ການນໍາເຂົ້າ-ສົ່ງອອກ ພາຍໃຕ້ສິດທິພິເສດ ທາງການຄ້າຂອງ ສປປ ລາວ ປີ 2019

28/05/2020 15:15
Email Print 3946
ຂປລ ຂ​ປ​ລ.ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດການສັງ ລວມ ສະຖິຕິການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ປະຈຳປີ 2019


ຂ​ປ​ລ
.ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດການສັງ ລວມ ສະຖິຕິການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າ ປະຈຳປີ 2019 ໂດຍແບ່ງອອກເປັນ 02 ຮູບແບບດ້ວຍກັນຄື: ແບບຝ່າຍດຽວ (GSP) ແລະ ແບບຕອບແທນກັນ ຫລື ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ(FTA) ຊຶ່ງສາມາດບັນລຸໄດ້ປະມານ 1.328 ລ້ານກວ່າໂດລາສະຫະລັດ ກວມເອົາ 22,65% ຂອງມູນຄ່າການສົ່ງອອກທັງໝົດຂອງ ສປປ ລາວ ປະມານ 5.864 ລ້ານກວ່າໂດລາສະຫະລັດ. ຂະນະທີ່ ມູນຄ່າການນຳເຂົ້າ ພາຍໃຕ້ສິດທິພິເສດ ທາງການຄ້າແມ່ນປະມານ 665,92 ລ້ານໂດລາສະຫະລັດ ກວມເອົາ 11.60% ຂອງມູນຄ່າການນຳເຂົ້າ ທັງໝົດຂອງ ສປປ ລາວ ປະມານ 5.740 ລ້ານກວ່າໂດລາສະຫະລັດ.

     
ຂໍ້​ມູນ​ຂ່າວ​ສານ​ທາງ​ການ​ຄ້າ ສ​ປ​ປ ລາວ ໄດ້ລະບຸວ່າ: ໃນ​ປີ 2019 ຜ່ານມາ ​ເມື່ອ​ສົມທຽບລະ ຫວ່າງ​ ສອງຮູບແບບການ​ສົ່ງ​ອອກ ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ ເຫັນວ່າ ການສົ່ງອອກແບບຝ່າຍ​ດຽວ ມີ​ມູນຄ່າ​ພຽງ 327 ລ້ານກວ່າໂດ​ລາ​ສະຫະລັດ; ​ໃນ​ຂະນະ​ທີ່ການ​ສົ່ງ​ອອກ​ແບບ ​ຕອບ​ແທນ​ກັນ ມີ​ມູນ​ຄ່າ​ສູງ​ກວ່າ 1.000 ລ້ານໂດ​ລາ​ສະຫະລັດ. ການ​ສົ່ງ​ອອກ​ແບບ​ຕອບ​ແທນ​ກັນ ກວມ​ເອົາ​ອັດຕາ​ສ່ວນຫລາຍ ຂອງ​ການ​ສົ່ງ​ອອກ​ພາຍ​ໃຕ້​ ສິດທິ​ພິ​ເສດ​ທາງ​ການ​ຄ້າ ປະມານ 75,32%.​​ ໃນ​ການ​ສົ່ງ​ອອກ​ໂດຍ​ນຳ​ໃຊ້​ສິດ​ທິ​ພິ​ເສດ ​ແບບ​ຝ່າຍ​ດຽວ​ສ່ວນ​ໃຫຍ່​ແມ່ນ ການ​ສົ່ງ​ອອກ​ໄປ ບັນດາ​ປະ​ເທດ ​ໃນ​ສະຫະພາບ​ເອີຣົບ. ສ່ວນການ​ສົ່ງ​ອອກ​ພາຍ​ໃຕ້ FTA ສາມາດປະຕິບັດໄດ້ ໂດຍກວມ​ເອົາ​ອັດຕາ​ສ່ວນຫລາຍກວ່າ ການ​ສົ່ງ​ອອກ​ພາຍ​ໃຕ້​ສິດ ທິ​ພິ​ເສດ​ທາງ​ການ​ຄ້າສູງ​ ຍ້ອນ​ວ່າສິນຄ້າທີ່​ສົ່ງ​ອອກ​ ສ່ວນ​ໃຫຍ່​​ເປັນ​​ທ່າ​ແຮງ​ຂອງ ສປປ ລາວ ​ແລະ ​ໃນ​ຂອບ FTA ນີ້ ​ກໍ​ມີຫລາຍ​ສັນຍາ ​ເຊັ່ນ: ສັນຍາການຄ້າດ້ານ​ສິນຄ້າ ​ຂອງ​ອາຊຽນ/ສັນຍາ​ການ​ຄ້າ​ເສລີ​ອາ ຊຽນ, ສັນຍາພາຍ​ໃຕ້​ເຂດ ການ​ຄ້າ​ເສລີ​ອາຊຽນ-ຈີນ, ສັນຍາການ​ຄ້າ​ເສລີ​ ອາຊຽນ- ອິນ​ເດຍ, ສັນຍາພາຍ​ໃຕ້​ເຂດການ​ຄ້າ​ເສລີ​ ອາຊຽນ-​ສ ເກົາຫລີ​, ສັນຍາວ່າ​ດ້ວຍ​ຄູ່​ຮ່ວມ​ມື​ ດ້ານ​ເສດຖະກິດ​ຮອບດ້ານ ອາຊຽນ-ຢີ່ ປຸ່ນ ແລະ ສັນຍາພາຍ​ໃຕ້​ເຂດການ​ຄ້າ​ເສລີ​ ອາຊຽນ-ອົດ​ສະ​ຕາ​ລີ-​ນິວຊີ​ແລນ.


ຂ່າວ
​ສານ​ທາງ​ການ​ຄ້າ ສ​ປ​ປ ລາວ ຊີ້ໃຫ້ເຫັນຕື່ມວ່າ: ໃນ​ປີ 2019 ສປປ ລາວ ​ສົ່ງ​ອອກ​ພາຍໃຕ້ສິດທິພິເສດທາງການຄ້າ ໄປຍັງ 38 ປະ​ເທດ ເຊັ່ນ: ໄທ, ຈີນ, ຫວຽດນາມ, ເຢຍລະມັນ, ອີ​ຕ​າ​ລີ, ຢີ່ປຸ່ນ, ອັງກິດ, ສະວີເດນ, ໂປ​ໂລຍ, ແບນ​ຊິກ, ໂຮນ​ລັງ, ດານ​ມາກ, ປ໋ອກ​ຕຸຍ​ການ, ກ​ຣົວ​ຊີ, ຟີ​ລິບ​ປິນ ແລະ ປະເທດອື່ນໆຕາມລຳດັບ. ໃນ​ນັ້ນ, ປະ​ເທດ​ທີ່ມີ​ການ​ສົ່ງ​ອອກ​ ໄປຫລາຍກວ່າໝູ່ແມ່ນ ​ໄທ ມີມູນ​ຄ່າ​​ປະມານ 361 ລ້ານກວ່າໂດ​ລາ​ສະຫະລັດ, ສປ ຈີນ 322 ລ້ານກວ່າ​ໂດ​ລາ​ສະຫະລັດ ແລະ ຫວຽດນາມ 312 ລ້ານກວ່າໂດ​ລາ​ສະຫະລັດ.


