ປະເທດ ກຳປູເຈຍ

10/11/2025 13:05
Email Print 6418
KPL ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ(Cambodia) ຫລື ຣາ​ຊະອາ​ນາ​ຈັກ ກຳ​ປູ​ເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະ​ນົມ​ເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວແລະໄທ; ທິດຕາເວັນອອກຕິດກັບ ຫວຽດນາມ, ​ໂດຍລວມແລ້ວ ກຳປູເຈຍ ມີຊາຍແດນຕິດກັບ ປະເທດເພື່ອນບ້ານ ມີໄລຍະທາງ 2.572 ກິໂລແມັດແລະ ມີເນື້ອທີ່ ປະມານ 181.035 ກິ​ໂລ​ຕາ​ແມັດ ສ່ວນ​ໃຫຍ່​ ເປັນ​ພື້ນ​ທີ່​ຕໍ່ານໍ້າ​ຖ້ວມ​ເຖິງ; ປະຊາກອນ 16,7 ລ້ານຄົນ (ປີ2024); ປະຊາຊົນສ່ວນໃຫຍ່ນັບຖືສາສະໜາພຸດ 96,9%; ໃຊ້ພາສາ ກຳປູເຈຍ ເປັນພາສາທາງການ; ຫົວໜ່ວຍສະກຸນເງິນ ແມ່ນຣຽວ(Riel). ​

ກຳປູເຈຍ ເປັນປະເທດໜຶ່ງທີ່ມີເສດຖະກິດ ຈະເລີນເຕີບໂຕຢ່າງວ່ອງໄວທີ່ສຸດຂອງໂລກ ໂດຍຂັບເຄື່ອນຈາກ ຂະແໜງອຸດສາຫະກຳ, ການບໍລິການ ແລະ ກະສິກໍາ, ປັດຈຸບັນ ກຳປູ​ເຈຍ ​ເນັ້ນ​ການ​ພັດທະນາ ​ພື້ນຖານ​ໂຄງ​ລ່າງ ​ເພື່ອ​ສົ່ງ​ເສີມການ​ຂະຫຍາຍຕົວ ​ຂອງ ເສດຖະກິດ​ ພາຍໃນ​ປະ​ເທດ ​ແລະ ຮອງ​ຮັບ​ການ ​ເຊື່ອມ​ໂຍງ​ເສັ້ນທາງ​ຄົມມະນາຄົມ ກັບປະ​ເທດ​ເພື່ອນ​ບ້ານ​ໃຫ້​ຫລາຍ​ຂື້ນ ​ເພື່ອ​ສ້າງ​ລາຍ​ໄດ້ໃຫ້​ແກ່ປະ​ເທດ, ຊຶ່ງເຮັດໃຫ້ລວມຍອດຜະລິດຕະພັນພາຍໃນປະເທດ(GDP) ລວມມີ 32 ຕື້ກວ່າ​ໂດ​ລາສະຫະລັດ (​ໃນ​ປີ 2024); ລາຍ​ໄດ້​ສະ​ເລ່ຍ ຕໍ່​ຫົວ​ຄົນ 1.912 ກວ່າ​ໂດ​ລາ​ສະຫະລັດ ​ຕໍ່​ປີ; ອັດຕາ​ການ​ເຕີບ​ໂຕ  ດ້ານ​ເສດຖະກິດ ​ສະ​ເລ່ຍແມ່ນ 5,4% ຕໍ່​ປີ. ສິນຄ້າ ການ​ສົ່ງ​ອອກ​ແມ່ນ ​ເສື້ອ​ຜ້າ​ສຳ​ເລັດ​ຮູບ, ຊິ້ນສ່ວນເອເລັກໂຕຣນິກ, ທັນຍາພືດ, ຢາງພາລາ, ເຄື່ອງໃຊ້ໄຟຟ້າ,  ​ເຂົ້າ ​ແລະ ສິນຄ້າການ​ປະມົງ. ສ່ວນ​ສິນຄ້າ​ການ​ນຳ​ເຂົ້າ  ​ແມ່ນ​ວັດຖຸ​ກໍ່ສ້າງ, ວັດຖຸ​ດີບ ສຳລັບການ​ຜະລິດ​ນຳ້ມັ ​ເຊື້ອ​ໄຟ ​ແລະ ຢາ​ປິ່ນປົວ​ພະຍາດ ຫລື ຢາສູບ ​ແລະ ​ເຄື່ອງ​ດື່ມ ​ແອ​ລກໍ​ຮໍ, ເຄື່ອງໃຊ້ໄຟຟ້າ ແລະ ສ່ວນປະກອບ. ສຳລັບ ​ຄູ່​ການ​ຄ້າ​ທີ່​ສຳຄັນ​ເຊັ່ນ: ຈີນ, ສະຫະພາບ​ເອີຣົບ, ​ໄທ, .ອາ​ເມ​ລິ​ກາ, ຫວຽດນາມ, ສ.ເກົາຫລີ ​ແລະ ຍີ່ປຸ່ນ ຕາມ​ລຳດັບ.

ນອກນີ້ ຍັງ​ມີ ​ສະ​ຖານ​ທີ່​ທ່ອງ​ທ່ຽວ ສວຍ​ງາມຫລາຍແຫ່ງ ເປັນຕົ້ນນະຄອນຫລວງ ພະນົມເປັນຄື: ພະລາສະວັງ; ນະຄອນວັດ ເປັນ1 ໃນ 7 ສິ່ງມະຫັດສະຈັນ ຂື້ນທະບຽນ ເປັນມໍລະດົກໂລກໃຫຍ່ສຸດມີຂະໜາດ 200.000 ກິໂລຕາແມັດ, ສູງ 60 ແມັດ; ປະສາດພະວິຫານ ແລະ ແຫລ່ງບູຮານຄະດີ ສົມບູນໄພຄຸກ ແລະ ອື່ນໆ.

ໂດຍປະ​ເທ​ດ ກຳປູ​ເຈຍ ແລະ ປະເທດສປປລາວ​ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ ທາງ​ການ​ທູດ​ຮ່ວມ​ກັນ ​ໃນ​ວັນ​ທີ 15.06.1956, ຫລັງຈາກນັ້ນທັງ​ສອງ​ປະ​ເທດ ​ໄດ້​ພ້ອມ​ກັນ​ເສີມ​ສ້າງສາຍ​ພົວ​ພັນ, ຊ່ວຍເຫລືອຊຶ່ງກັນ ແລະ ກັນ ຮ່ວມ​ມື​ກັນ​ພັດທະນາ ລະຫວ່າງສອງປະເທດ ໃຫ​້​ນັບ​ມື້​ແໜ້ນ​ແຟ້ນ ແລະ ແຕກດອກ​ອອກ​ຜົນ​ຍິ່ງ​ຂຶ້ນເລື້ອຍໆ ຊຶງເຫັນໄດ້ຈາກ ການໄປມາ ຫາສູ່ການມີການ ແລກປ່ຽນການຢ້ຽມຢາມ ລະດັບປະມຸກລັດ, ຫົວໜ້າລັດຖະບານ,​ ຂະແໜງ ການອື່ນໆ, ຕະຫລດເຖິງທ້ອງຖິ່ນ ທີ່ີມີຊາຍແດນຕິດຈອດກັນ .

ໂດຍ:ດາວັນ

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.


Top