ກຳປູເຈຍ ສົ່ງອອກສິນຄ້າໄປ ເອີຣົບ-ອາຊຽນ ເຕີບໂຕຂື້ນ ຢ່າງຕໍ່ເນື່ອງ

17/09/2025 14:19
Email Print 139
KPL ບົດລາຍງານ ຈາກ ກະຊວງ ການຄ້າ ກຳປູເຈຍ ລະບຸວ່າ: ກຳປູເຈຍ ມີປະລິມານ ການສົ່ງອອກ ໄປຍັງ ສະຫະພາບເອີຣົບ (ອີຢູ) ແລະ ອາຊຽນ ເຕີບໂຕຂຶ້ນ ໃນໄລຍະ 8 ເດືອນຕົ້ນປີ (ເດືອນມັງກອນ-ເດືອນສິງຫາ) ຂອງ ປີ 2025.

ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ວັນທີ 16 ກັນຍາ,  ບົດລາຍງານ ຈາກ ກະຊວງ ການຄ້າ ກຳປູເຈຍ ລະບຸວ່າ: ກຳປູເຈຍ ມີປະລິມານ ການສົ່ງອອກ ໄປຍັງ ສະຫະພາບເອີຣົບ (ອີຢູ) ແລະ ອາຊຽນ ເຕີບໂຕຂຶ້ນ ໃນໄລຍະ 8 ເດືອນຕົ້ນປີ (ເດືອນມັງກອນ-ເດືອນສິງຫາ) ຂອງ ປີ 2025.

ໂດຍ ກຳປູເຈຍ ສົ່ງອອກສິນຄ້າ ໄປສູ່ຕະຫລາດ ເອີຣົບ ລວມມີ ມູນຄ່າ 3,36 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນຫລາຍກວ່າ 15% ເມື່ອທຽບໃສ່ ໄລຍະດຽວກັນ ໃນປີ 2024. ຂະນະດຽວກັນ ກຳປູເຈຍ ສົ່ງອອກໄປຍັງ ປະເທດ ສະມາຊິກ ອາຊຽນ ເປັນມູນຄ່າ 3,98 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ 16% ເມື່ອທຽບໃສ່ໄລຍະດຽວກັນ ເມື່ອປີຜ່ານມາ. ໂດຍສະເພາະ ຕະຫລາດ ສະຫະພາບ ເອີຣົບ ກວມເອົາ 16,1% ແລະ ຕະຫລາດ ອາຊຽນ ກວມເອົາ 19,1% ຂອງ ປະລິມານ ການສົ່ງອອກທັງໝົດ ຂອງ ກຳປູເຈຍ ຢູ່ທີ 2,08 ໝື່ນລ້ານໂດລາ ສະຫະລັດ./

KPL

ຂ່າວອື່ນໆ


Top