KPL
ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ, ທິດໃຕ້ ແລະ ທິດຕາເວັນຕົກ ຕິດກັບມະຫາ ສະໝຸດປາຊີຟິກ, ທິດຕາເວັນອອກສຽງໃຕ້ ຕິດກັບ ກົວເຕມາລາ, ເບລິດ ແລະ ທະເລກາຣາອິບ, ສ່ວນຕາເວັນອອກຕິດກັບ ອ່າວເມັກຊິກ, ມີເນື້ອທ່ີເຖິງ 2 ລ້ານກິໂລຕາແມັດ, ຈັດເປັນອັນດັບ 5 ໃນທະວີບອາເມລິກາ ແລະ ອັນດັບ 15 ຂອງໂລກ, ກວມເອົາປະຊາກອນ ຫລາຍທ່ີສຸດເຖິງ 130.294 ລ້ານກວ່າຄົນ (ປີ 2024). ປະຊາຊົນສ່ວນໃຫຍ່ນັບຖືສາສະໜາ ໂຣມັນຄາທໍລິກ 82,7% ແລະ ສາສະໜາອຶ່ນໆ; ພາສາທາງການ ແອັດສະປາຍ; ໃຊ້ສະກຸນເງິນ ເມັກຊິກັນເປໂຊ(MXN) ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດ ຮ່ວມກັບປະເທດ ສປປລາວ ນັບແຕ່ວັນທີ 29.11.1976 ເປັນຕົ້ນມາ.

ເສດຖະກິດຂອງປະເທດເມັກຊິກ ເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບສອງໃນອາເມລິກາລາຕິນ ຖັດຈາກ ບຣາຊິນ ແລະ ອັນດັບທີ 12 ຂອງໂລກ ຕາມການຈັດອັນດັບຂອງກອງທຶນການເງິນລະຫວ່າງປະເທດ (IMF) ໂດຍມີປັດໄຈສະໜັບສະໜູນຂໍ້ຕົກົລງສ.ອາເມລິກາ, ເມັກຊິກ ແລະ ການາດາ ທີ່ເຮັດໃຫ້ເມັກຊິກເຂົ້າເຖິງຕະຫລາດ ສ.ອາເມລິກາ ຫລາຍຂຶ້ນ. ປັດຈຸບັນ, ລັດຖະບານໄດ້ສົ່ງເສີມພາກເອກະຊົນ ໃຫ້ມີບົດບາດສຳຄັນໃນການພັດທະນາເສດຖະກິດ ຂົງເຂດຕ່າງໆຄື: ການຂົນສົ່ງສິນຄ້າທາງທະເລ (Seaports), ທາງລົດໄຟ, ໂທລະຄົມມະນາຄົມ, ການຂົນສົ່ງແກັສທຳມະຊາດ ແລະ ອື່ນໆ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ບັນລຸ 1,81 ພັນຕື້ໂດລາ ສະຫະລັດ(ໃນປີ 2023), ສະເລ່ຍຕໍ່ຫົວຄົນ 13.804 ໂດລາສະຫະລັດຕໍ່ປີ, ອັດຕາການຈະເລີນເຕີບໂຕ 2,9% ຕໍ່ປີ. ມູນຄ່າການສົ່ງອອກສິນຄ້າ 578.190 ລ້ານໂດລາສະຫະລັດຕໍ່ປີ, ສິນຄ້າສົ່ງອອກເຊັ່ນ: ນ້ຳມັນ, ຜະລິດຕະພັນນ້ຳມັນ, ກາເຟ, ອຸດສາຫະກຳ ເຄື່ອງໃຊ້ໄຟຟ້າ, ລົດ ແລະ ສ່ວນປະກອບ. ໂດຍສະເພາະສົ່ງໄປ ສ.ອາເມລິກາ, ຈີນ, ການາດາ, ສ.ເກົາຫລີ ແລະ ເຢຍລະມັນ. ສ່ວນມູນຄ່າການນຳເຂົ້າສິນຄ້າແມ່ນ 626.320 ລ້ານໂດລາສະຫະລັດຕໍ່ປີ, ເປັນຕົ້ນແມ່ນ: ເຄື່ອງກົນຈັກກະສິກຳ, ອຸປະກອນໄຟຟ້າ, ຊິ້ນສ່ວນລົດ ສຳລັບການປະກອບໃນໂຮງງານ, ພສາຕິກ, ນໍ້າມັນ ແລະ ອື່ນໆ. ສ່ວນຄູ່ການຄ້າ ການນຳເຂົ້າລວມມີ ສ.ອາເມລິກາ, ຈີນ, ສ.ເກົາຫລີ, ເຢຍລະມັນ ແລະ ຍີ່ປຸ່ນ.
ນອກຈາກນີ້ ຍັງມີສະຖານທີ່ ທ່ອງທ່ຽວ ອັນສວຍງາມ ຫລາຍແຫ່ງ ເຊັ່ນ: ໂຊກາໂລ ສະໜາມຫລວງກາງເມືອງເມັກຊິກ, ໂຮງລະຄອນ, ອະນຸສາວະລີ ແລະ ສະຖານທ່ີອື່ນໆອີກດ້ວຍທີ່ດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ./.
ໂດຍ: ດາວັນ
KPL