ຫວຽດນາມ ສົ່ງອອກກຸ້ງໄປສປຈີນ ບັນລຸເຖິງ 123000 ໂຕນ

13/01/2026 16:37
KPL ປີ 2025, ຫວຽດນາມ ສົ່ງອອກກຸ້ງໄປຍັງຈີນ ລວມ 123.000 ໂຕນ ກວມເອົາມູນຄ່າ 1.240 ລ້ານໂດລາສະຫະລັດ, ດ້ານປະລິມານ ເພີ່ມຂຶ້ນ 48,4% ສ່ວນມູນຄ່າເພີ່ມຂຶ້ນ 63,3% ເມື່ອທຽບໃສ່ປີຕໍ່ປີ ເປັນຄັ້ງທຳອິດ.

ຂປລ. ສຳນັກຂ່າວຊິນຮວາ ລາຍງານ ຈາກ ນະຄອນຫລວງ ຮ່າໂນ້ຍ ຂອງ ຫວຽດນາມ:  ປີ 2025, ຫວຽດນາມ ສົ່ງອອກກຸ້ງໄປຍັງຈີນ ລວມ 123.000 ໂຕນ  ກວມເອົາມູນຄ່າ 1.240 ລ້ານໂດລາສະຫະລັດ, ດ້ານປະລິມານ ເພີ່ມຂຶ້ນ 48,4% ສ່ວນມູນຄ່າເພີ່ມຂຶ້ນ 63,3% ເມື່ອທຽບໃສ່ປີຕໍ່ປີ ເປັນຄັ້ງທຳອິດ. ຢ່າງໃດກໍ່ຕາມ ການສົ່ງອອກກຸ້ງ ຈາກ ຫວຽດນາມ ໄປຍັງ ສ.ອາເມລິກາ ເມື່ອປີ 2025 ໄດ້ຫລຸດລົງຕໍ່າກວ່າ 1.000 ລ້ານໂດລາ ສະຫະລັດ. ໃນຂະນະທີ່ ສ.ອາເມລິກາ ເປັນຕະຫລາດສົ່ງອອກກຸ້ງ ຂະໜາດໃຫຍ່ທີ່ສຸດ ຂອງ ຫວຽດນາມ ເປັນເວລາຫລາຍປີ ຜ່ານມາ./

KPL

ຂ່າວອື່ນໆ


Top