ໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ປະກອບສ່ວນແກ້ໄຂຄວາມທຸກຍາກຂອງປະຊາຊົນ

15/07/2025 11:10
KPL *ທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານແຫ່ງຊາດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ

       *ທ່ານ ເກຍ ອູ໊ສິດທິເດດ ວິລະຊົນແຮງງານແຫ່ງຊາດ ເຈົ້າຂອງໂຮງງານຜະລິດນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ກ່າວຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ນະຄອນໄກສອນພົມວິຫານ ຄັ້ງທີ IX ເມື່ອບໍ່ດົນຜ່ານມານີ້ວ່າ: ເພື່ອຢັ້ງຢືນເຖິງການນໍາພາ-ຊີ້ນໍາ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກ ນະຄອນໄກສອນພົມວິຫານ ຄັ້ງທີ VIII ຕໍ່ການຊຸກຍູ້ສົ່ງເສີມການຜະລິດພາຍໃນຂອງທຸກພາກທຸລະກິດ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງເຂັ້ມແຂງຂຶ້ນໄປ ເລື້ອຍໆ, ກ້າວໄປສູ່ການຜະລິດເປັນສິນຄ້າທີ່ມີຄຸນນະພາບນັ້ນ. ເມື່ອປີ 1978 ເປັນຕົ້ນມາຄອບຄົວຕົນໄດ້ລິເລີ່ມເຮັດທຸລະກິດ ຈາກໝໍ້ຂົ້ວກາເຟນ້ອຍໆເປັນຂອງຕົນເອງ. ຈາກທຸລະກິດນ້ອຍໆດັ່ງກ່າວ ກໍ່ຄ່ອຍໆຂະຫຍາຍຕົວຂຶ້ນມາພ້ອມທັງເຮັດຕາມເງື່ອນໄຂ ແລະ ທ່າແຮງທີ່ຕົນມີໃນແຕ່ລະໄລຍະ. 

