KPL
ສ.ອາເມລິກາ ຍົກເລີກ ວີຊານັກສຶກສາ ຕ່າງປະເທດ ໄປແລ້ວ ຫລາຍກວ່າ 6.000ຄົນ ໃນປີນີ້ ຕາມນະໂຍບາຍ ຂອງລັດຖະບານ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ. ອາເມລິກາ ໃນການປາບປາມ ນັກສຶກສາຕ່າງປະເທດ ທີ່ເຮັດຜິດກົດໝາຍ
ຂປລ.ຕາມຂ່າວຈາກ ວໍຊີງຕັນ, ເມື່ອບໍໍ່ດົນມານີ້, ສ.ອາເມລິກາ ຍົກເລີກ ວີຊານັກສຶກສາ ຕ່າງປະເທດ ໄປແລ້ວ ຫລາຍກວ່າ 6.000ຄົນ ໃນປີນີ້ ຕາມນະໂຍບາຍ ຂອງລັດຖະບານ ທ່ານ ໂດນັນ ທຣຳ, ປະທານາທິບໍດີ ສ. ອາເມລິກາ ໃນການປາບປາມ ນັກສຶກສາຕ່າງປະເທດ ທີ່ເຮັດຜິດກົດໝາຍ ເປັນຕົ້ນ ນັກສຶກສາ ທີ່ອາໄສຢູ່ ສ.ອາເມລິກາ ຫລັງວີຊາໝົດອາຍຸ, ມີຄວາມຜິດ ຖານທຳຮ້າຍຮ່າງກາຍ, ເມົາແລ້ວຂັບ, ລັກຊັບສິນ ຫລື ສະໜັບ ສະໜູນ ການກໍ່ການຮ້າຍ ແລະ ການກະທຳອື່ນໆອີກ ທີ່ຜິດຕໍ່ກົດໝາຍຂອງ ສ.ອາເມລິກາ. ວີຊາເກືອບ 4.000 ຄົນ ຈາກທັງໝົດ 6.000ຄົນ ຖືກຍົກເລີກ ຍ້ອນເຄື່ອນໄຫວ ຜິດກົດໝາຍ ໃນນີ້ 200-300 ກໍລະນີ ຖືກກ່າວຫາວ່າ ມີຄວາມຜິດ ຖານກໍ່ການຮ້າຍ ຕາມກົດໝາຍ ການກວດຄົນເຂົ້າເມືອງ ແລະ ສັນຊາດ. ບຸກຄົນເຫລົ່ານີ້ ອາດຈະບໍ່ໄດ້ຮັບ ອະນຸ ຍາດ ໃຫ້ເດີນທາງ ເຂົ້າມາ ສ.ອາເມລິກາອີກ ເນື່ອງຈາກ ມີສ່ວນກ່ຽວຂ້ອງກັບ ກິດຈະກຳ ກໍ່ການຮ້າຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL