ອອກແຮງງານລວມ ສ້າງຂະບວນການ ສະຫລອງວັນກຳມະກອນສາກົນ ຄົບຮອບ 137 ປີ

24/04/2023 18:14
Email Print 1124
ຂປລ ຂປລ. ສູນກາງສະຫະພັນກຳມະບານລາວ ຮ່ວມກັບ ສະຫະພັນກໍາມະບານ ນະຄອນຫລວງວຽງຈັນ, ກະຊວງ, ອົງການ, ເມືອງ ແລະ ກຳມະບານຮາກຖານ ອ້ອມຂ້າງນະຄອນຫລວງວຽງຈັນ ຈັດກິດຈະກຳອອກແຮງງານລວມ ໃນວັນທີ 22 ເມສາ 2023

 

   ຂປລ. ສູນກາງສະຫະພັນກຳມະບານລາວ ຮ່ວມກັບ ສະຫະພັນກໍາມະບານ ນະຄອນຫລວງວຽງຈັນ, ກະຊວງ, ອົງການ, ເມືອງ ແລະ ກຳມະບານຮາກຖານ ອ້ອມຂ້າງນະຄອນຫລວງວຽງຈັນ ຈັດກິດຈະກຳອອກແຮງງານລວມ ໃນວັນທີ 22 ເມສາ 2023 ທີ່ສວນເຈົ້າອະນຸວົງ ແລະ ບໍລິເວນແຄມຂອງ ໂດຍມີ ທ່ານ ນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ມີຮອງປະທານ, ຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ  ພ້ອມດ້ວຍສະມາຊິກຳມະບານ ອ້ອມຂ້າງພາຍໃນນະຄອນຫລວງວຽງຈັນເຂົ້າຮ່ວມ. ທັງນີ້, ກໍເພື່ອເປັນການສ້າງຂະບວນການ ຂ່ຳນັບຮັບຕ້ອນວັນກຳມະກອນສາກົນ ຄົບຮອບ 137 ປີ, ພ້ອມທັງປູກຈິດສຳນຶກໃຫ້ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ຮັກສາໄດ້ຄວາມສະອາດ, ຮັກໃນການອອກແຮງງານ.
   ຂະບວນການອອກແຮງງານຄັ້ງນີ້
, ຜູ້ເຂົ້າຮ່ວມໄດ້ພ້ອມກັນເຮັດອະນາໄມ, ປັດກວາດ, ເກັບຂີ້ເຫຍື້ອຢູ່ບໍລິເວນແຄມຂອງ ຈາກສາມແຍກປາກປ່າສັກ ໄປຫາໜ້າຮູບປັ້ນເຈົ້າອະນຸວົງ ແລະ ສວນສາທາລະນະເຈົ້າອະນຸວົງ ເພື່ອເຮັດໃຫ້ສະຖານທີ່ສາທາລະນະມີຄວາມສະອາດງາມຕາ, ພ້ອມທັງຮັກສາສິ່ງແວດລ້ອມທີ່ດີ, ປູກຈິດສຳນຶກໃຫ້ພະນັກງານສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ຮູ້ອອກແຮງງານ ແລະ ຮັກສາຄວາມສະອາດ ໂດຍອີງໃສ່ຫົວຂໍ້ໃນການສະເສີມສະຫລອງວັນກຳມະກອນສາກົນປີນີ້ ສ້າງສະພາບແວດລ້ອມໃນການເຮັດວຽກທີ່ປອດໄພ ແລະ ດີຕໍ່ສຸຂະພາບ ແມ່ນສິດທິພື້ນຖານຂອງທຸກຄົນ”. ນອກນັ້ນ, ສະຫະພັນກໍາມະບານກະຊວງ, ອົງການ, ນະຄອນຫລວງ ແລະ ແຂວງ, ສະຫະພັນກໍາມະບານເມືອງ, ນະຄອນ, ກໍາມະບານຮາກຖານ ແລະ ຫົວໜ່ວຍແຮງງານອື່ນໆ ຍັງໄດ້ເອກະພາບກັນໃນທົ່ວປະເທດ ຈັດຕັ້ງການອອກແຮງງານອະນາໄມ ຕາມສຳນັກງານ, ອົງການ, ສະ ຖານທີ່ເຮັດວຽກ ແລະ ສະຖານທີ່ຕ່າງໆ ອີກດ້ວຍ.