ສ່ວນປະເທດທີ່ ສປປ ລາວ ​ນໍາ​ເຂົ້າ​ພາຍໃຕ້ສິດທິພິເສດ ທາງການຄ້າມີທັງ ໝົດ
33 ປະ​ເທດ ເຊັ່ນ: ໄທ, ຈີນ, ຫວຽດນາມ, ຢີ່ປຸ່ນ, ອິ​ນ​ໂດ​ເນ​ເຊຍ, ອັງ​ກິດ, ສ ອາ​ເມ​ລິ​ກາ, ສະ​ຫະ​ນະ​ຄອນ​ອາ​ເມ​ຣັດ, ສ ເກົາຫລີ, ອິນ​ເດຍ, ເຢຍ​ລະ​ມັນ, ມາ​ເລ​ເຊຍ, ສິງ​ກະ​ໂປ, ໄຕ້​ຫວັນ, ໂອ​ຕ​ຣິດ ແລະ ອື່ນໆ ຕາມລຳ ດັບ. ໃນນັ້ນ, ປະ​ເທດ​ທີ່ມີ​ການ​ນຳ​ເຂົ້າ ຫລາຍກວ່າໝູ່ແມ່ນ ​ໄທ ມີມູນ​ຄ່າ​ປະມານ 380 ລ້ານກວ່າ​ໂດ​ລາ​ສະຫະລັດ, ສປ ຈີນ 98 ລ້ານກວ່າໂດ​ລາ​ສະຫະລັດ ​ແລະ ສສ ຫວຽດ​ນາມ 86 ລ້ານກວ່າໂດ​ລາ​ສະ ຫະລັດ.

KPL

ຂ່າວອື່ນໆ

    • ໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວເສດຖະກິດ

      ໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີປະກອບສ່ວນສົ່ງເສີມການສ້າງເສດຖະກິດຂອງລາວ

      10/30/2026 9:04:49 AM

      ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ຂະໜາດ 600 ເມກາວັດ ເປັນໂຄງການພະລັງງານສະອາດທີ່ສຳຄັນຂອງ ສປປ ລາວ, ທັງເປັນໂຄງການຕົວແບບ, ເປັນມິດກັບສິ່ງແວດລ້ອມ ຊຶ່ງບໍ່ພຽງແຕ່ຜະລິດໄຟຟ້າຈາກພະລັງງານໝູນວຽນ ເພື່ອສົ່ງອອກໄປຍັງປະເທດຫວຽດນາມ ແຕ່ຍັງມີບົດບາດສຳຄັນໃນການສົ່ງເສີມສ້າງເສດຖະກິດຂອງ ສປປ ລາວ ກໍຄື ສ້າງວຽກເຮັດງານທຳ, ພັດທະນາອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໂດຍສະເພາະເມືອງດາກຈຶງ ແຂວງເຊກອງ ແລະ ຊຸມຊົນໃນພື້ນທີ່ໂຄງການ.

    • ໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນເສດຖະກິດ

      ໂຄງການໄຟຟ້າພະລັງງານລົມ ມອນຊູນ ວິນພາວເວີສ້າງອາຊີບ ແລະ ຍົກລະດັບຊີວິດການເປັນຢູ່ໃຫ້ປະຊາຊົນ

      10/27/2026 8:33:33 PM

      ໂຄງການໄຟຟ້າພະລັງງານລົມມອນຊູນວິນພາວເວີ (Monsoon Wind Power) ໄດ້ສຸມໃສ່ຊຸກຍູ້ສົ່ງເສີມອາຊີບ, ສ້າງລາຍຮັບ ແລະ ປັບປຸງຄຸນນະພາບຊີວິດການເປັນຢູ່ໃຫ້ປະຊາຊົນໃນທ້ອງຖິ່ນ ໂດຍສະເພາະຄອບຄົວທີ່ໄດ້ຮັບຜົນກະທົບຈາກໂຄງການ 29 ບ້ານ ໃນເມືອງດາກຈຶງ ແຂວງເຊກອງ ແລະ ເມືອງຊານໄຊ ແຂວງອັດຕະປື ຜ່ານການສ້າງໂອກາດມີວຽກເຮັດງານທຳ, ສົ່ງເສີມດ້ານກະສິກຳ ແລະ ພັດທະນາອາຊີບທີ່ສາມາດສ້າງລາຍຮັບໄດ້ໃນໄລຍະຍາວ.

