KPL
ເນື່ອງໃນໂອກາດ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມ ທີ່ກ່ຽວຂ້ອງ, ທ່ານ ຟ້າມ ມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ພົບປະກັບ ທ່ານ ຮຸນ ມາເນັດ, ນາຍົກລັດຖະມົນຕີ ກຳປູເຈຍ ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ 27 ຕຸລາ, ຢູ່ນະຄອນຫລວງ ກົວລາລຳເປີ, ມາເລເຊຍ, ເນື່ອງໃນໂອກາດ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາ ກອງປະຊຸມ ທີ່ກ່ຽວຂ້ອງ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ພົບປະກັບ ທ່ານ ຮຸນ ມາເນັດ, ນາຍົກລັດຖະມົນຕີ ກຳປູເຈຍ ແລະ ທ່ານ ສອນໄຊ ສີພັນດອນ, ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ໂດຍທັງສາມຝ່າຍ ໄດ້ຕົກລົງ ເປັນເອກະພາບ ສືບຕໍ່ຮັກສາ ການພົບປະແລກປ່ຽນ ສາມຝ່າຍ ໃນບັນດາຊ່ອງທາງ, ທຸກຂັ້ນ, ໃນຕໍ່ໜ້າ ແມ່ນບັນດາການພົບປະ ລະຫວ່າງ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ຕຳຫລວດ ແລະ ການຕ່າງປະເທດ, ພ້ອມດຽວກັນນັ້ນ, ເພີ່ມທະວີ ບັນດາຮູບແບບ ໂຄສະນາ ເຜີຍແຜ່ ກ່ຽວກັບ ຜົນງານການຮ່ວມມື ແລະ ຄຸນຄ່າ ປະຫວັດ ສາດ ຂອງການພົວພັນ ສາມັກຄີ, ມິດຕະພາບ, ໂດຍສະເພາະ ແມ່ນການເສຍສະຫລະ ໃຫ້ແກ່ກັນ ລະຫວ່າງ ສາມປະເທດ, ຊຸກຍູ້ການຜູກພັນ ລະຫວ່າງການນຳໜຸ່ມ, ສະມາຊິກ ລັດຖະສະພາໜຸ່ມ, ຊາວໜຸ່ມ ແລະ ປະຊາຊົນ ສາມປະເທດ. ນອກນີ້ ຍັງຕົກລົງເຫັນດີ ເພີ່ມທະວີການແລກປ່ຽນ, ການຮ່ວມມືກ່ຽວກັບ ເສດຖະກິດ ດີຈີຕອນ, ລັດຖະບານ ດີຈີຕອນ; ຍູ້ແຮງການຮ່ວມມື ຕໍ່ສູ້, ປ້ອງກັນ, ຕ້ານບັນດາ ອາດຊະຍາກຳ, ປົກປັກຮັກສາ ເສັ້ນຊາຍແດນ ມິດຕະພາບ, ສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ, ຍູ້ໄວການແບ່ງກຳນົດ ປັກຫລັກໝາຍ ຊາຍແດນ; ສະກັດກັ້ນ ບັນດາສ່ວນບຸກ ຄົນ, ອົງການ ຈັດຕັ້ງທີ່ມ້າງທຳລາຍ ສາຍພົວພັນ ສາມປະເທດ ຢ່າງທັນການ; ແກ້ໄຂບັນດາບັນຫາເກີດຂຶ້ນ ບັງເອີນ ໃຫ້ສົມເຫດສົມຜົນ. ພ້ອມທັງ ຖືວ່າ, ໃນໄລຍະຈະມາເຖິງ ຕ້ອງເອົາໃຈໃສ່ ເຖິງ ການຍູ້ແຮງ ການເຊື່ອມຕໍ່ ພື້ນຖານໂຄງລ່າງ ຄົມມະນາຄົມ; ຍູ້ແຮງການຮ່ວມມື ພັດທະນາຊາຍແດນ; ສົມທົບກັນສ້າງບາດກ້າວ ບຸກທະລຸ ໃນການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເງິນ, ການເຊື່ອມໂຍງ ເຂົ້າກັບສາກົນ, ເປັນກຳລັງໜູນ ຊຸກຍູ້ການຍົກວົງເງິນການຄ້າ ລະຫວ່າງ ສສ ຫວຽດນາມ-ກຳປູເຈຍ ໃຫ້ບັນລຸ 20 ຕື້ໂດລາສະຫະລັດ ແລະ ສສ ຫວຽດນາມ-ສປປ ລາວ ຂຶ້ນເປັນ 5 ຕື້ໂດລາສະຫະລັດ ໂດຍໄວ.ຂະນະດຽວກັນ ການນຳທັງ ສາມປະເທດ ໄດ້ຕົກລົງເປັນເອກະພາບ ສືບຕໍ່ຮັກສາ ການພົບປະແລກປ່ຽນ ສາມຝ່າຍ ໃນບັນດາຊ່ອງທາງ ພ້ອມທັງ ເຫັນດີປຶກສາ ຫາລື ເຊິ່ງກັນ ແລະ ກັນ ກ່ຽວກັບ ບັນດາບັນຫາສາກົນ,ພາກພື້ນ ທີ່ຕ່າງຝ່າຍຕ່າງ ມີຄວາມສົນໃຈ; ບັນດາບັນຫາ ທີ່ກ່ຽວຂ້ອງເຖິງ ການພົວພັນ ສອງຝ່າຍ ແລະ ລະຫວ່າງ ສາມຝ່າຍ; ສົມທົບກັນ ກະກຽມ ໃຫ້ແກ່ ບັນດາ ເຫດການໃຫຍ່ ຂອງແຕ່ລະປະເທດ ໃນໄລຍະ ຈະມາເຖິງ ໃຫ້ເປັນຢ່າງດີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL