ມວຍລາຍລາວ

12/09/2023 11:25
Email Print 1607
ຂປລ * ມວຍລາຍລາວ (Mouay Lai Lao)ຖືວ່າເປັນສິລະປະການຕໍ່ສູ້ ທ່ີວິລະບູລຸດຊົນຊາດລາວແຕ່ສະໄໝບູຮານໄດ້ຄິດຄົ້ນຂຶ້ນມາ ຊຶ່ງເປັນທ່ວງທ່າລີລາການຊົກມວຍແບບລາວ ທີ່ເບິ່ງເຂັ້ມແຂັງໜ້າຢຳເກງແຕ່ກໍປະສົມປະສານໄວ້ດ້ວຍຄວາມສວຍ ງາມຜ່ານທ່າທາງຂອງຮ່າງກາຍ.


* ມວຍລາຍລາວ (Mouay Lai Lao)ຖືວ່າເປັນສິລະປະການຕໍ່ສູ້ ທ່ີວິລະບູລຸດຊົນຊາດລາວແຕ່ສະໄໝບູຮານໄດ້ຄິດຄົ້ນຂຶ້ນມາ ຊຶ່ງເປັນທ່ວງທ່າລີລາການຊົກມວຍແບບລາວ ທີ່ເບິ່ງເຂັ້ມແຂັງໜ້າຢຳເກງແຕ່ກໍປະສົມປະສານໄວ້ ດ້ວຍຄວາມສວຍງາມຜ່ານທ່າທາງຂອງຮ່າງກາຍ. ມວຍລາຍລາວມີຕົ້ນກຳເນີດມາຈາກ ທ່າທາງການຊົກມວຍຕັ້ງແຕ່ສະໄໝ ບູຮານທີ່ເອີ້ນກັນວ່າ: ມວນລາກຫາງແລະ ໄດ້ສືບທອດກັນມາໂດຍມັກຈະນຳມາສະແດງຢູ່ໃນເທສະການຕ່າງໆ ເຊັ່ນ: ງານບຸນບັ້ງໄຟ ຊຶ່ງຜູ້ທີ່ມາສະແດງຈະເປັນຄົນທີ່ມີຄວາມຊຳນານ ໃນທັກສະສິລະປະການຕໍ່ສູ້ຊະນິດນີ້ໂດຍກົງ. ສະໄໝບູຮານຄົນຈະເອີ້ນສິລະປະການຕໍ່ສູ້ນີ້ວ່າ ມວຍເສືອລາກຫາງຫລື ມວຍລາຍລາວສະ ແດງເຖິງການ ຕໍ່ສູ້ທີ່ ເຄື່ອນໄຫວຮ່າງກາຍດ້ວຍຄວາມອ່ອນຊ້ອຍ, ນຸ້ມນວນໂດຍໃນແຕ່ລະທ່າກໍເຕັມໄປດ້ວຍພາລະກຳລັງ ແລະ ຄວາມແຂງແຮງ ເພື່ອລົ້ມຄູ່ຕໍ່ສູ້ຝ່າຍກົງກັນຂ້າມໃຫ້ໄດ້ ໂດຍມີທີເດັດຢູ່ທີ່ທ່າໄມ້ຕາຍທີ່ເອີ້ນກັນວ່າ: ຫາງເສືອສະບັດ”.ໃນປັດຈຸບັນ ບັນດານັກກິລາ ແລະ ຄູຝຶກສອນມວຍລາຍລາວກໍໄດ້ມີການສືບທອດ ແລະ ພັດທະນາ ປັບປຸງທ່າທາງ ໃຫ້ມີ ຄວາມສວຍງາມອ່ອນຊ້ອຍຫລາຍຂຶ້ນ, ແຕ່ສຳລັບຄູ່ຕໍ່ສູ້ແລ້ວມວຍລາຍລາວຍັງຄົງເປັນເຊີງມວຍທີ່ອັນຕະລາຍ ແລະ ບໍ່ອາດປະໝາດສີມືໄດ້.

