gxu fdkoIPo{dkolvo my fltfu dkog,n v'0A o8Q o -5 fmu III ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 13.01.2026 ປີທີ 25 ສະບັບທີ 6.353ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 8A '|h kza o0tspkp,t8y dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh xtdq fzq ogxa o9y 'K ນາງ ວິລະວອນ ພັນທະວົງ (ຂວາ) g]0k7totra ddt-;'dko8j k'xtgmf s;Pfok, lq j 'lko-q ,g-u psq ;|h k 78r lts]5 [;Pd'kowvptdko xt-k-q omqj ;xtgmf xt9exu 2025 w0dv'xt-5 ,]a f4t[ko gxu fd;h k' 7A 'mu II xt9exu 2025 ສະຫາຍ ສອນໄຊ ສີພັນດອນ l5 ,.lj 6 gxQ k\kp.spj 26 ;Pd95 fl5 , ra fmtokglf4tdy f{la '7q , .sh 0tspkp8q ;8+ gonj v' l6 o;a fmtotme9u o gzu pczj dkomj v'mj P;]tf6 |k; xtgmf9u o F ອ່ານຕໍ່ໜ້າ 2່ າໍ່ ໜ້າ ທ່ານ ໄຊຊະນະ ໂຄດພູທອນ ທ່ານ ສອນໄຊ ສີພັນດອນ (ຜູ້ທີ 11 ນັບຈາກຊ້າຍຫາຂວາ ແຖວໜ້າ) g-dv' 9tl5 ,.lj xa [37'lh k'dko]q 'mb o7n o.\j cdh w0[a oskdkora fmtokrkp.oc0;' ຂປລ. ສະຫາຍ ເລ ຮວາຍ ຈູງ ເລຂາທິການສູນກາງພັກ, ເລຂາ ຄະນະພັກ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ສົ່ງສານ ຊົມເຊີຍ ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າ ຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນປະຕິວັດລາວ ເນື່ອງ ໃນໂອກາດທີ່ໄດ້ຮັບການເລືອກຕັ້ງເປັນຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ສະໄໝທີ XII. ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດທີ່ ສະຫາຍ ໄດ້ຮັບເລືອກຕັ້ງ ເປັນຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຂ້າພະເຈົ້າ ຂໍ ສົ່ງຄໍາອວຍພອນໄຊຢ່າງສຸດອົກສຸດໃຈມາຍັງ ສະຫາຍ ຊຶ່ງສິ່ງດັ່ງກ່າວເປັນ ການຮັບຮູ້ຂອງພັກຕໍ່ຄວາມສາມາດໃນການນໍາພາແລະການປະກອບສ່ວນ ຢ່າງມີປະສິດທິຜົນຂອງສະຫາຍ ໃນວຽກງານພົວພັນຕ່າງປະເທດຂອງພັກ ຕະຫລອດໄລຍະຜ່ານມາ; ຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍບົດຮຽນ, ປະສົບ ປະການ ແລະ ນໍ້າໃຈຟົດຟື້ນໃນວຽກງານ, ສະຫາຍ ຈະສືບຕໍ່ເຮັດສໍາເລັດ ທຸກໜ້າທີ່ວຽກງານທີ່ ພັກ ແລະ ປະຊາຊົນລາວ ໄວ້ວາງໃຈມອບໝາຍໃຫ້, ປະກອບສ່ວນຈັດຕັ້ງຂະຫຍາຍບັນດາເປົ້າໝາຍທີ່ ກອງປະຊຸມໃຫຍ່ ຄັ້ງທີ XII ວາງອອກຢ່າງມີໄຊ; ຂ້າພະເຈົ້າຢືນຢັນວ່າຈະສືບຕໍ່ປະສານສົມທົບຢ່າງ ແໜ້ນແຟ້ນກັບ ສະຫາຍ ໃນໄລຍະຕໍ່ໜ້າ, ຈຸດສຸມ ເພື່ອພັດທະນາເສດຖະກິດສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ ເນື່ອງ ແລະ ຈະສູ້ຊົນໃຫ້ລວມຍອດ ຜະລິດຕະພັນພາຍໃນ (GDP) ຂະ ຫຍາຍຕົວສະເລ່ຍ 6% ຂຶ້ນໄປ. ໃນ ນີ້, GDP ຕໍ່ຫົວຄົນໃຫ້ໄດ້ 3.104 ໂດລາສະຫະລັດ. ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງ ພັກ, ນາຍົກລັດຖະມົນຕີ ໄດ້ລາຍ ງານໃນກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ເມື່ອ ບໍ່ດົນນີ້ວ່າ: ເພື່ອພັດທະນາເສດຖະ ກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງ ຂປລ. ກອງປະຊຸມສະຫລຸບວຽກ ງານໄອຍະການປະຊາຊົນທົ່ວປະ ເທດ ປະຈໍາປີ 2025 ແລະ ກອງ ຂປລ. ແຂວງໄຊຍະບູລີ ເປັນ ແຂວງໜຶ່ງທີ່ມີຊາຍແດນຕິດຈອດ ກັບ 6 ແຂວງ ຂອງຣາຊະອານາ ຂປລ. ກົມຈັດຕັ້ງ-ພະນັກງານ, ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ)ເປີດການຮຽນ-ການສອນ ທິດສະດີການເມືອງຂັ້ນຕົ້ນ ຊຸດທີ ຂປລ. ໃນໄລຍະ 6 ເດືອນຕົ້ນປີ 2026 ນີ້, ແຂວງເຊກອງ ຈະສຸມໃສ່ ປັບໂຄງສ້າງການລົງທຶນຄືນໃໝ່, ຍົກສູງປະສິດທິຜົນການລົງທຶນ ຂອງລັດ, ສຸມງົບປະມານເຂົ້າໃນ ບັນດາໂຄງການຈຸດສຸມ ເພື່ອແກ້ໄຂ ບັນຫາການພັດທະນາຂອງແຂວງ, ບັນດາເມືອງ, ໃຫ້ບຸລິມະສິດ ການ ລົງທຶນການພັດທະນາພື້ນຖານໂຄງ ລ່າງຄົມມະນາຄົມ, ການສຶກສາ, ສາທາລະນະສຸກ ສໍາລັບເຂດຊົນນະ ບົດ, ເຂດພູດອຍຫ່າງໄກສອກຫລີກ ເພື່ອຮັບປະກັນການເຊື່ອມຕໍ່ຢ່າງ ເປັນລະບົບ ລະຫວ່າງ ຊົນນະບົດ ການທ່ອງທ່ຽວນໍ້າແຂງ ແລະ ຫິມະ ໃນລະດູໜາວບໍ່ພຽງແຕ່ເປັນການຊົມ ທິວທັດ ຫລື ຫລິ້ນຫິມະເທົ່ານັ້ນ ແຕ່ ຍັງໄດ້ສະແດງໃຫ້ເຫັນເຖິງວິຖີຊີວິດ ຂປລ. ໃນໄລຍະ 5 ປີ ຕໍ່ໜ້າ, ລັດ ຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030) ໂດຍຈະສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍໃຫຍ່ ແລະ 26 ແຜນວຽກ ປະຊຸມສະຫລຸບວຽກງານຕິດຕາມ ກວດກາການດໍາເນີນຄະດີແພ່ງ ໄຂ ຂຶ້ນໃນວັນທີ 12 ມັງກອນ 2026 ໂດຍການເປັນປະທານຂອງ ທ່ານ ໄຊຊະນະ ໂຄດພູທອນ ກຳມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກ, ຫົວໜ້າອົງການໄອຍະ ການປະຊາຊົນສູງສຸດ, ມີບັນດາ ຮອງຫົວໜ້າອົງການໄອຍະການປະ ຊາຊົນສູງສຸດ, ຫົວໜ້າອົງການໄອ ຍະການທະຫານຂັ້ນສູງ, ຜູ້ຕາງໜ້າ ອົງການໄອຍະການປະຊາຊົນພາກ, ແຂວງ, ນະຄອນຫລວງວຽງຈັນ, ອົງການໄອຍະການທະຫານ ແລະ w-pt[6 ]u 9tl5 ,.lj [k';Pd95 fl5 , grnj vln [8+ Ia dlk7;k,lts'q [8k,-kpcfo.sh \A o7q ' ສະຫາຍ ເພັງນິລັນ ຄຳພັນເພັງ ຈັກໄທ, ມີຄວາມຍາວ 647 ກມ (ທາງບົກ 518 ກມ, ທາງນໍ້າ 129 ກມ), ມີບ້ານທີ່ຕິດກັບຊາຍແດນ ໄທ 78 ບ້ານ ເພື່ອສືບຕໍ່ຮັກສາ ຄວາມສະຫງົບຕາມຊາຍແດນໃຫ້ ໝັ້ນຄົງ, ແຂວງໄຊຍະບູລີ ຈະສຸມ ໃສ່ບາງວຽກງານຈຸດສຸມ ໂດຍສະ ເພາະ ຈະສືບຕໍ່ປົກປັກຮັກສາຫລັກ ໝາຍຊາຍແດນ, ພັດທະນາພື້ນຖານ ໂຄງລ່າງ, ດ່ານ ແລະ ສິ່ງອໍານວຍ ຄວາມສະດວກອື່ນໆ ແລະ ຈະສືບຕໍ່ ແກ້ໄຂປະກົດການຫຍໍ້ທໍ້ຕາມບໍລິ ເວນຊາຍແດນໃຫ້ມີຄວາມສະຫງົບ, ມີຄວາມປອດໄພໂດຍພື້ນຖານ. F ອ່ານຕໍ່ໜ້າ 2່ າໍ່ ໜ້າ III ໃນວັນທີ 12 ມັງກອນ 2026 ທີ່ ຄອສພ ໂດຍການເຂົ້າຮ່ວມຂອງ ສະຫາຍ ນາງ ວິລະວອນ ພັນທະວົງ ກັບຕົວເມືອງ, ເຂດພູດອຍກັບເຂດ ທົ່ງພຽງ. ອີກຮູບແບບໜຶ່ງ. ພວກເຮົາສາມາດ ຫລີ້ນສະກີທ່າມກາງພູສູງ ສໍາຜັດ ຄວາມໄວ ແລະ ຄວາມຕື່ນເຕັ້ນຜ່ານ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ ຂປລ. ສູນວັດທະນະທໍາຈີນ ປະ ຈໍາລາວ ຮ່ວມກັບສໍານັກງານຂາຍ ສາຍການບິນໄຊນາເຊົາເທີ້ນແອ ລາຍ ປະຈໍານະຄອນຫລວງວຽງ ຈັນ (ນວ) ແລະ ສະມາຄົມທຸລະກິດ ການທ່ອງທ່ຽວລາວ ຈັດງານ “ສະ ບາຍດີ ປະເທດຈີນ” ເພື່ອໂຄສະນາ ການທ່ອງທ່ຽວລະດູໜາວຂອງ ປະເທດຈີນ ໃນວັນທີ 9 ມັງກອນ 2025 ຜ່ານມາ ຢູ່ສູນວັດທະນະທໍາ ຈີນ ປະຈໍາລາວ. ທ່ານ ນາງ ໂຈ່ວຊຸນລີ້ ຜູ້ຊ່ວຍ ຫົວໜ້າສູນວັດທະນະທໍາຈີນ ປະຈຳ ລາວ ໄດ້ກ່າວວ່າ: ໃນປະເທດຈີນ
@ 0j k; c]t gsfdko j 13/01/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ໄຂກອງປະຊຸມ...ຸ ເລຂາຄະນະພັກ...ັ ຂປລ. ລັດຖະບານ ໄຂກອງປະ ຊຸມເປີດກວ້າງ ຄັ້ງທີ II ປະຈໍາປີ 2025ໃນວັນທີ12ມັງກອນ2026 ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການ ເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີ ທ່ານຮອງນາຍົກລັດຖະມົນຕີ, ສະ ມາຊິກລັດຖະບານ, ປະທານຄະນະ ກຳມະການປົກຄອງນະຄອນຫລວງ ວຽງຈັນ ແລະ ບັນດາປະທານຮອງປະທານ ຄະນະກຳມະການ ປົກຄອງແຂວງ, ຜູ້ຕາງໜ້າອົງ ການຈັດຕັ້ງພັກ-ລັດທຽບເທົ່າກະ ຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາ ການ, ສະຫະພັນນັກຮົບເກົ່າລາວ, ບັນດາອົງການຈັດຕັ້ງມະຫາຊົນ ຂັ້ນສູນກາງ, ອົງການກວດກາແຫ່ງ ລັດ ແລະ ອົງການກວດສອບແຫ່ງ ລັດ ເຂົ້າຮ່ວມ. ກອງປະຊຸມລັດຖະບານເປີດ ກວ້າງຄັ້ງນີ້, ຈະໄດ້ດຳເນີນເປັນເວ ລາ 2 ວັນ ຊຶ່ງເນື້ອໃນຂອງກອງ ປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກ ສາຫາລືແລະປະກອບຄຳເຫັນດ້ວຍ ຄວາມເອົາໃຈໃສ່ ແລະ ຄວາມຮັບ ຜິດຊອບສູງ ຕໍ່ຫົວຂໍ້ສຳຄັນ ຄື: ລາຍ ງານການສະຫລຸບຕີລາຄາການຈັດ ຕັ້ງປະຕິບັດວຽກງານ ໃນຕະຫລອດ ໄລຍະ 1 ສະໄໝຜ່ານມາ ແລະ ວຽກ ຈຸດສຸມພົ້ນເດັ່ນປີ 2025 ແລະ ສະ ເໜີແຜນວຽກຈຸດສຸມ ປີ 2026 ແລະ ຄາດຄະເນແຜນ 5 ປີຕໍ່ໜ້າຂອງ ປະກອບສ່ວນນໍາເອົາ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຫວຽດນາມລາວ ກ້າວເຂົ້າສູ່ໄລຍະພັດທະນາໃໝ່, ນັບມື້ເລິກເຊິ່ງກວ້າງຂວາງ ແລະ ມີປະສິດທິຜົນ; ພວກຂ້າພະເຈົ້າ ຕີລາຄາສູງຕໍ່ການປະກອບສ່ວນສໍາຄັນ ຂອງ ຄະນະພົວພັນຕ່າງປະ ເທດສູນກາງພັກປະຊາຊົນປະຕິວັດລາວ ໃນພາລະກິດປ່ຽນແປງໃໝ່, ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ພັດທະນາສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ກໍຄື ຄວາມໄວ້ເນື້ອເຊື່ອໃຈກັນ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ໂດຍສະ ເພາະແມ່ນ ການພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືຮອບ ດ້ານ ລະຫວ່າງ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດ ລາວ ແລະ ຄະນະພັກ ກະຊວງການຕ່າງປະເທດຫວຽດນາມ ກໍຄື ຂອງ ສອງພັກ ຫວຽດນາມ-ລາວ. ໃນໂອກາດປີໃໝ່ສາກົນ 2026, ຂໍອວຍພອນໃຫ້ ສະຫາຍ ພ້ອມດ້ວຍ ບັນດາສະຫາຍການນໍາ ແລະ ພະນັກງານ ຄະນະພົວພັນຕ່າງປະເທດສູນ ກາງພັກປະຊາຊົນປະຕິວັດລາວ ທຸກຖ້ວນໜ້າ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ເຮັດສໍາເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ປະກອບ ສ່ວນຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງ ພັກປະຊາຊົນ ປະຕິວັດລາວ ໄດ້ຢ່າງມີໄຊ, ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ຈົ່ງສວຍສົດງົດງາມ ແລະໝັ້ນ ຄົງຂະນົງແກ່ນຕະຫລອດກາລະນານ. ລັດຖະບານ; ລາຍງານຄວາມຄືບ ໜ້າການຈັດຕັ້ງຜັນຂະຫຍາຍມະຕິ ວ່າດ້ວຍສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ສະ ບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ແລະ ຜ່ານຮ່າງ ມະຕິວ່າດ້ວຍການແບ່ງຄວາມຮັບ ຜິດຊອບໃນການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ ໃນໄລ ຍະໃໝ່ ສະບັບປັບປຸງ; ຮ່າງດໍາລັດ ວ່າດ້ວຍການກຳນົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນ ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ, ແຜນ ງົບປະມານແຫ່ງລັດ ແລະ ແຜນເງິນ ຕາ ປະຈຳປີ 2026 ແລະ ແຜນ ການແກ້ໄຂຜົນການກວດກາ-ກວດ ສອບ; ລາຍງານບັນດາໂຄງການ ທີ່ ສຳຄັນຈຳນວນໜຶ່ງ ຄື: ການອອກ ແບບ, ກໍ່ສ້າງ, ລະດົມທຶນ ແລະ ດຳ ເນີນກິດຈະການ ໂຄງການທາງລົດ ໄຟລາວ-ຫວຽດນາມ ຊ່ວງທີ 1 ແຕ່ ຕົວເມືອງທ່າແຂກ ແຂວງຄໍາມ່ວນ ຫາ ມູເກຍ ຊາຍແດນລາວ-ຫວຽດ ນາມໄລຍະທາງ147ກິໂລແມັດໃນ ຮູບແບບກໍ່ສ້າງ, ດໍາເນີນງານ ແລະ ມອບໂອນ (BOT), ລວມທັງຜົນ ການເຈລະຈາສັນຍາສຳປະທານ CA ຂອງໂຄງການດັ່ງກ່າວ, ສະ ເໜີແຜນບຸລິມະສິດໃນການກໍ່ສ້າງ ແລະ ປັບປຸງເສັ້ນທາງ ໃນປີ 2026, ໂຄງການທາງດ່ວນພ້ອມທັງສະເໜີ ກົນໄກ ແລະ ວິທີຈັດຕັ້ງປະຕິບັດຕົວ ຈິງ; ສະເໜີແຜນປະຕິບັດຕົວຈິງ ໃນ ການຫັນການເກັບລາຍຮັບເປັນທັນ ສະໄໝ ສຳລັບປີ 2026. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ກ່າວວ່າ: ກອງປະຊຸມ ໃນຄັ້ງນີ້, ເປັນກອງປະຊຸມລັດຖະ ບານເປີດກວ້າງ ຄັ້ງສຸດທ້າຍ ຂອງ ລັດຖະບານ ຊຸດທີ IX ແລະ ກໍເປັນ ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທໍາອິດ ທີ່ໄດ້ປະຊຸມຮ່ວມກັບປະ ທານຄະນະກຳມະການປົກຄອງນະ ຄອນຫລວງວຽງຈັນ ແລະ ບັນດາ ແຂວງໃນຂອບເຂດທົ່ວປະເທດ, ທັງ ໄຂຂຶ້ນໃນທ່າມກາງບັນຍາກາດທີ່ຫາ ກໍສໍາເລັດການສະເຫລີມສະຫລອງ ວັນສະຖາປະນາສປປລາວຄົບຮອບ 50 ປີ, ການສະເຫລີມສະຫລອງ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ແລະ ດໍາເນີນກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິບັດ ລາວ ດ້ວຍຜົນສໍາເລັດຢ່າງຈົບ ງາມ. ນອກນັ້ນ, ຍັງໄດ້ຍົກໃຫ້ເຫັນ ສະພາບການພົ້ນເດັ່ນທີ່ເກີດຂຶ້ນຢູ່ ພາກພື້ນ ແລະ ສາກົນຍັງສືບຕໍ່ເຄັ່ງ ຮ້ອນ ແລະ ສັບສົນ ໂດຍສະເພາະ ແມ່ນຄວາມຂັດແຍ່ງທາງດ້ານການ ທະຫານ, ເສດຖະກິດ-ການຄ້າ, ບັນ ຫາຊາຍແດນ ແລະ ອື່ນໆ ຊຶ່ງບັນຫາ ເຫລົ່ານີ້ ຍັງຈະສືບຕໍ່ເປັນສິ່ງທ້າ ທາຍ ແລະ ອາດສ້າງຜົນກະທົບຕໍ່ ຊີວິດ ແລະ ຊັບສິນ ຂອງປະຊາຊົນ ຢູ່ຫລາຍປະເທດ, ທັງເຮັດໃຫ້ສະ ພາບເສດຖະກິດໂລກ ທີ່ມີຄວາມ ຫຍຸ້ງຍາກຢູ່ແລ້ວນັ້ນ, ຍິ່ງຈະສືບຕໍ່ ເພີ່ມຄວາມຜັນຜວນ ແລະ ມີຜົນກະ ທົບເປັນວົງກວ້າງຕື່ມ. ຈາກສະພາບ ດັ່ງກ່າວ, ປະເທດເຮົາ ກໍຈະໄດ້ຮັບ ຜົນກະທົບຈໍານວນໜຶ່ງ ຕໍ່ການຈັດ ຕັ້ງປະຕິບັດວຽກງານ ຂອງລັດຖະ ບານ ໂດຍສະເພາະ ປີ 2026 ເປັນ ປີເລີ່ມຕົ້ນ ປະຕິບັດມະຕິກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X. ສະນັ້ນ, ຈະຕ້ອງໄດ້ສືບຕໍ່ສຸມໃສ່ຕິດຕາມ ຢ່າງໃກ້ຊິດ ໃນການແກ້ໄຂບັນຫາທີ່ ເກີດຂຶ້ນ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດ ການເປັນຢູ່ຂອງປະຊາຊົນ, ພະນັກ ງານ-ລັດຖະກອນ ແລະ ການພັດ ທະນາເສດຖະກິດ-ສັງຄົມ ຂອງປະ ເທດເຮົາ. ໃນໂອກາດກ່າວໄຂກອງປະ ຊຸມ, ທ່ານນາຍົກລັດຖະມົນຕີ ຍັງໄດ້ ຮຽກຮ້ອງບັນດາທ່ານທີ່ເຂົ້າຮ່ວມ ກອງປະຊຸມ ຈົ່ງໄດ້ພ້ອມກັນເອົາໃຈ ໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນ ຢ່າງເລິກເຊິ່ງ ຕໍ່ບັນດາຫົວຂໍ້ທີ່ນຳ ມາພິຈາລະນາ ດ້ວຍການສະເໜີທັດ ສະນະຢ່າງກົງໄປກົງມາ, ກະທັດ ຮັດ, ມີຈຸດສຸມ ແລະ ມີທາງອອກທີ່ ຈະແຈ້ງຊັດເຈນ ເພື່ອເຮັດໃຫ້ກອງ ປະຊຸມຄັ້ງນີ້ ໄດ້ຮັບຜົນສຳເລັດຕາມ ຈຸດປະສົງ ແລະ ຄາດໝາຍທີ່ກຳນົດ ໄວ້ ແນໃສ່ເຮັດໃຫ້ຜົນຂອງກອງ ປະຊຸມໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ ແລະ ມີປະສິດ ທິຜົນສູງ. ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ. ຕໍ່ເນື່ອງ, ລັດຖະບານ ຈະສຸມໃສ່ຈັດ ຕັ້ງປະຕິບັດ 6 ເປົ້າໝາຍໃຫຍ່ ແລະ 26 ແຜນວຽກຈຸດສຸມ. ໃນນັ້ນ, ເປົ້າໝາຍທີ 1 ຈະສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ດ້ວຍ ການນໍາໃຊ້ທ່າແຮງ ເພື່ອເຮັດໃຫ້ ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນ ຍົງ ປະກອບມີ 6 ແຜນວຽກຈຸດສຸມ ຄື: ນໍາໃຊ້ທ່າແຮງບົ່ມຊ້ອນ ເພື່ອຍູ້ ແຮງເສດຖະກິດ ໃຫ້ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ມີຄວາມເຂັ້ມແຂງ ແລະ ມີຄຸນນະພາບສູງ; ພັດທະນາ ເສດຖະກິດມະຫາພາກໃຫ້ມີຄວາມ ເຂັ້ມແຂງ ແລະ ໝັ້ນທ່ຽງ; ຍົກສູງ ປະສິດທິພາບການລົງທຶນ ໃຫ້ມີຄຸນ ນະພາບ ແລະ ມີປະສິດທິຜົນສູງ; ພັດທະນາຈຸນລະວິສາຫະກິດ, ວິສາ ຫະກິດຂະໜາດນ້ອຍ ແລະ ກາງ ໄປ ສູ່ຄຸນນະພາບໃໝ່ໃຫ້ມີຄວາມເຂັ້ມ ແຂງແລະສາມາດແຂ່ງຂັນກັບພາກ ພື້ນ ແລະ ສາກົນ; ພັດທະນາລັດ ວິສາຫະກິດ ແລະ ເສດຖະກິດລວມ ໝູ່ຂອງປະຊາຊົນໃຫ້ມີຄຸນນະພາບ ແລະ ມີຄວາມເຂັ້ມແຂງ; ພັດທະນາ ເສດຖະກິດດີຈິຕອນໃຫ້ມີຄວາມ ເຂັ້ມແຂງ ເພື່ອຂັບເຄື່ອນການພັດ ທະນາເສດຖະກິດ-ສັງຄົມ ໃຫ້ມີ ການຂະຫຍາຍຕົວທີ່ຍືນຍົງ. ເປົ້າ ໝາຍທີ 2 ຈະພັດທະນາຊັບພະຍາ ກອນມະນຸດໃຫ້ມີຄຸນນະພາບສູງ ຂຶ້ນ ແລະ ນໍາໃຊ້ເຕັກໂນໂລຊີ ທີ່ທັນ ສະໄໝ ຊຶ່ງປະກອບມີ 4 ແຜນວຽກ ຈຸດສຸມ ຄື: ພັດທະນາການສຶກສາ ໃຫ້ມີຄຸນນະພາບ ເພື່ອຮອງຮັບການ ພັດທະນາຂອງປະເທດຊາດ; ພັດ ທະນາວຽກງານສາທາລະນະສຸກ ແລະ ການບໍລິການດ້ານສາທາລະ ນະສຸກ ໃຫ້ມີຄຸນນະພາບ ແລະ ທົ່ວ ເຖິງ; ພັດທະນາສີມືແຮງງານ ໃຫ້ ໄດ້ປະລິມານ ແລະ ຄຸນນະພາບ ເພື່ອ ຕອບສະໜອງຄວາມຕ້ອງການ ພັດທະນາ ແລະ ພັດທະນາບຸກຄະ ລາກອນຂອງພາກລັດ ໃຫ້ມີຄຸນ ນະພາບສູງຂຶ້ນ. ເປົ້າໝາຍທີ 3 ປັບ ປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດຊົນ ນະບົດໃຫ້ໄດ້ຮັບການພັດທະນາ ຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກ ຍາກຂອງປະຊາຊົນໃຫ້ຫລຸດລົງ ເທື່ອລະກ້າວ, ປະກອບມີ 6 ແຜນ ວຽກຈຸດສຸມ ຄື: ພັດທະນາຊົນນະ ບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ໃຫ້ມີຄຸນນະພາບ ດີຂຶ້ນ; ປັບປຸງວຽກງານຄໍ້າປະກັນ ສະບຽງອາຫານ ແລະ ໂພຊະນາ ການ ໃຫ້ທົ່ວເຖິງ ແລະ ມີຄຸນນະ ພາບສູງຂຶ້ນ; ສົ່ງເສີມ ແລະ ພັດທະ ນາໄວໜຸ່ມ, ແມ່ຍິງ, ເດັກ ແລະ ຄວາມສະເໝີພາບ ຍິງ-ຊາຍ ໃຫ້ມີ ຄຸນນະພາບດີຂຶ້ນ; ພັດທະນາວຽກ ງານຖະແຫລງຂ່າວ ໃຫ້ທັນສະໄໝ ແລະ ວ່ອງໄວ, ສົ່ງເສີມວັດທະນະ ທໍາທີ່ເປັນເອກະລັກຂອງຊາດ, ກ້າວ ໜ້າ ແລະ ສ້າງໃຫ້ສັງຄົມມີຄວາມ ສາມັກຄີເປັນປຶກແຜ່ນ ແລະ ສີວິໄລ; ປັບປຸງລະບົບປະກັນສັງຄົມ-ປົກ ປ້ອງສັງຄົມໃຫ້ກວ້າງຂວາງ ແລະ ມີຄຸນນະພາບ; ແກ້ໄຂບັນຫາລະ ເບີດບໍ່ທັນແຕກ ແລະ ປັບປຸງຊີວິດ ການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບ ຜົນກະທົບຈາກລະເບີດບໍ່ທັນແຕກ ໃຫ້ດີຂຶ້ນເທື່ອລະກ້າວ. ເປົ້າໝາຍ ທີ 4 ປົກປັກຮັກສາຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ ແລະ ສາມາດ ກຽມພ້ອມຮັບມືກັບການປ່ຽນແປງ ດິນຟ້າອາກາດແລະໄພພິບັດຕ່າງໆ, ປະກອບມີ 3 ແຜນວຽກຈຸດສຸມ ຄື: ການຄຸ້ມຄອງ ແລະ ນໍາໃຊ້ຊັບພະ ຍາກອນທຳມະຊາດປ່າໄມ້, ທີ່ດິນ, ນໍ້າ ແລະ ແຮ່ທາດ ຢ່າງມີແຜນ ການ, ປະຢັດ, ໃຫ້ເກີດຜົນປະໂຫຍດ ສູງສຸດ ແລະ ມີຄວາມຢືນຍົງ; ສົ່ງ ເສີມວຽກງານການເຕີບໂຕສີຂຽວ ແລະ ວຽກງານການແກ້ໄຂບັນຫາ ປ່ຽນແປງດິນຟ້າອາກາດ ເພື່ອຫລຸດ ຜ່ອນ ແລະ ເພີ່ມການດູດຊັບທາດ ອາຍພິດເຮືອນແກ້ວ ໃຫ້ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ກວ້າງຂວາງ; ເພີ່ມທະວີ ການປ້ອງກັນ, ການຄວບຄຸມ ແລະ ການຟື້ນຟູຫລັງໄພພິບັດຕ່າງໆ. ເປົ້າໝາຍທີ 5 ຈະພັດທະນາການ ເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ ຊຶ່ງປະກອບມີ 4 ແຜນວຽກຈຸດສຸມ ຄື: ພັດທະນາ ພື້ນຖານໂຄງລ່າງ ທີ່ສາມາດເຊື່ອມ ຈອດ-ເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາກົນ ເອື້ອອໍານວຍໃຫ້ແກ່ ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ; ເສີມຂະຫຍາຍ ການພົວພັນຮ່ວມມື, ການເຊື່ອມ ໂຍງການຄ້າ ແລະ ການລົງທຶນກັບ ພາກພື້ນ ແລະ ສາກົນ ຢ່າງຕັ້ງໜ້າ ແລະກວ້າງຂວາງກວ່າເກົ່າ; ພັດທະ ນາເຂດແຄວ້ນ ແລະ ທ້ອງຖິ່ນ ໃຫ້ ມີຄວາມສົມດຸນ, ເຂັ້ມແຂງ ແລະ ສອດຄ່ອງກັບທ່າແຮງບົ່ມຊ້ອນ; ພັດທະນາຕົວເມືອງ ແລະ ເຂດເສດ ຖະກິດພິເສດ ໃຫ້ກາຍເປັນຖານ ການຜະລິດ, ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ທີ່ສາມາດ ເຊື່ອມໂຍງກັບພາກພື້ນ ແລະ ສາ ກົນ. ສ່ວນເປົ້າໝາຍທີ 6 ພັດທະນາ ຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດ ທິພາບ, ການເມືອງມີສະຖຽນລະ ພາບ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ ປະກອບມີ 3 ວຽກຈຸດ ສຸມ ຄື: ຍົກສູງປະສິດທິພາບການ ປົກຄອງ-ການຄຸ້ມຄອງບໍລິຫານ ລັດໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ເຂັ້ມງວດຕາມກົດໝາຍ ແລະ ຕາມທິດ 3 ສ້າງ ໃຫ້ເຂົ້າສູ່ລວງ ເລິກ ແລະ ປະຕິບັດຕົວຈິງຢ່າງມີປະ ສິດທິຜົນສູງ; ປັບປຸງກົນໄກ, ລະ ບຽບການປະສານງານ ລະຫວ່າງ ພາກລັດດ້ວຍກັນໃຫ້ມີຄວາມເປັນ ເອກະພາບ ແລະ ວ່ອງໄວຂຶ້ນ; ຮັບ ປະກັນໃຫ້ມີສະຖຽນລະພາບທາງ ດ້ານການເມືອງ, ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ, ສັງຄົມມີຄວາມ ສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ຂ່າວ: ທະນູທອງ ສະຫາຍ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງ ໄຊຍະບູລີ ໄດ້ໃຫ້ຮູ້ໃນກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ເມື່ອບໍ່ດົນນີ້ວ່າ: ນັບແຕ່ປີ 2026 ເປັນຕົ້ນໄປ ແຂວງໄຊຍະບູ ລີ ຈະສືບຕໍ່ສຸມໃສ່ບາງວຽກງານ ຈຸດສຸມ ເພື່ອສືບຕໍ່ຮັກສາຄວາມສະ ຫງົບຕາມຊາຍແດນໃຫ້ໝັ້ນຄົງ ເປັນຕົ້ນ ຈະສືບຕໍ່ຜັນຂະຫຍາຍແນວ ທາງ ປກຊ-ປກສ ແລະ ການຕ່າງ ປະເທດຂອງພັກ ເຂົ້າສູ່ຊີວິດຕົວ ຈິງ; ສືບຕໍ່ຫັນລົງກໍ່ສ້າງຮາກຖານ ເພື່ອອັດປ່ອງຂ້າມລອຍຂອງກຸ່ມຄົນ ບໍ່ດີ; ສືບຕໍ່ປະຕິບັດກົນໄກປະສານ ງານ ຂອງຄະນະກຳມະການຮ່ວມ ມືຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນຂອງສອງຝ່າຍ ແລະ ຈະສົ່ງເສີມການຄ້າ, ການລົງ ທຶນ, ການແລກປ່ຽນວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມ ຂອງສອງຊາດ ລາວ-ໄທ. ສະຫາຍ ເພັງນິລັນ ຄຳພັນເພັງ ຍັງໃຫ້ຮູ້ອີກວ່າ: ຕະຫລອດໄລຍະ 5 ປີຜ່ານມາ, ພາຍໃຕ້ການນໍາພາ-ຊີ້ ນໍາຂອງກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງ ພັກ ແຂວງໄຊຍະບູລີ ໄດ້ສຸມໃສ່ ຜັນຂະຫຍາຍແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານ ທີ່ກຳນົດອອກ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມ ໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ແຂວງ; ຄະນະກຳມະການ ປກຊປກສ ແຂວງ ໄດ້ເປັນເຈົ້າການສົມ ທົບກັບກະຊວງທີ່ກ່ຽວຂ້ອງຜັນຂະ ຫຍາຍແນວທາງການຕ່າງປະເທດ ເຂົ້າສູ່ສະພາບຄວາມເປັນຈິງ, ໄດ້ ຖືສໍາຄັນກົນໄກປະສານງານ ຂອງ ຄະນະກຳມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມຊາຍ ແດນ ລາວ-ໄທ ໂດຍຜັດປ່ຽນກັນ ເປັນເຈົ້າພາບ ເພື່ອສ້າງຄວາມໄວ້ ເນື້ອເຊື່ອໃຈ ເຊິ່ງກັນແລະກັນ. ພ້ອມ ນັ້ນ, ຍັງໄດ້ຊຸກຍູ້ກົນໄກປະສານ ງານລະຫວ່າງເມືອງກັບເມືອງຢ່າງ ນ້ອຍປີລະຄັ້ງ ເພື່ອທົບທວນການ ຈັດຕັ້ງປະຕິບັດບົດບັນ ທຶກຮ່ວມກັນ ຢ່າງເປັນປົກກະຕິ; ເອົາໃຈໃສ່ປົກ ປັກຮັກສາຫລັກໝາຍຊາຍແດນ, ຕ້ານ ແລະ ສະກັດກັ້ນການຄ້າຂາຍ ຢາເສບຕິດ, ການຄ້າມະນຸດ ແລະ ການຄຸ້ມຄອງແຮງງານ, ທັງສອງ ຝ່າຍໄດ້ຮ່ວມກັນແກ້ໄຂບັນຫາ ຕ່າງໆ ໂດຍປະສານສົມທົບກັບກຳ ລັງ ທະຫານຊາຍແດນລົງຕິດຕາມ, ກວດກາການທໍາການຜະລິດຂອງ ປະຊາຊົນທັງສອງຝ່າຍຢູ່ລຽບຕາມ ຊາຍແດນ, ພ້ອມກັນປົກປັກຮັກ ສາ ແລະ ອະນາໄມຫລັກໝາຍຊາຍ ແດນ, ອໍານວຍຄວາມສະດວກໃນ ການບໍລິການເຂົ້າ-ອອກດ່ານ ເຮັດ ໃຫ້ການພົວພັນການແລກປ່ຽນສິນ ຄ້າ ແລະ ການພົວພັນປະສານງານ ດ້ານຕ່າງໆມີບັນຍາກາດດີຂຶ້ນ. ພ້ອມນີ້, ຍັງໄດ້ສ້າງຄວາມເຂັ້ມ ແຂງໃຫ້ກຳລັງທະຫານຊາຍແດນ ແລະ ກອງຫລອນບ້ານ ໃນການ ລາດຕະເວນກວດກາ, ໄດ້ຈັດວາງ ປ້ອມຈັ້ງທ່າ ແລະ ສ້າງແຜນການ ປ້ອງກັນບໍລິເວນແຂວງ-ເມືອງ, ສ້າງບ້ານປ້ອມໝັ້ນສູ້ຮົບເອກະລາດ ໄດ້ 97 ບ້ານ, ສ້າງກຸ່ມບ້ານສູ້ຮົບ ຕິດລຽນໄດ້ 73 ກຸ່ມ. ມາເຖິງປັດຈຸ ບັນ, ສາມາດສ້າງບ້ານປ້ອງກັນ ຊາດເຂັ້ມແຂງໄດ້ 427 ບ້ານ (ເພີ່ມ ຂຶ້ນ 19 ບ້ານ), ສ້າງບ້ານປ້ອງກັນ ຄວາມສະຫງົບດີ ໄດ້ 425 ບ້ານ (ເພີ່ມຂຶ້ນ 6 ບ້ານ). ຜົນງານພົ້ນ ເດັ່ນ ແມ່ນການພັດທະນາພື້ນຖານ ໂຄງລ່າງ ເຊັ່ນ: ເສັ້ນທາງອອກສູ່ ຊາຍແດນ, ກໍ່ສ້າງຕ້ານເຈື່ອນ ແລະ ຍົກລະດັບດ່ານສາກົນ ເຮັດໃຫ້ການ ຄ້າ-ການບໍລິການຂະຫຍາຍຕົວດີ ຂຶ້ນ. ຂ່າວ: ທະນູທອງ ສາຍລົມ, ສາມາດຢ່າງຫລິ້ນຕາມ ແຄມຝັ່ງແມ່ນໍ້າ ຊົມກິ່ງໄມ້ທີ່ປະດັບ ດ້ວຍນໍ້າຄ້າງ, ຊື່ນຊົມຄວາມມະຫັດ ສະຈັນຂອງທໍາມະຊາດ, ສາມາດ ເຂົ້າຮ່ວມເທສະການນໍ້າແຂງ ແລະ ຫິມະອັນຄຶກຄື້ນມ່ວນຊື່ນ ສໍາຜັດມົນ ສະເໜ່ຂອງວັດທະນະທໍາພື້ນບ້ານ ອັນຫລາກຫລາຍ. ນອກຈາກນີ້, ຍັງສາມາດຊິມອາຫານທ້ອງຖິ່ນ ຮ້ອນໆ ເພື່ອເພີ່ມຄວາມອົບອຸ່ນໃຫ້ ຮ່າງກາຍ ແລະ ຈິດໃຈທ່າມກາງ ຄວາມໜາວເຢັນ. ໃນຊຸມປີຜ່ານມາ, ອຸດສາຫະກໍາ ການທ່ອງທ່ຽວນໍ້າແຂງ ແລະ ຫິມະ ຂອງປະເທດຈີນ ໄດ້ເຕີບໂຕຢ່າງ ວ່ອງໄວ, ພື້ນທີ່ຕ່າງໆທົ່ວປະເທດ ຈີນ ໄດ້ພັດທະນາແຫລ່ງທ່ອງທ່ຽວ ນໍ້າແຂງ ແລະ ຫິມະທີ່ມີເອກະລັກ ສະເພາະຂອງໃຜລາວ. ພູສາງປາຍ ແລະ ຮ່າບິນ ໃນພາກຕາເວັນອອກ ສ່ຽງເໜືອຂອງຈີນ ເຕັມໄປດ້ວຍ ທິວທັດຫິມະອັນງົດງາມ ແລະ ສິ່ງ ອໍານວຍຄວາມສະດວກຫລາກ ຫລາຍ, ການຂີສະກີໄດ້ກາຍເປັນສະ ຖານທີ່ ທີ່ໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ງານໃນຄັ້ງນີ້, ຜູ້ເຂົ້າຮ່ວມຍັງ ໄດ້ຟັງການແລກປ່ຽນປະສົບການ ຈາກຜູ້ໄດ້ໄປສໍາຜັດທ່ອງທ່ຽວຕົວ ຈິງ, ມີການຖາມ-ຕອບ. ຈາກນັ້ນ, ຍັງໄດ້ເລາະຊົມຫ້ອງວາງສະແດງ ຮູບພາບອຸດສາຫະກໍາການທ່ອງ ທ່ຽວນໍ້າແຂງ ແລະ ຫິມະຂອງປະ ເທດຈີນ ຕື່ມອີກ. ຂ່າວ: ກິດຕາ ສຸມໃສ່ 6 ເປົ້າໝາຍໃຫຍ່...ຸ່ົ້່ ໄຊຍະບູລີ...ູີ ສູນວັດທະນະທຳຈີນ...ູັີ
13/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ s]kp0tc|'dkocIdlj P;da [[h kooEm;kp 9kd1kfgsn j vcsj ' 7;k,,kotvq fmq owfh xj Po-u ;y ffu 0B o dv'ra ooa dIPomu 2 I;zm lts]5 [;Pd'koIv[fh koxt9exu 2025 ຂປລ. ໃນທ່າມກາງແສງແດດ ທີ່ອົບອຸ່ນຂອງເມືອງສະໜາມໄຊ ແຂວງອັດຕະປື, ຜືນດິນທີ່ເຄີຍ ແຫ້ງແລ້ງ ແລະ ເຄີຍລໍຖ້າພຽງນ້ຳ ຝົນຕາມລະດູການຢູ່ບ້ານສົ້ມປ່ອຍ ໄດ້ຖືກເນລະມິດໃຫ້ກາຍເປັນທົ່ງ ໝາກໂມທີ່ຂຽວງາມສຸດສາຍຕາ. ໝາກໂມຢູ່ທີ່ນີ້ ບໍ່ໄດ້ເປັນພຽງແຕ່ ໝາກໄມ້ທີ່ໃຫ້ຄວາມສົດຊື່ນເທົ່ານັ້ນ, ແຕ່ມັນຄື “ໝາກຜົນແຫ່ງຄວາມ ພາກພຽນ” ຂອງຄອບຄົວຕົວແບບ ທີ່ສາມາດພິສູດໃຫ້ສັງຄົມເຫັນວ່າ: ຄວາມຂະຫຍັນທີ່ຖືກທິດ ແລະ ການ ຮຽນຮູ້ທີ່ບໍ່ຢຸດຢັ້ງຄືກຸນແຈສຳຄັນ ໃນການປ່ຽນແປງຊີວິດຢ່າງຍືນ ຍົງ. ເໝືອນດັ່ງຄອບຄົວທ່ານ ຕຸ໋ຍ ອຸດທະເດດ ເຈົ້າຂອງສວນໝາກ ໂມ ບ້ານສົ້ມປ່ອຍ ເມືອງສະໜາມໄຊ ແຂວງອັດຕະປື. ທ່ານ ຕຸ໋ຍ ອຸດທະເດດ ເຈົ້າຂອງ ສວນຕົວແບບໄດ້ໃຫ້ຮູ້ວ່າ: ແຕ່ ກ່ອນຊີວິດຄອບຄົວແມ່ນພົບຄວາມ ຫຍຸ້ງຍາກຫລາຍ, ພວກເຮົາເຮັດ ນາພຽງຢ່າງດຽວ ຊຶ່ງຂຶ້ນກັບຟ້າ ຂປລ. ກອງພັນນັກຮຽນທີ 2 ໂຮງຮຽນວັດທະນະທຳຊົນເຜົ່າ ກອງທັບ (ຮວຜທ) ຈັດກອງປະ ຊຸມສະຫລຸບວຽກງານຮອບດ້ານ ປະຈຳປີ 2025 ແລະ ຜ່ານທິດທາງ ແຜນການປະຈຳປີ 2026 ໃນວັນທີ 9 ມັງກອນ 2026 ໂດຍການເປັນ ປະທານຂອງສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວ ໜ້າການທະຫານ, ຫົວໜ້າຫ້ອງ ສຶກສາໂຮງຮຽນວັດທະນະທຳຊົນ ເຜົ່າກອງທັບ, ມີສະຫາຍ ພັນໂທ ແກ້ວມີໄຊ ເລືອງຄຳມາ ຫົວໜ້າ ການເມືອງກອງພັນນັກຮຽນທີ 2, ມີຄະນະພັກ-ຄະນະບັນຊາ, ຄະນະ ຫ້ອງ 4 ຫ້ອງ, ກອງພັນທີ 1, ຄະນະ ກອງຮ້ອຍ ແລະ ຮອດນ້ອງນັກຮຽນ ທົ່ວກອງພັນນັກຮຽນທີ 2 ເຂົ້າຮ່ວມ. ສະຫາຍ ພັນໂທ ສົມສະໜຸກ ໄຊສົມແພງ ຮອງຫົວໜ້າການທະ ຫານກອງພັນນັກຮຽນທີ 2 ໄດ້ຜ່ານ ບົດສະຫລຸບຕີລາຄາຜົນງານການ ເຄື່ອນໄຫວວຽກງານໃນໄລຍະ 1 ປີທີ່ຜ່ານມາ ໂດຍປະຕິບັດຕາມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະ ຊວງປ້ອງກັນປະເທດວາງອອກ. ໃນນັ້ນ, ໄດ້ເອົາໃຈໃສ່ສຶກສາອົບຮົມ ການເມືອງນຳພາແນວຄິດໃຫ້ພະ ນັກງານ-ນັກຮົບ, ນ້ອງນັກຮຽນ ຢ່າງຕໍ່ເນື່ອງເຮັດໃຫ້ກົມກອງມີ ຄວາມເຂັ້ມແຂງດ້ານການຈັດຕັ້ງ ຄຸ້ມຄອງໃນການປະຕິບັດຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບ ກໍຄື ຂໍ້ກຳນົດກົດລະບຽບຂອງໂຮງ ຮຽນວາງອອກ; ປະຕິບັດຕາມນະ ໂຍບາຍແນວທາງຂອງພັກ-ລັດ ມະຕິຄຳສັ່ງຂອງຂັ້ນເທິງຢ່າງເຂັ້ມ ງວດ, ໄດ້ຊຸກຍູ້ໃຫ້ນັກຮຽນເອົາໃຈ ໃສ່ຄົ້ນຄວ້າຮໍ່າຮຽນ, ປະກອບສ່ວນ ເຂົ້າໃນຂະວນການຕ່າງໆຂອງ ໂຮງຮຽນຈັດຂຶ້ນ; ພະນັກງານ-ນັກ ຮົບມີຄວາມຫ້າວຫັນໃນການກໍ່ສ້າງ ພື້ນຖານໂຄງລ່າງຂອງກົມກອງ ແລະ ພາລະກິດປົກປັກຮັກສາສ້າງ ສາພັດທະນາປະເທດຊາດ, ຕ້ານ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ ຕ່າງໆທີ່ຈະເກີດຂື້ນໃຫ້ຫລຸດໜ້ອຍ ຖອຍລົງ ແລະ ທັນເວລາ. ພ້ອມ ນີ້, ກໍໄດ້ເອົາໃຈໃສ່ນຳພາອົງການ ຈັດຕັ້ງມະຫາຊົນເຄື່ອນໄຫວຕາມ ພາລະບົດບາດຢ່າງຕັ້ງໜ້າ, ສົມທົບ ກັບພະແນກຊາວໜຸ່ມໂຮງຮຽນ ນຳພາອະນາໄມຫ້ອງການ, ຫ້ອງ ຮຽນ, ຄ້າຍຄູຂອບເຂດຮັບຜິດຊອບ, ເຂົ້າຮ່ວມຝຶກຊ້ອມສິລະປະ, ຂະ ບວນການກິລາຕ່າງໆຂອງຂັ້ນເທິງ ແລະ ໂຮງຮຽນເປັນປົກກະຕິ, ໄດ້ ປະຕິບັດນະໂຍບາຍຕໍ່ພະນັກງານນັກຮົບ, ນັກຮຽນຜູ້ທີ່ເຈັບເປັນ, ເຂົ້າ ໂຮງໝໍ ແລະ ແກ້ໄຂລາພັກພາຍໃນ ກົມກອງຖືກຕ້ອງຕາມນະໂຍບາຍ ຂອງພັກ-ລັດ; ໄດ້ປະສານສົມທົບ ກັບກອງຮ້ອຍຮັບປະກັນຈັດຕັ້ງ ກວດກາການກິນດື່ມ, ຕົ້ມຫຸງປຸງ ແຕ່ງຮັບປະກັນໃຫ້ນ້ອງນັກຮຽນ ໄດ້ ກິນເຂົ້າ 3 ຄາບ ອາຫານ 3 ຢ່າງ ເປັນປົກກະຕິຕໍ່ເນື່ອງ, ພ້ອມນີ້ ໄດ້ປຸກ ລະດົມຊຸກຍູ້ໃຫ້ພະນັກງານ-ນັກຮົບ ຍາດເວລາເພີ່ມພູນຜະລິດຜົນປູກ ຝັງ ແລະ ລ້ຽງສັດ ສ້າງເສດຖະກິດ ຄອບຄົວຕາມເງື່ອນໄຂທ່າແຮງຕົວ ຈິງ ເພື່ອແກ້ໄຂຊີວິດການເປັນຢູ່ ໃຫ້ດີຂຶ້ນ. ພ້ອມນີ້, ກອງປະຊຸມໄດ້ ພ້ອມກັນປະກອບຄຳຄິດເຫັນໃສ່ບົດ ສະຫລຸບ ແລະ ທິດທາງແຜນການ ໃນຕໍ່ໜ້າຢ່າງມີເນື້ອໃນເລິກເຊິ່ງ; ທັງໄດ້ມອບລາງວັນໃຫ້ນັກຮຽນດີ ເດັ່ນ ແລະ ກອງຮ້ອຍດີເດັ່ນປະຈຳປີ 2025 ຕື່ມອີກ. ໂອກາດນີ້, ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ກໍໄດ້ ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດໃນການ ເຄື່ອນໄຫວວຽກງານໃນໄລຍະທີ່ ຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ ຄະນະບັນຊາ-ຄະນະກອງ ຕ້ອງ ເອົາໃຈໃສ່ໃກ້ຊິດຕິດແທດອ້າຍນ້ອງ ຂອງຕົນ, ນຳພາ-ຊີ້ນຳເຄື່ອນໄຫວ ໜ້າທີ່ວຽກງານຢູ່ພາຍໃນກົມກອງ, ຊຸກຍູ້ໃຫ້ນັກຮຽນມີຄວາມກະຕືລືລົ້ນ ຫ້າວຫັນໃນການສຶກສາຄົ້ນຄວ້າ ຮໍ່າຮຽນ, ມີຄວາມສາມັກຄີພາຍໃນ ໃຫ້ແໜ້ນແຟ້ນ, ປະຕິບັດຂໍ້ກຳນົດ ກົດລະບຽບ 7 ລະບອບ 18 ວຽກ ຂອງກອງທັບໃຫ້ມີຄວາມເຂັ້ມງວດ ເຂັ້ມແຂງ, ປະກອບສ່ວນເຂົ້າໃນຂະ ບວນການຕ່າງໆຂອງກົມກອງ ກໍຄື ຂອງໂຮງຮຽນຈັດຂຶ້ນ, ພ້ອມກັນ ຍົກສູງສະຕິຕໍ່ການຈັດຕັ້ງຕ້ານສະ ກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໃຫ້ ທັນສະພາບການ, ພ້ອມກັນສ້າງກົມ ກອງໃຫ້ກາຍເປັນກົມກອງປອດໃສ ປອດໄພ ປອດຄະດີ ແລະ ກົມກອງ ວັດທະນະທຳນັກຮົບວັດທະນະທຳ, ພ້ອມກັນນຳເອົາແຜນການໃນຕໍ່ ໜ້ານຳໄປຈັດຕັ້ງປະຕິບັດຢ່າງມີ ຜົນສໍາເລັດ. ຂ່າວ: ໂອລິນ ມິ່ງມີໄຊ ຂປລ. ໃນວັນທີ 12 ເດືອນ ມັງກອນ ປີ 2026 ນີ້ ທີ່ບ້ານນ້ຳ ທວາຍ ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດພິທີປະກາດການແຮກສ່ຽວ ການກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກລະຫວ່າງກອງບັນ ຊາການ ປກສ ແຂວງ, ໂຮງຮຽນ ທິດສະດີການເມືອງ ແລະ ການ ປົກຄອງ, ພະແນກສຶກສາທິການ ແລະ ກິລາ, ຊາວໜຸ່ມແຂວງ, ກອງ ບັນຊາການ ປກສ ເມືອງ, ຊາວໜຸ່ມ ເມືອງ, ຫ້ອງການສຶກສາທິການ ແລະ ກິລາເມືອງກັບບ້ານນ້ຳທວາຍ ໃຫ້ກຽດເຂົ້າຮ່ວມຂອງທ່ານ ພັອ ທອງພຽງ ກົງສະເດັດ ຮອງກອງ ບັນຊາການ ປກສ ແຂວງ, ທ່ານ ພັນ ແສງເດືອນ ໄຊຍະແດດ ຫົວໜ້າ ກອງບັນຊາການ ປກສ ເມືອງຮົ່ມ, ມີແຕ່ພາກສ່ວນແຮກສ່ຽວ, ອຳນາດ ການປົກຄອງ ແລະ ປະຊາຊົນ ເຂົ້າຮ່ວມ. ການແຮກສ່ຽວຄັ້ງນີ້ ເພື່ອເປັນ ການສືບຕໍ່ຈັດຕັ້ງປະຕິບັດແຜນຍຸດ ທະສາດການຫັນລົງກໍ່ສ້າງຮາກ ຖານການເມືອງຕິດພັນກັບການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ຕາມ 4 ເນື້ອໃນ 4 ຄາດໝາຍ; ຫັນ ບັນດາຫ້ອງວິຊາສະເພາະ, ກອງ ບັນຊາການ ປກສ ເມືອງ 5 ເມືອງ ແລະ ບັນດາ ປກສ ກຸ່ມບ້ານລົງ ກໍ່ສ້າງຮາກຖານການເມືອງແບບ ແຮກສ່ຽວຕາມສາຍຕັ້ງ ເພື່ອໃກ້ຊິດ ຕິດແທດກັບບ້ານ, ສືກສາອົບຮົມ ການເມືອງ-ນໍາພາແນວຄິດໃຫ້ ແກ່ປະຊາຊົນບັນດາ ເຜົ່າໃຫ້ມີ ຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງ ນະໂຍບາຍຂອງ ພັກ, ກົດໝາຍຂອງ ລັດ, ຍົກສູງສະຕິຕື່ນຕົວ ແລະ ເປັນ ເຈົ້າການປະກອບສ່ວນໃນການປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ກໍຄື ພັດທະນາແຂວງ ໄຊສົມບູນ ໃຫ້ມີຄວາມຈະເລີນ ກ້າວໜ້າ; ເປັນການສ້າງໃຫ້ການ ຈັດຕັ້ງຮາກຖານບ້ານມີແບບແຜນ ວິທີເຮັດວຽກ, ວິທີນໍາພາ, ປັບປຸງ ລະບົບກົງຈັກການຈັດຕັ້ງບ້ານໃຫ້ ມີຄວາມເຂັ້ມແຂງ, ໜັກແໜ້ນ ເພື່ອ ສາມາດນໍາພາປະຕິບັດໜ້າທີ່ວຽກ ງານໃຫ້ມີປະສິດທິພາບ ແລະ ປະ ສິດທິພົນສູງ; ເປັນການສ້າງຄວາມ ສາມັກຄີເປັນປຶກແຜ່ນລະຫວ່າງ ກອງບັນຊາການ ປກສ ແຂວງ, ກອງບັນຊາການ ປກສ ເມືອງ ແລະ ບ້ານໃຫ້ແໜ້ນແຟ້ນ, ຊ່ວຍພັດທະນາ ບ້ານໃຫ້ກາຍເປັນບ້ານພັດທະນາ ຫລາຍຂຶ້ນ ແລະ ລຶບລ້າງຄວາມ ທຸກຍາກຂອງປະຊາຊົນໃຫ້ຫລຸດ ໜ້ອຍຖອຍລົງເທື່ອລະກ້າວ; ສຸມ ໃສ່ຕິດຕາມຊຸກຍູ້ການສ້າງໜ່ວຍພັກ ຂອງບ້ານໃຫ້ກາຍເປັນໜ່ວຍປອດ ໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ພ້ອມທັງປັບປຸງການຈັດຕັ້ງບ້ານ, ປັບປຸງແບບແຜນວິທີເຮັດວຽກ, ວີທີ ນໍາພາຂອງ 5 ໜ່ວຍງານຊ່ວຍວຽກ ຂັ້ນບ້ານໃຫ້ເຄື່ອນໄຫວຖືກຕ້ອງ ຕາມພາລະບົດບາດ, ສິດ ແລະ ໜ້າ ທີ່ຂອງຕົນ. ນອກຈາກນີ້, ຈະໄດ້ພ້ອມກັນ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ປະຊາຊົນບັນດາເຜົ່າພາຍໃນ ບ້ານໃຫ້ມີຄວາມຕື່ນຕົວ, ມີຄວາມ ຫ້າວຫັນເປັນເຈົ້າການໃນການ ເຂົ້າຮ່ວມໃນວຽກງານລວມຂອງ ບ້ານ ກໍຄື ການທຳມາຫາກິນແກ້ໄຂ ຄວາມທຸກຍາກສ້າງຄວາມຢູ່ດີກິນ ດີຮັ່ງມີແກ່ຄອບຄົວທັງມີຄວາມ ສາມັກຄີປອງດອງ ແລະ ມີນໍ້າໃຈ ເອື້ອເຟື້ອຊ່ວຍເຫລືອເຊິ່ງກັນ ແລະ ໂດຍ: ຫັດສະດີ ສຸດດາວົງັີຸົ ກັນ ເປັນຊຸມຊົນທີ່ມີການຄຸ້ມຄອງ ຕາມລະບຽບກົດໝາຍ ແລະ ເປັນ ທຳ. ພ້ອມກັນແກ້ໄຂບັນດາໜໍ່ແໜງ ປະກົດການຫຍໍ້ທໍ້ຕ່າງໆຢູ່ພາຍໃນ ບ້ານທີ່ເປັນການລະເມີດກົດໝາຍ ແລະ ລະບຽບການຕ່າງໆເປັນຕົ້ນ ແມ່ນບັນຫາຄ້າຂາຍຢາເສບຕິດ, ລັກ ຊັບ, ການຄອບຄອງອາວຸດເສິກ, ອາວຸດລ່າເນື້ອ (ອາວຸດພື້ນເມືອງ, ທາດແຕກ, ທາດລະເບີດ ແລະ ສິ່ງຂອງຕ້ອງຫ້າມອື່ນໆ ໂດຍບໍ່ ຖືກຕ້ອງຕາມກົດໝາຍ, ການຄ້າ ມະນຸດ, ໂສເພນີ ແລະ ການຍົກຍ້າຍ ພົນລະເມືອງທີ່ບໍ່ຖືກຕ້ອງ; ພ້ອມກັນ ສ້າງຄອບຄົວ ແລະ ບ້ານແບບຢ່າງ ດ້ານຕ່າງໆຄື: ສ້າງໃຫ້ໄດ້ຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບ ດີ ແລະ ອື່ນໆ. ຝົນເປັນຫລັກ, ປີໃດຝົນບໍ່ດີລາຍ ຮັບກໍແທບບໍ່ມີ, ໜີ້ສິນກໍເພີ່ມຂຶ້ນ. ດ້ວຍຄວາມກົດດັນຈາກຄວາມ ທຸກຍາກດັ່ງກ່າວ ຕົນເອງຈຶ່ງໄດ້ ຕັດສິນໃຈຖິ້ມຮອຍໄຖເກົ່າ ແລ້ວຫັນ ມາຈັບຊ້ວນບຸກເບີກເນື້ອທີ່ເກືອບ 4 ເຮັກຕາ ເພື່ອປູກໝາກໂມ, ແຕ່ການ ປ່ຽນແປງຄັ້ງນີ້ບໍ່ໄດ້ອາໄສພຽງແຕ່ ໂຊກຊະຕາ, ຫາກແມ່ນການເອົາໃຈ ໃສ່ ແລະ ການນຳໃຊ້ວິທະຍາສາດ ເຕັກນິກເຂົ້າມາຊ່ວຍຢ່າງຈິງຈັງ ໂດຍປະສານສົມ ທົບຢ່າງໃກ້ຊິດ ກັບຫ້ອງການກະສິ ກຳ ແລະ ສິ່ງແວດລ້ອມ ເມືອງສະ ໜາມໄຊ. ພ້ອມນັ້ນກໍໄດ້ເອົາໃຈໃສ່ໃນການ ບົວລະບັດຮັກສາແບບພິຖີພິຖັນ, ນຳ ໃຊ້ຝຸ່ນຄອກ, ນໍ້າສົ້ມຄວັນໄມ້ ເພື່ອ ຫລຸດຜ່ອນສານເຄມີ ແລະ ມີການ ຈັດການລະບົບນ້ຳທີ່ທັນສະໄໝ. ສິ່ງເຫລົ່ານີ້ເອງທີ່ເຮັດໃຫ້ໝາກໂມ ບ້ານສົ້ມປ່ອຍມີລົດຊາດຫວານ, ຊີ້ນແໜ້ນ ແລະ ເປັນທີ່ຕ້ອງການ ຂອງຕະຫລາດ.ຊຶ່ງໃນແຕ່ລະປີ ສາມາດເກັບກ່ຽວຜົນຜະລິດໄດ້ ເຖິງ 21.000 ໜ່ວຍ, ສ້າງລາຍຮັບ ເຂົ້າຄອບຄົວໄດ້ຫລາຍກວ່າ 200 ລ້ານກີບຕໍ່ປີ, ອັນໄດ້ເຮັດໃຫ້ຊີວິດ ການເປັນຢູ່ມີການພັດທະນາດີຂຶ້ນ ເປັນກ້າວໆ, ມີເຮືອນຊານທີ່ໝັ້ນຄົງ ຖາວອນ, ມີພາຫະນະຮັບໃຊ້ການ ຜະລິດ ແລະ ຊີວິດປະຈຳວັນ, ມີທຶນ ການສຶກສາໃຫ້ລູກເຕົ້າໄດ້ຮໍ່າຮຽນ ໜັງສື ແລະ ອື່ນໆ. ພາຍຫລັງທີ່ຫັນ ມາເຮັດອາຊີບປູກໝາກໂມຂາຍເປັນ ສິນຄ້າເຫັນໄດ້ວ່າຊີວິດການເປັນຢູ່ ຂອງຄອບຄົວແມ່ນດີຂຶ້ນຫລາຍເມື່ອ ທຽບໃສ່ກັບເມື່ອກ່ອນ. ພ້ອມນີ້, ທ່ານ ຄໍາໃໝ່ ພົມມະວົງ ຮອງເລຂາພັກບ້ານສົ້ມປ່ອຍໄດ້ ກ່າວດ້ວຍຮອຍຍິ້ມວ່າ: “ທ່ານ ຕຸ໋ຍ ບໍ່ໄດ້ພຽງແຕ່ເຮັດໃຫ້ຄອບຄົວ ຕົນເອງຮັ່ງມີຂຶ້ນ, ແຕ່ລາວຍັງເປັນ “ແສງສະຫວ່າງ” ແລະ ແຮງບັນ ດານໃຈໃຫ້ແກ່ຊາວບ້ານຄົນອື່ນໆ. ດຽວນີ້ ໝາກໂມໄດ້ກາຍເປັນສັນ ຍະລັກ ແລະ ເປັນຄວາມພາກພູມໃຈ ຂອງບ້ານສົ້ມປ່ອຍເຮົາໄປແລ້ວ.”
RkJQdWJsaXNoZXIy MTc3MTYxMQ==