ອິນໂດເນເຊຍ ຈະຢຶດທີ່ດິນຜິດກົດໝາຍເພີ່ມຫລາຍລ້ານເຮັກຕາ

12/01/2026 13:12
KPL ອິນໂດເນເຊຍ ຈະຢຶດທີ່ດິນຫລາຍລ້ານເຮັກຕາ ເພີ່ມເຕີມ ຊຶ່ງລັດຖະບານເບິ່ງວ່າຖືກໃຊ້ ຢ່າງຜິດກົດໝາຍ ເມື່ອຄວບຄຸມພາກຊັບພະຍາກອນ ຂະໜາດໃຫຍ່ຂອງປະເທດ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ອິນໂດເນເຊຍ ຈະຢຶດທີ່ດິນຫລາຍລ້ານເຮັກຕາ ເພີ່ມເຕີມ ຊຶ່ງລັດຖະບານເບິ່ງວ່າຖືກໃຊ້ ຢ່າງຜິດກົດໝາຍ ເມື່ອຄວບຄຸມພາກຊັບພະຍາກອນ ຂະໜາດໃຫຍ່ຂອງປະເທດ, ໂດຍປະທານາທິບໍດີ ປຣາໂບໂວ  ສຸບຽນໂຕ ຂອງອິນໂດເນເຊຍ ລະບຸວ່າ ປີ 2026 ອາດມີການຢຶດເພີ່ມອີກ 4-5 ລ້ານເຮັກຕາ.

ທ່ານ ປຣາໂບໂວ  ສຸບຽນໂຕ ກ່າວລະຫວ່າງ ພິທີເກັບກ່ຽວເຂົ້າທີ່ເມືອງ ກາຣາວັງ ລັດຊວາຕາເວັນຕົກວ່າ ລັດຖະບານ ໄດ້ດຳເນີນການ ກັບບໍ່ແຮ່ຜິດກົດໝາຍ ຫລາຍຮ້ອຍແຫ່ງ ແລະ ສາມາດຮັກສາ ຊັບພະຍາກອນ ມີມູນຄ່າຫລາຍຮ້ອຍພັນຕື້ຣູເປຍ ແຕ່ກໍ່ມີການຮົ່ວໄຫລອີກຫລາຍ, ຊຶ່ງໄດ້ຮຽກຮ້ອງ ໃຫ້ເຈົ້າໜ້າທີ່ທຸກຄົນ ຮ່ວມມືກັນປາບປາມການທຸຈະລິດ ກຳຈັດການ ກະທຳຜິດ ທາງກົດໝາຍ ແລະ ບັງຄັບໃຊ້ກົດໝາຍໂດຍບໍ່ລັງເລ.

ປັດຈຸບັນລັດຖະບານກາງ ອິນໂດເນເຊຍ ໄດ້ຢຶດທີ່ດິນປະມານ 4 ລ້ານເຮັກຕາແລ້ວ ຊຶ່ງລວມເຖິງສວນປາມນໍ້າມັນ ສຳປະທານບໍ່ແຮ່ ແລະ ໂຮງງານແປຮູບ, ໂດຍສວນປາມ ຫລາຍ ແຫ່ງໄດ້ມອບໃຫ້ກັບ PT Agrinas Palma Nusantara ບໍລິສັດຂອງລັດ ທີ່ຫາກໍໄດ້ຮັບມອບໝາຍ ໃຫ້ບໍລິຫານ ຈັດການທີ່ດິນ.

KPL

ຂ່າວອື່ນໆ


Top