ນ້ຳຂອງ-ນ້ຳເຊໂດນ ບັນຈົບພົບພໍ້ກັນ ກາຍເປັນມົນສະເໜ່ນະຄອນປາກເຊ

02/02/2023 10:59
Email Print 3184
ຂປລ *ນະຄອນປາກເຊແມ່ນໜຶ່ງໃນຫລາຍເມືອງທີ່ຂຶ້ນກັບແຂວງຈໍາປາສັກ ເຊິ່ງເມືອງດັ່ງກ່າວຂຶ້ນຊື່ລືນາມ ເລື່ອງຂອງການທ່ອງທ່ຽວ, ອາຫານເປັນເອກະລັກ ແລະ ເປັນຈຸດໃຈກາງອາຊຽນເຊື່ອມຕໍ່ ກັບປະເທດໄທ, ຫວຽດນາມ, ກໍາປູເຈຍ.





*ນະຄອນປາກເຊແມ່ນໜຶ່ງໃນຫລາຍເມືອງທີ່ຂຶ້ນກັບແຂວງຈໍາປາສັກ ເຊິ່ງເມືອງດັ່ງກ່າວຂຶ້ນຊື່ລືນາມ ເລື່ອງຂອງການທ່ອງທ່ຽວ,  ອາຫານເປັນເອກະລັກ ແລະ ເປັນຈຸດໃຈກາງອາຊຽນເຊື່ອມຕໍ່ ກັບປະເທດໄທ, ຫວຽດນາມ, ກໍາປູເຈຍ ຂະນະທີ່ຂໍ້ມູນ ຈາກພະແນກຖະແຫລງຂ່າວ ວັດທະ ນະທໍາ ແລະ ທ່ອງທ່ຽວລາຍງານວ່າ ແຕ່ລະປີໂດຍສະເລ່ຍມີນັກທ່ອງທ່ຽວແວ່ ເຂົ້າມາເມືອງປາກເຊ (ນະຄອນປາກເຊ) ບໍ່ຕໍ່າກວ່າ 1 ແສນຄົນ, ຍົກເວັ້ນໄລຍະ ການແພ່ລະບາດ ຂອງພະຍາດໂຄວິດຜ່ານມາ ເນື່ອງຈາກວ່າເມືອງດັ່ງກ່າວ ເປັນເມືອງເອກ ຂອງແຂວງຈໍາປາສັກ ທີ່ມີແຫລ່ງທ່ອງ ທ່ຽວ ແລະ ປະຫວັດຄວາມເປັນມາເກົ່າແກ່ ຈໍານວນຫລາຍທີ່ໜ້າຄົ້ນຫາ.



