ຊູແອດ ປ່ອຍແກັສເຮືອນແກ້ວ ເພີ່ມຂຶ້ນໃນປີ 2024 ສູງສຸດໃນຮອບ 35 ປີ

20/12/2025 11:26
KPL ການປ່ອຍແກັສເຮືອນແກ້ວ ໃນຊູແອດ ເພີ່ມຂຶ້ນ 7% ໃນປີ 2024 ຊື່ງເປັນຕົວເລກຫລາຍທີ່ສຸດ ນັບຕັ້ງແຕ່ປີ 1990 ໂດຍເປັນຜົນມາຈາກ ການໃຊ້ນໍ້າມັນກາຊວນ ເພີ່ມຂຶ້ນຫລາຍ.

 

ຂປລ. ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫລວງ ສະຕອກໂຮມ ປະເທດຊູແອດ ເມື່ອບໍ່ດົນມານີ້ວ່າ: ການປ່ອຍແກັສເຮືອນແກ້ວ ໃນຊູແອດ ເພີ່ມຂຶ້ນ 7% ໃນປີ 2024 ຊື່ງເປັນຕົວເລກຫລາຍທີ່ສຸດ ນັບຕັ້ງແຕ່ປີ 1990 ໂດຍເປັນຜົນມາຈາກ ການໃຊ້ນໍ້າມັນກາຊວນ ເພີ່ມຂຶ້ນຫລາຍ.

ສຳນັກງານ ຄຸ້ມຄອງ ສິ່ງແວດລ້ອມ ແຫ່ງຊາດ ຊູແອດ ກ່າວວ່າ: ການປ່ອຍແກັສເຮືອນແກ້ວ ລວມມີ 47,5 ລ້ານໂຕນ ທຽບເທົ່າກັບ ກາກບອນດີອົກຊິດ ເພີ່ມຂຶ້ນຫລາຍກວ່າ 3 ລ້ານໂຕນ ເມື່ອທຽບກັບປີ 2023. ຕົວເລກສະຖິຕິ ດັ່ງກ່າວ ຖືເປັນການ ເພີ່ມຂຶ້ນ ລາຍປີ ຫລາຍທີ່ສຸດ ນັບຕັ້ງແຕ່ ປີ 1990,​ໂດຍຍົກເວັ້ນ ປີ 2010 ຊຶ່ງເປັນ ໄລຍະ ການຟື້ນຕົວຈາກ ວິກິດການທາງການເງິນ. ສ່ວນສາເຫດຫລັກ ມາຈາກ ການນໍາໃຊ້ ນໍ້າມັນກາຊວນ ຈາກເຊື້ອໄຟຟໍສຊິລເພີ່ມຂຶ້ນ ໃນຍານພາຫະນະ ຕາມຖະໜົນ ແລະ ເຄື່ອງຈັກ. ຂະນະທີ່ ພາກການ ຂົນສົ່ງ ພາຍໃນປະເທດ ເປັນແຫ່ງປ່ອຍແກັສ ເຮືອນແກ້ວ ຂະໜາດໃຫຍ່ທີ່ສຸດ ຂອງ ຊູແອດ ໃນປັດຈຸບັນນີ້./

 

KPL

ຂ່າວອື່ນໆ


Top