ນະຄອນຫລວງວຽງຈັນ ໄດ້ຮັບລາງວັນຕົວເມືອງສະອາດອາຊຽນ

01/02/2024 10:11
Email Print 2850
ຂປລ ນະຄອນຫລວງວຽງຈັນ ຖືວ່າເປັນເມືອງເອກຂອງ ສປປ ລາວ ທີ່ມີປະຊາກອນໜາແໜ້ນທີ່ສຸດ ເກືອບ 1 ລ້ານຄົນ ທີ່ດໍາລົງຊີວິດຢູ່ ຮ່ວມກັນຢ່າງສະຫງົບດ້ວຍຫລາຍເຊື້ອຊາດ, ສາສະໜາ; ມີວັດວາອາຮາມເກ່ົາແກ່, ມີອາຄານຕ່າງໆທ່ີປຸກສ້າງໂດຍຝຣັ່ງເຂົ້າມາມີອິດທິພົນກໍຍັງຫລົງເຫລືອຢູ່, ພະທາດຫລວງ ແລະ ປະຕູໄຊ ເຊິ່ງກາຍເປັນຈຸດສໍາຄັນດຶງດູດນັກທ່ອງທ່ຽວເຂົ້າຢ້ຽມຊົມ ແລະ ສໍາຜັດສິ່ງເຫລົ່ານັ້ນ.

      *ນະຄອນຫລວງວຽງຈັນ ຖືວ່າເປັນເມືອງເອກຂອງ ສປປ ລາວ ທີ່ມີປະຊາກອນໜາແໜ້ນທີ່ສຸດ ເກືອບ 1 ລ້ານຄົນ ທີ່ດໍາລົງຊີວິດຢູ່ຮ່ວມກັນຢ່າງສະຫງົບດ້ວຍຫລາຍເຊື້ອຊາດ, ສາສະໜາ; ມີວັດວາອາຮາມເກ່ົາແກ່, ມີອາຄານຕ່າງໆທ່ີປຸກສ້າງ ໂດຍຝຣັ່ງເຂົ້າມາມີອິດທິພົນກໍຍັງຫລົງເຫລືອຢູ່, ພະທາດຫລວງ ແລະ ປະຕູໄຊເຊິ່ງກາຍເປັນຈຸດສໍາຄັນດຶງດູດນັກທ່ອງທ່ຽວເຂົ້າຢ້ຽມຊົມ ແລະ ສໍາຜັດສິ່ງເຫລົ່າ ນັ້ນ.

      ດັ່ງທີ່ຮູ້ນໍາກັນ, ສປປ ລາວ ຫາກໍສໍາເລັດການເປັນເຈົ້າພາບຈັດກອງປະຊຸມທ່ອງທ່ຽວອາຊຽນ ໃນອາທິດຜ່ານມາໝາດໆ ເຊິ່ງເປັນຂ່າວດີເນື່ອງນະຄອນຫລວງວຽງຈັນ ຮັບລາງວັນຕົວເມືອງສະອາດອາຊຽນ ເປັນຄັ້ງທີ 2.ນະຄອນຫລວງວຽງຈັນ ໄດ້ຮັບລາງວັນຕົວເມືອງສະອາດອາຊຽນ ເປັນຄັ້ງທີ 2 ໃນພິທີມອບ-ຮັບ ລາງວັນຢ່າງເປັນທາງການຈັດຂຶ້ນໃນໂອກາດງານມະຫະກໍາທ່ອງທ່ຽວອາຊຽນ 2024 ທີ່ ສປປ ລາວ ໄດ້ ຮັບກຽດເປັນເຈົ້າພາບຈັດຂຶ້ນລະຫວ່າງ 22-27 ມັງກອນ 2024 ນີ້. ທ່ານ ນາງ ວິໄລວອນ ຈັນທະລາຕີ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ຄະນະກໍາມະການທີ່ກ່ຽວຂ້ອງ ໄດ້ປະເມີນ ແລະ ຄັດເລືອກຕາມຂ້ັນຕອນຕ່າງໆ ແລະ ເຫັນດີໃຫ້ນະຄອນຫລວງວຽງຈັນໄດ້ຮັບລາງວັນຕົວເມືອງສະອາດອາຊຽນເປັນຄັ້ງທີ 2 ເຊິ່ງຖືເປັນສິ່ງທີ່ດີ ແລະ ຈະປະກອບສ່ວນສໍາຄັນໃນການດຶງດູດນັກທ່ອງທ່ຽວສາກົນເຂົ້າມາທ່ອງທ່ຽວລາວກໍຄື ທ່ອງທ່ຽວນະຄອນຫລວງວຽງຈັນ ນັບມື້ເພີ່ມຂຶ້ນ,

     ພ້ອມນີ້ທ່ານໄດ້ຮຽກຮ້ອງມາຍັງຊາວນະ ຄອນຫລວງວຽງຈັນ ຈົ່ງພ້ອມກັນຮັກສານາມມະຍົດເມືອງທ່ອງທ່ຽວສະອາດອາຊຽນ ໄວ້ໃຫ້ມີຄວາມຍືນຍົງຕະຫລອດໄປ. ໃນໄລຍະຜ່ານມາ, ນະຄອນຫລວງວຽງຈັນ ເຄີຍໄດ້ຮັບລາງວັນຕົວເມືອງສະອາດອາຊຽນມາແລ້ວ 1 ຄັ້ງ ເຊິ່ງໝົດ ອາຍຸໃນປີ 2023 ຜ່ານມານີ້. ສໍາລັບຂອບເຂດເນື້ອທີ່ທີ່ກໍານົດເປັນຕົວເມືອງສະອາດອາຊຽນກວມເອົາຫລາຍບ້ານພາຍ ໃນ 4 ຕົວ ເມືອງ ໃນຂອງນະຄອນຫລວງວຽງຈັນຄື: ຈັນທະບູລີ, ສີສັດຕະນາກ, ໄຊເສດຖາ ແລະ ສີໂຄດຕະບອງ, ສ່ວນມາດຕະຖານການປະເມີນໂດຍລວມແມ່ນອິງໃສ່ 7 ຕົວຊີ້ວັດເປັນຕົ້ນ: ການຄຸ້ມຄອງສິ່ງແວດລ້ອມ, ຄວາມສະອາດ, ພື້ນຖານການທ່ອງທ່ຽວ, ຄວາມປອດໄພ ແລະ ອື່ນໆ. ເຖິງແນວໃດກໍດີພະແນກ ຖວທ ນະຄອນຫລວງວຽງຈັນ ໄດ້ເປີດເຜີຍວ່າ: ໃນປີ 2023 ຜ່ານມາ ມີນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ນະຄອນຫລວງວຽງຈັນ ເຖິງ 7 ແສນກວ່າຄົນ ແລະ ຄາດວ່າພາຍຫລັງສໍາເລັດກອງປະຊຸມທ່ອງທ່ຽວອາຊຽນທີ່ລາວເປັນເຈົ້າພາບນັ້ນ ຈະສາມາດດຶງດູດນັກທ່ອງທ່ຽວໄດ້ຢ່າງໜ້ອຍ 8 ແສນກວ່າຄົນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top