເຂດບ້ານໃກ້ເຮືອນຄຽງ, ເມື່ອເຫັນວ່າມີລາຍຮັບດີ ຕົນເອງຈຶ່ງໄດ້ຫັນເອົາອາຊີບຕັດຫຍິບເປັນຫລັກໃນການສ້າງລາຍຮັບໃຫ້ຄອບຄົວ ແລະ ໄດ້ຊື້ຈັກຫຍິບເຄື່ອງ 1 ໜ່ວຍ ແລະ ຈັກແຊັກ 1 ໜ່ວຍ ແລະ ໄດ້ຕໍ່ເຕີມຂະຫຍາຍເຮັດເປັນຫ້ອງຫຍິບເຄື່ອງ. ຫລັງຈາກນັ້ນ, ກໍມີຮ້ານຂາຍເສື້ອຜ້າ, ຮ້ານຊຸດຜ້າໄໝຕ່າງໆ ໄດ້ຕິດຕໍ່ເອົາເສື້ອຜ້າຈໍານວນຫລາຍມາໃຫ້ຫຍິບເປັນປະຈໍາ ໂດຍຮ້ານດັ່ງກ່າວ ໄດ້ຕັດເປັນຮູບຮ່າງມາແລ້ວມາປະກອບຫຍິບເປັນໂຕ ເມື່ອສຳເລັດແລ້ວທາງຮ້ານຈຶ່ງມາຮັບເອົາ. ຈາກການມາໃຊ້ບໍລິການຫຍິບເຄື່ອງ ຂອງລູກຄ້າເຫັນວ່າຕົນເອງກໍມີຄວາມຊໍານິຊຳນານ, ໝັ້ນໃຈຫລາຍຂຶ້ນຈາກປະສົບການການຫຍິບຕົວຈິງ ແລະ ການຖອດຖອນບົດຮຽນກໍຄືການຕິຊົມຂອງລູກຄ້າ, ທັງເຮັດຕົວຈິງໄປນຳ, ຮຽນເພີ່ມໄປນຳ.

   ຈາກຄວາມຕັດສິນໃຈສູງບວກກັບຄວາມດຸໝ່ັນ, ອົດທົນ, ຕ້ັງໃຈ, ກ້າເຮັດກ້າຮັບຄຳຕຳນິຕິຊົມເພື່ອພັດທະນາຕົນເອງເຫັນວ່າກິດຈະການ ແມ່ນໄປໄດ້ດີສົມຄວນ ແລະ ໃນອະນາຄົດຕົນເອງມີແຜນທີ່ຈະຮັບເອົາພະນັກງານຜູ້ທີ່ບໍ່ມີປະສົບການ, ຜູ້ທີ່ມີຄວາມ ສົນໃຈພ້ອມທີ່ຈະຮຽນຮູ້ຢາກມາຫຍິບເຄື່ອງແຕ່ຍັງບໍ່ມີປະສົບການ ຫລື ຍັງຫຍິບເຄ່ືອງບໍ່ເປັນມາກ່ອນຕົນເອງກໍພ້ອມທີ່ຈະສິດສອນ ແລະ ຖ່າຍທອດຄວາມຮູ້ໃຫ້ແບບບໍ່ເສຍຄ່າ. ໂອກາດນ້ີ, ນາງ ພອນມະນີ ແສນມະນີກໍໄດ້ມີ ຄຳເຫັນເນ່ືອງໃນໂອກາດວັນກຳມະກອນສາກົນ ຄົບຮອບ 138 ປີ (1/5/1886- 1/5/2024) ນີ້ວ່າ: ວັນທີ 1 ພຶດສະພາ ຫລື ວັນກໍາມະກອນສາກົນປຽບສະເໝືອນບຸນໃຫຍ່ຂອງຜູ້ອອກແຮງງານທຸກຄົນ ແລະ ເປັນວັນທີ່ສໍາຄັນສໍາລັບຊົນຊັ້ນກໍາມະກອນ ຫລື ຜູ້ອອກແຮງງານໝົດທຸກຄົນ ທີ່ໄດ້ອອກແຮງແຂ່ງຂັນຮ່ວມມືກັນປະກອບສ່ວນສ້າງສາພັດທະນາປະເທດຊາດ ຄົນລະເລັກລະໜ້ອຍ, ຂ້າພະເຈົ້າຂໍອວຍພອນໄຊໃຫ້ຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານໝົດທຸກຄົນມີສຸຂະພາບແຂງແຮງ, ປາສະຈາກໂລກໄພໄຂ້ເຈັບ, ປະຕິບັດໜ້າທີ່ຂອງຕົນໃຫ້ປະສົບຜົນສຳເລັດຕາມທີ່ຄາດໝາຍໄວ້, ພ້ອມທັງສະຫລອງວັນກຳມະກອນສາກົນດ້ວຍຄວາມເບີກບານມ່ວນຊື່ນ ແລະ ມີສະຕິ.

ຂ່າວ-ພາບ: ສົມຫວັງ

KPL

ຂ່າວອື່ນໆ

    • ຢາພື້ນເມືອງກາເສືອ ຄອງໃຈຊາວລາວຕະຫລອດການບົດ-ສາລະຄະດີ

      ຢາພື້ນເມືອງກາເສືອ ຄອງໃຈຊາວລາວຕະຫລອດການ

      5/21/2024 11:37:25 AM

      ປັດຈຸບັນ​ ​ຢາ​ພື້ນ​ເມືອງ​ລາວ​ເປັນ​ອີກ​ຜະລິດ​ຕະພັນໜຶ່ງຂອງຄົນ​​ລາວ ​ທີ່​ຄົນ​ລາວ​ນິຍົມ​ໃຊ້ຢ່າງຫລວງຫລາຍ​ເນື່ອງ​ຈາກວ່າເປັນສິນຄ້າ​​ທີ່​ດີ,​ ມີ​ຄຸນ​ນະພາ​ບທີ່​ນໍາ​ວັດຖຸດິບ​ຈາກທໍາມະຊາດມາ​ປຸງ​ແຕ່ງ​ເປັນ​ຜະລິດ​ຕະພັນ​ສໍາ​ເລັດ​ຮູບ​ເພື່ອ​ປິ່ນ​ປິ່ນພະຍາດໄດ້ເປັນຢ່າງດີ​ ​ເຊິ່ງຈະ​ເຮັດ​ໃຫ້​ດີ​ຕໍ່ສຸຂະ​ພາບ​​ແລະ​ບໍ​່ມີ​ຜົນ​ຂ້າງຄຽງຕ່ໍຮ່າງກາຍ​ຂອງ​ຄົນ​ເຮົາ​​ເນື່ອງ​ຈາກ​ວ່າ​ ສິນຄ້າ​ເປັນ​ຜະລິດ​ຕະພັນ​ທໍາ​ມະ​ຊາດ​ທີ່​ບໍ່​ມີ​ຜົນ​ກະທົບ​ຕໍ່ຮ່າງກາຍ​ຂອງ​ຄົນ​ເຮົາ.

    • ເຜິ້ງສ້າງອາຊີບ ແລະ ລາຍຮັບເຂົ້າຄອບຄົວບົດ-ສາລະຄະດີ

      ເຜິ້ງສ້າງອາຊີບ ແລະ ລາຍຮັບເຂົ້າຄອບຄົວ

      5/21/2024 11:16:47 AM

      ນ້ຳເຜິ້ງມີຄຸນປະໂຫຍດຫລາຍຢ່າງຕໍ່ສຸຂະພາບຄົນເຮົາ ແລະ ຄວາມຕ້ອງການຂອງຕະຫລາດນັບມ້ືເພ່ີມຂຶ້ນ ເຊິ່ງເມື່ອກ່ອນການຫາລາຍໄດ້ ຈາກນ້ຳເຜິ້ງແມ່ນຍັງຫາຢູ່ຕາມທຳມະຊາດ.

    • ປະທານໂຮ່ຈີ່ມິງ ຜູ້ນຳຍິງໃຫຍ່ນັກການທູດດີເດັ່ນບົດ-ສາລະຄະດີ

      ປະທານໂຮ່ຈີ່ມິງ ຜູ້ນຳຍິງໃຫຍ່ນັກການທູດດີເດັ່ນ

      5/21/2024 11:10:41 AM

      ປະທານ ໂຮ່ຈີ່ມິງ ເກີດເມື່ອວັນທີ 19 ເດືອນ 5 ປີ 1890 ບ້ານ ກິນລຽນ, ຕາແສງ ຈຸ່ງຖື, ເມືອງ ນານດ່ານ ແຂວງເງ່ອານ, ຄອບຄົວຂອງ ປະທານ ໂຮ່ຈີ່ມິງ ເປັນຄອບຄົວຊາວນາທີ່ຮັກຊາດ.

    • ງານຍ່າງແບບເພື່ອການກຸສົນ ຈະຈັດຂຶ້ນໃນຕົ້ນເດືອນໜ້າບົດ-ສາລະຄະດີ

      ງານຍ່າງແບບເພື່ອການກຸສົນ ຈະຈັດຂຶ້ນໃນຕົ້ນເດືອນໜ້າ

      5/20/2024 10:26:04 AM

      ງານຍ່າງແບບເພ່ືອການກຸສົນວາວ ດາລາ (wowDara) ຈະຈັດຂຶ້ນໃນຕົ້ນເດືອນມິຖຸນາ 2024 ຢູ່ ສູນການຄ້າໄອເຕັກ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ.

    • ການນຸ່ງຖືຂອງຊົນເຜົ່າລື້ບົດ-ສາລະຄະດີ

      ການນຸ່ງຖືຂອງຊົນເຜົ່າລື້

      5/20/2024 10:17:58 AM

      ຊົນເຜົ່າລື້ ແມ່ນໜຶ່ງໃນ 50 ຊົນເຜົ່າຂອງລາວ ແລະ ເປັນໜຶ່ງໃນ 8 ຊົນເຜົ່າທີ່ໃຊ້ພາສາລາວ-ໄຕ ເຊິ່ງມີຮີດຄອງປະເພນີທີ່ເປັນເອກະລັກສະເພາະຕົວ, ມີຂະນົບທໍານຽມ ແລະ ແບບແຜນການດໍາລົງຊີວິດທີ່ໃກ້ຄຽງກັບຊົນເຜົ່າລາວ.

ads
ads

Top