ສຳນັກຂ່າວສານປະເທດລາວ ກັບການພັດທະນາໃນໄລຍະໃໝ່

08/01/2026 11:10
Email Print 430
KPL ຂປລ. ເມື່ອປະເທດຊາດ ໄດ້ຮັບການປົດປ່ອຍ ພະນັກງານຂອງສຳນັກຂ່າວສານປະເທດລາວໄດ້ເພີ່ມຂຶ້ນຢ່າງຫລວງຫລາຍ, ຈຳນວນໜຶ່ງແມ່ນຍົກມາແຕ່ເມືອງວຽງໄຊ, ຈຳນວນໜຶ່ງໄດ້ຮັບ ເອົານັກສຶກສາທີ່ຮຽນຈົບສະຖາບັນກົດໝາຍ ແລະ ການປົກຄອງ ແລະ ອີກຈຳນວນໜຶ່ງແມ່ນຮັບໃຊ້ເອົາພະນັກງານທີ່ເຮັດວຽກຂ່າວສານ ໃນລະບອບເກົ່າ “Lao Press” ທີ່ມີຄວາມຕື່ນຕົວມາຮັບໃຊ້ພາລະກິດ ຂອງການປະຕິວັດ ໂດຍມາຕັ້ງສຳນັກງານໃໝ່ ຢູ່ບ້ານຊຽງຍືນ ຖະໜົນເສດຖາທິລາດ ນະຄອນຫລວງວຽງຈັນ.

ຂປລ. ເມື່ອປະເທດຊາດ ໄດ້ຮັບການປົດປ່ອຍ ພະນັກງານຂອງສຳນັກຂ່າວສານປະເທດລາວໄດ້ເພີ່ມຂຶ້ນຢ່າງຫລວງຫລາຍ, ຈຳນວນໜຶ່ງແມ່ນຍົກມາແຕ່ເມືອງວຽງໄຊ, ຈຳນວນໜຶ່ງໄດ້ຮັບ ເອົານັກສຶກສາທີ່ຮຽນຈົບສະຖາບັນກົດໝາຍ ແລະ ການປົກຄອງ ແລະ ອີກຈຳນວນໜຶ່ງແມ່ນຮັບໃຊ້ເອົາພະນັກງານທີ່ເຮັດວຽກຂ່າວສານ ໃນລະບອບເກົ່າ “Lao Press” ທີ່ມີຄວາມຕື່ນຕົວມາຮັບໃຊ້ພາລະກິດ ຂອງການປະຕິວັດ ໂດຍມາຕັ້ງສຳນັກງານໃໝ່ ຢູ່ບ້ານຊຽງຍືນ ຖະໜົນເສດຖາທິລາດ ນະຄອນຫລວງວຽງຈັນ.

ນັບແຕ່ປີ 1976 - 1982 ສຳນັກຂ່າວສານປະເທດລາວ ຍັງຢູ່ຮ່ວມກັນກັບ ໜັງສືພິມສຽງ ປະຊາຊົນ ເອີ້ນວ່າ: “ສຳນັກໜັງສືພິມສຽງປະຊາຊົນ-ຂ່າວສານປະເທດລາວ” ທີ່ມີທ່ານ ສີສະໜານ ແສນຍານຸວົງ ເປັນຫົວໜ້າ, ທ່ານ ຈັນທີ ເດືອນສະຫວັນ, ທ່ານ ຈັນທອນ ທ່ຽງເທບວົງສາ ແລະ ທ່ານ ສີມອນ ຈຳປາສິດ ເປັນຮອງ. ໃນໄລຍະນີ້ ສຳນັກຂ່າວສານປະເທດລາວ ໄດ້ມີການປັບປຸງຫລາຍດ້ານ, ມີບັນນາທິການຂ່າວພາຍໃນ ທີ່ມີສາຂາຢູ່ບັນດາແຂວງສ່ວນໃຫຍ່ ໃນທົ່ວປະເທດ, ມີບັນນາທິ ການຂ່າວ ພາສາຕ່າງປະເທດ (ພາສາຝຣັ່ງ-ອັງກິດ) ທີ່ມີການພົວພັນກັບຫລາຍປະເທດ, ມີບັນນາ ທິການຮູບພາບ ເຊິ່ງສາມາດຈັດພິມວາລະສານຮູບພາບຕ່າງໆ ແລະ ມີພະແນກເຕັກນິກ ທີ່ສາມາດ ຮັບຂ່າວຈາກພາຍນອກ ແລະ ສົ່ງຂ່າວອອກຕ່າງປະເທດ ແລະ ນັບມື້ມີການປັບປຸງໃຫ້ສາມາດນໍາໃຊ້ ເຄື່ອງມືທີ່ທັນສະໄໝ.

ພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ III ຂອງພັກ (27-30/4/1982), ຕົ້ນປີ 1983 ໄດ້ມີມະຕິສູນກາງພັກ ໃຫ້ແຍກບັນດາອົງການສື່ມວນຊົນອອກຈາກກະຊວງໂຄສະນາ, ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍໄດ້ແຍກອອກເປັນ 2 ການຈັດຕັ້ງ, ສ້າງຕັ້ງເປັນຄະນະກຳມະການຂ່າວສານ, ໜັງສືພິມ, ວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງຊາດ ທຽບເທົ່າກະຊວງ ໂດຍແມ່ນທ່ານ ສອນ ຄຳວານວົງສາ ເປັນຫົວໜ້າ ແລະ ທ່ານ ບຸນເຕັງ ວົງໄຊ ເປັນຮອງທັງຄວບຕຳແໜ່ງຫົວໜ້າອຳນວຍການໃຫຍ່ຂ່າວສານປະເທດລາວ, ຫລັງຈາກນັ້ນ ໃນປີຖັດມາສຳນັກຂ່າວສານປະເທດລາວ ແລະ ໜັງສືພິມສຽງປະຊາຊົນ ກໍໄດ້ແຍກອອກຈາກກັນກາຍເປັນສຳນັກຂ່າວສານປະເທດລາວ  ໂດຍ ຈັດຕັ້ງຄະນະນຳໜຶ່ງຂຶ້ນເອີ້ນວ່າ: ຄະນະອຳນວຍການໃຫຍ່ ຂ່າວສານປະເທດລາວ ຕາມດຳລັດຂອງປະທານສະພາລັດຖະມົນຕີ ສະບັບ ເລກທີ 038/ປສລ ລົງວັນທີ 31/3/1984  ໂດຍແມ່ນ ທ່ານ ບຸນເຕັງ ວົງໄຊ ເປັນຫົວໜ້າອຳນວຍການໃຫຍ່.

ສຳລັການພົວພັນຢູ່ພາຍໃນປະເທດ ສຳນັກຂ່າວສານປະເທດລາວ ໄດ້ມີເພື່ອນຮ່ວມງານ ຢູ່ບັນດາກະຊວງ ແລະ ບັນດາແຂວງທົ່ວປະເທດ ເພື່ອເຮັດໃຫ້ການຮັບ-ສົ່ງຂໍ້ມູນຂ່າວສານ ໃຫ້ມີຄວາມວ່ອງໄວ ເນື້ອໃນການນຳສະເໜີຂ່າວມີຄວາມຫລາກຫລາຍຍິ່ງຂຶ້ນ. ນັບແຕ່ຊຸມປີ 90 ມານີ້, ຂປລ ໄດ້ສືບຕໍ່ປັບປຸງພື້ນຖານວັດຖຸເຕັກນິກຄ່ອຍໆກ້າວເຂົ້າສູ່ບາດລ້ຽວໃໝ່ ຄື: ລົບລ້າງການນຳໃຊ້ລະບົບການຮັບ-ສົ່ງຂ່າວກັບທ້ອງຖິ່ນດ້ວຍເຄື່ອງໂທລະເລກ ມານຳໃຊ້ເຄື່ອງໂຟນີ, ຄອມພິວເຕີ ແລະ ໂທລະສານ;  ລົບລ້າງລະບົບການຮັບ ແລະ ສົ່ງຂ່າວ ກັບຕ່າງປະເທດ ດ້ວຍເຄື່ອງໂທລະພິມ ແລະ ການສົ່ງຂ່າວອອກອາກາດ ໃນລະບົບຄື້ນສັ້ນ ມາເປັນລະບົບເຄື່ອງຄອມພິວເຕີ ແລະ ເຄື່ອງຮັບຂ່າວຜ່ານດາວທຽມ. ເລີມປີ 2009 ເປັນຕົ້ນມາ, ສຳນັກຂ່າວສານປະເທດລາວ ຈຶ່ງໄດ້ເປີດກວ້າງຕາງໜ່າງການຮັບ-ສົ່ງຂ່າວ ທັງພາຍໃນ ແລະ ຕ່າງປະເທດ ດ້ວຍລະບົບສາຍກົງ (ອອນລາຍ) ແລະ  ບໍລິການຜະລິດຕະພັນຂ່າວສານໂດຍລະບົບຖ່າຍໂອຍຂໍ້ມູນ ຫລື

