ປະເທດ ມາເລເຊຍ

01/09/2025 10:04
Email Print 2876
KPL ເນື່ອງໃນໂອກາດ ວັນຊາດຂອງປະເທດສະຫະພັນລັດ ມາເລເຊຍ (Federation of Malaysia) ຫລືເອີ້ນວ່າ ມາເລເຊຍ (Malaysia) ຄົບຮອບ 50 ປີ(31/8/1975-31/8/2025) ໂດຍມີນະຄອນຫລວງຊື່ວ່າ ກົວລາລຳເປີ(Kualalampur), ມາເລເຊຍ ຕັ້ງຢູ່ໃນເຂດເສັ້ນສູນສູດປະກອບດ້ວຍດິນແດນສອງສ່ວນ ໂດຍມີທະເລຈີນໃຕ້ ຂັ້ນລະຫວ່າງ ມາເລເຊຍ ຕາເວັນຕົກ ແລະ ມາເລເຊຍຕາເວັນອອກ

ເນື່ອງ​ໃນ​ໂອກາດ​ ວັນຊາດ​ຂອງ​ປະ​ເທດ ສະ​ຫະ​ພັນລັດ​ ມາ​ເລ​ເຊຍ (Federation of Malaysia) ຫລື​ເອີ້ນ​ວ່າ ມາ​ເລ​ເຊຍ (Malaysia) ຄົບ ຮອບ 50 ປີ(31/8/1975-31/8/2025) ໂດຍມີນະຄອນຫລວງ​ຊື່ວ່າ ກົວ​ລາ​ລຳ​ເປີ(Kualalampur), ມາ​ເລ​ເຊຍ ຕັ້ງ​ຢູ່ໃນ​​ເຂດ​ເສັ້ນ​ສູນ​ສູດປະກອບ​ດ້ວຍ​ດິນ​ແດນ​ສອງ​ສ່ວນ ​ໂດຍ​ມີ​ທະ​ເລ​ຈີນ​ໃຕ້​ ຂັ້ນລະຫວ່າງ ມາ​ເລ​ເຊຍ​ ຕາ​ເວັນ​ຕົກ ​ແລະ ມາ​ເລ​ເຊຍ​ຕາ​ເວັນ​ອອກ, ມີເນື້ອ​ທີ່​ລວມ 329.847 ກິ​ໂລ​ຕາ​ແມັດ ​ໃຫຍ່ເປັນອັນ​ດັບ 5 ​ຂອງ ປະ​ເທດສະ​ມາ​ຊິກ ​ອາ​ຊຽນ, ​ກວມ​ເອົາ​ປະຊາກອນ 34,2 ລ້ານ​ກວ່າຄົນ​ໃນ​ປີ (2025),​ ມີ​ຊາຍ​ແດນ​ທິດ   ​ເໜືອ​ຕິດ​ກັບ​ໄທ; ທິດ​ໃຕ້​ຕິດ​ກັບ ສິງກະ​ໂປ​; ທິດຕາ​ເວັນ​ອອກ​ ສ່ຽງ​ເໜືອ​ຕິດ​ກັບ​ ຟີ​ລິບ​ປິນ ​ແລະ ທິດຕາ​ເວັນ​ຕົກ​ຕິດ​ກັບ​ຊ່ອງ​ແຄບ ​ມະ​ລາ​ກາ ​ແລະ ​ເກາະ​ສຸ​ມາ​ຕາ​ຂອງ​ປະ​ເທດ ອິນ​ໂດ​ເນ​ເຊຍ. ປະຊາຊົນ​ສ່ວນ​ໃຫຍ່ ​ນັບຖື​ສາສະໜາ ອິດສະລາມ; ພາສາ​ທາງ​ການ ມາ​ເລ​ເຊຍ; ​ໃຊ້​ສະກຸນ​ເງິນ ຣິງກິດ(Ringgit).

ມາ​ເລ​ເຊ​ຍ ​ເປັນ​ປະ​ເທດ​ ອຸດສາຫະກຳ​ໃໝ່​ ທີ່​ກ້າວໜ້າ​ແຫ່ງ​ໜຶ່ງ​ ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ລະບົບເສດຖະກິດແບບເສລີ, ໂດຍໃຊ້ກົນໄກ ຕະຫລາດ ລັດຖະບານ ພະຍາຍາມສົ່ງເສີມ ອຸດສາຫະກຳ ການທ່ອງທ່ຽວ ແລະ ບໍລິການ . ຜົນຜະລິດກະສິກຳສຳຄັນໄດ້ແກ່: ນໍ້າມັນປາມ, ຢາງພາລາ, ຖົ່ວລຽນ, ໂກໂກ ແລະ ເຂົ້າ ອື່ນໆ. ​ໂດຍ​ມີ​ລວມຍອດ​ຜະ​ລິດ​ຕະພັນ​ພາຍ​ໃນປະ​ເທດ(GDP) ເຕີບໂຕຂຶ້ນສະເລ່ຍ 5,1%ຕໍ່ປີ (ໃນປີ 2024); ສ່ວນລາຍ​ໄດ້​ສະ​ເລ່ຍຕໍ່​ຫົວ​ຄົນ 11,867 ກວ່າ​ໂດ​ລາ​ສະຫະລັດຕໍ່ປີ; ສິນຄ້າ​ສົ່ງອອກປະເພດ​ເຊັ່ນ: ​ເອ​ເລັກ​ໂຕຣນິກ, ຜະລິດ​ຕະພັນ​ປິ​ໂຕຣລຽມ, ​ຜະລິດ​ຕະພັນ​ເຄມີ, ນໍ້າມັນ​ປາມ,ຜະລິດຕະພັນເຄມີ. ສິນຄ້າ​ນໍາເຂົ້າປະ​ເພດ: ອຸປະກອນ​ໄຟຟ້າ ​ແລະ ​ເອ​ເລັກ​ໂຕຣນິກ, ​ເຄື່ອງ​ຈັກ​ອຸດສາຫະກຳ ແລະ ອື່ນໆ. ສ່ວນ​ປະ​ເທດຄູ່​ການ​ຄ້າ​ທີ່​ສຳຄັນ​ໄດ້​ແກ່: ຈີນ, ສິງກະ​ໂປ, ສ.ອາ​ເມ​ລິ​ກາ, ເຂດຮົ່ງກົງ(ຈີນ), ຍີ່ປຸ່ນ,  ​ໄທ, ສ.ເກົາຫລີ ​ແລະ ເຂດໄຕ້ຫວັນ(ຈີນ) ຕາມລຳດັບ.

ນອກນີ້ ຍັງມີແຫລ່ງທ່ອງທ່ຽວ ທີ່ສຳຄັນຫລາຍ​ແຫ່ງຄື: ອາຄານ​ແຝດເປໂຕຣນັສ(Petronas T​win Tower) ປະ​ກອບ​ດ້ວຍ 88 ຊັ້ນ ​ແລະ ມີ​ຄວາມສູງທ່ີ​ສຸດ ​ໃນ​ໂລກ​ເຖິງ 452 ​ແມັດ; ສະໜາມ​ເມີ​​ເດ​ກາ (Merdeka Square), ເປັນ​ທີ່​ຕັ້ງ​ ຂອງ​ ເສົາທຸງ​ປະ​ຈຳ​ຊາດສູງ​ທີ່​ສຸດ ​ໃນ​ໂລກ ​ແລະ ວັດ​ມຸດ​ສະ​ລິ​ມ ທ່ີ​ມີ​ ການ​ປະດັບ​ຕົບ​ແຕ່ງຢ່າງ​ສວຍ​ງາ​​ມ ​ແລະ ແຫ່ງອື່ນໆ.

ປະ​ເທດສປປລາວ ​ແລະ ປະ​ເທດ​ມາ​ເລ​ເຊຍ ມີ​ສາຍ​ພົວພັນ​ທາງ​ການ​ທູດ ຮ່ວມ​ກັນ​ນັບ​ແຕ່​ວັນ​ທີ 1.7.1966 ເປັນ​ຕົ້ນ​ມາ, ຊຶ່ງ​ທັງ​ສອງ​ຝ່າຍ ​ໄດ້​ຕີ​ລາຄາ​ຜົນສຳ​ເລັດ ​ແຫ່ງ​ການ​ພົວພັນ ຮ່ວມ​ມື​ລະຫວ່າງ ​ສອງ​ລັດຖະບານ ກໍ່​ຄື​ປະຊາຊົ ​ສອງ​ຊາດ​ລາວ-​ມາ​ເລ​ເຊຍ, ຊຶ່ງ​ໃນ​ໄລຍະ​ຜ່ານ​ມາສາຍ​ພົວພັນມິດຕະພາບ ​ແລະ ການຮ່ວມ​ມື ອັນ​ດີງາມລະຫວ່າງ ​ສອງ​ປະ​ເທດ ​ແມ່ນ​ໄດ້​ຮັບ​ການ ​ເສີມ​ສ້າງ ​ແລະ ຂະຫຍາຍຕົວ ​ຢ່າງ​ຕໍ່​ເນື່ອງ ​ເທິງ​ພື້ນຖານ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ຄວາມ​ປາຖະໜາ​ດີ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ສະ​ແດງ​ອອກ ໃນ​ການ​ພົວພັນຮ່ວມ​ມືດ້ານ​ການ​ເມືອງ, ການ​ທະຫານ, ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ ​ແລະ ກິລາ, ການ​ພົວພັນຢ່າງ​ໃກ້ຊິດ ລະຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ ​ແລະ ການ​ແລກ ປ່ຽນ​ ຢ້ຽມຢາມ​ຂອງ ຜູ້ນຳ​ຂັ້ນ​ສູງ ​ແລະ ບັນດາ​ກະຊວງຂະ​ແໜງ​ການ​ ຕ່າງໆ​ຂອງ​ສອງ​ປະ​ເທດ.​ ໂດຍ​ ສອງ​ຝ່າຍ ຕ່າງ​ກໍ່​ສະ​ແດງ ​ຄວາມ​ມຸ້ງ​ຫວັງທີ່​ຈະ​ສືບ​ຕໍ່​ເສີມ​ສ້າງ ​ແລະ ຮັດ​ແໜ້ນ​ການ​ພົວພັນມິດຕະພາບ​ ອັນ​ດີ​ງາມ​ລະຫວ່າງ​ ສອງ​ປະ​ເທດ ​ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ ​ແລະ ​ເຕີບ​ໃຫຍ່ຂະຫຍາຍຕົວຍິ່ງ​ຂຶ້ນ​ໃນ​ຕໍ່ໜ້າ ​ເພື່ອ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ ການ​ຮ່ວມ​ມື ​ເພື່ອ​ພັດທະນາ ​ໃນ​ພາກ​ພື້ນ ​ແລະ ໃນ​ໂລກ.

ໂດຍ: ດາວ​ັນ

KPL

ຂ່າວອື່ນໆ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

    • ປະເທດ ຫວຽດນາມອາຊຽນ ASEAN

      ປະເທດ ຫວຽດນາມ

      9/3/2025 9:35:43 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ຫວຽດນາມ ເປັນປະເທດ

    • ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13ອາຊຽນ ASEAN

      ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13

      8/4/2025 2:09:30 PM

      ຂປລ. ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໃນຖານະປະທານຄະນະກໍາມະການ ກວດກາແຮງງານອາຊຽນ ເປັນເຈົ້າພາບຈັດກອງປະຊຸມ ກວດກາແຮງງານອາຊຽນ ຄັ້ງທີ 13 ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາແຮງງານ ໃນຂະແໜງກະສິກຳ

    • ຄະນະຜູ້ແທນລາວ ເຂົ້າຮ່ວມເວທີສົນທະນາ ບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມເວທີສົນທະນາ ບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ

      7/30/2025 2:51:44 PM

      ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ນາງ ມາລີວັນ ພົມແສງສະ ຫວັນ ຮອງຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມເວທີ ສົນທະນາບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ ແລະ ເວທີສົນທະນານະໂຍບາຍ ພະລັງງານອາຊຽນ

    • ສສ ຫວຽດນາມ ເຂົ້າຮ່ວມອາຊຽນ ຄົບຮອບ 30ປີອາຊຽນ ASEAN

      ສສ ຫວຽດນາມ ເຂົ້າຮ່ວມອາຊຽນ ຄົບຮອບ 30ປີ

      7/22/2025 3:04:26 PM

      ຕະຫລອດ ໄລຍະ 30 ປີ ແຫ່ງການຮ່ວມ ເດີນທາງ ພ້ອມກັບ ອາ ຊຽນ, ສສ ຫວຽດນາມ ບໍ່ພຽງແຕ່ ປະກອບສ່ວນ ເຂົ້າວຽກງານ ປັບປຸງ ຄວາມສາ ມັກຄີ ພາຍໃນກຸ່ມ, ສ້າງປະຊາຄົມ ອາຊຽນ ທີ່ໝັ້ນຄົງ ເຂັ້ມແຂງ ເທົ່ານັ້ນ ຫາກຍັງ ປະກອບສ່ວນ ຍົກສູງຖານະ ບົດບາດ ຂອງປະເທດຊາດ ບົນເວທີສາກົນ.


Top