ຕະຫລາດນັດເຮືອນລາວ ສົ່ງເສີມ ການທ່ອງທ່ຽວ ຈະຈັດຂຶ້ນ 7-10 ມີນາ

28/02/2024 17:01
Email Print 2554
ຂປລ ຂປລ. ເທສະການຕະຫລາດນັດເຮືອນລາວ ຈະຈັດຂຶ້ນໃນລະຫວ່າງ 7-10 ມີນາ 2024 ນີ້, ຢູ່ເຮືອນຊົງລາວ ເຂດກົມມະລຽນພະທາດຫລວງວຽງຈັນ ເພື່ອສົ່ງເສີມຜະລິດຕະພັນຂອງຄົນລາວ ເປັນຕົ້ນ ຜະລິດຕະພັນກະສິກຳ, ຫັດຖະກຳ, ເຄື່ອງອຸປະໂພກ, ບໍລິໂພກ ແລະ ອື່ນໆ, ທັງເປັນການເຕົ້າໂຮມ ເອົາຜະລິດຕະພັນຕ່າງໆ ທີ່ເປັນຂອງຄົນລາວ 100% ຢູ່ຂອບເຂດທົ່ວປະເທດ ມາວາງຈຳໜ່າຍ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ

ຂປລ. ເທສະການຕະຫລາດນັດເຮືອນລາວ ຈະຈັດຂຶ້ນໃນລະຫວ່າງ 7-10 ມີນາ 2024 ນີ້, ຢູ່ເຮືອນຊົງລາວ ເຂດກົມມະລຽນພະທາດຫລວງວຽງຈັນ ເພື່ອສົ່ງເສີມຜະລິດຕະພັນຂອງຄົນລາວ ເປັນຕົ້ນ ຜະລິດຕະພັນກະສິກຳ, ຫັດຖະກຳ, ເຄື່ອງອຸປະໂພກ, ບໍລິໂພກ ແລະ ອື່ນໆ, ທັງເປັນການເຕົ້າໂຮມ ເອົາຜະລິດຕະພັນຕ່າງໆ ທີ່ເປັນຂອງຄົນລາວ 100% ຢູ່ຂອບເຂດທົ່ວປະເທດ ມາວາງຈຳໜ່າຍ ໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ, ມາຊົມ, ມາຊີມອາຫານທີ່ເປັນເອກະລັກຂອງລາວ ແລະ ຈັບຈ່າຍຊື້ສິນຄ້າຜະລິດຕະພັນ ເຄື່ອງທີ່ລະນຶກຕ່າງໆ ຢູ່ພາຍໃນງານໄດ້ ເຊິ່ງຈະຈັດ ທຸກໆວັນເສົາ ແລະ ວັນອາທິດ ໃນຕອນເຊົ້າ ເລີ່ມແຕ່ເວລາ 7:00-10:00 ໂມງ ແລະ ຕອນແລງ ເລີ່ມແຕ່ເວລາ 16:00-23:00 ໂມງ.

ທ່ານ ນາງ ເພັນນະພາ ວົງສະໝໍລະພູມ ຜູ້ຈັດການບໍລິສັດຊີເອັນພີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດ, ທັງເປັນຜູ້ຈັດເທສະການຕະຫລາດນັດເຮືອນລາວ ໃຫ້ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນນີ້ວ່າ: ເທສະການຕະຫລາດນັດບ້ານເຮືອນລາວ ຈັດຂຶ້ນເພື່ອດຶງດູງ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວ ສປປ ລາວ ກໍຄື ນະຄອນຫລວງວຽງຈັນ ໃຫ້ຫລາຍຂຶ້ນ ເພື່ອປະກອບສ່ວນເຮັດໃຫ້ປີທ່ອງທ່ຽວລາວ 2024 ແລະ ການເປັນປະທານອາຊຽນ ຂອງ ສປປ ລາວ ມີຂະບວນການຟົດຟື້ນ ແນໃສ່ເຮັດໃຫ້ ນັກທ່ອງທ່ຽວຕ່າງປະເທດ ໄດ້ຮັບຮູ້ວິຖີການດຳລົງຊີວິດ ກໍຄື ການນຸ່ງຖື, ການກິນຢູ່ຂອງປະຊາຊົນລາວ ບັນດາເຜົ່າ ເຊິ່ງງານດັ່ງກ່າວ, ຈະເປີດທຸກໆວັນເສົາ ແລະ ອາທິດ ເລີ່ມແຕ່ວັນທີ 7-10 ມີນາ 2024 ຢູ່ເຮືອນຊົງລາວ (ບໍລິເວນກົມມະລຽນພະທາດຫລວງ).

ພ້ອມນີ້, ພາຍໃນງານ ຍັງຈະມີການສະແດງສິລະປະວັດທະນະທຳລາວ ເພື່ອໃຫ້ນັກທ່ອງທ່ຽວທີ່ມາຮ່ວມງານ ໄດ້ເຫັນການສະແດງບົດຟ້ອນ-ລຳ ທີ່ເປັນເອກະລັດຂອງລາວ ກໍຄື ຂອງແຕ່ລະຊົນເຜົ່າ ແລະ ຈະມີການສາຍຮບເງົາກ່ຽວກັບປະຫວັດສາດ ຂອງພະທາດຫລວງວຽງຈັນ ແລະ ອື່ນໆ.

ການຈັດງານດັ່ງກ່າວ, ຍັງເປັນການເປີດໂອກາດໃຫ້ ບັນດາຜູ້ປະກອບການ ພໍ່ຄ້າ-ຊາວຂາຍ ທີ່ມີຜະລິດຕະພັນ ແຕ່ຍັງບໍ່ສາມາດເຂົ້າເຖິງຜູ້ບໍລິໂພກ ກໍສາມາດນຳເອົາຜະລິດຕະພັນຂອງຕົນມາວາງຂາຍໄດ້ ແນໃສ່ສ້າງເສດຖະກິດຄອບຄົວ ໃຫ້ເພີ່ມຂຶ້ນເປັນກ້າວໆ. ສໍາລັບຜູ້ທີ່ສົນໃຈຢາກນຳເອົາສິນຄ້າ ແລະ ຜະລິດຕະພັນ ຂອງຕົນ ມາວາງຈຳໜ່າຍ, ລາຄາ ເລີ່ມຕົ້ນ 3 ແສນກີບ ເຊິ່ງພື້ນທີ່ ພາຍໃນງານ ສາມາດຮອງຮັບໄດ້ທັງໝົດ 50 ກວ່າຮ້ານ. ໃນນັ້ນ, ຮ້ານຫັດຖະກຳມີ 20 ຮ້ານ, ສິນຄ້າກະສິກຳ 20 ຮ້ານ, ຮ້ານອາຫານລາວ 10 ຮ້ານ. ພ້ອມນັ້ນ, ພາຍໃນງານ ຍັງຈະມີການຈໍາລອງການຕໍ່າແຜ່ນແພ, ການປັ້ນດິນເຜົາ ແລະ ອື່ນໆ.

ທ່ານ ນາງ ເພັນນະພາ ວົງສະໝໍລະພູມຍັງໃຫ້ຮູ້ອີກວ່າ: ຖ້າງານຕະຫລາດນັດເຮືອນລາວ ໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວຫລາຍຂຶ້ນ ພວກເຮົາກໍຈະສືບຕໍ່ເປີດທຸກໆວັນ, ທັງນີ້ ກໍເພື່ອແນໃສ່ຕອບສະໜອງ ຕາມຄວາມຮຽກຮ້ອງຕ້ອງການ ຂອງນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ.

ຂ່າວ-ພາບ: ກິດຕາ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top