ສປປ ລາວ ເປັນເຈົ້າພາບ ກອງປະຊຸມກວດກາແຮງງານອາຊຽນ ຄັ້ງທີ 13

04/08/2025 14:09
Email Print 7657
KPL ຂປລ. ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໃນຖານະປະທານຄະນະກໍາມະການ ກວດກາແຮງງານອາຊຽນ ເປັນເຈົ້າພາບຈັດກອງປະຊຸມ ກວດກາແຮງງານອາຊຽນ ຄັ້ງທີ 13 ພາຍໃຕ້ຫົວຂໍ້ “ສ້າງຄວາມເຂັ້ມແຂງໃຫ້ວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາແຮງງານ ໃນຂະແໜງກະສິກຳ



ຂປລ. ເມື່ອບໍ່ດົນມານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂອງ ສປປ ລາວ ໃນຖານະປະທານຄະນະກໍາມະການ ກວດກາແຮງງານອາຊຽນ ເປັນເຈົ້າພາບຈັດກອງປະຊຸມ ກວດກາແຮງງານອາຊຽນ ຄັ້ງທີ 13 ພາຍໃຕ້ຫົວຂໍ້
“ສ້າງຄວາມເຂັ້ມແຂງໃຫ້ວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານ ແລະ ການກວດກາແຮງງານ ໃນຂະແໜງກະສິກຳ” ຜ່ານລະບົບອອນລາຍ ພາຍໃຕ້ການເປັນປະທານຂອງ ທ່ານ ອຸດອນ ມະນີບຸນ ຮອງຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີຜູ້ແທນຈາກປະເທດສະມາຊິກອາຊຽນ, ສໍານັກງານກອງເລຂາອາຊຽນ, ປະເທດຄູ່ຮ່ວມງານອາຊຽນ (ສປ ຈີນ, ສ ເກົາຫລີ ແລະ ຍີປຸ່ນ), ອົງການຜູ້ຕາງໜ້າຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານອາຊຽນ, ອົງການແຮງງານສາກົນ ແລະ ອົງການສາກົນ ເພື່ອການເຄື່ອນຍ້າຍແຮງງານ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ມີຈຸດປະສົງ ເພື່ອຍົກສູງຄວາມສໍາຄັນ ໃນການປົກປ້ອງສິດຜົນປະໂຫຍດ ຂອງຜູ້ອອກ ແຮງງານ ໂດຍສະເພາະ ຜູ້ອອກແຮງງານໃນຂະແໜງກະສິກຳ ທີ່ຕິດພັນກັບຕ່ອງໂສ້ ການຜະລິດເພື່ອສົ່ງອອກ ແລະ ຍົກລະດັບມາດຕະຖານ ການກວດກາແຮງງານ ໃນຂະແໜງກະສິກຳຂອງພາກພື້ນໃນອາຊຽນ ໃຫ້ມີປະສິດທິພາບ. ພ້ອມນັ້ນ, ຍັງເປັນການປຶກສາຫາລືກ່ຽວກັບ ຄວາມທ້າທາຍ ທີ່ຜູ້ອອກແຮງງານ ໃນຂະແໜງ ກະສິກຳຕ້ອງໄດ້ພົບ ໂດຍສະເພາະຄວາມສ່ຽງໃນການເຮັດວຽກ, ລັກສະນະການຈ້າງງານ ໃນຮູບແບບທີ່ບໍ່ເປັນທາງການ ຫລື ການຈ້າງງານນອກລະບົບ, ການຖືກຈໍາກັດໃນ ການເຂົ້າເຖິງລະບົບ ປະກັນສັງຄົມ ແລະ ອື່ນໆ.

ທ່ານ ອຸດອນ ມະນີບຸນ ໄດ້ມີຄໍາເຫັນວ່າ: ເຈົ້າໜ້າທີ່ກວດກາແຮງງານ ແມ່ນຜູ້ທີ່ມີບົດບາດສຳຄັນ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ການສ້າງເງື່ອນໄຂການເຮັດວຽກທີ່ປອດໄພ, ການຈັດກອງປະຊຸມໃນຄັ້ງນີ້ ສະແດງໃຫ້ເຫັນເຖີງຄວາມເອົາໃຈໃສ່ ຂອງບັນດາປະເທດສະມາຊິກອາຊຽນ ໃນການສົ່ງເສີມການຄຸ້ມຄອງສະພາບຄວາມເປັນຢູ່ ຂອງຜູ້ອອກແຮງງານໃນພາກພື້ນ.

ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ແລກປ່ຽນປະສົບການ ແລະ ບົດຮຽນທີ່ດີໃນການວາງນະໂຍບາຍ, ແຜນຍຸດທະສາດ, ກົນໄກການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາ ຜູ້ອອກແຮງງານ ໃນຂະແໜງກະສິກຳ ທີ່ຕິດພັນກັບຕ່ອງໂສ້ການຜະລິດ ເພື່ອຮັບປະກັນດ້ານຄວາມປອດໄພ ແລະ ສຸຂະພາບຂອງຜູ້ອອກແຮງງານ, ພ້ອມນັ້ນຍັງໄດ້ແລກປ່ຽນກົນໄກ ໃນການເກັບກໍາ ແລະ ວິເຄາະຂໍ້ມູນດ້ານ ຄວາມສ່ຽງ, ການໄດ້ຮັບບາດເຈັບ ຫລື ເປັນພະຍາດທີ່ເກີດຈາກການເຮັດວຽກ ໃນຂະແໜງກະສິກໍາ ແລະ ແລກປ່ຽນບົດຮຽນ ໃນການນຳໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານກວດການແຮງງານ ແລະ ວຽກງານດ້ານຄວາມປອດໄພ ດ້ານແຮງງານ ໃນຂະແໜງການດັ່ງກ່າວ.

ສໍາລັບ ກອງປະຊຸມກວດກາແຮງງານອາຊຽນຄັ້ງທີ 14 ແມ່ນມີກໍານົດຈັດ ໃນທ້າຍເດືອນຕຸລາ 2025 ພາຍໃຕ້ການເປັນເຈົ້າພາບ ຂອງປະເທດມາເລເຊຍ.

KPL

ຂ່າວອື່ນໆ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

    • ປະເທດ ຫວຽດນາມອາຊຽນ ASEAN

      ປະເທດ ຫວຽດນາມ

      9/3/2025 9:35:43 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ຫວຽດນາມ ເປັນປະເທດ

    • ປະເທດ ມາເລເຊຍອາຊຽນ ASEAN

      ປະເທດ ມາເລເຊຍ

      9/1/2025 10:04:37 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດສະຫະພັນລັດ ມາເລເຊຍ (Federation of Malaysia) ຫລືເອີ້ນວ່າ ມາເລເຊຍ (Malaysia) ຄົບຮອບ 50 ປີ(31/8/1975-31/8/2025) ໂດຍມີນະຄອນຫລວງຊື່ວ່າ ກົວລາລຳເປີ(Kualalampur), ມາເລເຊຍ ຕັ້ງຢູ່ໃນເຂດເສັ້ນສູນສູດປະກອບດ້ວຍດິນແດນສອງສ່ວນ ໂດຍມີທະເລຈີນໃຕ້ ຂັ້ນລະຫວ່າງ ມາເລເຊຍ ຕາເວັນຕົກ ແລະ ມາເລເຊຍຕາເວັນອອກ

    • ຄະນະຜູ້ແທນລາວ ເຂົ້າຮ່ວມເວທີສົນທະນາ ບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມເວທີສົນທະນາ ບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ

      7/30/2025 2:51:44 PM

      ຂປລ. ເມື່ອບໍ່ດົນມານີ້, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ນາງ ມາລີວັນ ພົມແສງສະ ຫວັນ ຮອງຫົວໜ້າຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຂົ້າຮ່ວມເວທີ ສົນທະນາບົດບາດຍິງ-ຊາຍ ໃນຂະແໜງພະລັງງານອາຊຽນ ແລະ ເວທີສົນທະນານະໂຍບາຍ ພະລັງງານອາຊຽນ

    • ສສ ຫວຽດນາມ ເຂົ້າຮ່ວມອາຊຽນ ຄົບຮອບ 30ປີອາຊຽນ ASEAN

      ສສ ຫວຽດນາມ ເຂົ້າຮ່ວມອາຊຽນ ຄົບຮອບ 30ປີ

      7/22/2025 3:04:26 PM

      ຕະຫລອດ ໄລຍະ 30 ປີ ແຫ່ງການຮ່ວມ ເດີນທາງ ພ້ອມກັບ ອາ ຊຽນ, ສສ ຫວຽດນາມ ບໍ່ພຽງແຕ່ ປະກອບສ່ວນ ເຂົ້າວຽກງານ ປັບປຸງ ຄວາມສາ ມັກຄີ ພາຍໃນກຸ່ມ, ສ້າງປະຊາຄົມ ອາຊຽນ ທີ່ໝັ້ນຄົງ ເຂັ້ມແຂງ ເທົ່ານັ້ນ ຫາກຍັງ ປະກອບສ່ວນ ຍົກສູງຖານະ ບົດບາດ ຂອງປະເທດຊາດ ບົນເວທີສາກົນ.


Top