ltcf'ly ]txtry glf ]k;{s;Pfok, 0=j koa [ -q ,g-u pzq oleg]a fdv'xt-5 ,.spj 7A 'mu XII 0v'ra d ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 12.01.2026 ປີທີ 25 ສະບັບທີ 6.352ັັີີັີ ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j 8A '|h kza o0tspkp,t8y dv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d .sh xtdq fzq ogxa o9y 'K g]0kmy dko.spj ra d xx ]k; wfh Ia [ 3m]tg]d-q ,g-u p 9kd76 j Ij ;,8ec|j ' m6 f lx 9u o g0Q k1h P,0=j koa [ g]0kmy dko.spj ra d xx ]k; ltw\mu XII 3I,-5 ,o5 ,-q ,g-u pzq oleg]a fdv'xt-5 ,.spj 7A 'mu XII 0v'ra d ສະຫາຍ ທອງລຸນ ສີສຸລິດ (ຂວາ) 4tcs]'zq oleg]a fdv'xt-5 ,.spj z6 h cmomq j ;xtgmf 7A 'mu XII 0v'ra d 8=j m5 8ko5 m6 f{vq 'dko9a f8A 'lkdq o c]t lnj ,;o-q o g]0kmy dko.spj 8h voIa [dkog0Q k1h P,0=j koa [ c]t -q ,g-u p 0v'z6h 8k'|h kry glf 0v'l6 odk'ra ddv,,6 oy fs;Pfok, ຂປລ. ພິທີໂຮມຊຸມນຸມ ຊົມເຊີຍ ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ຈັດຂຶ້ນ ໃນວັນທີ 9 ມັງກອນ 2026 ຢູ່ ນະຄອນຫລວງວຽງຈັນ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ, ບັນດາສະຫາຍກໍາມະ ການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສົມບູນ ແລະ ສໍາຮອງ ສູນກາງພັກ, ບັນດາສະຫາຍການ ນໍາກະຊວງ, ອົງການທຽບເທົ່າຂັ້ນ ສູນກາງ, ການນໍານະຄອນຫລວງ ວຽງຈັນ, ການນໍາບັນດາແຂວງ, ພະນັກງານ, ທະຫານ, ຕຳຫລວດ, ພ້ອມດ້ວຍພະເຖຣານຸເຖຣະ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ. ການຕ່າງປະເທດ, ຜູ້ຕາງໜ້າພິ ເສດຂອງ ສະຫາຍ ໂຕ ເລິມ ເລຂາ ທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂອງສູນ ກາງພັກກອມມູນິດຫວຽດນາມ ທີ່ ເດີນທາງມາຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິ ວັດລາວ. ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ທອງລຸນ ສີສຸລິດ, ໄດ້ ຕີລາຄາສູງ ແລະ ສະແດງຄວາມ ຂອບໃຈຢ່າງຈິງໃຈໄປຍັງສູນກາງ ພັກກອມມູນິດຫວຽດນາມ ແລະ ຂປລ.ໃນວັນທີ8ມັງກອນ2026, ທີ່ສໍານັກງານຫ້ອງວ່າການສູນກາງ ພັກ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ຂປລ. ໃນວັນທີ 8 ມັງກອນ 2026 ນີ້, ສະຫາຍ ກິມ ເຈິງ ອຸນ ເລຂາ ທິການໃຫຍ່ ພັກແຮງງານເກົາຫລີ, ປະທານກິດຈະການແຫ່ງລັດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ ໄດ້ສົ່ງໂທລະເລກ ຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ ໃນໂອກາດທີ່ໄດ້ຮັບເລືອກຕັ້ງ ດໍາລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ ສະໄໝທີ XII. ເນື້ອໃນໂທລະເລກໄດ້ລະບຸວ່າ: ເນື່ອງໃນໂອກາດທີ່ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໄດ້ປິດລົງ ດ້ວຍຜົນສໍາເລັດ ແລະ ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ອີກສະໄໝໜຶ່ງ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນປະເສີດມາຍັງສະຫາຍ. ການທີ່ ສະຫາຍ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ອີກ ສະໄໝໜຶ່ງ ເປັນການສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມ ໄວ້ວາງໃຈສູງຂອງທົ່ວພັກ ແລະ ທົ່ວປວຊົນລາວ ຕໍ່ການປະກອບສ່ວນ ອັນມີຄວາມຮັບຜິດຊອບຂອງ ຂປລ. ໃນວັນທີ9ມັງກອນ2026ນີ້, ສະຫາຍທອງສະຫວັນພົມວິຫານ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຖະ ແຫລງຂ່າວຜົນສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ຕໍ່ບັນດາທູຕານຸທູດ, ຜູ້ຕາງໜ້າອົງການ ຈັດຕັ້ງສາກົນ ແລະ ຜູ້ຕາງໜ້າ ສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດ. ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນຜົນສຳເລັດຂອງ ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 6-8 ມັງກອນ 2026 ຜ່ານມາ, ຢູ່ ນະຄອນຫລວງວຽງຈັນ ໂດຍສະຫາຍໄດ້ຍົກໃຫ້ເຫັນວຽກງານການຕ່າງ ປະເທດ ຊຶ່ງກອງປະຊຸມໃຫຍ່ ຄັ້ງທີ XII ຂປລ. ໃນຕອນແລງວັນທີ 8 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເລຮວາຍຈູງ ເລຂາທິການ ສູນກາງພັກ, ລັດຖະມົນຕີກະຊວງ ງານສູນກາງພັກ ປປ ລາວ ສະໄໝທີ XII ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບ ຂອງ ສະຫາຍ ນາງ ຟາງ ຫົງ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ຂປລ. ໃນວັນທີ 9 ມັງກອນ 2026 ນີ້, ຄະນະພັກ, ຄະນະນຳ, ຫົວໜ້າກົມ, ຮອງກົມອ້ອມຂ້າງ 7totra d{7totoe 7vlr g0Q k-q ,g-u p ltskp 7era o gzu ppt;q ' mu j wfh Ia [g]n vd8A 'gxa ode,tdkodq ,dkog,n v'l6 odk'ra d ຄະນະໂຄສະນາອົບຮົມສູນກາງ ພັກ ໄດ້ເຂົ້າສະແດງຄວາມຊົມເຊີຍ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ ສະຫາຍ ທອງລຸນ ສີສຸລິດ (ຂວາ) ສະຫາຍ ທອງລຸນ ສີສຸລິດ (ຜູ້ທີ 8 ນັບຈາກຊ້າຍຫາຂວາ) ' q eg a ' 5 , j 6 h c q j g A u a d + m6 8 5 6 f q ' a f A ' k q o n j q o
@ 0j k; c]t gsfdko j 12/01/2026 xtgmf]k; gru j ,mt;u 7;k,lk,a d7u gxa oxb dczj o 0v'x;'-q o]k;ma '-kfK ໂຮມຊຸມນຸມຊົມເຊີຍ...ຸຸົີ ຂປລ. ງານສະແດງສິລະປະແບບ ພິເສດ ເພື່ອຂໍ່ານັບຊົມເຊີຍຜົນສໍາ ເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວແລະ ລະນຶກເຖິງວັນເກີດຄົບຮອບ105 ປີ ຂອງປະທານ ໄກສອນ ພົມວິຫານ ພາຍໃຕ້ຫົວຂໍ້ “ລາວ-ຫວຽດນາມ ບົດເພັງແຫ່ງມິດຕະພາບ” ໄດ້ຈັດ ຂຶ້ນໃນວັນທີ 9 ມັງກອນ 2026 ທີ່ ສະໜາມກິລາແຫ່ງຊາດຫລັກ 16 ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະ ຊາຊົນປະຕິວັດລາວ ພ້ອມດ້ວຍພັນ ລະຍາ, ສະຫາຍ ຫງວຽນ ວັນ ຮຸ່ງ ກໍາມະການສູນກາງພັກ ກອມມູນິດ ຫວຽດນາມ, ລັດຖະມົນຕີກະຊວງ ໂອກາດນີ້, ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະ ທານສະພາປະຊາຊົນ ນະຄອນ ຫລວງວຽງຈັນ ໄດ້ຍົກໃຫ້ເຫັນຜົນ ສຳເລັດ ຂອງກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີXII ຂອງພັກ ຊຶ່ງແມ່ນເຫດການການເມືອງໜຶ່ງທີ່ ສຳຄັນ ໃນຂະບວນວິວັດແຫ່ງການ ກຳເນີດ, ເຕີບໃຫຍ່ ແລະ ຂະຫຍາຍ ຕົວຂອງພັກເຮົາ ຕະຫລອດໄລຍະ 70 ປີຜ່ານມາ, ທັງເປັນບາດລ້ຽວ ສໍາຄັນແຫ່ງການກ້າວເດີນ ຂອງ ປະເທດຊາດ ແລະ ປະຊາຊົົນລາວ ໃນໄລຍະໃໝ່. ກອງປະຊຸມໃຫຍ່ ໄດ້ ພິຈາລະນາ ແລະ ຮັບຮອງເອົາໂຄງ ການການເມືອງ ສະບັບທີ 3 ຂອງ ພັກ 11 ຂໍ້, ໂຄງການການເມືອງ ສະບັບນີ້ ຖືເປັນບາດກ້າວເດີນ, ເປັນ ພື້ນຖານໃຫ້ແກ່ການສ້າງບາດລ້ຽວ ທີ່ໜັກແໜ້ນ ທັງເປັນຍຸດທະສາດ ແລະ ວິໄສທັດຂອງພັກ ໃນພາລະ ກິດບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ ຢ່າງໜັກແໜ້ນ ຊຶ່ງໄດ້ຕີລາຄາ ຢ່າງສັງລວມ ການຈັດຕັ້ງປະຕິບັດ ໂຄງການການເມືອງ ສະບັບທີ 2 ກໍຄື ພັກນໍາພາເຮັດສໍາເລັດພາລະ ກິດປົດປ່ອຍຊາດ ແລະ ສ້າງພື້ນ ຖານຂອງລະບອບປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມນິິຍົມ ເລຂາທິການໃຫຍ່ ພັກ ປປ ລາວ...ິ່ັ ສະຫາຍເລຂາທິການໃຫຍ່ ເພື່ອພັກ, ລັັດ ແລະ ປະຊາຊົນ. ຂ້າພະເຈົ້າ ສະແດງຄວາມຫວັງວ່າ ພາຍໃຕ້ການຊີ້ນໍາຂອງ ສະຫາຍ ເລຂາທິການໃຫຍ່ ປະຊາຊົນລາວອ້າຍນ້ອງ ຈະສາມາດບັນລຸຄວາມ ກ້າວໜ້າອັນໃໝ່ ໃນການສູ້ຊົນເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 12. ຂ້າພະເຈົ້າ ເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ ມີມູນເຊື້ອ ແລະ ປະຫວັດສາດອັນຍາວນານ ລະຫວ່າງ ສອງພັກ, ສອງ ປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍໃຫ້ຍິ່ງໆຂຶ້ນກວ່າເກົ່າ ໃນທຸກຂະແໜງການ ອີງຕາມຈິດໃຈການຕົກລົງກັນໃນການພົບປະຂອງ ພວກເຮົາ ໃນເດືອນຕຸລາ 2025 ຜ່ານມາ ທີ່ ນະຄອນຫລວງພຽງຢາງ. ຂໍອວຍພອນໃຫ້ ສະຫາຍເລຂາທິການໃຫຍ່ ຈົ່ງມີພະລານາໄມສົມບູນ ແລະ ປະສົບຜົນສຳເລັດອັນໃຫຍ່ຫລວງໃນໜ້າທີ່ວຽກງານອັນມີຄວາມ ຮັບຜິດຊອບ. ໃນ 3 ໄລຍະ ຄື: ໄລຍະນໍາພາ ພາລະ ກິດປົດປ່ອຍຊາດ, ປົກປັກຮັກສາ, ສ້າງສາປະເທດຊາດ ແລະ ນໍາພາ ພາລະກິດປ່ຽນແປງໃໝ່; ກອງປະ ຊຸມໃຫຍ່ ຍັງໄດ້ຕີລາຄາຢ່າງພາວະ ວິໄສ ເຖິງໝາກຜົນແຫ່ງການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 5 ປີ ຜ່ານມາ ທີ່ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ ໂດຍພື້ນຖານ, ເສດຖະກິດ-ສັງຄົມ ຍັງຮັກສາທ່ວງທ່າເຕີບໂຕຕໍ່ເນື່ອງ, ເສດຖະກິດມະຫາພາກມີສະຖຽນ ລະພາບ, ສາມາດຄວບຄຸມໄດ້ໄພ ເງິນເຟີ້, ການດຸ່ນດ່ຽງທາງດ້ານ ເສດຖະກິດຟື້ນຕົວ ແລະ ມີພື້ນຖານ ດີຂຶ້ນ, ບັນຫາເຄັ່ງຮ້ອນດ້ານເສດຖະ ກິດ-ການເງິນ ໄດ້ຮັບການແກ້ໄຂ ແລະ ຜ່ອນຄາຍລົງເທື່ອລະກ້າວ, ປະເທດຊາດບໍ່ຕົກເຂົ້າສູ່ວິກິດການ ທີ່ຮ້າຍແຮງ ແລະ ສາມາດຍາດໄດ້ ຜົນງານທີ່ພົ້ນເດັ່ນໃນທຸກຂົງເຂດ ວຽກງານ. ກອງປະຊຸມໃຫຍ່ ຍັງໄດ້ ເປັນເອກະພາບສູງ ຮັບຮອງເອົາ ການ 7 ບົດຮຽນ ແຫ່ງການນໍາພາ ແລະ ພຶດຕິກໍາຂອງພັກເຮົາ ໄລຍະ 5 ປີ ຜ່ານມາ ກໍຄື 40 ປີ ແຫ່ງ ການປ່ຽນແປງໃໝ່ ເພື່ອເປັນບ່ອນ ອີງສໍາຄັນ ໃຫ້ແກ່ການສືບຕໍ່ເສີມ ຂະຫຍາຍຢ່າງປະດິດສ້າງ ແລະ ເລິກເຊິ່ງ ເຂົ້າໃນພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ເວົ້າລວມແລ້ວຕະຫລອດ ໄລຍະ 50 ປີ ແຫ່ງການປົກປັກຮັກ ສາ ແລະ ສ້າງສາພັດທະນາ ສປປ ລາວ, 40 ປີ ແຫ່ງການປ່ຽນແປງ ໃໝ່ ກໍຄື 5 ປີ ແຫ່ງການຈັດຕັ້ງປະ ຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມາຮອດປັດຈຸບັນໂສມ ໜ້າຂອງປະເທດຊາດ ໄດ້ຮັບການ ພັດທະນາ ແລະ ມີການຫັນປ່ຽນ ໃໝ່ຢ່າງຈະແຈ້ງ, ຖານະບົດບາດ ຂອງປະເທດເຮົາ ນັບມື້ນັບສູງເດັ່ນ ຂຶ້ນ ໃນເວທີພາກພື້ນ ແລະ ສາກົນ. ກອງປະຊຸມໃຫຍ່ ໄດ້ຢືນຢັນ ດ້ວຍຄວາມຕັດສິນໃຈສູງ ທີ່ຈະສືບ ຕໍ່ພາປະເທດຊາດ ກ້າວຂຶ້ນສູ່ຄວາມ ຈະເລີນວັັດທະນາ ພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມ ແຂງຂອງພັກ, ຕັ້ງໜ້າສ້າງເສດຖະ ກິດ ເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະ ໄຕປະຊາຊົນ ໃຫ້ໜັກແໜ້ນກ້າວ ຂຶ້ນສູ່ສັງຄົມນິຍົມ” ໂດຍໄດ້ກໍານົດ ວິໄສທັດ ແລະ ຍຸດທະສາດພັດທະ ນາປະເທດຊາດ ຮອດປີ 2055, ປີ 2035 ແລະ ວາງຄາດໝາຍສູ້ຊົນ ສໍາລັບໄລຍະ 5 ປີຕໍ່ໜ້າ. ພ້ອມນີ້, ກອງປະຊຸມໃຫຍ່ ຍັງໄດ້ເລືອກຕັ້ງ ເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຊຶ່ງປະກອບດ້ວຍກໍາ ມະການສົມບູນ ຈໍານວນ 73 ສະ ຫາຍ, ຍິງ 12 ສະຫາຍ ແລະ ກໍາມະ ການສໍາຮອງ 15 ສະຫາຍ, ຍິງ 2 ສະຫາຍ, ກໍາມະການກົມການເມືອງ ສູນກາງພັກ 13 ສະຫາຍ, ຍິງ 1 ສະ ຫາຍ, ເລຂາທິການສູນກາງພັກ 11 ສະຫາຍ, ຍິງ 4 ສະຫາຍ. ກອງປະ ຊຸມໄດ້ເປັນເອກະພາບສູງ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ເລືອກເອົາສະ ຫາຍ ວັນໄຊ ພອງສະຫວັນ ເປັນ ປະທານຄະນະກວດກາ ແລະ ຮອງ ປະທານຄະນະກວດກາສູນກາງພັກ ຈໍານວນ 6 ສະຫາຍ, ເພື່ອເປັນແກ່ນ ສານນໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາ ລັງປະກອບອາວຸດ ແລະ ທົ່ວປວງ ຊົນລາວທັງຊາດ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດຕົວຈິງ. ສະຫາຍ ອານຸພາບ ຕຸນາລົມ ຍັງ ໃຫ້ຮູ້ອີກວ່າ: ຊາວນະຄອນຫລວງ ວຽງຈັັນແລະປະຊາຊົນລາວບັນດາ ເຜົ່າທົ່ວປະເທດ ມີຄວາມເຊື່ອໝັ້ນ ຢ່າງໜັກແໜ້ນ ພາຍໃຕ້ການນຳ ພາຂອງຄະນະບໍລິຫານງານສູນ ກາງພັກ ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ເປັນແກນ ນໍາ, ເປັນຜູ້ນໍາໜ້າພາທາງສືບຕໍ່ສ້າງ ບາດກ້າວບຸກທະລຸ ແລະ ນະໂຍບາຍ 3 ເປີດໃນການຈັດຕັ້ງປະຕິບັດແນວ ທາງປ່ຽນແປງໃໝ່ ກໍຄື ມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ ໄດ້ຮັບຜົນສຳເລັດທີ່ໃຫຍ່ຫລວງ ກວ່າເກົ່າ.ພ້ອມນີ້,ສະມາຊິກພັກ,ພະ ນັກງານແລະປະຊາຊົນລາວບັນດາ ເຜົ່າທົ່ວປະເທດ, ຕ້ອງໄດ້ຕັ້ງໜ້າ ອອກແຮງ ແລະ ຖືເອົາມະຕິກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງພັກ ເປັນ ເຂັມທິດເຍືອງທາງ ເພື່ອເຊື່ອມສານ ກັບມະຕິກອງປະຊຸມໃຫຍ່ ຂອງບັນ ດາກະຊວງ, ອົງການທຽບເທົ່າ ຂັ້ນ ສູນກາງແລະມະຕິກອງປະຊຸມໃຫຍ່ ອົງຄະນະພັກນະຄອນຫລວງວຽງ ຈັນ, ມະຕິກອງປະຊຸມໃຫຍ່ຂອງອົງ ຄະນະພັກແຂວງ ຍູ້ແຮງພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ ໃນໄລຍະໃໝ່ ໃຫ້ມີ ທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກ້າວຂຶ້ນ, ກ້າວຂຶ້ນຢ່າງແຂງ ແຮງ ແລະ ບໍ່ຢຸດຢັ້ງ. ຂ່າວ: ທະນູທອງ; ພາບ: ເກດສະໜາ ວັດທະນະທຳ,ກິລາແລະທ່ອງທ່ຽວ ແຫ່ງ ສສ ຫວຽດນາມ, ມີບັນດາສະ ຫາຍການນໍາຂັ້ນສູງ, ອະດີດການນໍາ ຂັ້ນສູງຂອງພັກ-ລັດ,ທູຕານຸທູດ,ພະ ນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນຊາວນະຄອນຫລວງວຽງ ຈັນ ແລະ ຊາວຫວຽດນາມ ພ້ອມ ດ້ວຍຄະນະນັກສະແດງສິລະປະ ວັນນະຄະດີ ສປປ ລາວ ແລະ ສສ ຫວຽດນາມເຂົ້າຮ່ວມ. ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ກ່າວວ່າ: ເພື່ອຂໍ່ານັບຊົມເຊີຍຜົນສໍາເລັດການ ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ ທີ່ຫາກໍປິດລົງໃນ ວັນທີ 8 ມັງກອນຜ່ານມາ ກໍຄື ໄລ ຍະດຽວກັນກັບສ້າງຂະບວນການ ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XIV ຂອງພັກ ກອມມູນິດຫວຽດນາມ ທີ່ຈະໄຂຂຶ້ນ ໃນທ້າຍເດືອນມັງກອນ2026ຢ່າງ ເປັນຂະບວນຟົດຟື້ນ ແລະ ກໍແມ່ນ ໄລຍະທີ່ປະຊາຊົນສອງຊາດ ລາວຫວຽດນາມ ພວມເບີກບານມ່ວນ ຊື່ນ ແລະ ພ້ອມກັນຢືນຢັນຕໍ່ຄວາມ ສໍາຄັນ, ຄວາມໝາຍຍຸດທະສາດ ຂອງສາຍພົວພັນ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ເຖິງສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມ ມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ກໍຄື 64 ປີ ແຫ່ງການສ້າງ ຕັ້ງສາຍພົວພັນການທູດ ແລະ 49 ປີ ຂອງວັນເຊັນສົນທິສັນຍາມິດຕະ ພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ. ງານສະແດງສິລະປະຄັ້ງນີ້, ບໍ່ ພຽງແຕ່ເປັນງານສິລະປະບັນເທີງ ທົ່ວໄປ, ແຕ່ຄື “ບົດເພງປະຫວັດ ສາດ”, ເປັນການຢັ້ງຢືນວ່າຈາກ “ຂຸມຄອງສູ້ຮົບດຽວກັນ” ໃນສະ ໄໝຕໍ່ສູ້ກູ້ຊາດ, ມາສູ່ຍຸກສະໄໝ ໃໝ່ແຫ່ງການສ້າງສາພັດທະນາ, ສອງຊາດພວກເຮົາຍັງຄົງຈັບມືກັນ ກ້າວໄປຂ້າງໜ້າຢ່າງໝັ້ນຄົງດ້ວຍ ການ “ເຊື່ອມຈອດທາງຍຸດທະ ສາດ” ທັງທາງດ້ານເສດຖະກິດ, ຄົມມະນາຄົມ ແລະ ວັດທະນະທຳ ເພື່ອນໍາເອົາຄວາມຜາສຸກມາສູ່ປະ ຊາຊົນຂອງທັງສອງປະເທດ. ຕາງ ໜ້າການນໍາພັກ-ລັດ ແລະ ປວງຊົນ ລາວ ບັນດາເຜົ່າ ສະແດງຄວາມ ຂອບອົກຂອບໃຈຕໍ່ການສະໜັບ ສະໜູນຊ່ວຍເຫລືອເຊິ່ງກັນ ແລະ ສະແດງສິລະປະພິເສດ...