ເມືອງງອຍ ຍັງຄອຍຊົມ

18/08/2022 15:36
Email Print 6561
ຂປລ *ເມືອງງອຍ ແຂວງຫລວງພະບາງ ເປັນເມືອງທີ່ງຽບສະຫງົບ, ມີສະເໜ່ເໝາະສຳລັບ ການທ່ອງທ່ຽວແບບສຳ ຜັດ ກັບທຳມະຊາດ ແລະ ວິຖີການດຳລົງຊີວິດ ຂອງປະຊາຊົນບັນດາເຜົ່າ, ເປັນເມືອງທີ່ຕັ້ງຢູ່ແຄມແມ່ນໍ້າອູ, ອ້ອມຮອບດ້ວຍພູຜາ ປ່າໄມ້ ແລະ ທຳມະຊາດທີ່ສວຍສົດງົດງາມ







*ເມືອງງອຍ ແຂວງຫລວງພະບາງ ເປັນເມືອງທີ່ງຽບສະຫງົບ, ມີສະເໜ່ເໝາະສຳລັບ ການທ່ອງທ່ຽວແບບສຳຜັດ ກັບທຳມະຊາດ ແລະ ວິຖີການດຳລົງຊີວິດ ຂອງປະຊາຊົນບັນດາເຜົ່າ, ເປັນເມືອງທີ່ຕັ້ງຢູ່ແຄມແມ່ນໍ້າອູ, ອ້ອມຮອບດ້ວຍພູຜາ ປ່າໄມ້ ແລະ ທຳມະຊາດທີ່ສວຍສົດງົດງາມ. ເປັນສະຖານທີ່ທ່ອງທ່ຽວໜຶ່ງ ທີ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງເທດໃຫ້ຄວາມສົນໃຈ ທີ່ສຸດອີກແຫ່ງໜຶ່ງ.

ເມືອງງອຍ ຕັ້ງຢູ່ແຄມນໍ້າອູ ທາງທິດຕາເວັນຕົກສ່ຽງເໜືອຂອງແຂວງຫລວງພະບາງ ຊຶ່ງນັກທ່ອງທ່ຽວສ່ວນຫລາຍ ຈະເດີນທາງຈາກຫລວງພະບາງ ໄປປະມານ 140 ກິໂລແມັດ ແລະ ໃຊ້ເວລາເດີນທາງ ດ້ວຍລົດປະມານ 3 ຊົ່ວໂມງ ຈົນຮອດ ເມືອງໜອງຂຽວ (ເທສະບານເມືອງງອຍປັດຈຸບັນ ). ຕະຫລອດເສັ້ນທາງ ຈາກນະຄອນຫລວງພະບາງ ໄປຫາໜອງຂຽວ ຈະມີບ້ານຊົນນະບົດ ຕັ້ງຢູ່ກະແຈກກະຈາຍ ລຽບຕາມສອງຂ້າງທາງ ໂດຍມີພູຜາ ແລະ ແມ່ນໍ້າອູ ທີ່ເປັນທິວທັດງົດງາມ ຕະ ຫລອດທາງ ຈົນຮອດເມືອງໜອງຂຽວ ທີ່ຕັ້ງຢູ່ແຄມແມ່ນໍ້າອູ ເປັນເມືອງທີ່ພວມໄດ້ຮັບ ການພັດທະນາ ແລະ ເປັນອີກສະຖານທີ່ ທ່ອງທ່ຽວທີ່ງົດງາມ, ບັນຍາກາດສົດຊື່ນ ແລະ ມີສະຖານທີ່ ທ່ອງທ່ຽວຫລາຍແຫ່ງ ທີ່ໄດ້ຮັບຄວາມສົນໃຈເຊັ່ນ: ຜາຊົມ ນາງ, ຜາແດງ, ຖໍ້າຜາຖອກ ແລະ ອື່ນໆ. ແຕ່ໃນນີ້ສິ່ງທີ່ດຶງດູດໃຈ ນັກທ່ອງທ່ຽວ ໃຫ້ຫລົງໄຫລທີ່ສຸດ ແມ່ນການຂີ່ເຮືອລ່ອງ ໄປຕາມລໍານໍ້າອູ ຊົມທຳມະຊາດ ພູຫີນປູນທີ່ສວຍງາມ ຊຶ່ງຕະຫລອດໄລຍະ ການລ່ອງເຮືອ ຈະໄດ້ຊົມວິຖີ ການດຳລົງຊີວິດຂອງ ປະຊາຊົນ ທີ່ອາໄສຕາມແຄມນໍ້າອູ ແບບລຽບງ່າຍ ແຕ່ແຝງດ້ວຍມົນສະເໜ່ທີ່ດຶງດູດໃຈ ໂດຍສະເພາະ ແມ່ນການຊອກຢູ່ຫາກິນ ຕາມລໍາແມ່ນໍ້າອູ ທີ່ເໝືອນສາຍນໍ້າ ຫລໍ່ລ້ຽງຜູ້ຄົນ ແລະ ສິ່ງມີຊີວິດໃນເມືອງແຫ່ງນີ້.




ບັນຍາກາດໃນຍາມເຊົ້າຂອງເມືອງງອຍແຫ່ງນີ້ ຍິ່ງໜ້າຫລົງໄຫລ ເພາະອາກາດຈະເຢັນສົດຊື່ນ, ມີໝອກປົກຄຸມບາງສ່ວນ ແລະ ຈະມີພະສົງ-ສາມະເນນ ອອກມາບິນທະບາດທຸກເຊົ້າ ເໝາະສຳລັບນັກທ່ອງທ່ຽວ ທີ່ໜີຄວາມວຸ້ນວາຍ ມາຢູ່ຢ່າງ ສະຫງົບ ແບບຊົນນະບົດ ເຊື່ອວ່າເມື່ອທ່ານໄດ້ໄປສຳຜັດ ຈະຕິດໃຈຈົນບໍ່ຢາກກັບບ້ານກໍເປັນໄດ້.


ໂດຍ: ໄໝຄຳຍ້ອມສິນ

KPL

ຂ່າວອື່ນໆ

ads
ads

Top