ໂດຍ: ສາວບ້ານໂນນ

KPL

ຂ່າວອື່ນໆ

    • ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມວັດທະນະທຳ-ສັງຄົມ

      ສຳມະນານະໂຍບາຍ-ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ

      3/26/2025 6:55:09 PM

      ຂປລ. ການສໍາມະນາກ່ຽວກັບນະໂຍບາຍ ແລະ ການລົງທຶນ ເຂົ້າໃນວຽກງານປົກປ້ອງສັງຄົມ ຈັດ​ຂຶ້ນ​ໃນວັນທີ 24-26 ມີນາ 2025 ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານກ່າວເປີດຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ), ມີທ່ານ ສົມມາດ ພົນເສນາ ຮອງປະ ທານສະພາແຫ່ງຊາດ, ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ທ່ານ ບັກໂຮ ເດັຍ ເບີຄະນ໋ອບ ຜູ້ປະສານງານອົງການສະຫະປະຊາຊາດ ປະຈຳລາວ, ມີປະທານກຳມາທິການ ແລະ ເລຂາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີກະຊວງ-ອົງການກ່ຽວຂ້ອງ

    • ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງວັດທະນະທຳ-ສັງຄົມ

      ວາງສີລາລືກໂຄງການປັບປຸງສະໜາມກິລາເຈົ້າອະນຸວົງ

      3/26/2025 6:24:46 PM

      ຂປລ. ພິທີວາງສີວາງສີລາລືກ ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອະນຸວົງ ນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 26 ມີນາ 2025 ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດ ຍີ່ປຸ່ນ ປະຈໍາລາວ ແລະ ພາກສ່ວນ​ກ່ຽວຂ້ອງ ເຂົ້າຮ່ວມ.

    • ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງວັດທະນະທຳ-ສັງຄົມ

      ເປັນເຈົ້າການອົບຮົມຫັດແອບເພື່ອປັບປຸງ ກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ

      3/26/2025 6:12:09 PM

      ຂປລ. ວຽກງານອົບຮົມຫັດແອບ ແມ່ນວຽກງານໜຶ່ງທີ່ມີບົດບາດສຳຄັນ ຖືເອົາເປັນບຸລິມະສິດແຖວໜ້າ ທີ່ຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງກອງທັບ, ກອງທັບກັບການອົບຮົມ-ຫັດແອບ ເປັນຄືເງົາທຽມຄົນ ຕິດພັນສະນິດແໜ້ນແບບກາຍຍະອິນຊີ, ຖ້າຂາດການອົບຮົມຫັດແອບ ກອງທັບກໍຂາດວິຊາອາຄົມ, ຂາດເຕັກນິກພິກໄຫວ ແລະ ຂາດຄວາມເຂັ້ມແຂງ, ສູ້ຮົບຈະຖືກປາລາໄຊ.

    • ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວວັດທະນະທຳ-ສັງຄົມ

      ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ກຳປູເຈຍ ຢ້ຽມຊົມຫໍພິພິທະພັນສິລະປະລາວ

      3/26/2025 6:02:54 PM

      ຂປລ. ຄະນະຜູ້ແທນຂັ້ນສູງກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ນຳໂດຍ ທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ໄດ້ຢ້ຽມຊົມຫໍພິພິທະພັນສິລະປະລາວ ທີ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ໃນໂອກາດທີ່ໄດ້ເດີນທາງມາເຂົ້າຮ່ວມກອງປະຊຸມ ສອງຝ່າຍດ້ານຄວາມສະຫງົບ ປະຈຳປີ 2025 ທີ່ກະຊວງປ້ອງກັນຄວາມສະຫງົບລາວເປັນເຈົ້າພາບ.

    • ເຜີຍແຜ່ແຜນງານພັດທະນາຂະແໜງພະລັງງານ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງລາວ ວັດທະນະທຳ-ສັງຄົມ

      ເຜີຍແຜ່ແຜນງານພັດທະນາຂະແໜງພະລັງງານ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນຂອງລາວ

      3/25/2025 5:08:05 PM

      ຂປລ. ສູນພະລັງງານອາຊຽນ (ACE) ເຜີຍແຜ່ບົດສຶກສາ ພາຍໃຕ້ຫົວຂໍ້ “ແຜນງານພັດທະນາຂະແໜງພະລັງງານ ສໍາລັບ ການປ່ອຍແກັສເຮືອນແກ້ວສຸດທິເປັນສູນ ຂອງ ສປປ ລາວ ຂຶ້ນໃນວັນທີ 25 ມີນາ 2025 ເພື່ອສະໜັບສະໜູນຄວາມມຸ່ງໝັ້ນຂອງ ສປປ ລາວ ໃນການບັນລຸເປົ້າໝາຍ ການປ່ອຍແກັສເຮືອນແກ້ວ ສຸດທິເປັນສູນ ພາຍໃນປີ 2050 ທີ່ໄດ້ລະບຸໄວ້ໃນແຜນງານແຫ່ງຊາດ ການປະກອບສ່ວນ ແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ (NDC).

ads
ads

Top