KPL
ກະຊວງ ການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນ ຂອງ ສ.ເກົາຫລີ ເປີດເຜີຍວ່າ: ສ.ເກົາຫລີ ແລະ ຍີ່ປຸ່ນ ໄດ້ຈັດ ກອງປະຊຸມ ຮ່ວມມື ດ້ານຊັບພະຍາກອນ ແຮ່ທາດ ເປັນຮອບທີ 2 ເມື່ອວັນທີ 17 ທັນວາ, ເພື່ອປຶກສາຫາລື ກ່ຽວກັບ ແນວທາງຕ່າງໆ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ກະຊວງ ການຄ້າ, ອຸດສາຫະກຳ ແລະ ຊັບພະຍາກອນ ຂອງ ສ.ເກົາຫລີ ເປີດເຜີຍວ່າ: ສ.ເກົາຫລີ ແລະ ຍີ່ປຸ່ນ ໄດ້ຈັດ ກອງປະຊຸມ ຮ່ວມມື ດ້ານຊັບພະຍາກອນ ແຮ່ທາດ ເປັນຮອບທີ 2 ເມື່ອວັນທີ 17 ທັນວາ, ເພື່ອປຶກສາຫາລື ກ່ຽວກັບ ແນວທາງຕ່າງໆ ໃນການສົ່ງເສີມ ຄວາມຮ່ວມມື ທະວີພາຄີ, ທ່າມກາງການແຂ່ງຂັນ ດ້ານຊັບພະຍາກອນ ສຳຄັນ ທີ່ຮ້ອນອົບເອົ້າຂຶ້ນ ທົ່ວໂລກ.
ກອງປະຊຸມດັ່ງກ່າວ ທັງສອງຝ່າຍ ໄດ້ເນັ້ນໜັກໄປທີ່ ການຕອບສະໜອງຮ່ວມກັນ ກ່ຽວກັບ ຄ່າທຳນຽມການ ຫລອມ ແລະ ກັ່ນທອງແດງ ທີ່ປັບຕົວຫລຸດລົງ ເມື່ອບໍ່ດົນມານີ້ ແລະ ການພັດທະນາ ຄວາມຮ່ວມມື ທະວີພາຄີຕາມກອບການເຮັດວຽກ ພະຫຸພາຄີເຊັ່ນ: ກຸ່ມຫຸ້ນສ່ວນ ຄວາມໝັ້ນຄົງທາງແຮ່ທາດ (Minerals Security Partnership). ນອກຈາກນີ້ ສອງຝ່າຍ ຍັງຮ່ວມມືກັນ ສຳຫລວດແນວທາງຕ່າງໆ ໃນການຍົກລະດັບ ຄວາມຮ່ວມມືດ້ານການພັດທະນາ ແລະ ການຜະລິດ ແຮ່ທາດສຳຄັນ ໃນປະເທດທີ່ສາມອີກດ້ວຍ./
KPL