KPL
ເຮືອຕຳຫລວດ 53101, 53108 ແລະ 53109 ຂອງຝ່າຍ ສປ ຈີນ ໄດ້ອອກເດີນທາງ ຈາກທ່າເຮືອຕຳຫລວດ ຈິງຮ່າຂອງກິ່ງແຂວງ ສິບສອງພັ່ນນາ ແຂວງຢູນນານຈີນ ເພື່ອລົງໄປເຂດ ລ່ອງແມ່ນ້ຳຂອງ ທີ່ກຳນົດໄວ້ ຮ່ວມກັບ ພາກສ່ວນປະຕິບັດ ກົດໝາຍ ທີ່ກ່ຽວຂ້ອງ ຈາກ ສປປ ລາວ, ມຽນມາ ແລະ ໄທ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ວັນທີ 19 ສິງຫານີ້, ເຮືອຕຳຫລວດ 53101, 53108 ແລະ 53109 ຂອງຝ່າຍ ສປ ຈີນ ໄດ້ອອກເດີນທາງ ຈາກທ່າເຮືອຕຳຫລວດ ຈິງຮ່າຂອງກິ່ງແຂວງ ສິບສອງພັ່ນນາ ແຂວງຢູນນານຈີນ ເພື່ອລົງໄປເຂດ ລ່ອງແມ່ນ້ຳຂອງ ທີ່ກຳນົດໄວ້ ຮ່ວມກັບ ພາກສ່ວນປະຕິບັດ ກົດໝາຍ ທີ່ກ່ຽວຂ້ອງ ຈາກ ສປປ ລາວ, ມຽນມາ ແລະ ໄທ ຈັດການເຄື່ອນໄຫວ ບັງຄັບ ໃຊ້ກົດໝາຍຮ່ວມຫລາຍລາຍການ ໂດຍສະເພາະ ແມ່ນການລາດຕະເວນ ແລະ ບັງຄັບໃຊ້ກົດໝາຍ ຮ່ວມກັນ ຕາມແມ່ນ້ຳຂອງ ລະຫວ່າງ ສປ ຈີນ-ສປປ ລາວ-ມຽນມາ-ໄທ ຄັ້ງທີ 156. ທັງສີ່ຝ່າຍ ໄດ້ສົ່ງເຮືອ ຕຳຫລວດ ທັງໝົດ 7ລຳ ແລະ ເຈົ້າໜ້າທີ່ ຕຳຫລວດ 100 ກວ່າຄົນ ເຂົ້າຮ່ວມ.ໃນໄລຍະດຳເນີນການ, ພາກສ່ວນ ປະຕິບັດກົດໝາຍຈາກ 4 ປະເທດ ຈະຈັດກອງປະຊຸມ ແລກປ່ຽນຂໍ້ມູນ ຂ່າວສານ ຢູ່ປະເທດ ມຽນມາ ເພື່ອແຈ້ງສະພາບ ການປ້ອງກັນຄວາມປອດໄພ ຕາມແມ່ນ້ຳຂອງ ໃນໄລຍະມໍ່ໆມານີ້ ໃຫ້ກັນ ແລະ ກັນຊາບ. ສ່ວນຝ່າຍ ສປ ຈີນ, ສປປ ລາວ ແລະ ມຽນມາ ຈະຈັດການລາດຕະເວນ ປະຈຳ ແລະ ຝຶກຊ້ອມຮ່ວມ ຢູ່ເຂດລ່ອງນ້ຳທີ່ສຳຄັນ ແລະ ມັກເກີດບັນຫາອ່ອນໄຫວ ຕາມແມ່ນ້ຳຂອງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL