KPL
ພິທີນຳສະເໜີແຜນປະຕິບັດງານແຫ່ງຊາດ ວ່າດ້ວຍການຫັນປ່ຽນລະບົບອາຫານແບບຍືນຍົງໃນ ສປປ ລາວ ຈັດຂຶ້ນໃນ ວັນທີ 2 ມີນາ 2026.
ຂປລ. ໂດຍການເປັນປະທານຂອງທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ມີທ່ານ ບັກໂຄເດຍ ເບີຄານັອຟ ຜູ້ປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ, ພ້ອມດ້ວຍຫົວໜ້າອົງການອາຫານ ແລະ ການກະເສດປະຈໍາລາວ, ບັນດາຫົວໜ້າກົມ, ຮອງກົມ, ສະຖາບັນຈາກກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາ ແລະ ຜູ້ປະກອບການເຂົ້າຮ່ວມ.
ການນຳສະເໜີແຜນດໍາເນີນງານດັ່ງກ່າວ, ສະແດງໃຫ້ເຫັນບາດກ້າວ ແລະ ການຫັນປ່ຽນທ່ີສໍາຄັນຈາກໃນເມື່ອກ່ອນທີ່ສຸມໃສ່ການຊຸກຍູ້ວຽກງານກະສິກໍາ ແລະ ສ່ິງແວດລ້ອມຂະແໜງການດຽວຫັນໄປສູ່ການຜະລິດ ເພື່ອຄໍ້າປະກັນສະບຽງອາຫານດ້ວຍການມີສ່ວນຮ່ວມຂອງຫລາຍຂະແໜງການທ່ີຕິດພັນກັບການພັດທະນາ-ເຊື່ອມໂຍງການຜະລິດເປັນສິນຄ້າ, ໂພຊະນາການ, ສຸຂະພາບ, ສິ່ງແວດລ້ອມ, ຄວາມທົນທານດ້ານສະພາບອາກາດ ແລະ ການເຕີບໂຕດ້ານເສດຖະກິດ.
ແຜນປະຕິບັດງານແຫ່ງຊາດ ວ່າດ້ວຍການຫັນປ່ຽນລະບົບອາຫານແບບຍືນຍົງໃນ ສປປ ລາວ ພັດທະນາຂຶ້ນໂດຍຜ່ານການປຶກຫາລືຮ່ວມກັບພາກສ່ວນກ່ຽວຂ້ອງຢ່າງຮອບດ້ານລະຫວ່າງພາກລັດ, ບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ, ກະສິກອນ, ໄວໜຸ່ມ ແລະ ແມ່ຍິງ ເພື່ອໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 ກໍຄືແຜນພັດທະນາ 5 ປີ ຂອງຂະແໜງການກະສິກໍາ ແລະ ສິ່ງແວດລ້ອມ ຊ່ຶງປະກອບມີ 7 ແຜນງານຄື: ແຜນງານຄ້ຳປະກັນດ້ານສະບຽງອາຫານ ແລະ ໂພຊະນາການ; ແຜນງານຜະລິດ ແລະ ປຸງແຕ່ງກະສິກຳ ແລະ ປ່າໄມ້ເປັນສິນຄ້າ; ແຜນງານຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ປ່າໄມ້; ແຜນງານຈັດສັນ ແລະ ຄຸ້ມຄອງທີ່ດິນ; ແຜນງານຄຸ້ມຄອງຊັບພະຍາກອນນ້ຳ; ແຜນງານການປົກປັກຮັກສາສິິ່ງແວດລ້ອມ ແລະ ແຜນງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ.
ລັດຖະບານ ກໍຄືກະຊວງກະສິກຳ ແລະ ສິ່ງແວດລ້ອມມີຄວາມມຸ່ງໝັ້ນ ແລະ ຕັ້ງໃຈສູງໃນການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດກ່ຽວກັບການຫັນປ່ຽນລະບົບອາຫານແບບຍືນຍົງ ແລະ ການປະສານສົມທົບກັນຢ່າງໃກ້ຊິດກັບບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາເພື່ອຫັນວິໄສທັດໃຫ້ກາຍເປັນຜົນໄດ້ຮັບທີ່ເຫັນໄດ້ຕົວຈິງເປັນຕົ້ນການສ້າງລາຍຮັບທ່ີດີຂຶ້ນສໍາລັບກະສິກອນ, ສ້າງຄວາມທົນທານຕ່ໍຜົນກະທົບດ້ານສະພາບອາກາດທີ່ເຂັ້ມແຂງກວ່າ ແລະ ສ້າງສິ່ງແວດລ້ອມທີ່ອຸດົມສົມບູນ ແລະ ຍືນຍົງສໍາລັບຄົນຮຸ່ນຕໍ່ໄປ.
KPL