KPL
ທ່ານ ວາງຢີ້ ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ພົບປະເຈລະຈາ ກັບ ທ່ານ ຊູ ທ່ານ ຊູບຣາມັນຢາມ ໃຈຊານຄາ ລັດຖະມົນຕີ ກະຊວງການຕ່າງປະເທດ ອິນເດຍ ຢູ່ນະຄອນຫລວງ ນິວແດນລີ ຂອງອິນເດຍ ເຊິ່ງໄດ້ຮັບຜົນສຳເລັດ ຫລາຍຢ່າງ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ວາງຢີ້ ກຳມະການ ກົມການເມືອງ ສູນກາງພັກ ກອມມູນິດຈີນ, ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ພົບປະເຈລະຈາ ກັບ ທ່ານ ຊູ ທ່ານ ຊູບຣາມັນຢາມ ໃຈຊານຄາ ລັດຖະມົນຕີ ກະຊວງການຕ່າງປະເທດ ອິນເດຍ ຢູ່ນະຄອນຫລວງ ນິວແດນລີ ຂອງອິນເດຍ ເຊິ່ງໄດ້ຮັບຜົນສຳເລັດ ຫລາຍຢ່າງດັ່ງນີ້: ການພົວພັນ ລະຫວ່າງ ສປ ຈີນ-ອິນເດຍ ທີ່ໝັ້ນຄົງ, ຮ່ວມມືກັນ ແລະ ມຸ່ງໜ້າສູ່ອະນາຄົດ ມີຜົນດີ ຕໍ່ການປົດລ໊ອກ ກຳລັງແຮງ ບົ່ມຊ້ອນ ໃນການພັດທະນາ ຂອງສອງຝ່າຍ ແລະ ສອດຄ່ອງກັບ ຜົນປະໂຫຍດ ຮ່ວມຂອງສອງຝ່າຍ. ອິນເດຍ ກ່າວຢ້ຳວ່າ ຈະອອກແຮງຢ່າງສຸດຂີດ ເພື່ອສະໜັບ ສະໜູນຈີນ ປະຕິບັດວຽກງານ ໃນຖານປະເທດ ປະທານໝູນວຽນ ຂອງອົງການຮ່ວມມືຊຽງໄຮ້. ສອງຝ່າຍເຫັນດີ ຫາລືເພື່ອຊອກຫາ ຄວາມ ເປັນໄປໄດ້ ໃນການຟື້ນຟູ ການເຈລະຈາສອງຝ່າຍ ແລະ ກົນໄກການແລກປ່ຽນລະຫວ່າງ ລັດຖະບານ ສອງປະເທດຄືນໃໝ່, ເພີ່ມທະວີ ການຮ່ວມມື ແລະ ເອົາໃຈໃສ່ ນຳຄວາມສົນໃຈເຊິ່ງກັນແລະກັນ ແລະ ຄຸ້ມຄອງຂໍ້ຂັດແຍ້ງ ຢ່າງເໝາະສົມ. ຟື້ນຟູຖ້ຽວບິນ ໂດຍກົງ ລະຫວ່າງ ແຜ່ນດິນໃຫຍ່ຈີນ ກັບອິນເດຍ ໂດຍໄວ ແລະ ສືບຕໍ່ໃຫ້ຜູ້ສະແຫວງບຸນ ຊາວອິນເດຍ ເດີນທາງ ໄປເຂດປົກຄອງ ຕົນເອງ ຊີ່ຈ້າງຈີນ ໃນປີ 2026 ແລະ ເພິ່ມຈຳນວນຄົນ ຂຶ້ນອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL