KPL
ຂປລ. ກອງປະຊຸມປັບປຸງ ແລະ ຮຽບຮຽງ ຮ່າງດຳລັດ ວ່າດ້ວຍຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຈັດຂຶ້ນໃນວັນທີ 11 ກໍລະກົດ 2025 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ມີ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາກະຊວງ, ກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ

ຂປລ. ກອງປະຊຸມປັບປຸງ ແລະ ຮຽບຮຽງ ຮ່າງດຳລັດ ວ່າດ້ວຍຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ຈັດຂຶ້ນໃນວັນທີ 11 ກໍລະກົດ 2025 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີ ກະຊວງຍຸຕິທຳ, ມີ ທ່ານ ພົຈວ ແກ່ນຈັນ ພົມມະຈັກ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາກະຊວງ, ກົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້, ກໍເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສົມບູນ, ພ້ອມທັງໃຫ້ສອດຄ່ອງກັບຫລັກ ການສ້າງນິຕິກຳ, ດ້ານວຽກງານວິຊາສະເພາະ ແລະ ສະພາບການຈັດຕັ້ງປະຕິບັດວຽກງານໃນປັດຈຸບັນ,

ຮ່າງດຳລັດ ວ່າດ້ວຍການຂໍ້ມູນພົນລະເມືອງ ແລະ ບັດປະຈຳຄົວ ສະບັນດັ່ງກ່າວ, ໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ວຽກງານຖານຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວ ເພື່ອເຮັດໃຫ້ວຽກງານດັ່ງກ່າວ, ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ເຮັດໃຫ້ຖານຂໍ້ມູນ ພົນລະເມືອງ ແລະ ບັດປະຈຳຕົວຖືກຕ້ອງ, ຊັດເຈນ, ທັນສະໄໝ, ວ່ອງໄວ, ປອດໄພ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ, ຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ປະກອບສ່ວນເຂົ້າໃນ ການປົກປັກຮັກສາ ແລະ ພັດທະນາປະເທດຊາດ.

ຜ່ານການຄົ້ນຄວ້າຮ່າງດຳລັດສະບັບດັ່ງກ່າວ, ຕາມຄໍາເຫັນຂອງສະມາຊິກລັດຖະບານ ແມ່ນໄດ້ສໍາເລັດໂດຍພື້ນຖານ ທາງດ້ານໂຄງປະກອບ ແລະ ເນື້ອໃນ. ໃນນັ້ນ, ໄດ້ເພີ່ມ, ຕັດ, ປັບປຸງ ແລະ ຮຽບຮຽງຄືນບາງມາດຕາ ເປັນຕົ້ນ ເພີ່ມ 1 ມາດຕາ, ປັບປຸງ ມີ 7 ມາດຕາ ກວມເອົາ 11 ເນື້ອໃນ; ຮ່າງດຳລັດສະບັບລ່າສຸດ ມີທັງໝົດ 9 ໝວດ ແລະ 36 ມາດຕາ, ຫລັງຈາກຜ່ານການປັບປຸງຄົ້ນຄວ້າ ຕາມຄຳເຫັນຂອງສະມາຊິກລັດຖະບານ ຂັ້ນການນໍາແລ້ວ ຈະສະເໜີໃຫ້ທ່ານນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນໃສ່ຮ່າງດຳລັດ ວ່າດ້ວຍການຂໍ້ມູນພົນລະເມືອງ ແລະ ບັດປະຈຳຕົວຢ່າງເປັນທາງການ.
ພາບ-ຂ່າວ: ບຸນພະຈັນ
KPL