ດັ່ງທີ່ຮູ້ນໍາກັນ ນະຄອນປາກເຊ ຕັ້ງຢູ່ລຽບຕາມແຄມແມ່ນ້ຳຂອງທີ່ໄຫລມາຈາກພາກເໜືອລົງສູ່ພາກໃຕ້ ຂອງລາວແລ້ວໄຫລສູ່ທະເລ ສາບໃນປະເທດ ກໍາປູເຈຍ ນອກ ຈາກນັ້ນ ຍັງມີແມ່ນໍ້າເຊໂດນ ທີ່ໄຫລ ມາຈາກແຂວງສາລະວັນລົງ ສູ່ປາກນໍ້າຂອງ ຊຶ່ງແມ່ນ້ຳທັງສອງ ສາຍໄຫລ ມາບັນ ຈົບພົບກໍ້ກັນເອີ້ນ ວ່າ: “ສົບເຊ”. ໃນໂອກາດທີ່ຜູ້ຂຽນ ໄດ້ມາເຄື່ອນໄຫວວຽກ ຢູ່ເມືອງປາກເຊ ກໍໄດ້ເຫັນການພັດທະນາ ຫລາຍດ້ານຂອງເມືອງ ປັດຈຸບັນໄດ້ມີການພັດທະນາ ທາງດ້ານເສດຖະກິດ-ສັງຄົມ, ພື້ນຖານໂຄງລ່າງຈະເລີນເຕີບໂຕ ຂຶ້ນຢ່າງວ່ອງວາ, ເປັນສູນກາງການຄ້າຂາຍ ໃນລະ ດັບພາກພື້ນ ເນື່ອງຈາກມີຊາຍແດນ ໃກ້ກັບປະເທດໄທ, ກຳປູເຈຍ ແລະ ຫວຽດນາມ. ຍັງມີສະຖານທີ່ທ່ອງທ່ຽວ ທີ່ໂດ່ງດັງຫລາຍແຫ່ງ ໃນເມືອງປາກເຊເຊັ່ນ: ອະດີດພະລາຊະວັງເຈົ້າບຸນອູ້ມ ນະຈຳປາສັກ (ປັດຈຸບັນເປັນໂຮງແຮມຈຳປາສັກ ພາເລສ) ທີ່ມີຂະໜາດໃຫຍ່ຫລາຍ; ດອນໂຂງ ຕັ້ງ ຢູ່ກາງນໍ້າຂອງ, ອາຄານ-ເຮືອນເກົ່າແກ່ແຕ່ສະໄໝ ຝຣັ່ງຍັງຫລົງເຫລືອຢູ່, ໂຮງຮູບເງົາ ເມືອງປາກເຊ ແລະ ໂຮງຮູບເງົາທ່າຫີນ (ປັດຈຸບັນເປັນໂຮງແຮມ ແລະ ຮ້ານຂາຍເຄື່ອງ); ຕາດແຊຫລັກ 8, ຕາດລືສີ ແລະ ອື່ນໆ. ເຖິງແນວ ໃດກໍດີປັດຈຸບັນນີ້, ສະຖານທີ່ໆຊາວເມືອງປາກເຊ ນິຍົມໄປທີ່ ສຸດ ກໍແມ່ນບໍລິເວນແຄມຂອງນະຄອນ ປາກເຊ ເພາະເຂດດັ່ງກ່າວນີ້ເພີ່ນພັດທະນາ ແລະ ສ້າງຄູກັນຕາຝັ່ງ ເຈື່ອນຫາກໍ່ສໍາເລັດໝາດໆ ເຊິ່ງເມືອງດັ່ງກ່າວມີສີສັນພິເສດ ເປັນດິນແດນທີ່ຖືກຂະໜານນາມວ່າ: ແດນອູ່ເຂົ້າອູ່ປາຕອນໃຕ້ສຸດຂອງລາວ ແລະ ເປັນບ່ອນທີ່ນັກທ່ອງທ່ຽວ ຈາກພາຍ ໃນ ແລະ ຕ່າງປະເທດ ໃຝ່ຝັນຢາກໄປເຫັນ . ອັນພົ້ນ ເດັ່ນນັ້ນຄືແຄມຂອງເມືອງປາກເຊ ເປັນສະຖານທີ່ ຍອດນິຍົມທີ່ສຸດຂອງ ຄົນເມືອງປາກເຊ ແລະ ທຸກໆແລງ ຂອງທຸກມື້ຄົນປາກເຊ ຈະພາກັນ ຫລັ່ງໄຫລໄປຫລິ້ນນັ່ງຕາກລົມ, ຍ່າງລົມກັນ, ເປັນຈຸດນັດພົບອັນສໍາຄັນ, ຊົມທິວທັດຂອງ ອີກຝາກໜຶ່ງ ກົງກັນຂ້າມເມືອງປາກເຊ ຄື ເມືອງ ໂພນທອງ ແລະ ພູສະເຫລົ້າ, ຊົມຕາເວັນຕົກລັບຂອບຟ້າປົນກັບສາຍນໍ້າ ຂອງອັນສວຍງາມ.


ໂດຍ: ໄໝຄຳຍ້ອນສິນ


KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top