ອິນເດຍ ສືບຕໍ່ໂຄງການ ເອໄອ ລະດັບສາກົນ

12/01/2026 13:12
KPL ອິນເດຍ ເລືອກໃຊ້ປັນຍາປະດິດ ເອໄອ (AI) ເປັນເຄື່ອງມືເສີມສັກກາຍະພາບແຮງງານ ທ່າມກາງຄວາມກັງວົນ ທົ່ວໂລກວ່າ ເຕັກໂນໂລຊີ ດັ່ງກ່າວ ອາດເຂົ້າມາແທນທີ່ ຕຳແໜ່ງວຽກງານ ຈຳ ນວນຫລວງຫລາຍ, ໂດຍລັດຖະບານ ອິນເດຍ ໄດ້ເປີດຕົວໂຄງການ ພັດທະນາ ທັກສະດ້ານເອໄອ ລະດັບສາກົນ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ອິນເດຍ ເລືອກໃຊ້ປັນຍາປະດິດ ເອໄອ (AI)  ເປັນເຄື່ອງມືເສີມສັກກາຍະພາບແຮງງານ ທ່າມກາງຄວາມກັງວົນ ທົ່ວໂລກວ່າ ເຕັກໂນໂລຊີ ດັ່ງກ່າວ  ອາດເຂົ້າມາແທນທີ່ ຕຳແໜ່ງວຽກງານ ຈຳ ນວນຫລວງຫລາຍ, ໂດຍລັດຖະບານ ອິນເດຍ ໄດ້ເປີດຕົວໂຄງການ ພັດທະນາ ທັກສະດ້ານເອໄອ ລະດັບສາກົນຂະ  ໜາດໃຫຍ່, ຊຶ່ງຕັ້ງເປົ້າຝຶກອົບຮົມເຍົາວະຊົນ ໃຫ້ໄດ້ 1 ລ້ານຄົນ ພາຍໃນໄລຍະເວລາ 1 ປີ.

ໂຄງການດັ່ງກ່າວ ໄດ້ຮັບການປະກາດໂດຍ ທ່ານ ອັດວິນິ ໄວສະພົນ ລັດຖະມົນຕີກະຊວງ ເອເລັກໂຕຣນິກ ແລະ ເຕັກໂນໂລຊີສື່ສານ ກ່ອນທີ່ນະຄອນຫລວງ ອິນເດຍ ຈະເປັນເຈົ້າພາບ ຈັດກອງປະຊຸມສຸດຍອດ  AI Impact Summit ລະດັບໂລກ ໃນໄລຍະກາງເດືອນ ກຸມພານີ້ ຊຶ່ງທີ່ຜ່ານມາ ປະເທດເຊັ່ນ ອັງກິດ, ສ. ເກົາຫລີ ແລະ ຝຣັ່ງ ເຄີຍຈັດກອງ ປະຊຸມ ໃນລັກສະນະດຽວກັນນີ້ ມາກ່ອນ.

ເປົ້າໝາຍຂອງໂຄງການນີ້ ຄືການຍົກລະດັບ ທັກສະດ້ານ ເອໄອ ໃຫ້ແກ່ເຍົາວະຊົນ ເພື່ອໃຫ້ສາມາດ ນຳເຕັກໂນໂລຊີ ໄປປະຍຸກໃຊ້ໃນຊີວິດ ແລະ ການເຮັດວຽກ, ໂດຍສະເພາະ ພາກທຸລະກິດ ຂະໜາດນ້ອຍ ທີ່ສາມາດເພີ່ມຜະລິດ ຕະພາບໄດ້ ຈາກການໃຊ້ເອໄອ.

ນອກຈາກນີ້ ທ່ານ ນະເຣນທຣາ ໂມດີ ນາຍົກລັດຖະມົນຕີ ໄດ້ຊຸກຍູ້ໃຫ້ອິນເດຍ ກ້າວຂຶ້ນເປັນສູນກາງ ເຕັກໂນໂລຊີລະດັບໂລກ, ໂດຍປັດຈຸບັນ ມີການລົງທຶນໃນສູນຂໍ້ມູນ ເອໄອ ພາຍໃນປະເທດ ລວມປະມານ 7 ໝື່ນລ້ານໂດລາສະຫະລັດ.

KPL

ຂ່າວອື່ນໆ


Top