       ດ້ວຍຄວາມເອົາໃຈໃສ່ບວກໃສ່ການຊຸກຍູ້ ຈາກພາກລັດໃນໄລຍະຜ່ານມາຮອດປັດຈຸບັນນີ້, ເຮັດໃຫ້ທຸລະກິດມີການເຕີບໃຫຍ່ ຂະຫຍາຍຕົວກ້າວສູ່ລະດັບໂຮງງານ ຕ່າງຈາກເມື່ອກ່ອນທັງຄຸ້ມຄອງບໍລິຫານ ຈັດການກໍ່ມີກົດລະບຽບຂອງໂຮງງານ ແລະ ອີງໃສ່ກົດໝາຍແຮງງານເປັນຫລັກ, ລະບຽບກົດໝາຍອື່ນໆ, ມີອົງການຈັດ ຕັ້ງມະຫາຊົນເຊັ່ນ: ກຳມະບານ, ແມ່ຍິງ. ຜ່ານການສູ້ຊົນພັດທະນາກິດຈະການຂອງຕົນໃຫ້ມີການຂະ ຫຍາຍຕົວ, ເຂັ້ມແຂງ, ສາມາດຜະລິດໄດ້ຫລາຍ, ມີຄຸນນະພາບ, ລາຄາເໝາະສົມ, ບໍລິການດີ. ເພື່ອເປັນທາງເລືອກໃຫ້ຜູ້ບໍລິໂພກນັ້ນ, ຍາມໃດກໍ່ໄດ້ສຸມທຸກກຳລັງ, ສະຕິປັນຍາ, ເຫື່ອແຮງ ແລະ ທຶນຮອນສະແຫວງຫາເຕັກນິກວິທະຍາສາດນະວັດຕະກຳອັນໃໝ່ ເຂົ້າມານໍາໃຊ້ໃນຂະບວນການຜະລິດທີ່ດີ ແລະ ມີຄວາມປອດໄພຈຶ່ງເຮັດໃຫ້ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳແຫ່ງນີ້ ໄດ້ຮັບການຢັ້ງຢືນຂະບວນການຜະລິດ ທີ່ດີມີຄວາມປອດໄພຈາກອົງການທີ່ກ່ຽວຂ້ອງເຊັ່ນ: ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ກົມ ມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ອົງການມາດຕະຖານສາກົນ ISO 22000 ວ່າດ້ວຍລະບົບການຈັດການຄວາມປອດໄພອາຫານ ແລະ ນໍ້າດື່ມ ເຊິ່ງໄດ້ຮັບການຢັ້ງຢືນ ແຕ່ວັນທີ 6 ກຸມພາ 2014 ເປັນຕົ້ນມາ ພ້ອມທັງໄດ້ຈົດທະບຽນຊັບສິນທາງປັນຍາ. ທ່ານ ເກຍ ອູ໊ສິດທິເດດ ກ່າວ.
       ທ່ານ ເກຍອູ໊ສິດ ກ່າວຕື່ມອີກວ່າ: ໂຮງງານຜະລິດນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳ ມີຂະບວນການຜະລິດຄົບວົງຈອນ, ຜະລິດນໍ້າດື່ມໄດ້ 750.000 ລິດ/ວັນ, ຜະລິດນໍ້າກ້ອນຫລອດ-ແທ່ງໄດ້ 300 ໂຕນ/ວັນ. ປັດຈຸບັນໂຮງງານມີພະນັກງານ-ກຳມະກອນປະຈໍາ 186 ຄົນ, ໄດ້ຮັບເງິນເດືອນພື້ນຖານ, ເງິນແຮງງານຜູ້ໜຶ່ງມີລາຍໄດ້ຂັ້ນຕໍ່າ 3,5 ລ້ານກີບຕໍ່ຄົນຕໍ່ເດືອນຂຶ້ນໄປ, ການເບີກຈ່າຍເງິນເດືອນ ແລະ ເງິນແຮງງານ 3 ຄັ້ງ/ເດືອນ. 
ສຳລັບຮູບແບບການບໍລິຫານ ຄຸ້ມຄອງຖືເອົາໂຮງງານເປັນຄອບຄົວໃຫຍ່ ໃນການອອກແຮງງານ, ໃຫ້ຄວາມສໍາຄັນຕໍ່ຜູ້ອອກແຮງງານ, ສ້າງສີມືແຮງງານຕົວຈິງກັບທີ່, ຍົກລະດັບພະນັກງານ-ກຳມະກອນໃຫ້ກາຍເປັນຜູ້ຊຳນານວຽກ ໂດຍສະ ເພາະຜູ້ໜຶ່ງຕ້ອງຮູ້ໄດ້ຫລາຍໜ້າວຽກ, ສາມາດທົດແທນກັນໄດ້ໃນຍາມມີຄວາມຈໍາເປັນ, ຫລີກເວັ້ນການໃຊ້ແຮງງານແບບເຫລືອບໍ່ພໍ, ຜູ້ໃດມີຄວາມສາມາດເປັນເຈົ້າການ ເປັນແບບຢ່າງໄດ້ຕ້ອງໄດ້ເລື່ອນຕຳແໜ່ງຮັບຜິດຊອບສູງຂຶ້ນ ພ້ອມປະຕິບັດນະໂຍບາຍຕາມຄວາມເໝາະສົມ, ໄດ້ປະຕິບັດນະໂຍບາຍຕ່າງໆຕໍ່ພະນັກງານ-ກຳມະກອນທີ່ເຮັດວຽກພາຍໃນໂຮງງານ ຕາມລະບຽບຂອງກອງທຶນປະກັນສັງຄົມ. ນອກຈາກນີ້ ທາງໂຮງງານ ຍັງມີກອງທຶນນະໂຍບາຍຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນເວລາເຈັບເປັນ, ພັກປິ່ນປົວ ຫລື ເສຍຊີວິດຈຶ່ງເຮັດໃຫ້ພະນັກງານ-ກຳມະກອນ ມີຄວາມເພິ່ງພໍໃຈ, ເຮັດວຽກຮ່ວມກັນມີຄວາມສາມັກຄີ, ເປັນປຶກແຜ່ນ ແລະ ສະຫງົບ. ນອກນັ້ນ ຍັງໄດ້ສ້າງວຽກເຮັດໃຫ້ຕົວແທນຈໍາໜ່າຍຫລາຍຮ້ອຍຄົນມີລາຍຮັບເປັນປົກກະຕິ. 
       ທ່ານ ເກຍ ອູ໊ສິດທິເດດ ກ່າວອີກຕື່ມວ່າ: ມີຄວາມພາກພູມໃຈທີ່ສຸດ ທີ່ຍັງຮັກສາສິດເປັນເຈົ້າຂອງ, ຍັງເປັນເງື່ອນໄຂທີ່ດີໃຫ້ໂຮງງານແຫ່ງນີ້ ໄດ້ເຂົ້າຮ່ວມນໍາອົງການຈັດຕັ້ງ ໃນການຊ່ວຍເຫລືອສັງຄົມ ໂດຍສະເພາະແມ່ນໃນ 2020-2025 ໄດ້ປະກອບສ່ວນກໍ່ສ້າງສ້ອມແປງເສັ້ນທາງດິນແດງອັດແໜ້ນ, ທໍ່ນໍ້າລອດທາງຢູ່ 5 ບ້ານຂອງນະຄອນ ໄກສອນ ພົມວິຫານ 20 ເສັ້ນ, ຄວາມຍາວທັງໝົດ 19.223 ແມັດ, ມູນຄ່າ 3,79 ຕື້ກວ່າກີບ, ໄດ້ຊ່ວຍເຫລືອສ້າງສາພັດທະນາພື້ນຖານໂຄງລ່າງ, ປະຕິສັງຂອນຢູ່ພາຍໃນນະຄອນເປັນມູນຄ່າກວ່າ 1,80 ຕື້ກີບ ແລະ ອື່ນໆ. ຜົນງານຕະຫລອດໄລຍະຜ່ານມາທີ່ໄດ້ປະກອບສ່ວນທຶນຮອນ ຊ່ວຍເຫລືອສັງຄົມນັ້ນ, ຕົນເອງໄດ້ຮັບກຽດປະດັບຫລຽນນາມມະຍົດ ນັກພັດທະນາດີເດັ່ນແຫ່ງຊາດ, ປີ 2022 ໄດ້ຮັບກຽດປະດັບຫລຽນນາມມະຍົດວິລະຊົນແຫ່ງຊາດ ແລະ ພະນັກງານ-ກຳມະກອນ ກໍ່ໄດ້ຮັບການຍ້ອງຍໍຫລາຍຂັ້ນ, ໃນນາມໂຮງງານກໍ່ຍັງໄດ້ຮັບໂລ້ລາງວັນດີເດັ່ນຈາກພາຍໃນ ແລະ ພາກພື້ນ 10 ໂລ້ລາງວັນ.   
       ຜົນງານທີ່ໄດ້ກ່າວມາຂ້າງເທິງນີ້, ຍ້ອນມີແນວທາງ-ນະໂຍບາຍອັນຖືກຕ້ອງຂອງພັກ-ລັດຖະບານ, ການປະກອບສ່ວນຂອງອໍານາດການປົກຄອງແຕ່ລະຂັ້ນ, ພໍ່ແມ່ປະຊາຊົນພາຍໃນເທສະບານ ນະຄອນໄກສອນ ພົມວິຫານ ແລະ ຫລາຍພາກສ່ວນໃນສັງຄົມພ້ອມດ້ວຍພະນັກງານ, ກຳມະກອນພາຍໃນໂຮງງານເປັນພື້ນຖານ ກໍາລັງແຮງທີ່ອໍານວຍຄວາມສະດວກ ໃນການດໍາເນີນທຸລະກິດ ຈຶ່ງເຮັດໃຫ້ມີການຂະຫຍາຍຕົວດ້ວຍດີຕະຫລອດມາ ເຊິ່ງການຂະຫຍາຍຕົວຂອງທຸລະກິດດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງນະຄອນໄກສອນ ພົມວິຫານ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ ຢູ່ພາຍໃນສະ ຫວັນນະເຂດ. 
(ຂໍ້ມູນ: ສະຫວັນພັດທະນາຂ່າວ)

KPL

ຂ່າວອື່ນໆ


Top