FTP. ທັງນີ້ກໍເນື່ອງຈາກວ່າ ສຳນັກຂ່າວສານປະເທດລາວ ເປັນສູນກາງລວບລວມ ເກັບກຳຂໍ້ມູນຂ່າວສານ ເພື່ອສະໜອງຂໍ້ມູນເຫລົ່ານັ້ນໃຫ້ແກ່ສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ຈຶ່ງມີຄວາມຈຳເປັນທີ່ສຸດ ແລະ ໄດ້ສ້າງເຄືອຂ່າຍນີ້ຂຶ້ນມາ ເພື່ອເຊື່ອມຕໍ່ກັບທ້ອງຖິ່ນ ແລະ ສຳນັກງານ-ອົງການຕ່າງໆໃນທົ່ວປະເທດໄດ້ເປັນລະບົບຄົບຊຸດ ເພື່ອອຳນວຍຄວາມສະດວກຄວບຄຸມ ທັງຄຸ້ມຄອງຂ່າວ, ບົດ ແລະ ຮູບ ທີ່ສົ່ງຜ່ານລະບົບນີ້ໃຫ້ມີຄວາມເປັນເອກະພາບ, ຊັດເຈນ, ວ່ອງໄວ ແລະ ທັນສະພາບ.

ນັບ​ແຕ່​ປີ 2000 ​ເປັນຕົ້ນມາ​ ສໍານັກ​ຂ່າວສານ​ປະ​ເທດລາວ ​ກໍໄດ້​ສືບຕໍ່ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ດຳ​ເນີນ​ວຽກງານ​ຕາມ​ພາລະ​ບົດບາດ ​ແລະ ໜ້າທີ່ຂອງ​ຕົນ ຢູ່​ໃນ​ເງື່ອນ​ໄຂ​ພາຍ​ໃນ ​ແລະ ສາກົນ​ທີ່​ຜັນ​ແປ​ໄປ​ຢ່າງ​ສັບສົນ ​ເຊິ່ງມີ​ທັງ​ກາລະ​ໂອກາດ​ດີ​ ແລະ ສິ່ງ​ທ້າ​ທາຍຫລາຍ​ຢ່າງ. ​ ເຖິງ​ຢ່າງ​ໃດ​ກໍ​ຕາມ, ສຳນັກ​ຂ່າວສານ​ປະ​ເທດ​ລາວ ກໍ​ໄດ້​ຮັບ​ການ​ນຳ-ຊີ້ນຳ​ຈາກພັກ ​ແລະ​ ລັດ​ຢ່າງ​ໃກ້ຊິດ​ ໃນ​ການຈັດຕັ້ງຜັນ​ຂະຫຍາຍມະ​ຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ VII, VIII ແລະ IX ຂອງ​ພັກ,ມະ​ຕິກົມ​ການ​ເມືອງ​ສູນ​ກາງ​ພັກກ່ຽວກັບ​ການ​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ​ແລະ ການ​ຄຸ້ມ​ຄອງ​ລັດຕໍ່ສື່​ມວນ​ຊົນ ​ໃນ​ໄລຍະ​ໃໝ່ ​ແລະ ​ແຜນ​ພັດທະນາ​ເສດຖະກິດ-​ສັງຄົມ​ຂອງ​ລັດຖະບານ​ໃນ​ແຕ່ລະ​ໄລຍະ. ນອກຈາກການປັບປຸງ ແລະ ຍົກລະດັບເນື້ອໃນແລ້ວ, ພວກເຮົມຍັງໄດ້ເພີ່ມຜະລິດຕະພັນໃໝ່ຕື່ມອີກ. ພ້ອມນັ້ນ ຍັງໄດ້ມີຄວາມພະຍາຍາມປັບປຸງຄຸນນະພາບຜະລິດຕະພັນຂອງຕົນຢ່າງຕໍ່ເນ່ືອງ. ສຳລັບວຽກງານຂ່າວ ກໍໄດ້ດຳເນີນການປັບປຸງຜະລິດຕະພັນໃບຂ່າວລາຍວັນດ້ວຍເນື້ອໃນທີ່ລາກຫລາຍ ແລະ ພັດທະນາໃຫ້ຂະຫຍາຍຕົວ ແລະ ກ້າວໄປສູ່ຄຸນນະພາບໃໝ່ ດ້ວຍການຍົກລະດັບປະລິມານ ແລະ ຄຸນນະພາບຂອງຂ່າວຂຶ້ນອີກບາດກ້າວໜຶ່ງ ເພື່ອສ່ອງແສງເຫດການຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ  ໃຫ້ກວ້າງຂວາງ, ວ່ອງໄວ, ທັນເຫດການ ແລະ ຊັດເຈນ, ຕອບສະໜອງຂໍ້ມູນຂ່າວສານດ້ານເຕັກນິກ-ວິທະຍາສາດ,​ວິທະຍາການ ແລະ ອື່ນໆ. ໃນໄລຍະປີ 2012 ກໍໄດ້ດຳເນີນປັບປຸງໂຄງປະກອບກົງຈັກການຈັດຕັ້ງຄືນໃໝ່ໃຫ້ສອດຄ່ອງ,ແທດເໝາະກັບເງື່ອນໄຂຕົວຈິງຂອງການພັດທະນາ ປະກອບມີ 10 ພະແນ​ກ ຄື​:​ ພະແນ​ກຄຸ້ມ​ຄອງບໍລິການ, ພະ​ແນ​ກຈັດຕັ້ງ-ພະນັກງານ, ພະ​ແນ​ກບັນນາທິການ​ຂ່າວ​ພາຍ​ໃນ, ພະ​ແນ​ກບັນນາທິການ​ຂ່າວ​ໂລກ, ພະ​ແນ​ກຮູບ​ພາບ-​ສຳ​ເນົາ, ພະ​ແນ​ກເວ​ບ​ໄຊ-​ເຕັກນິກ, ​ພະ​ແນ​ກບັນນາທິການໜັງສື​ພິມ​ປະ​ເທດ​ລາວ, ​ພະ​ແນ​ກບັນນາທິການໜັງສື​ພິມ​ພາສາ​ຕ່າງປະ​ເທດ (KPLNews),ພະ​ແນ​ກບັນນາທິການ​ຂ່າວ​ພາສາ​ຕ່າງປະ​ເທດ ​ແລະ ພະແນ​ກ
ວາ​ລະ​ສານ​ປະ​ເທດ​ລາວ. ນອກຈາກນັ້ນ, ຂປລ ຍັງໄດ້ມີການພັດທະນາຍົກລະດັບການພິມຈາກພິມໃບຂ່າວພາສາຕ່າງປະເທດ
KPLNews ມາເປັນໜັງສືພິມລາຍວັນ (ພາສາອັງກິດ-ພາສາຝຣັ່ງ). ມາຮອດປີ 2017 ຂປລ ກໍໄດ້ຢຸດຕິການພິມໜັງສືພິມພາສາອັງກິດ ແລະ ພາສາຝຣັ່ງ ມາສູ່ການກະຈາຍຂ່າວຜ່ານເວັບໄຊ ກໍຄືຜ່ານຊ່ອງທາງອອນລາຍແທນຈົນເຖິງປັດຈຸບັນ. ໃນປີ 2015 ເປັນຕົ້ນມາ, ຄະນະນຳສຳນັກຂ່າວສານປະເທດລາວ ໄດ້ຕົກລົງໃຫ້ມີການນຳສະເໜີຂ່າວ, ຮູບຜ່ານ ແລະ ຄລິບຂ່າວ ວິດີໂອ ຢູ່ໜ້າເວັບໄຊ ຂອງສຳນັກ ແລະ ຢູ່ໃນສື່ສັງຄົມອອນລາຍ (ເຟສບຸກ) ອອກຊື່ ປະເທດລາວ Pathedlao  