ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ

12/08/2025 12:11
Email Print 1314
KPL ຂປລ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ ທ່ານ ໄຊສົງຄາມ ມະໂນທຳ ຮອງລັດຖະມົນຕີກະຊວງ ຍທຂ


ຂປລ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ ທ່ານ ໄຊສົງຄາມ ມະໂນທຳ ຮອງລັດຖະມົນຕີກະຊວງ ຍທຂ ໄປຮັບໜ້າທີ່ໃໝ່ ຢູ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ມີຄໍາເຫັນຊີ້ນໍາ ໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ທັງສອງທ່ານ ຈົ່ງເສີມຂະຫຍາຍບັນດາບົດຮຽນ ປະສົບການວຽກງານຕົວຈິງ ແລະ ກຳສະພາບວຽກງານຮອບດ້ານ ຂອງໜ້າທີ່ຮັບຜິດຊອບໃໝ່ໃຫ້ເລິກເຊິ່ງ, ສືບຕໍ່ພັດທະນາວຽກງານໃນຂະແໜງການທີ່ຕົນຮັບຜິດຊອບຕາມພາລະບົດບາດ ໃຫ້ໄດ້ຮັບໝາກຜົນຕາມແຜນການທີ່ວາງໄວ້ ທັງໃຫ້ເປັນເຈົ້າການນໍາພາ-ຊີ້ນຳ, ສືບຕໍ່ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກໍາລັງແຮງ ໃນການສຸມໃສ່ປະຕິບັດພາລະບົດບາດ-ໜ້າທີ່ວຽກງານ ໃຫ້ມີຄວາມໂລ່ງລ່ຽນ ແລະ ວ່ອງໄວ ບົນພື້ນຖານຍຶດໝັ້ນຫລັກການລວມສູນປະຊາທິປະໄຕ ນໍາພາປຶກສາຫາລືບັນຫາສໍາຄັນຕ່າງໆເປັນໝູ່ຄະນະ ພ້ອມກັນປະຕິບັດລະບອບແບບແຜນນໍາພາ ແລະ ວິທີເຮັດວຽກ ທີ່ໄດ້ກໍານົດໄວ້ ຢ່າງຖືກຕ້ອງ ແລະ ເຂັ້ມງວດ.

ຂ່າວ: ທະນູທອງ, ພາບ: ຂັນໄຊ
KPL

ຂ່າວອື່ນໆ

    • ກະຊວງ ວທ ທາບທາມບຸກຄະລາກອນ ສະໜັກ ເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ Iການເມືອງ

      ກະຊວງ ວທ ທາບທາມບຸກຄະລາກອນ ສະໜັກ ເລືອກຕັ້ງຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ I

      8/20/2025 12:09:53 PM

      ຂປລ. ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ຈັດກອງປະຊຸມທາບທາມບຸກຄະລາກອນ ທີ່ຈະອອກຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ກະຊວງ ວທ ສະໄໝທີ VI ຮອບທີ I ໃນວັນທີ 20 ສິງຫາ 2025 ໂດຍການເປັນປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງ ວທ

    • ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສິງກະໂປການເມືອງ

      ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຢ້ຽມຂໍ່ານັບ ນາຍົກລັດຖະມົນຕີ ສິງກະໂປ

      8/13/2025 11:28:40 AM

      ຂປລ. ໃນວັນທີ 12 ສິງຫາ 2025, ທີ່ສໍານັກງານນາຍົກລັດຖະມົນຕີ ສິງກະໂປ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ລໍເຣນ ວອງ (Lawrence Wong) ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ໃນໂອກາດເດີນທາງຢ້ຽມຢາມ ສ ສິງກະໂປ ຢ່າງເປັນທາງການໃນວັນທີ 11-12 ສິງຫາ 2025.

    • ກະຊວງປ້ອງກັນປະເທດ ຫວນຄືນມູນເຊືິ້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີການເມືອງ

      ກະຊວງປ້ອງກັນປະເທດ ຫວນຄືນມູນເຊືິ້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

      8/13/2025 9:48:15 AM

      ຂປລ. ກະຊວງປ້ອງກັນປະເທດ ປະຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໃນວັນທີ 12 ສິງຫາ 2025 ທີ່ກະຊວງປ້ອງກັນປະເທດ ໂດຍໃຫ້ກຽດປະຖະກະຖາ ຂອງທ່ານ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານເຂົ້າຮ່ວມ.

    • ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີການເມືອງ

      ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

      8/13/2025 9:43:27 AM

      ຂປລ. ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຮອງກົມ, ການນໍາ, ອະດີດການນໍາ, ຜູ້ປະກອບການດ້ານການພິມຈຳໜ່າຍ, ພ້ອມດ້ວຍບັນດາສື່ມວນຊົນ ຈາກທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

    • ສຳມະນາວິທະຍາສາດ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີການເມືອງ

      ສຳມະນາວິທະຍາສາດ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

      8/12/2025 12:08:07 PM

      ຂປລ. ງານສຳມະນາວິທະຍາສາດ ເນື່ອງໃນໂອກາດສະເຫລີມສະຫລອງ ວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ຈັດຂຶ້ນໃນວັນທີ 12 ສິງຫາ 2025 ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍມີທ່ານ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງກົມ, ການນໍາ, ອະດີດການນໍາ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ສື່ມວນຊົນ ຈາກທຸກຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.


Top