ຂ່າວ: ສູນກາງສະຫະພັນກໍາມະບານລາວ

KPL

ຂ່າວອື່ນໆ

    • ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍວັດທະນະທຳ-ສັງຄົມ

      ເກັບກຳຂໍ້ມູນສຶກສາຄົ້ນຄວ້າ ການຮຽນ ແບບມີສ່ວນຮ່ວມຢູ່ 30 ເມືອງເປົ້າໝາຍ

      2/17/2025 2:14:49 PM

      ຂປລ. ໃນລະຫວ່າງວັນທີ 10 ກຸມພາ ຫາ 7 ມີນາ 2025 ທີມງານຄົ້ນຄວ້າເກັບກຳຂໍ້ມູນ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ວິທະຍາໄລຄູຈາກ ຫລວງນ້ຳທາ, ຄັງໄຂ ແລະ ສະຫວັນນະເຂດ ຈະເດີນທາງ ໄປໂຮງຮຽນປະຖົມໃນ 30 ເມືອງເປົ້າໝາຍ ເພື່ອກໍານົດການປະຕິບັດ ການສອນທີ່ມີຄຸນນະພາບ ນໍາໄປສູ່ການເພີ່ມຂຶ້ນ ຂອງການມີສ່ວນຮ່ວມຂອງນັກຮຽນ ແລະ ການປັບປຸງຜົນການຮຽນ

    • ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມວັດທະນະທຳ-ສັງຄົມ

      ສະຖາບັນເລືອດແຫ່ງຊາດ ຈັດກິດຈະກຳ ຮັບບໍລິຈາກເລືອດ ຊ່ວຍເຫລືອສັງຄົມ

      2/17/2025 2:06:26 PM

      ຂປລ. ໃນວັນທີ 13-14 ກຸມພາ 2025 ຜ່ານມາ, ສະຖາບັນເລືອດແຫ່ງຊາດ ອົງການກາແດງ ແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງຕອບແທນ ໂດຍມີບັນດານັກຮຽນ-ນັກສຶກສາ, ພະນັກງານ-ລັດຖະກອນ, ກົມກອງລວມໝູ່ ແລະ ພາກສ່ວນຕ່າງໆ ພາຍໃນນະຄອນຫລວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດ ເປັນຈຳນວນຫລາຍ.

    • ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊວັດທະນະທຳ-ສັງຄົມ

      ຫາລືຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຂອງ ສນຊ

      2/17/2025 1:59:16 PM

      ຂປລ. ກອງປະຊຸມປຶກສາຫາລື ຄວາມຄືບໜ້າໂຄງການສິນເຊື່ອກາກບອນ ຈັດຂຶ້ນໃນວັນທີ 14 ກຸມພາ 2025 ຜ່ານມາ ໂດຍມີ ທ່ານ ຈັນເພັງ ສຸດທິວົງ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ທ່ານ ສະເໜີ ຈຸນລະມະນີ ກໍາມະການ ສນຊ, ຜູ້ຮັບຜິດຊອບໂຄງການ ສິນເຊື່ອກາກບອນຂອງ ສນຊ, ມີບັນດາຜູ້ຕາງໜ້າຈາກ ກົມແຜນການ ແລະ ການຮ່ວມມື ກະຊວງກະສິກໍາ-ປ່າໄມ້, ຜູ້ຕາງໜ້າບໍລິສັດ vnv

    • ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5ວັດທະນະທຳ-ສັງຄົມ

      ປະທານອົງການກວດກາແຫ່ງລັດ ຢ້ຽມຢາມ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5

      2/17/2025 1:53:57 PM

      ຂປລ. ວັນທີ 14 ກຸມພາ 2025 ຜ່ານມາ, ທ່ານ ຄຳພັນ ພົມມະທັດ ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານ ການສໍ້ລາດບັງຫລວງຂັ້ນສູນກາງ ພ້ອມດ້ວຍຄະນະນຳ ແຂວງບໍລິຄຳໄຊ ລົງຢ້ຽມຢາມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ລະຫວ່າງ ແຂວງບໍລິຄຳໄຊ ກັບ ແຂວງບຶງການ ຣາຊະອານາຈັກໄທ ໂດຍມີ ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ລາວ-ໄທແຫ່ງທີ 5 ໃຫ້ການຕ້ອນຮັບ.

    • ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງວັດທະນະທຳ-ສັງຄົມ

      ສານປະຊາຊົນສູງສຸດ ມອບລົດຕູ້ໃຫ້ສານທະຫານຂັ້ນສູງ

      2/14/2025 5:54:46 PM

      ຂປລ. ສານປະຊາຊົນສູງສຸດ ມອບລົດຕູ້ ຈຳວນ 01 ຄັນ ໃຫ້ສານທະຫານຂັ້ນສູງ ໃນວັນທີ 14 ກຸມພາ 2025 ຕາງໜ້າມອບໂດຍທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ແລະ ຕາງໜ້າກ່າວຮັບໂດຍທ່ານ ພັນເອກ ສິງທອງ ຄຳປະເສີດ ປະທານສານທະຫານຂັ້ນສູງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງແລະ ພະນັກງານ ວິຊາການທັງສອງພາກສ່ວນເຂົ້າຮ່ວມ.

ads
ads

Top