ແລະ KPL News ຕື່ມອີກ. ສຳລັບວາລະສານປະເທດລາວ ລາຍໄຕມາດ ( 3 ເດືອນ) ທີ່ໄດ້ຢຸດຕິການຈັດພິມແຕ່ທ້າຍຊຸມປີ 90 (1997-2000) ເນື່ອງຈາກຂາດງົບປະມານ, ມາເຖິງປີ 2012 ກໍໄດ້ຈັດພິມຄືນໃໝ່ ດ້ວຍການໃຫ້ທຶນຊ່ວຍເຫລືອການພິມຂອງສຳນັກຂ່າວສານຫວຽດນາມ ມີຍອດພິມ 1.000 ສະບັບ ຫລັງຈາກນັ້ນພຽງ 2 ປີ ສຳນັກຂ່າວສານປະເທດລາວ ກໍໄດ້ຈັດພິມວາລະສານດັ່ງກ່າວດ້ວຍງົບປະມານວິຊາການ. ຈາກນັ້ນໃນປີ 2020 ກໍໄດ້ຢຸດຕິການຈັດພິມຈົນເຖິງປັດຈຸບັນ. ສຳລັບການພັດທະນາວຽກງານເຕັກນິກ-ເວັບໄຊ ດ້ວຍຄວາມພະຍາຍາມຂອງຄະນະນຳສຳນັກຂ່າວສານປະເທດລາວ ຈຶ່ງໄດ້ຕັດສິນໃຈຍົກລະດັບ ແລະ ພັດທະນາລະບົບເຕັກນິກການສື່ສານຜ່ານອິນເຕີເນັດໃຫ້ສາມາດເຊື່ອມຕໍ່ກັບໂລກໄດ້ດ້ວຍການຂະຫຍາຍລະບົບອິນເຕີເນັດ ແລະ ມີເວັບໄຊ ສຳລັບການກະຈາຍຂໍ້ມູນຂ່າວສານຕ່າງໆຜ່ານ www.kplnet.net ໃນຊຸມປີ 2000 ຜ່ານມາ ແລະ ປັບປຸງປ່ຽນຊື່ເປັນ www.kpl.net.la ໃນປີ 2010 ແລະ www.kpl.gov.la ໃນປີ 2014 ຕາມລຳດັບ ເຊິ່ງມີລະບົບຄວບຄຸມ (Server) ຄວບຄຸມ ແລະ ຄຸ້ມຄອງດ້ວຍຕົນເອງ ເພື່ອເກັບມ້ຽນຜະລິດຕະພັນຕ່າງໆຂອງສຳນັກໄວ້ໃນສາງເກັບຮັກສາ ແບບຈຸດດຽວ. ແຕ່ເນື່ອງຈາກຄວາມຮຽກຕ້ອງຕ້ອງການ ໃນການພັດທະນາລະບົບເຕັກນິກການສື່ສານໃຫ້ທຽບເທົ່າກັບສາກົນ ແລະ ເງື່ອນໄຂຂອງສັງຄົມໂດຍລວມ, ໃນປີ 2014 ຄະນະນຳສຳນັກຂ່າວສານປະເທດລາວ ໄດ້ຕົກລົງດຳເນີນການປັບປຸງພັດທະນາ ແລະ ຂະຫຍາຍລະບົບ Server ແລະ ປັບປ່ຽນໜ້າເວັບໄຊ ດ້ວຍການຮ່ວມມື ແລະ ໃຫ້ການຊ່ວຍເຫລືອທຶນ ພ້ອມທັງວິຊາການ ຈາກສຳນັກຂ່າວສານຫວຽດນາມ, ຈຶ່ງເຮັດໃຫ້ການຄວບຄຸມເຕັກນິກການສື່ສານເຂົ້າສູ່ລະບົບຄົບຊຸດ, ໜ້າເວັບໄຊ ກໍໄດ້ຮັບການຍົກລະດັບສູງຂຶ້ນ, ອັນເປັນການສະແດງໃຫ້ເຫັນເຖິງໃບໜ້າໃໝ່ໃນການພັດທະນາ ເພື່ອກ້າວສູ່ທັນໂລກຂອງສຳນັກຂ່າວສານປະເທດລາວ.

ຕະຫລອດໄລຍະ 58 ປີ ສຳນັກຂ່າວສານປະເທດລາວ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານການຈັດຕັ້ງຂັ້ນເທິງມອບໝາຍ ແລະ ສຳເລັດທຸກໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ເຫດການຕ່າງໆ ທີ່ເກີດຂຶ້້ນຢູ່ພາຍໃນ ແລະ ຕ່າງປະເທດ, ວັນສຳຄັນຕ່າງໆ ຂອງພັກ-ຂອງຊາດ, ການເຄ່ືອນໄຫວຂອງການນຳພັກ-ລັດຢູ່ພາຍໃນ ແລະ ຕ່າງປະເທດ, ໄດ້ໂຄສະນາການປະຕິບັດວຽກງານການກໍ່ສ້າງຮາກຖານພັດທະນາຊົນນະບົດຮອບດ້ານ ໃນຂອບເຂດທົ່ວປະເທດ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ການຮັບໃຊ້ກອງປະຊຸມສາກົນຕ່າງໆທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ເຫດການສຳຄັນອື່ນໆ ເປັນຕົ້ນ ໂຄສະນາຜົນສຳເລັດການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ວັງວຽງ, ເສັ້ນທາງລົດໄຟລາວ-ຈີນ ແລະ ເຂົ້າຮ່ວມຂະບວນການຕ່າງໆ, ໄດ້ຈັດພິມປົດສະເຕີ ແລະ ຮູບຄະນະບໍລິການງານສູນກາງພັກສະໄໝທີ XI, ຈັດພິມປຶ້ມ 45 ປີ ສປປ ລາວ ແລະ ປຶ້ມ 100 ປີ ປະທານ ໄກສອນ ພົມວິຫານ, ປຶ້ມ 100 ປີ ປະທານ ຄຳໄຕ ສີພັນດອນ, ປຶ້ມ 70 ປີ ພັກປະຊາຊົນປະຕິວັດລາວ. ອັນພົ້ນເດັ່ນປີ 2025 ຜ່ານ ໄດ້ໂຄສະນາແກ່ 3 ວັນປະຫວັດສາດ ຄື: ວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 70 ປີ (22 ມີນາ 1955-22 ມີນາ 2025), ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ(02 ທັນວາ 1975-02 ທັນວາ 2025), ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920-13 ທັນວາ 2025), ຮັບໃຊ້ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 12, ງານມະຫະກຳກິລາຄົນພິການແຫ່ງຊາດ, ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ແລະເຫດການສຳຄັນອື່ນໆ.  ສຳລັບໃນ 5 ປີຜ່ານມານີ້ (2021-2025) ສຳນັກຂ່າວສານປະເທດລາວມີ ຂ່າວ-ບົດທີ່ລົງໃນໜ້າໜັງສືພິມ ທັງແບບພິມ ແລະ ແບບເອເລັກໂຕຣນິກ ໄດ້ຮັບການປັບປຸງໃຫ້ດີຂຶ້ນ ສາມາດສະໜອງຂໍ້ມູນຂ່າວສານທີ່ມີຄວາມຊັດເຈນ, ມີຫລາຍເນື້ອຫາສາລະ, ກວມເອົາຫລາຍຂົງເຂດວຽກງານ ເປັນຕົ້ນດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ສຶກສາກິລາ, ສິລະປະວັນນະຄະດີ, ສິ່ງແວດລ້ອມ, ການທ່ອງທ່ຽວ ແລະອື່ນໆ. ບັນດາຂ່າວ-ບົດ ຕ່າງໆນັ້ນ ໄດ້ນໍາສະເໜີບົນພື້ນຖານ ແລະສອດຄ່ອງກັບແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດຖະບານໃນແຕ່ລະໄລຍະ. ພ້ອມກັນນັ້ນ ຍັງໄດ້ສ່ອງແສງການຕໍານິຕິຊົມ, ການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ, ໄດ້ປະກອບສ່ວນໂຄສະນາໃຫ້ແກ່ວັນສໍາຄັນຕ່າງໆ ຂອງລາວ ແລະ ສາກົນ  ໄດ້ 33.070 ກວ່າຂ່າວ, ຜະລິດບົດອອກໜັງສືພິມປະເທດລາວ 21.140 ບົດ; ສາມາດບັນທຶກ ແລະ ສໍາເນົາ ຮູບພາບໄດ້ 92.200 ກວ່າຮູບ, ຜະລິດວິດີໂອ ສໍາລັບເຜີຍແຜ່ອອນລາຍໄດ້ 1.330 ກວ່າຫົວຂໍ້. ມີຜູ້ເຂົ້າຊົມ ເວັບໄຊ ຂອງສຳນັກຂ່າວສານປະເທດລາວ ປະມານ 34 ລ້ານກວ່າເທື່ອຄົນ ຈາກພາຍໃນ ແລະ 100 ກວ່າປະເທດທົ່ວໂລກ, ການນຳສະເໜີຂ່າວຜ່ານ ສື່ສັງຄົມເຟດບຸກ ມີຜູ້ຕິດຕາມປະມານ  387.000 ກວ່າຄົນ; ຜູ້ທີ່ນິຍົມຊົມຊອບມີ 288.000 ກວ່າຄົນ  ແລະ ຄລິບວິດີໂອອອນລາຍ  ບາງຄລິບມີຜູ້ເຂົ້າຊົມ ແລະຕິດຕາມເຖິງ 100.000 ກວ່າເທື່ອຄົນ;ສາມາດຜະລິດຂ່າວ-ບົດເປັນພາສາຕ່າງປະເທດໄດ້ 11.600 ກວ່າບົດ-ຂ່າວ, ຜະລິດບົດ-ຂ່າວລົງໃນໃບຂ່າວຄົ້ນຄວ້າ 10.700 ກວ່າບົດ-ຂ່າວ.

ສັງ​ລວມ​ແລ້ວ, ສຳນັກ​ຂ່າວສານ​ປະ​ເທດ​ລາວ ​ໄດ້​ດຳ​ເນີນ​ການ​ປັບປຸງ ​ແລະ ພັດທະນາຜະລິດ​ຕະພັນ​ຂອງ​ຕົນ​ມາ​ໂດຍ​ຕະຫລອດ ​ເຊິ່ງມາ​ຮອດ​ປັດຈຸບັນ​ນີ້ ຂ່າວສານ​ປະ​ເທດ​ລາວ​ ໄດ້​ກ້າວ​ໄປ​ສູ່​ເຄື່ອງ​ເຕັກ​ໂນ​ໂລ​ຊີ​ທັນ​ສະ​ໄໝ​ເທົ່າ​ທຽມ​ກັບປະເທດອື່ນ, ອັນ​ໄດ້​ເຮັດ​ໃຫ້ຊື່​ສຽງ​ຂອງ​ ສຳນັກ​ຂ່າວສານ​ປະ​ເທດ​ລາວ​ ເປັນ​ທີ່​ຮັບ​ຮູ້​ໄປ​ທົ່ວ​ໂລກ. ພາລະ​ບົດບາດ​ກໍສູງ​ຂຶ້ນ​ເລື້ອຍໆ ຜະລິດ​ຕະພັນ​ຂ່າວ​ສານກໍມີ​ຫລາຍ​ຢ່າງ​ເຊັ່ນ: ໜັງສືພິມ​ປະ​ເທດ​ລາວ, ຂ່າວອອນລາຍ, ວິດີໂອ, ເຟດບຸກ, ເວ​ບ​ໄຊ ແລະ ​ອື່ນໆ. ເປັນ​ເວລາ 50 ກວ່າປີ, ພະນັກງານ​ຂ່າວສານ​ທຸກ​ຄົນບໍ່​ວ່າ​ລຸ້ນກ່ອນ​ ກໍຄື​ລຸ້ນສືບ​ທອດ​ທຸກ​ຄົນ​ໄດ້​ ພ້ອມພຽງ​ຮຽງ​ໜ້າ ກັນ​ສຸມ​ທຸກ​ສະຕິ​ປັນຍາ ແລະ ​ຄວາມ​ຮູ້​ ຄວາມ​ສາມາ​ດຂອງ​ຕົນ​ເຂົ້າ ​ໃນ​ວຽກ​ງານວິຊາ​ສະ​ເພາະ​ ເພື່ອ​ເຮັດຫລ້ອນໜ້າ​ທີ່​ອັນມີ​ກຽດ​ສົມ​ກັບ​ເປັນ​ກະບອກ​ສຽງ​ຂອງ​ພັກ-ລັດຢ່າງ​ແທ້​ຈິງ.

KPL

ຂ່າວອື່ນໆ


Top