ິິ ກັນ ຢ່າງໝົດຈິດໝົດໃຈ ຂອງເພື່ອນ ຫວຽດນາມ ຖານອ້າຍນ້ອງ ທີ່ດີຕະ ຫລອດໄລຍະຜ່ານມາ. ສາມາດຢືນ ຢັນວ່າສາຍພົວພັນ ລາວ-ຫວຽດ ນາມ ເປັນມໍລະດົກອັນລໍ້າຄ່າຂອງ ສອງຊາດ, ເປັນປັດໄຈພາວະວິໄສ, ເປັນກົດເກນປະຫວັດສາດ ແລະ ເປັນກໍາລັງແຮງອັນໃຫຍ່ຫລວງ ຂອງສອງພັກ, ສອງລັດ ທີ່ຕ້ອງໄດ້ ຮັບການເສີມຂະຫຍາຍ, ສົ່ງຕໍ່ໃຫ້ ບັນດາຄົນຮຸ່ນໜຸ່ມຕໍ່ໄປ; ເຊື່ອໜັ້ນ ວ່າເຫດການສໍາຄັນທາງວັດທະນະ ທໍາຂອງສອງປະເທດໃນຄັ້ງນີ້ ໄດ້ ປະກອບສ່ວນສໍາຄັນເປັນບາດກ້າວ ກະໂດດ ໃຫ້ແກ່ການພັດທະນາສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມື ຮອບດ້ານ ແລະ ຫຸ້ນສ່ວນຍຸດທະ ສາດ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ໝັ້ນຄົງຂະໜົງແກ່ນ ແລະ ສົດໃສ ດັ່ງດອກບົວທອງ ແລະ ດອກຈຳປາ ຕະຫລອດກາລະນານ. ສະຫາຍ ຫງວຽນ ວັນ ຮຸ່ງ ກໍໄດ້ ມີຄໍາເຫັນວ່າ: ສິລະປະວັດທະນະທໍາ ມີບົດບາດສໍາຄັນຢ່າງຍິ່ງໃນການ ບົວລະບັດຈິດໃຈຄວາມສາມັກຄີ ແຫ່ງຊາດ, ຮັກສາ ແລະ ເຊີດຊູອົງ ປະກອບເອກະລັກ. ລາຍການສະ ແດງສິລະປະພິເສດໃນມື້ນີ້, ແມ່ນ ສຽງເວົ້າຂອງວັດທະນະທໍາ, ແມ່ນ ຜົນສະທ້ອນຂອງອາລົມ, ຄວາມ ເຊື່ອໝັ້ນ ແລະ ຄວາມປາຖະໜາ ຂອງປະຊາຊົນສອງປະເທດ ຫວຽດ ນາມ-ລາວ, ເປັນຄໍາອວຍພອນອັນ ຈິງໃຈ, ເລິກເຊິ່ງ ແລະ ເປັນຂອງ ຂວັນທາງຈິດໃຈທີ່ມີຄວາມໝາຍ ສໍາຄັນຈາກ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ມອບໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວ ອັນ ເປັນທີ່ຮັກແພງ ເນື່ອງໃນໂອກາດ ອັນສໍາຄັນນີ້. ຜ່ານພາສາສິລະປະ, ລາຍການສະແດງໄດ້ສະທ້ອນໃຫ້ ເຫັນເຖິງຄວາມພາກພູມໃຈແຫ່ງ ຊາດ, ເສີມສ້າງຄວາມເຊື່ອໝັ້ນ ທີ່ ໄດ້ເລືອກໄປຕາມເສັ້ນທາງການພັດ ທະນາ ຂອງພັກປະຊາຊົນປະຕິວັດ ລາວ, ພ້ອມທັງເຊີດຊູຄຸນຄ່າວັດທະ ນະທໍາ, ປະເພນີອັນດີງາມຂອງດິນ ແດນລ້ານຊ້າງວິລະຊົນ. ນີ້ແມ່ນ ເຫດການທີ່ມີຄວາມໝາຍພິເສດ ຢ່າງຍິ່ງ, ເປັນຂີດໝາຍໃໝ່ໃນການ ເສີມສ້າງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ ລະຫວ່າງສອງ ພັກ, ສອງລັດ; ເພີ່ມພູນຄວາມຜູກ ພັນ, ຄວາມເຊື່ອໝັ້ນອັນພິເສດ, ຄວາມຈິງໃຈ ແລະ ຄວາມເປັນສະ ຫາຍ ເປັນອ້າຍນ້ອງຫວຽດນາມລາວ, ລາວ-ຫວຽດນາມ. ອວຍ ພອນໃຫ້ສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດ ລະຫວ່າງ ຫວຽດ ນາມ-ລາວ, ລາວ-ຫວຽດນາມ ຈົ່ງ ຂຽວສົດງົດງາມ ແລະ ໝັ້ນຄົງທະ ໜົງແກ່ນຊົ່ວກາລະນານ. ສໍາລັບລາຍການສະແດງສິລະ ປະພິເສດ ລາວ-ຫວຽດນາມ, ປະ ກອບດ້ວຍບັນດາລາຍການສະແດງ ທີ່ໄດ້ຮວບຮວມເອົາປະຫວັດສາດ ແລະ ປັດຈຸບັນ, ສະທ້ອນໃຫ້ເຫັນ ເຖິງຄວາມຜູກພັນທີ່ໃກ້ຊິດ ແລະ ບໍ່ສາມາດແຍກອອກ ຈາກກັນໄດ້ ລະຫວ່າງປະຊາຊົນສອງຊາດລາວ ແລະ ຫວຽດນາມ. ສິ່ງເຫລົ່ານີ້ບໍ່ ເປັນພຽງແຕ່ເລື່ອງລາວໃນອະດີດ, ແຕ່ຍັງເປັນການຢືນຢັນ ບໍ່ວ່າປັດຈຸ ບັນ ຫລື ອະນາຄົດ: ຊາຕາກຳຂອງ ສອງຊາດ ລາວ-ຫວຽດນາມ ເຊື່ອມ ໂຍງກັນຢ່າງໃກ້ຊິດ, ປະສານກົມ ກຽວເພື່ອສັນຕິພາບ, ເອກະລາດ, ການພັດທະນາ ແລະ ຄວາມຈະ ເລີນຮຸ່ງເຮືອງ. ຂ່າວ: ຍຸພິນທອງ
rh v,gxa og9Q kdko9a f8A 'za o0tspkp ,t8y dv'xt-5 ,.spj 7A 'mu XII 0v'ra d 12/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ຢ່າາົ່ຕົ່ງ່ງ ບົດສະເໜີົີ 9exkla d 9tl5 ,.lj s]kp|h k;Pd grnj v.sh gva lgva ,vu g0Q kg4y 'cs]j 'mb o.ova f8kfvdg[h p8+ k ໂດຍ: ທູນນທອງໃຈູ ຜັນຂະຫຍາຍມະຕິັ ນິ ກອງປະຊຸມມ່ໃຫຍຸ່ ຄັ້ງທີ XII ຂອງພັກັ້ ງີ ັ ກ ຂປລ.ພາຍຫລັງທີ່ກອງປະຊຸມ ໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດໄດ້ສຳເລັດ, ບັນດາຜູ້ແທນ ກອງປະຊຸມໃນຂອບເຂດທົ່ວປະ ເທດ ກໍພ້ອມທີ່ຈະເອົາເນື້ອໃນ, ມະ ຕິຕ່າງໆທີ່ສຳຄັນໄປຜັນຂະຫຍາຍ ຢູ່ໃນຂອບເຂດແຂວງ, ເມືອງໃຫ້ ປະກົດເປັນຈິງເທື່ອລະກ້າວ. ດັ່ງສະຫາຍຫົງທອງຈັນທະຈິດ ຄະນະປະຈຳພັກແຂວງ ເລຂາຄະ ນະບໍລິຫານງານພັກເມືອງຊຳເໜືອ ແຂວງຫົວພັນ ໄດ້ໃຫ້ສໍາພາດຕໍ່ສື່ ມວນຊົນ ເນື່ອງໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີXII ຂອງພັກ ວ່າ: ຄະນະບໍລິຫານງານພັກແຂວງ ກໍຄື ຄະນະບໍລິຫານງານພັກເມືອງ ຊຳເໜືອ ກໍພ້ອມເປັນເຈົ້າການໃນ ການຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ເຂົ້າໃນ ວຽກງານຕ່າງໆພາຍໃນເມືອງ ກໍຄື ແຂວງໃຫ້ປະກົດຜົນເປັນຈິງ. ໃນນາມຕາງໜ້າຜູ້ແທນສົມ ບູນຂອງແຂວງຫົວພັນ ທີ່ເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກຄັ້ງນີ້ ຊຶ່ງໃນກອງປະຊຸມໄດ້ ຮັບຟັງການລາຍງານຮ່າງບົດ ລາຍງານການເມືອງຈາກສະຫາຍ ເລຂາທິການໃຫຍ່ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມຈາກສະຫາຍ ນາຍົກລັດຖະມົນຕີ ໂດຍເຫັນດີເປັນ ເອກະພາບຢ່າງສູງຕໍ່ກັບເນື້ອໃນ ຂອງກອງປະຊຸມທີ່ໄດ້ນຳສະເໜີຄັ້ງ ນີ້. ຜ່ານການຈັດຕັ້ງປະຕິບັດມະຕິ ກອງປະຊຸມໃຫຍ່ ຄັ້ງ ທີ XI 5 ປີ ຜ່ານມາເຫັນວ່າມີຜົນສຳເລັດຫລາຍ ດ້ານ. ເວົ້າລວມ, ເວົ້າສະເພາະດ້ານ ຄວາມສະຫງົບພາຍໃນເມືອງຊຳ ເໜືອກໍຄືແຂວງຫົວພັນມີຄວາມ ສະຫງົບ ໂດຍພື້ນຖານ, ດ້ານເສດ ຖະກິດສືບຕໍ່ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ດ້ານລາຍຮັບໃນໄລ ຍະ 5 ປີ ຜ່ານມາ ແຂວງຫົວພັນ ສາມາດຈັດເກັບລາຍຮັບໄດ້ເກີນ ແຜນການທີ່ວາງໄວ້ ຊຶ່ງເປັນປັດໄຈ ສຳຄັນໃນການພັດທະນາແຂວງໃຫ້ ກ້າວໜ້າຂຶ້ນເລື້ອຍໆ. ແນວໃດກໍດີ, ພາຍຫລັງສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XII ນີ້ ກໍ ພ້ອມຈະນຳເອົາເນື້ອໃນຈິດໃຈ ແລະ ມະຕິຕ່າງໆໄປຈັດຕັ້ງຜັນຂະຫຍາຍ ຢູ່ແຂວງຫົວພັນ ໂດຍສະເພາະ ແມ່ນຢູ່ເມືອງຊຳເໜືອ ເພື່ອເຮັດໃຫ້ ເນື້ອໃນກອງປະຊຸມດັ່ງກ່າວ ມີຜົນ ປະກົດເປັນຈິງ ແລະ ແທດເໝາະ ກັບສະພາບຕົວຈິງຂອງທ້ອງຖິ່ນ. ສະຫາຍ ຫົງທອງ ຈັນທະຈິດ ກ່າວ. ຂປລ. ໃນປີທີ່ຜ່ານມາ ຄະນະ ພັກ-ຄະນະນໍາ ແລະ ຂະແໜງການ ທີ່ກ່ຽວຂ້ອງຂອງພະແນກອຸດສາ ຫະກໍາ ແລະ ການຄ້າແຂວງ ໄດ້ຊຸກ ຍູ້, ສົ່ງເສີມຫົວໜ່ວຍວິສາຫະກິດ ຂະໜາດນ້ອຍ ແລະ ຂະໜາດກາງ (SME) ເຂົ້າເຖິງແຫລ່ງທຶນຕ່າງໆ ຂອງລັດຖະບານ ໃນ 5 ບ້ວງເງິນ ຊຶ່ງປັດຈຸບັນສາມາດຊຸກຍູ້ສົ່ງເສີມ ເຂົ້າເຖິງແຫລ່ງທຶນໄດ້ແລ້ວ 72 ຫົວໜ່ວຍ, 80 ສັນຍາ ລວມມູນ ຄ່າ 101,70 ຕື້ກວ່າກີບ ໃນນັ້ນ, ຂະແໜງກະສິກໍາມີ 18 ຫົວໜ່ວຍ, 23 ສັນຍາ, ຂະແໜງອຸດສາຫະກຳ 4 ຫົວໜ່ວຍ, 5 ສັນຍາ, ຂະແໜງ ຫັດຖະກຳ 2 ຫົວໜ່ວຍ, 2 ສັນຍາ, ຂະແໜງທ່ອງທ່ຽວ 7 ຫົວໜ່ວຍ, 7 ສັນຍາ ແລະ ຂະແໜງການຄ້າ-ການ ບໍລິການ 41 ຫົວໜ່ວຍ, 43 ສັນຍາ. ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຈໍາປາສັກ ຈັດກອງ ປະຊຸມສະຫລຸບວຽກງານກໍ່ສ້າງ ຮາກຖານການເມືອງ, ວຽກງານ ພັດທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ປະຈໍາປີ 2025 ໃນຕົ້ນເດືອນ ມັງກອນ 2026 ໂດຍໄດ້ມີຄໍາເຫັນ ຕໍ່ວຽກງານການສົ່ງເສີມ SME ໃຫ້ສາມາດເຂົ້າເຖິງແຫລ່ງທຶນວ່າ: ສະເພາະໃນປີ 2025 ທຸລະກິດ SME ຢູ່ແຂວງຈຳປາສັກ ສາມາດ ເຂົ້າເຖິງແຫລ່ງທຶນເພີ່ມຂຶ້ນ 5 ຫົວ ໜ່ວຍ, 5 ສັນຍາ ມູນຄ່າ 4,3 ຕື້ ກີບ ໃນນັ້ນ, ຂະແໜງການຄ້າມີ 2 ຫົວໜ່ວຍ, 2 ສັນຍາ, ຂະແໜງ ກະສິກຳ ມີ 3 ຫົວໜ່ວຍ, 3 ສັນຍາ. ພາຍຫລັງຫົວໜ່ວຍທຸລະກິດໄດ້ຮັບ ສິນເຊື່ອແລ້ວພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຈໍາປາສັກ ໄດ້ ຮ່ວມກັບກອງທຶນສົ່ງເສີມຈຸນລະ ວິສາຫະກິດຂະໜາດນ້ອຍ ແລະ ຂະ ໜາດກາງ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງຕິດຕາມ, ສໍາ ຫລວດເກັບກຳຂໍ້ມູນ ເພື່ອປະເມີນ ສະພາບການດໍາເນີນທຸລະກິດຄືນ. ພ້ອມນີ້, ກໍໄດ້ຊຸກຍູ້, ສົ່ງເສີມຫົວ ໜ່ວຍທຸລະກິດພາຍໃນແຂວງຕິດ ສະຫາຍ ຫົງທອງ ຈັນທະຈິດ ກາໝາຍສິນຄ້າ ໜຶ່ງເມືອງໜຶ່ງຜະ ລິດຕະພັນ (ໂອດັອບ) ປັດຈຸບັນ ໄດ້ຮັບກາໝາຍສິນຄ້າໂອດັອບ 48 ຫົວໜ່ວຍ, 152 ຜະລິດຕະພັນ. ສະເພາະໃນປີ 2025 ເພີ່ມຂຶ້ນ 3 ຫົວໜ່ວຍ, 3 ຜະລິດຕະພັນ ແລະ ສາມາດຈັດຕັ້ງປະຕິບັດ ຊື້-ຂາຍ ໃນປີ 2025 ລວມມູນຄ່າໃນການ ຜະລິດທັງໝົດ 156,86 ຕື້ກວ່າ ກີບ, ມູນຄ່າການຜະລິດພາຍໃນປີ 150,66 ຕື້ກວ່າກີບ, ມູນຄ່າສິນຄ້າ ຄ້າງສາງຍົກມາ 6,19 ຕື້ກວ່າກີບ, ລວມມູນຄ່າການຈໍາໜ່າຍທັງໝົດ 187,65 ຕື້ກວ່າກີບ ໃນນັ້ນ, ຈໍາ ໜ່າຍພາຍໃນ 170,87 ຕື້ກວ່າກີບ, ຈໍາໜ່າຍໄປຕ່າງປະເທດ 17,56 ຕື້ກວ່າກີບ, ລວມມູນຄ່າສິນຄ້າ ຄ້າງສາງທັງໝົດ 7,76 ຕື້ກວ່າ ກີບ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 12,98%. ພ້ອມນີ້, ຍັງໄດ້ຊຸກຍູ້ຫົວໜ່ວຍທຸ ລະກິດພາຍໃນແຂວງທີ່ໄດ້ຮັບກາ ໝາຍສິນຄ້າໂອດັອບ ຈົດທະບຽນ ເຄື່ອງໝາຍການຄ້າ 9 ຫົວໜ່ວຍ, ລວມມີ 39 ຜະລິດຕະພັນ, ມີຫົວ ໜ່ວຍປະເພດຫັດຖະກໍາ 2 ຫົວໜ່ວຍ ມີ 16 ຜະລິດຕະພັນ; ໄດ້ຊຸກຍູ້, ສົ່ງເສີມຫົວໜ່ວຍທຸລະກິດພາຍໃນ ແຂວງ ໂດຍໄດ້ຈັດງານ ແລະ ນໍາ ພາຫົວໜ່ວຍທຸລະກິດ ເຂົ້າຮ່ວມງານ ວາງສະແດງ-ຈຳໜ່າຍສິນຄ້າໃນປີ 2025 ທັງໝົດ 31 ຄັ້ງ, ພາຍໃນ ປະເທດ 25 ຄັ້ງ ແລະ ຕ່າງປະເທດ 6 ຄັ້ງ; ໄດ້ນໍາພາຫົວໜ່ວຍທຸລະກິດ ພາຍໃນແຂວງສ້າງບົດບັນທຶກ ປຶກສາຫາລືເຈລະຈາທາງດ້ານ ການຄ້າ, ການລົງທຶນ-ການທ່ອງ ທ່ຽວ (Business Matching) ລະຫວ່າງ ຫົວໜ່ວຍທຸລະກິດຂອງ ແຂວງຈໍາປາສັກ ສປປ ລາວ ກັບ ຫົວໜ່ວຍທຸລະກິດຂອງຈັງຫວັດ ອຸບົນຣາຊະທານີ ຣາຊະອານາຈັກ ໄທ ໃນປີ 2025 ໄດ້ 6 ບົດບັນທຶກ ເປັນມູນຄ່າ 15,5 ລ້ານໂດລາ ສະຫະລັດ ແລະ 423 ລ້ານບາດ ໃນນີ້, ສະມາຄົມທຸລະກິດການ ທ່ອງທ່ຽວຈັງຫວັດອຸບົນຣາຊະ ທານີ (ຜູ້ຊື້) ກັບສະມາຄົມທຸລະກິດ ທ່ອງທ່ຽວແຂວງຈໍາປາສັກ (ຜູ້ ຂາຍ) ທັງສອງຝ່າຍໄດ້ຕົກລົງຊື້- ຂາຍກຸ່ມທົວຂະໜາດນ້ອຍ, ກຸ່ມທົວ ຂະໜາດໃຫຍ່ ແລະ ກຸ່ມຄາລາວານ ລວມມູນຄ່າການສັ່ງຊື້ 13 ລ້ານ ບາດ; ບໍລິສັດເອັກເພີດ ອິນພອດ ແອນ ເອັກພອດ ເມເນດເມນ ຈຳກັດ (ຜູ້ຊື້) ກັບບໍລິສັດປາກຊ່ອງພັດ ທະນາຂາອອກ-ຂາເຂົ້າ ຈຳກັດຜູ້ ດຽວ (ຜູ້ຂາຍ) ທັງສອງຝ່າຍໄດ້ ຕົກລົງຊື້-ຂາຍມັນຕົ້ນແຫ້ງລວມ ມູນຄ່າການສັ່ງຊື້ 200 ລ້ານບາດ; ບໍລິສັດປາກຊ່ອງໄທການກະເສດ ຈຳກັດ (ຜູ້ຊື້) ກັບບໍລິສັດປາກຊ່ອງ ພັດທະນາ ຂາອອກ-ຂາເຂົ້າ ຈຳກັດ ຜູ້ດຽວ (ຜູ້ຂາຍ) ທັງສອງຝ່າຍໄດ້ ຕົກລົງ ຊື້-ຂາຍມັນຕົ້ນແຫ້ງ, ຜັກ ກະຫລໍ່າ, ຜັກກາດຂາວ, ກ້ວຍນໍ້າ ວ້າ, ກ້ວຍຫອມ, ໝາກເຜັດ, ໝາກ ນາວ, ໝາກນອດ, ມັນດ້າງ ແລະ ຖົ່ວດິນ ລວມມູນຄ່າການສັ່ງຊື້ 200 ລ້ານບາດ; ບໍລິສັດຫ້າງຫຸ້ນສ່ວນ ຈຳກັດ ນໍ້າການກະເສດ (ຜູ້ຊື້) ກັບບໍລິສັດສາລະວັນພັດທະນາຂາ ອອກ-ຂາເຂົ້າ ຈຳກັດຜູ້ດຽວ (ຜູ້ ຂາຍ) ທັງສອງຝ່າຍໄດ້ຕົກລົງ ຊື້-ຂາຍກ້ວຍນໍ້າວ້າ, ມັນດ້າງ, ຖົ່ວ ດິນ, ກ້ວຍຫອມ, ໝາກນອດ, ຜັກ ກະຫລໍ່າ, ຜັກກາດຂາວ, ໝາກນາວ ແລະ ໝາກເຜັດ ລວມມູນຄ່າການ ສັ່ງຊື້ 10 ລ້ານບາດ; ກຸ່ມບໍລິສັດ ເອ ເດນອຸດົມຜົນ ຈຳກັດຜູ້ດຽວ ແຂວງ ຈຳປາສັກ ມີ 2 ສັນຍາ ຄື: ຮ່ວມມື ກັບບໍລິສັດບຸນເຮືອງຈະເລີນຊັບ 999 ຈໍາກັດ ຈັງຫວັດອຸບົນຣາຊະ ທານີ, ຮ່ວມມືໃນການຊື້-ຂາຍຜັກ ກະຫລໍ່າ, ໝາກຖົ່ວດິນ, ກ້ວຍນໍ້າ ວ້າ, ກ້ວຍຫອມ, ມັນເທດ, ໝາກ ນອດ, ໝາກຂາມ, ໝາກຫຸ່ງ, ໝາກ ມີ້, ຖົ່ວລຽນ ລວມມູນຄ່າ 7 ລ້ານ ໂດລາສະຫະລັດ ແລະ ຮ່ວມມືກັບ ບໍລິສັດຫ້າງຫຸ້ນສ່ວນສະບາຍດີຈໍາ ປາກຣຸບ ຈຳກັດ ຈັງຫວັດອຸບົນຣາ ຊະທານີ ຮ່ວມມືໃນການຊື້-ຂາຍ ຜັກກະຫລໍ່າ, ຖົ່ວດິນ, ກ້ວຍນໍ້າວ້າ, ກ້ວຍຫອມ, ມັນເທດ, ໝາກນອດ, ໝາກຂາມ, ໝາກຫຸ່ງ, ໝາກມີ້ ແລະ ຖົ່ວລຽນ, ລວມມູນຄ່າ 8,5 ລ້ານໂດລາສະຫະລັດ ຊຶ່ງສາມາດ ປະຕິບັດການສົ່ງອອກສິນຄ້າຜູກພັນ ສອງສົ້ນໃນປີ 2025 ໄດ້ມູນຄ່າ 252.723.557 ໂດລາສະຫະລັດ, ທຽບໃສ່ໄລຍະດຽວຂອງປີຜ່ານມາ ເພີ່ມຂຶ້ນ 9,59%, ທຽບໃສ່ແຜນ ປີ 2025 ປະຕິບັດໄດ້ລື່ນແຜນ 2,42%, ກວມເອົາ 56,71%ຂອງ ການສົ່ງອອກສິນຄ້າກະສິກໍາ (ວັດຖຸ ດິບ), ກວມເອົາ 