6 ເດືອນຕົ້ນປີ ນວ ສົ່ງອອກ ສິນຄ້າກະສິກໍາ ​ໄດ້ 26 ລ້ານກວ່າໂດລາ

02/08/2023 15:35
Email Print 13909
ຂປລ ຂປລ. ໃນໄລຍະ 6 ເດືອນຕົ້ນ​ປີ 2023 ຜ່ານມານີ້, ນະຄອນຫລວງ​ວຽງ​ຈັນ(ນວ) ສາມາດສົ່ງອອກສິນຄ້າກະສິກໍາ ​ໄດ້ທັງໝົດ 26,36 ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 4,41 ລ້ານໂດລາ, ເທົ່າກັບ 20,14%.

 

ຂປລ. ໃນໄລຍະ 6 ເດືອນຕົ້ນ​ປີ 2023 ຜ່ານມານີ້, ນະຄອນຫລວງ​ວຽງ​ຈັນ(ນວ) ສາມາດສົ່ງອອກສິນຄ້າກະສິກໍາ ​ໄດ້ທັງໝົດ 26,36 ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 4,41 ລ້ານໂດລາ, ເທົ່າກັບ 20,14%.
   ຂໍ້​ມູນ​ດັ່ງກ່າວ ​ໄດ້​ຮັບ​ການ​ລາຍ​ງານ​ຈາກ ທ່ານນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫລວງວຽງຈັນ
(ນວ) ​ໃນກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນ ນວ ຊຸດທີ II ໃນວັນທີ 31 ກໍລະກົດ ຜ່ານມາ ​ແລະ ທ່ານ​ຍັງ​ໃຫ້​ຮູ້​ອີກ​ວ່າ:  ພ້ອມ​ນີ້, ຍັງ​ໄດ້ອອກໃບຢັ້ງຢືນສຸຂະອານາໄມພືດ ເພື່ອສົ່ງອອກທັງໝົດ 348 ຄັ້ງ, ຈໍານວນ 48 ພັນກວ່າໂຕນ, ລວມມູນຄ່າທັງໝົດ 16 ລ້ານກວ່າໂດລາສະຫະລັດ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 21%, ການສົ່ງອອກສັດ ແລະ ຜະລິດຕະພັນສັດ ​ໄປຕ່າງແຂວງ ລວມມູນຄ່າ​ເກືອບ 6 ລ້ານໂດລາ.ໃນນັ້ນ, ຜູ້ປະກອບມີ ຄວາຍ 38 ໂຕ, ງົວ 249 ໂຕ, ໝູແມ່ພັນ 315 ໂຕ, ໝູນ້ອຍ 35.503 ໂຕ, ໝູຊີ້ນ 2.331 ໂຕ, ໄກ່ແມ່ສາວພັນໄຂ່ 15.860 ໂຕ, ໄກ່ນ້ອຍສາມສາຍເລືອດ 146.750 ໂຕ, ໄກ່ລາດນ້ອຍ 524.700 ໂຕ, ໄກ່ຊີ້ນ 19.800 ໂຕນ, ໄຂ່ໄກ່ 842 ໂຕນ, ປາ 1.440 ໂຕນ, ຜະລິດຕະພັນສັດ 50 ກວ່າໂຕນ. ນອກ​ນັ້ນ, ຍັງ​ໄດ້ ສົ່ງອອກໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງອອກ​ໄປຕ່າງປະເທດ ລວມມູນຄ່າທັງໝົດ 4,11 ລ້ານໂດລາສະຫະລັດ.       ພ້ອມກັນນັ້ນ, ​ໄລຍະ 6 ​ເດືອນ​ຕົ້ນ​ປີ 2023, ນະຄອນຫລວງ​ວຽງ​ຈັນ ຍັງໄດ້ຊົດເຊີຍທີ່ດິນໃຫ້ປະຊາຊົນ ທີ່ຖືກຜົນກະທົບຈາກແລວທາງລົດໄຟ ລາວ-ຈີນ ​ໄດ້ຈຳນວນ 12 ຕອນ(ຕອນດິນຖືກກະທົບທັງໝົດ 1.738 ຕອນ). ມາຮອດປັດຈຸບັນ ຊົດເຊີຍແລ້ວ ຈໍານວນ 1.430 ຕອນ ເທົ່າກັບ 82,27%, ຍັງເຫລືອ 308 ຕອນ. ນອກຈາກນີ້, ຍັງໄດ້ສັງຮວມເອົາໃບຕາດິນທີ່ຍັງເຫລືອຈາກການຊົດເຊີຍ ໂດຍມອບໃຫ້ຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນຳໄປດັດແກ້ໃຫ້ປະຊາຊົນ ຈໍານວນ 883 ໃບຕາດິນ.

ຂ່າວ: ທະນູທອງ

ຂໍ້ມູນ-ພາບ: ປະຊາຊົນ

 

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top