    • ກຸ່ມບໍລິສັດລາວໂທລະຄົມ ຮ່ວມຂັບເຄື່ອນການຫັນປ່ຽນດີຈິຕອນຜ່ານງານສັບປະດາດີຈິຕອນ ປະຈຳປີ 2026ເສດຖະກິດ

      ກຸ່ມບໍລິສັດລາວໂທລະຄົມ ຮ່ວມຂັບເຄື່ອນການຫັນປ່ຽນດີຈິຕອນຜ່ານງານສັບປະດາດີຈິຕອນ ປະຈຳປີ 2026

      10/26/2026 12:19:03 PM

      ກຸ່ມບໍລິສັດລາວໂທລະຄົມ ທີ່ປະກອບດ້ວຍລາວໂທລະຄົມ (Lao Telecom), ທີ-ພລັດ (T-Plus), ເອັມ-ມັນນີເອັກ (M-MoneyX) ແລະ ຄູ່ຮ່ວມງານຕ່າງປະເທດ ໄດ້ເຂົ້າຮ່ວມຈັດວາງສະແດງຜະລິດຕະພັນ, ການບໍລິການດີຈິຕອນ ແລະ ເຕັກໂນໂລຊີໂທລະຄົມມະນາຄົມ ໃນງານສັບປະດາດີຈິຕອນລາວ ປະຈຳປີ 2026 (Lao Digital Week 2026) ທີ່ໄດ້ຈັດຂຶ້ນໃນວັນທີ 21 ຕຸລາ 2026 ຜ່ານມາ

    • ຜົນສຳເລັດການພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ແຜນຫງົບປະມານແຫ່ງລັດເສດຖະກິດ

      ຜົນສຳເລັດການພິຈາລະນາຮັບຮອງແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ ແຜນຫງົບປະມານແຫ່ງລັດ

      10/21/2026 9:52:45 AM

      ໃນວັນທີ 20 ຕຸລາ 2026 ນີ້, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ຖະແຫລງຂ່າວຕໍ່ສື່ມວນຊົນກ່ຽວກັບການພິຈາລະນາຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການ ປີ 2027.

    • ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026ເສດຖະກິດ

      ເປີດມະຫາກຳການທ່ອງທ່ຽວ ການສຶກສາມາເລເຊຍ ປະຈຳປີ 2026

      10/19/2026 10:43:44 AM

      ອົງການທ່ອງທ່ຽວມາເລເຊຍ ປະຈຳນະຄອນຫຼວງວຽງຈັນ ຮ່ວມກັບສະຖານທູດມາເລເຊຍ ປະຈຳ ລາວ ເປີດມະຫະກຳການທ່ອງທ່ຽວ ແລະ ການສຶກສາມາເລເຊຍ 2026 (Malaysia Travel and Education Fair 2026) ໃນລະຫວ່າງວັນທີ 17-18 ຕຸລາ 2026 ຢູ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ເພື່ອສົ່ງເສີມການທ່ອງທ່ຽວ, ການແລກປ່ຽນການສຶກສາ ແລະ ສົ່ງເສີມຮູບແບບການທ່ອງທ່ຽວ ຫຼື ກິດຈະກຳປີທ່ອງທ່ຽວມາເລເຊຍ 2026-2027 (Visit Malaysia 2026-2027) ໂດຍມີ ທູດມາເລເຊຍປະຈຳລາວ, ຫົວໜ້າກົມພັດທະນາການທ່ອງທ່ຽວ, ຫົວໜ້າກົມສົ່ງເສີມຕະຫຼາດການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ຫົວໜ້າສະມາຄົມນັກທ່ອງທ່ຽວລາວ, ບັນດາທູດ, ຜູ້ປະກອບການດ້ານການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ads
ads

Top