ບ້ານ​ໝາກ​ນາວ ເມືອງປາກງື່ມ ເປີດຮູບປັ້ນ ສັນຍາລັກ ໜ່ວຍໝາກນາວ

27/03/2023 15:45
Email Print 288
ຂປລ ຂປລ. ຮູບປັ້ນໝາກນາວ ໄດ້ກາຍເປັນສັນຍາລັກຂອງ 3 ບ້ານຄື: ບ້ານໝາກນາວດົງ, ໝາກນາວເໜືອ ແລະ ບ້ານໝາກນາວໃຕ້ ຢູ່ເມືອງປາກງື່ມ ນະຄອນຫລວງວຽງຈັນ ເຊິ່ງພິທີເປີດຮູບປັ້ນດັ່ງກ່າວ, ຈັດຂຶ້ນໃນວັນທີ 25 ມີນາ 2023 ຜ່ານມາ.

 

    ຂປລ. ຮູບປັ້ນໝາກນາວ ໄດ້ກາຍເປັນສັນຍາລັກຂອງ 3 ບ້ານຄື: ບ້ານໝາກນາວດົງ, ໝາກນາວເໜືອ ແລະ ບ້ານໝາກນາວໃຕ້ ຢູ່ເມືອງປາກງື່ມ ນະຄອນຫລວງວຽງຈັນ ເຊິ່ງພິທີເປີດຮູບປັ້ນດັ່ງກ່າວ, ຈັດຂຶ້ນໃນວັນທີ 25 ມີນາ 2023 ຜ່ານມາ.

    ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ສົມລືໄທ ນາຍບ້ານໆ​ໝາກ​ນາວ​ເໜືອ ໄດ້ຕາງໜ້າໃຫ້ນາຍ ບ້ານທັງ 3 ບ້ານ ຍົກໃຫ້ເຫັນສາເຫດ ແລະ ແຮງຈູງໃຈ ໃນການສ້າງຮູບປັ້ນໝາກນາວ ເຊິ່ງນັບແຕ່ຕົ້ນປີ 2019 ເປັນຕົ້ນມາ ການຈັດຕັ້ງບ້ານກໍໄດ້ມີການຄົ້ນຄ້ວາ ປຶກສາຫາລືວ່າ ບ້ານໝາກນາວ ຄວນມີສັນຍາລັກ ເພື່ອໃຫ້ຊາວໜຸ່ມລູກຫລານ ແລະ ແຂກຄົນໄປ-ມາໄດ້ພົບເຫັນວ່າ ນີ້ຄືສັນຍາລັກຂອງບ້ານໝາກນາວ, ຈົນມາຮອດຕົ້ນປີ 2023  ຈຶ່ງໄດ້ປຸກລະດົມ ຊອກຫາແຫລ່ງທຶນ ເພື່ອມາສ້າງຮູບປັ້ນດັ່ງກ່າວ, ຈົນສຳເລັດ ເຊິ່ງຜູ້ສະໜັບສະໜູນຫລັກແມ່ນ ທ່ານນາງ ຈັນໂສ ກິດຕິວົງ ເຈົ້າຂອງຮ້ານເພັດພະໄທ. ​ໂອກາດ​ນີ້, ທ່ານ ບຸນຍັງ ສົມລືໄທ ຍັງໄດ້ຕາງໜ້າໃຫ້ແກ່ອົງການຈັດຕັ້ງຂອງບ້ານໝາກນາວ ກໍຄື ພໍ່ແມ່ປະຊາຊົນທັງ 3 ບ້ານດັ່ງກ່າວ, ສະແດງຄວາມຂອບໃຈ ຕໍ່ຜູ້ສະໜັບສະໜູນທຶນຮອນ, ວັດຖຸປັດ​ໄຈ ເພື່ອມາສົມທົບສ້າງໜ່ວຍໝາກນາວໃນຄັ້ງນີ້ ເຊິ່ງມັນໄດ້ປະກອບສ່ວນເຮັດໃຫ້ບ້ານໝາກນາວ ທັງສາມບ້ານ ມີເອກະລັກ ແລະ ເປັນທີ່ຮູ້ຈັກຂອງມວນຊົນ ທັງພາຍໃນ ແລະ ຕ່າງປະເທດ.                   ບ້ານໝາກນາວດົງ, ໝາກນາວເໜືອ ແລະ ບ້ານໝາກນາວໃຕ້, ນອນຢູ່ໃນ 10 ໝູ່ບ້ານຂອງກຸ່ມ 3 ດົງກະລຶມ  ຂຶ້ນກັບເມືອງປາກງື່ມ ນະຄອນຫລວງວຽງຈັນ,  ທັງ 3 ບ້ານມີເນື້ອທີ່ທັງໝົດ 1.500 ເຮັກຕາ, ມີ 530 ຫລັງຄາເຮືອນ, ມີພົນລະເມືອງ 2.453 ຄົນ, ຍິງ 1.335 ຄົນ. ໃນນັ້ນ, ໄດ້ແບ່ງການຄຸ້ມຄອງອອກເປັນ 3 ບ້ານຄື: ບ້ານໝາກນາວໃຕ້, ບ້ານໝາກນາວເໜືອ ແລະ ບ້ານໝາກນາວດົງ, ອາຊີບຂອງປະຊາຊົນແມ່ນກະສິກຳ, ເຮັດນາປູກເຂົ້າເປັນຕົ້ນຕໍ, ປູກພືດຜັກ​ເປັນ​ສໍາຮອງ ແລະ ລ້ຽງສັດ, ຫາປາຂາຍເປັນອາຊີບເສີມ, ສາມາດສ້າງລາຍຮັບ ໃຫ້ແຕ່ລະຄອບຄົວມີຊີວິດການເປັນຢູ່ ນັບມື້ນັບດີຂຶ້ນເລື້ອຍໆ. ກຸ່ມບ້ານໝາກນາວ ປະກອບມີໂຮງຮຽນປະຖົມ ແລະ ມັດທະຍົມ 1 ແຫ່ງ ແລະ ໂຮງໝໍນ້ອຍ 1 ແຫ່ ໃຫ້ບໍລິການແກ່ປະຊາຊົນໃນຍາມສຸກເສີນ ແລະ ອື່ນໆ.

ຂ່າວ: ທະນູທອງ

ພາບ: ຂັນໄຊ

KPL

ຂ່າວອື່ນໆ

ads
ads

Top