ປາກິດສະຖານ-ອິນເດຍ ຜະເຊີນກັບນ້ຳຖ້ວມຮອບໃໝ່່

20/08/2025 15:57
Email Print 228
KPL ປາກິດສະຖານ ແລະ ອິນເດຍ ຕ້ອງຜະເຊີນກັບ ສະພາບ ນ້ຳຖ້ວມ ຮອບໃໝ່ ຫລັງຈາກ ຝົນຕົກໜັກ ຢ່າງຕໍ່ເນື່ອງ ເຮັດໃຫ້ ປະລິມານ ນ້ຳຝົນ ເພີ່ມຂຶ້ນ ຢ່າງວ່ອງໄວເຖິງ 145 ມີລິແມັດ, ເກີດໄຟຟ້າດັບ ຫລາຍພື້ນທີ່.

ຂປລ.ຕາມຂ່າວຈາກ ນີວແດນລີ, ວັນທີ 20ສິງຫານີ້, ປາກິດສະຖານ ແລະ ອິນເດຍ ຕ້ອງຜະເຊີນກັບ ສະພາບ ນ້ຳຖ້ວມ ຮອບໃໝ່ ຫລັງຈາກ ຝົນຕົກໜັກ ຢ່າງຕໍ່ເນື່ອງ ເຮັດໃຫ້ ປະລິມານ ນ້ຳຝົນ ເພີ່ມຂຶ້ນ ຢ່າງວ່ອງໄວເຖິງ 145 ມີລິແມັດ, ເກີດໄຟຟ້າດັບ ຫລາຍພື້ນທີ່. ດ້ານສຳນັກງານ ອຸຕຸນິຍົມ ວິທະຍາ ຖະແຫລງວ່າ: ຈະມີຝົນຕົກໜັກ ໃນຫລາຍແຂວງ ທາງພາກໃຕ້ ໄປຈົນຮອດວັນທີ 21ສິງຫານີ້.ຫລ້າສຸດ ຍອດຜູ້ເສຍຊີວິດ ເພີ່ມຂຶ້ນເປັນ 358ຄົນ ໃນແຂວງໄຊເບີ ປັກຕຸນ ຂອງປາກິດສະຖານ ນັບແຕ່ເກີດພາຍຸ ຕັ້ງແຕ່ ເດືອນມິຖຸນາ ຮອດປັດຈຸບັນ ໃນປາກິດສະຖານ ມີຜູ້ເສຍຊີວິດແລ້ວ 695ຄົນ. ຂະນະທີ່ ສະຖານະການ ນ້ຳຖ້ວມ ກະທັນຫັນ ໃນລັດຊຳມູນ ແລະ ລັດ ແຄສເມຍ ຂອງອິນເດຍ ມີຜູ້ສູນຫາຍ 200 ກວ່າຄົນ ແລະ ເສຍຊີວິດຢ່າງໜ້ອຍ 60ຄົນ. ປັດຈຸບັນ ເຈົ້າໜ້າທີ່ກູ້ໄພ ທັງສອງ ປະເທດ ເລັ່ງໃຫ້ການຊ່ວຍເຫລືອ ຜູ້ເຄາະຮ້າຍ ໃນຄັ້ງນີ້ ຢ່າງຮີບດ່ວນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top