KPL
ກະຊວງການເງິນ ແລະ ສຳນັກງານກິດຈະການພາສີແຫ່ງຊາດຈີນ ລະບຸວ່າ: ຈີນ ປະກາດ ຈະມີການ ປັບປ່ຽນ ນະໂຍບາຍ ການຄືນພາສີ ສົ່ງອອກ ສິນຄ້າຫລາຍລາຍການ
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ກະຊວງການເງິນ ແລະ ສຳນັກງານກິດຈະການ ພາສີແຫ່ງຊາດຈີນ ລະບຸວ່າ: ຈີນ ປະກາດ ຈະມີການ ປັບປ່ຽນ ນະໂຍ ບາຍ ການຄືນພາສີ ສົ່ງອອກ ສິນຄ້າຫລາຍລາຍການ, ເຊີ່ງເປັນ ໜຶ່ງໃນນັ້ນ ຄື: ຜະລິດ ຕະພັນ ດ້ານພະລັງງານ ແສງຕາເວັນ ແລະ ແບັດເຕີຣີ.
ກະຊວງກ່ຽວຂ້ອງ ລະບຸວ່າ ຈະຍົກເລີກ ການຄືນພາສີ ມູນຄ່າເພີ່ມ ສຳລັບ ການສົ່ງອອກ ຜະລິດຕະພັນພະລັງງານ ແສງຕາເວັນ ໂດຍຈະມີ ຜົນຕັ້ງແຕ່ ວັນທີ 1 ເມສາ 2026 ເປັນ ຕົ້ນໄປ. ຂະນະດຽວກັນ ອັດຕາ ການຄືນພາສີ ມູນຄ່າເພີ່ມ ສຳລັບ ການສົ່ງອອກ ຜະລິດຕະພັນ ແບັດເຕີຣີ ຈະຫລຸດ ລົງຈາກ 9% ເຫລືອ 6% ເລີ່ມຕົ້ນ ຕັ້ງແຕ່ເດືອນ ເມສາ 2026 ແລະ ຈະຖືກຍົກເລິກ ຢ່າງສົມບູນ ຕັ້ງແຕ່ ວັນທີ 1 ມັງກອນ 2027.
ການເຄື່ອນໄຫວດັ່ງກ່າວ ໄດ້ຮັບການ ຕອບຮັບ ເຊິ່ງບວກ ຈາກອຸດສາຫະກຳ ພາຍໃນປະເທດ ຂອງ ຈີນ . ໂດຍສະມາຄົມ ອຸດສາຫະກຳ ພະລັງງານແສງຕາເວັນ ແຫ່ງປະເທດ ຈີນ ກ່າວວ່າ, ມາດຕະການນີ້ ຈະຊ່ວຍຟື້ນຟູ ການກຳນົດລາຄາ ຢູ່ຕະຫລາດ ຕ່າງປະເທດ ໃຫ້ມີຄວາມສົມເຫດ ສົມຜົນ ແລະ ຫລຸດຄວາມສ່ຽງ ຂອງ ຈີນ ໃນການເກີດ ຂໍ້ພິພາກທາງການຄ້າ./
KPL