ພອນປະເສີດ ໄດ້ຊະນະເລີດໃນການອອກແບບ ອາພອນ ທ້ອງຖິ່ນ

12/09/2018 15:23
Email Print 1112
ຂປລ ຂປລ. ໃນຕອນ​ຄ່ຳ​ຂອງ​ວັນ​ທີ 11 ກັນຍາ 2018 ທີ່ໂຮງແຮມຄຣາວ ພາຊາວຽງຈັນ, ໂຄງການສົ່ງເສີມ ນັກອອກແບບໜຸ່ມນ້ອຍຂອງລາວ ພາຍໃຕ້ລາວແຟຊັນວີກ ໄດ້ຈັດ ງານເດີນແບບອາພອນ ຂອງ ລາວ ແລະ ຕ່າງປະເທດ, ແລະ ປະກາດ ຜົນການແຂ່ງຂັນ ການອອກ ແບບອາພອນທ້ອງ​ຖິ່ນ ເພື່ອ ສົ່ງ​ເສີມປີທ່ອງທ່ຽວລາວ 2018,

ຂປລ. ໃນຕອນ​ຄ່ຳ​ຂອງ​ວັນ​ທີ 11 ກັນຍາ 2018  ທີ່ໂຮງແຮມຄຣາວພາຊາວຽງຈັນ, ໂຄງການສົ່ງເສີມນັກອອກແບບໜຸ່ມນ້ອຍຂອງລາວ ພາຍໃຕ້ລາວແຟຊັນວີກ ໄດ້ຈັດງານເດີນແບບອາພອນ ຂອງລາວ ແລະ ຕ່າງປະເທດ,  ແລະ ປະກາດ ຜົນການແຂ່ງຂັນ ການອອກແບບອາພອນທ້ອງ​ຖິ່ນ ເພື່ອສົ່ງ​ເສີມປີທ່ອງທ່ຽວລາວ 2018,  ເຊິ່ງຜູ້ຊະນະເລີດແມ່ນ ທ້າວ ພອນ​ປະ​ເສີດ  ​ແສງ​ມະນີ​ວົງ ຈາກ​ແຂວງ ​ສະຫວັນ​ນະ​ເຂດ  ​ແລະ ຮອງຊະນະເລີດແມ່ນ ນາງ ມະນີວອນ ວັນສະຫວັດ  ຈາກນະຄອນ ຫລວງວຽງຈັນ.  ການມອບລາງວັນຊະນະເລີດຄັ້ງນີ້,  ໂດຍທ່ານ ທະວີເພັດ ອຸລາ ຮອງຫົວໜ້າກົມ ພັດທະນາການທ່ອງທ່ຽວ, ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ.

ງານການອອກແບບ​ອາພອນ​ທ້ອງ​ຖິ່ນ  ເພື່ອສົ່ງ​ເສີມປີທ່ອງທ່ຽວລາວ 2018  ຈັດ​ຂຶ້ນ, ໂດຍ​ການ​ຮ່ວມ​ມື​  ລະຫວ່າງໂຄງການພັດທະນາໂຄງລ່າງພື້ນຖານ  ເພື່ອສົ່ງເສີມການທ່ອງທ່ຽວ  ພາຍໃຕ້ກະຊວງຖະແຫລງຂ່າວ,  ວັດ ທະນະທໍາ ແລະ ທ່ອງທ່ຽວ  ແລະ ໂຄງການສົ່ງເສີມ ນັກອອກແບບໜຸ່ມນ້ອຍຂອງລາວ ພາຍໃຕ້ລາວແຟຊັນວີກ,  ໂດຍ​ການ​ເຂົ້າ​ຮ່ວມຂອງ​ ທ່ານ ນາງ ປານີ ໄຊຍະວົງ  ຜູ້ກໍ່ຕັ້ງລາວແຟຊັນວີກ,  ທັງ​ເປັນຜູ້ອຳນວຍການ  ໂຄງການ ພັດທະ ນານັກອອກ ແບບໜຸ່ມນ້ອຍຂອງລາວ,  ​ພ້ອມ ດ້ວຍບັນດາສື່​ມວນ​ຊົນ.

ໂຄງການອອກແບບອາພອນລາວໃນຄັ້ງນີ້, ເພື່ອສົ່ງ​ເສີມປີທ່ອງທ່ຽວລາວ 2018, ບັນ ດານັກອອກແບບໜຸ່ມນ້ອຍດີເດັ່ນ ຂອງລາວ ​ແມ່ນໄດ້ອອກແບບ ແລະ ດັດແປງແຜ່ນແພພື້ນບ້ານ  ຈາກແຕ່ລະແຂວງໃນລາວ ໃຫ້ກາຍເປັນຊຸດທີ່ທັນສະໄໝ,  ເຊິ່ງເປົ້າໝາຍຂອງໂຄງການພິເສດນີ້  ແມ່ນເພື່ອເພີ່ມມູນຄ່າ ແລະ ຄຸນຄ່າ  ໃຫ້ແກ່ແຜ່ນແພທ້ອງຖິ່ນລາວ  ແລະ ເພື່ອໃຫ້ສາກົນຮູ້ວ່າແຜ່ນແພທ້ອງຖິ່ນ ຂອງລາວ  ສາ ມາດນຳ ມາປະຍຸກ ເປັນອາພອນ  ແລະ ແຟຊັນທີ່ທັນສະໄໝໄດ້.  ສຳລັບແຜ່ນແພທ້ອງຖິ່ນທີ່ໄດ້ຄັດເລືອກແມ່ນມາຈາກ 17 ແຂວງ  (ຍົກເວັ້ນແຂວງໄຊສົມບູນ)  ຈາກນັ້ນໄດ້ມອບໃຫ້ນັກອອກແບບ ໜຸ່ມນ້ອຍຂອງລາວ 15 ຄົນ ເພື່ອອອກ ແບບ ແລະ ຜະລິດ ເປັນຊຸດທີ່ທັນສະໄໝ.   

ທ່ານ ທະວີເພັດ ອຸລາ ​ໄດ້ກ່າວວ່າ:  ໃນໂຄງການຮ່ວມມືດັ່ງກ່າວ,  ແມ່ນຖືວ່າເປັນການສົ່ງເສີມການທ່ອງທ່ຽວ  ທາງວັດທະນະທຳໂດຍກົງ,  ໂດຍຜ່ານແຜ່ນແພທ້ອງຖິ່ນ ທີ່ເປັນເອກະລັກຂອງລາວ,  ຫລັງຈາກທີ່ນັກ ອອກແບບໜຸ່ມ ນ້ອຍຂອງລາວ ໄດ້ອອກແບບ  ແລະ ຜະລິດເປັນທີ່ຮຽບຮ້ອຍແລ້ວ  ແມ່ນຈະໄດ້ນຳໄປວາງສະແດງໃນງານຕະຫລາດນັດການທ່ອງທ່ຽວ ທີ່ມີສື່ສຽງ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ,  ເພື່ອໃຫ້ຊາວຕ່າງປະເທດຜູ້ທີ່ສົນໃຈ  ໃນແຜ່ນແພຂອງລາວ ແລະ ທັງເປັນການ ດຶງດູດນັກທ່ອງທ່ຽວຕ່າງປະເທດ  ໃຫ້ເຂົ້າມາທ່ຽວລາວ ຫລາຍ​ຂຶ້ນ.  ​ໃນ​ໂອກາດ​ດຽວ​ກັນ,  ຜູ້​ເຂົ້າ​ຮ່ວມ​ງານ​ຍັງ​ໄດ້​ຊົມ​ການ​ເດີນ​ແບບ​  ຈາກ​ຫ້ອງ​ເສື້ອ​ທັງ​ພາຍ​ໃນ  ​ແລະ ຕ່າງປະ​ເທດ​ ທີ່ມາຈາກ ປະເທດ  ກຳປູ​ເຈຍ, ມາ​ເລ​ເຊຍ,  ຫວຽດນາມ, ຟີ​ລິບ​ປິນ ​ແລະ ປະເທດ ຍີ່ປຸ່ນ.

ຂ່າວ: ມະນີ​ທອນ, ພາບ: ສຸກ​ທະວີ

KPL

ຂ່າວອື່ນໆ

    • ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດວັດທະນະທຳ-ສັງຄົມ

      ສປປ ລາວ ຍັງຜະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ

      10/21/2026 9:53:28 AM

      ສປປ ລາວ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫຼາຍດ້ານໃນວຽກງານຕ້ານການຄ້າມະນຸດ ຊຶ່ງກຸ່ມອາຊະຍາກຳໄດ້ມີການເຄື່ອນໄຫວທີ່ເລິກແລບ ແລະ ສັບຊ້ອນຫຼາຍຂຶ້ນ ເນື່ອງຈາກ ສປປ ລາວ ເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກການຄ້າມະນຸດ ໂດຍສະເພາະທີ່ຕັ້ງພູມສັນຖານຂອງປະເທດ, ສາເຫດຫຼັກແມ່ນການໄປອອກແຮງງານຢູ່ຕ່າງປະເທດແບບບໍ່ຖືກຕ້ອງ, ຄວາມບໍ່ເຂົ້າໃຈລະບຽບກົດໝາຍ ແລະ ປັດໄຈຊຸກຍູ້ຈາກເຕັກໂນໂລຊີ-ສື່ສັງຄົມອອນລາຍ.

    • ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງວັດທະນະທຳ-ສັງຄົມ

      ສະພາແຫ່ງຊາດ ພິຈາລະນາຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບປັບປຸງ

      10/21/2026 9:14:19 AM

      ໃນວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນອາທິດຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ສຸມໃສ່ປະກອບຄຳຄິດຄຳເຫັນໃຫ້ມີເນື້ອໃນກະທັດຮັດ, ຄົບຖ້ວນ, ສົມບູນ ເພື່ອກ້າວໄປສູ່ການຮັບຮອງ ແລະ ປະກາດໃຊ້.

    • ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນວັດທະນະທຳ-ສັງຄົມ

      ນວ ກຽມພ້ອມຮອບດ້ານຈັດງານບຸນ ອອກພັນສາປະວໍລະນາ ແລະ ຊ່ວງເຮືອທ່າວັດຈັນ

      10/19/2026 10:03:17 AM

      ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອຢູ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ຈະຈັດຂຶ້ນໃນລະຫວ່າງວັນທີ 25-27 ຕຸລາ 2026 ໂດຍຈະຈັດຫຼາຍກິດຈະກຳທາງສາສະໜາ ແລະ ກິດຈະກຳອື່ນໆປິ່ນອ້ອມ.

    • ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້ວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂວງໃຫ້ວິຊາການສະເພາະດ້ານ ຢູ່ແຂວງອຸດົມໄຊ ໃນການກວດສອບສານພິດຕົກຄ້າງໃນພືດຜັກ ແລະ ໝາກໄມ້

      10/16/2026 8:47:45 AM

      ຂປລ. ແຫລ່ງຂ່າວຈາກ ແຂວງ ອຸດົມໄຊ ໃຫ້ຮູ້ວ່າ: ພະແນກ ກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມ ໄຊ ຈັດຝຶກອົບຮົມ ການກວດສອບ ສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ໃຫ້ວິຊາການສະເພາະ ດ້ານ ຂອງແຂວງເມື່ອມໍ່ໆມາ ນີ້ ໂດຍການເປັນປະທານຂອງ ທ່ານ ວິໄຊ ບຸລະສິນ ຮອງຫົວໜ້າ ພະແນກກະສິກຳ ແລະ ສ່ິງແວດ ລ້ອມ ແຂວງອຸດົມໄຊ ພ້ອມດ້ວຍຜ້ ຕາງໜ້າຈາກສູນປ້ອງກັນພືດ, ກົມ ປູກຝັງ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຊ່ຽວຊານຈາກໂຄງການຟາມ ແລະ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊ, ເມືອງ ແບງ, ເມືອງຮຸນ ແລະ ເມືອງນາໝໍ້ ທີ່ນອນຢູ່ໃນເປົ້າໝາຍເຂົ້າຮ່ວມ.

    • ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະວັດທະນະທຳ-ສັງຄົມ

      ການຳແຂວງຊຽງຂວາງ ຕ້ອນຮັບສູນກາງ ອພສ ເຂົ້າພົບປະ

      10/16/2026 8:42:47 AM

      ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ທ່ານ ຫົງຄຳ ພິມມະສານ ຮອງປະທານຄະນະ ກຳມະການປົກຄອງ ແຂວງຊຽງ ຂວາງ ພ້ອມດ້ວຍຄະນະໄດ້ຕ້ອນ ຮັບພະອາຈານໃຫຍ່ ອຳມະຣິນ ບຸນວິເສດ ຮອງຫົວໜ້າຫ້ອງການບໍລິຫານງານສູນກາງ ອົງການພຸດ ທະສາສະໜາສຳພັນລາວ (ອພສ) ພ້ອມດ້ວຍຄະນະ ຈາກແຂວງຊຽງ ຂວາງ, ແຂວງຫລວງພະບາງ ແລະ ແຂວງຫົວພັນ ເຂົ້າພົບປະ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງວ່າການ ແຂວງ.

ads
ads

Top