38,73% ຂອງ ການສົ່ງອອກທັງໝົດ. ທ່ານ ບຸນຍະເດດ ທອງສະຫວັນ ໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັບຜົນງານ ດ້ານດີທີ່ກ່າວມານັ້ນ ກໍຍັງມີຂໍ້ຫຍຸ້ງ ຍາກບາງດ້ານເປັນຕົ້ນພາກທຸລະກິດ ຍັງບໍ່ສາມາດເຂົ້າຫາແຫລ່ງທຶນ ໄດ້ຢ່າງທົ່ວເຖິງ, ບັນດາຫົວໜ່ວຍ ທຸລະກິດຂະໜາດນ້ອຍ ແລະ ຂະ ໜາດກາງສ່ວນໃຫຍ່ຍັງບໍ່ສາມາດ ປະຕິບັດໄດ້ຕາມເງື່ອນໄຂທີ່ໄດ້ລະບຸ ໄວ້ຢູ່ໃນມາດຕາ 14 ຂອງດໍາລັດ ລັດຖະບານ ເລກທີ 05/ລບ, ລົງ ວັນທີ 12 ມັງກອນ 2023; ຫົວ ໜ່ວຍທຸລະກິດ, ຜູ້ປະກອບກິດຈະ ການສ່ວນໃຫຍ່ບໍ່ມີຄວາມກະຕືລືລົ້ນ ແລະ ບໍ່ເປັນເຈົ້າການໃນການຊອກຮູ້ ຮໍ່າຮຽນ. ສະນັ້ນ, ເພື່ອແກ້ໄຂບັນຫາ ດັ່ງກ່າວ ໃນຕໍ່ໜ້ານີ້ຄະນະພັກ-ຄະ ນະນໍາພະແນກອຸດສາຫະກໍາ ແລະ ການຄ້າແຂວງຈຳປາສັກ ຈະຮ່ວມ ກັບຂະແໜງການທີ່ກ່ຽວຂ້ອງສືບ ຕໍ່ຊຸກຍູ້, ສົ່ງເສີມຫົວໜ່ວຍທຸລະກິດ SME ຂອງແຂວງເຂົ້າຫາແຫລ່ງ ທຶນຕ່າງໆໃນອັດຕາດອກເບ້ຍ 3% ແລະ 5,5%; ສືບຕໍ່ຈັດກອງປະຊຸມ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບ ວຽກງານສົ່ງເສີມ ແລະ ການເຂົ້າ ຫາແຫລ່ງທຶນຂອງ SME; ສືບຕໍ່ ສົ່ງເສີມໃຫ້ເກີດມີເວທີປຶກສາລະ ຫວ່າງພາກລັດ ແລະ ພາກເອກະ ຊົນໃນຂັ້ນທ້ອງຖິ່ນ; ສືບຕໍ່ສ້າງ ຄວາມສາມາດໃຫ້ຜູ້ປະກອບກິດຈະ ການໃນການເຂົ້າຫາແຫລ່ງທຶນ ພ້ອມທັງສືບຕໍ່ສົ່ງເສີມຄວາມເຂັ້ມ ແຂງ ໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຂົ້າເຖິງຕະຫລາດ. ສຳລັບວຽກສົ່ງເສີມການຄ້າ, ຈະສືບຕໍ່ລົງເຄື່ອນໄຫວຊຸກຍູ້ສົ່ງເສີມ ແລະ ປະເມີນຜະລິດຕະພັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງ ນະຄອນປາກເຊ ແລະ 9 ເມືອງ; ສືບຕໍ່ຈັດງານ ແລະ ຊຸກຍູ້ຫົວໜ່ວຍ ທຸລະກິດເຂົ້າຮ່ວມງານວາງສະແດງ ສິນຄ້າ-ຈໍາໜ່າຍສິນຄ້າໃນວັນສໍາ ຄັນຕ່າງໆທັງພາຍໃນ ແລະ ຕ່າງ ປະເທດ ໂດຍສະເພາະງານວາງສະ ແດງ ແລະ ຈໍາໜ່າຍສິນຄ້າເຊື່ອມ ໂຍງແມ່ນໍ້າຂອງ ແລະ ແຄມຝັ່ງທະ ເລດາໜັງ ເພື່ອດຶງດູດການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ 5 ປະເທດລາວ, ຫວຽດນາມ, ໄທ, ຈີນ ແລະ ກຳປູເຈຍ; ເຂົ້າຮ່ວມງານ ວາງສະແດງສິນຄ້າຢູ່ນະຄອນໂຮຍ ອານ (ປັດຈຸບັນໂຮມມາເປັນແຂວງ ດາໜັງ) ສສ ຫວຽດນາມ ປະຈໍາປີ 2026; ເຂົ້າຮ່ວມງານວາງສະແດງ ສິນຄ້າການທ່ອງທ່ຽວ ແລະ ການ ລົງທຶນ ປະຈຳປີ 2026 ທີ່ນະຄອນ ດາໜັງ ສສ ຫວຽດນາມ; ເຂົ້າຮ່ວມ ງານວາງສະແດງສິນຄ້າ ລາວ-ໄທ ປະຈໍາປີ 2026 ຢູ່ຈັງຫວັດອຸບົນ ຣາຊະທານີ ຣາຊະອານາຈັກໄທ; ສືບຕໍ່ຊຸກຍູ້ສົ່ງເສີມຫົວໜ່ວຍຫັດຖະ ກໍາພາຍໃນແຂວງນໍາເອົາຜະລິດ ຕະພັນເຂົ້າຕິດກາໝາຍຫັດຖະກໍາ ແຫ່ງຊາດ ຄາດຄະເນໃຫ້ໄດ້ 10 ຫົວ ໜ່ວຍໃນປີ 2026; ສືບຕໍ່ຕິດຕາມ, ປະສານສົມທົບກັບຫ້ອງການອຸດສາ ຫະກຳ ແລະ ການຄ້າ ນະຄອນປາກ ເຊ ແລະ 9 ເມືອງ ກ່ຽວກັບການຕໍ່ໃບ ອະນຸຍາດນຳໃຊ້ກາໝາຍໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ຕາມ ດຳລັດເລກທີ 632/ລບ ວ່າດ້ວຍ ການນຳໃຊ້ກາໝາຍໜຶ່ງເມືອງໜຶ່ງ ຜະລິດຕະພັນແຫ່ງຊາດ; ສືບຕໍ່ລົງ ຊຸກຍູ້ສິນຄ້າທ່າແຮງຂອງແຂວງ ເພື່ອຕິດກາໝາຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ, ຄາດ ຄະເນໃຫ້ໄດ້ 20 ຫົວໜ່ວຍໃນປີ 2026. ສະນັ້ນ, ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານມີຜົນສໍາ ເລັດຄະນະພັກ-ຄະນະນໍາພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ລວມທັງຂະແໜງທີ່ກ່ຽວຂ້ອງຕ້ອງ ເພີ່ມທະວີເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານຢ່າງຕໍ່ເນື່ອງ, ມີການຕິດ ຕາມ, ມີການປະເມີນຜົນ, ມີການ ລາຍງານສາຍຕັ້ງ ແລະ ສາຍຂວາງ ຢ່າງເປັນປົກກະຕິເພື່ອແກ້ໄຂບັນຫາ ຕ່າງໆໃຫ້ທັນກັບສະພາບການ.
RkJQdWJsaXNoZXIy MTc3MTYxMQ==