ສ. ເກົາຫລີ ເລັ່ງນໍາເຂົ້າໄຂ່ໄກ່ກວ່າ 2,24 ລ້ານໜ່ວຍຈາກ ສ.ອາເມລິກາ

12/01/2026 13:12
KPL ກະຊວງກະສິກຳ, ອາຫານ ແລະ ກິດຈະການຊົນນະບົດ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ສ.ເກົາຫລີ ຈະນໍາເຂົ້າໄຂ່ໄກ່ສົດ ຈຳນວນ 2,24 ລ້ານໜ່ວຍ ຈາກສ.ອາເມລິກາ ໃນເດືອນມັງກອນ 2026 ນີ້,

ຂປລ. ສຳນັກຂ່າວ ອິນໂຟເຄວສ: ກະຊວງກະສິກຳ, ອາຫານ ແລະ ກິດຈະການຊົນນະບົດ ເປີດເຜີຍ ເມື່ອບໍ່ດົນມານີ້ວ່າ: ສ.ເກົາຫລີ ຈະນໍາເຂົ້າໄຂ່ໄກ່ສົດ ຈຳນວນ 2,24 ລ້ານ ໜ່ວຍຈາກ ສ.ອາເມລິກາ ໃນເດືອນມັງກອນ 2026 ນີ້, ເພື່ອຊ່ວຍຮັກສາ ສະຖຽນລະພາບ ລາຄາໄຂ່ໄກ່ໃນປະເທດ ທ່າມກາງການແພ່ລະບາດ ຂອງໄຂ້ຫວັດສັດປິກ.

ໂດຍບໍລິສັດ ຈະເປັນຜູ້ຈັດຊື້ໄຂ່ໄກ່ຈາກ ສ.ອາເມລິກາ ກ່ອນທີ່ຈະແຈກຢາຍໄປຍັງ ຮ້ານຄ້າຕ່າງໆ ທີ່ຈຳໜ່າຍວັດຖຸດີບ, ອາຫານ ທົ່ວປະເທດ.

ນັບເປັນຄັ້ງທຳອິດໃນຮອບ 2 ປີ ທີ່ ສ.ເກົາຫລີ ຊື້ໄຂ່ໄກ່ທີ່ຜະລິດໃນ ສ.ອາເມລິກາ, ຊຶ່ງຖືເປັນມາດຕະການປ້ອງກັນ ການຂາດແຄນໄຂ່ໄກ່ ທີ່ອາດເກີດຂຶ້ນ, ໃນຂະນະທີ່ ສ.ເກົາ ຫລີ ພວມຮັບມືກັບ ການແພ່ລະບາດ ຂອງໄຂ້ຫວັດສັດປີກ ໃນໄລຍະບໍ່ເທົ່າໃດເດືອນ ຜ່ານມາ.

KPL

ຂ່າວອື່ນໆ


Top