KPL
ບໍລິສັດ ອາເມຊອນ ເປັນໜຶ່ງໃນຜູ້ໃຫ້ບໍລິການ ດ້ານອີຄອມເມີຣ ແລະ ເຕັກໂນໂລຊີ ລາຍໃຫຍ່ ລະດັບໂລກ ຈາກ ສ.ອາເມລິກາ ກຽມປັບຫລຸດ ພະນັກງານ ຫ້ອງການ ປະມານ 30.000 ຄົນ

ຂປລ. ສຳນັກຂ່າວ ຕ່າງປະເທມດ ລາຍງານ ຈາກນະຄອນຫລວງ ວໍຊິງຕັນ ປະເທດ ສ.ອາເມລິກາ, ສໍານັກຂ່າວທ້ອງຖິ່ນ ຫລາຍແຫ່ງ ຂອງ ສ.ອາເມລິກາ ລາຍງານວ່າ: ບໍລິສັດ ອາເມຊອນ ເປັນໜຶ່ງໃນຜູ້ໃຫ້ບໍລິການ ດ້ານອີຄອມເມີຣ ແລະ ເຕັກໂນໂລຊີ ລາຍໃຫຍ່ ລະດັບໂລກ ຈາກ ສ.ອາເມລິກາ ກຽມປັບຫລຸດ ພະນັກງານ ຫ້ອງການ ປະມານ 30.000 ຄົນ, ກວມເອົາປະມານ 10% ຂອງ ພະນັກງານ ທົ່ວໂລກ ປະມານ 350.000 ຕຳແໜ່ງ ຄາດວ່າ ຈະເລີ່ມ ຕັ້ງແຕ່ ວັນທີ 29 ຕຸລາເປັນຕົ້ນໄປ.
ການປັບຫລຸດ ບຸກຄະລາກອນໃນຄັ້ງນີ້ ຈະບໍ່ກະທົບ ຕໍ່ພະນັກງານ ສູນກະຈາຍສິນຄ້າ ແລະ ສາງສິນຄ້າ, ຊຶ່ງເປັນພະນັກງານ ສ່ວນໃຫຍ່ ຂອງ ອາເມຊອນ ໂດຍມີ ຈຳນວນຫລາຍກວ່າ 1,5 ລ້ານຄົນ ທົ່ວໂລກ. ສ່ວນປັດໄຈ ຫລື ເຫດການສຳຄັນ ຂອງ ການຫລຸດ ຈຳນວນ ບຸກຄະລາກອນ ໃນຄັ້ງນີ້ ຈະກ່ຽວຂ້ອງກັບ ຄວາມຕ້ອງການ ຂອງຝ່າຍບໍລິຫານ ໃນການເພີ່ມ ການລົງທຶນ ກ່ຽວກັບ ປັນຍາ ປະດິດ (AI) ເພື່ອປັບປຸງການ ດໍາເນີນງານ ໃຫ້ມີປະສິດທິພາບຫລາຍຂຶ້ນ , ໂດຍສະເພາະ ການບໍລິການລູກຄ້າ ແລະ ການເຮັດວຽກ ໃນສຳນັກງານອື່ນໆ./
KPL