ຄະນະຊີ້ນໍາກອງທຶນສົ່ງເສີມການຜະລິດ ສິນຄ້າລາວ ປຶກສາຫາລືສົ່ງເສີມການຜະລິດ

15/07/2025 09:43
Email Print 138
KPL ຂປລ. ກອງປະຊຸມຄະນະຊີ້ນໍາ ກອງທຶນສົ່ງເສີມການຜະລິດສິນຄ້າລາວ (ກສລ) ຈັດຂຶ້ນໃນທ້າຍ​ອາທິດ​ຜ່ານ​ມາ, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດ ແລະ ການພົວພັນຕ່າງປະເທດ, ມີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາ ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຄະນະກຳມະການ ກສລ ເຂົ້າຮ່ວມ.



ຂປລ. ກອງປະຊຸມຄະນະຊີ້ນໍາ ກອງທຶນສົ່ງເສີມການຜະລິດສິນຄ້າລາວ (ກສລ) ຈັດຂຶ້ນໃນທ້າຍ​ອາທິດ​ຜ່ານ​ມາ, ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ
, ຜູ້ຊີ້ນຳວຽກງານເສດຖະກິດ ແລະ ການພົວພັນຕ່າງປະເທດ, ມີ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາ ລັດຖະມົນຕີ, ຮອງລັດຖະມົນຕີ ແລະ ຄະນະກຳມະການ ກສລ ເຂົ້າຮ່ວມ.




ກອງປະຊຸມຄັ້ງນີ້
, ຈັດຂຶ້ນເພື່ອຜັນຂະຫຍາຍນະໂຍບາຍ, ມາດຕະການແກ້ໄຂບັນຫາ ເສດຖະກິດ-ການເງິນ, ສ້າງແນວຄິດ ເອກະລາດ ເປັນເຈົ້າຕົນເອງ ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງຂອງພັກ, ລັດຖະບານທັງເປັນນການສ້າງ ແລະ ໝູນໃຊ້ທຸກທ່າແຮງບົ່ມຊ້ອນ, ຊັບພະຍາກອນພາຍໃນ, ບັນດາກາລະໂອກາດ, ໃຫ້ສາມາດໝູນໃຊ້ ເຕັກນິກທີ່ທັນສະໄໝເຂົ້າໃສ່ ການຜະລິດ ເພື່ອຍົກສູງຄຸນນະພາບ, ມາດຕະຖານ, ສ້າງໃຫ້ປະເທດເຮົາມີຖານການຜະລິດ ແລະ ການບໍລິການທີ່ໜັກແໜ້ນເຂັ້ມແຂງ, ຮັບປະກັນໄດ້ ຄວາມຍືນຍົງ ສາມາດຕອບສະໜອງ ໄດ້ແກ່ການຊົມໃຊ້ພາຍໃນ ແລະ ສົ່ງອອກ ເພື່ອພັດທະນາໃຫ້ເປັນສິນຄ້າ.




ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ໄດ້ກ່າວວ່າ: ການສະໜັບສະໜູນຊ່ວຍເຫລືອ ຜູ້ ປະກອບການທີ່ເປັນຈຸນລະວິສາຫະກິດ
, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຫລື MSME ໃນຂອບເຂດທົ່ວປະເທດໄລຍະຜ່ານມາ ສາມາດສະໜອງທຶນໃຫ້ໄດ້ 3.357 ຫົວໜ່ວຍ ເຊິ່ງເຫັນວ່າເປັນຜົນງານອັນສໍາຄັນ. ແຕ່ເຖິງຢ່າງໃດກໍຕາມ ຖ້າສົມທຽບ ໃສ່ຄວາມຕ້ອງການ ໃນການເຂົ້າເຖິງແຫລ່ງທຶນ ເພື່ອຊຸກຍູ້ການຜະລິດເປັນສິນຄ້າ ເຫັນວ່າຍັງເປັນໂຕເລກທີ່ບໍ່ທັນສູງ ເນື່ອງຈາກມີຂໍ້ຈຳກັດຫລາຍຢ່າງ ເປັນຕົ້ນ ບັນດາກຸ່ມ, ສະມາຄົມ, ສະຫະກອນ, ກຸ່ມຜະລິດ ບໍ່ສາມາດປະຕິບັດ ຫລື ຕອບສະໜອງໄດ້ເງື່ອນໄຂ ໃນການກູ້ຢືມກັບທະນາຄານທຸລະກິດ ເຊັ່ນ: ບໍ່ມີຫລັກຊັບຄໍ້າປະກັນ, ສະມາຊິກໃນກຸ່ມ ຫລື ສະຫະກອນການຜະລິດ ບໍ່ນໍາໃຊ້ຫລັກຊັບສ່ວນຕົວ ເພື່ອຄໍ້າປະກັນກູ້ຢືມເປັນສ່ວນລວມ, ລວມເຖິງອັດຕາດອກເບ້ຍກູ້ຢືມທີ່ສູງ ບໍ່ສອດຄ່ອງກັບການຜະລິດກະສິກຳ, ເຄີຍມີໜີ້ເສຍ ກັບສະຖາບັນ ການເງິນມາກ່ອນ ຈຶ່ງບໍ່ສາມາດເຂົ້າເຖິງແຫລ່ງທຶນ ເພື່ອການຜະລິດໄດ້.




ຍ້ອນເຫັນໄດ້ຂໍ້ຫຍຸ້ງຍາກດັ່ງກ່າວ
, ລັດຖະບານ ຈຶ່ງໄດ້ມີແຈ້ງການ ເລກທີ 25/ຫສນຍ, ລົງວັນທີ 07 ມັງກອນ 2025 ຊີ້ນຳໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບ ກະຊວງກ່ຽວຂ້ອງ ສ້າງດໍາລັດວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ກອງທຶນຊຸກຍູ້ສົ່ງເສີມການຜະລິດສິນຄ້າ ຢູ່ ສປປ ລາວ ເຊິ່ງກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ສຳເລັດການຄົ້ນຄວ້າ ແລະ ລັດຖະບານ ໄດ້ຕົກ ລົງຮັບຮອງເອົາດຳລັດກອງທຶນ ສົ່ງເສີມການຜະລິດສິນຄ້າລາວ ຫລື ດຳລັດ 483/ນຍ ໃນເດືອນມິຖຸນາ 2025 ເພື່ອເປັນບ່ອນອີງໃນການຄຸ້ມຄອງກອງທຶນ ແລະ ຊຸກຍູ້ການຜະລິດເປັນສິນຄ້າຂອງລາວ ໃຫ້ດີຂຶ້ນ ແລະ ສາມາດຕອບສະໜອງຄວາມຕ້ອງການພາຍໃນ ໃນຕໍ່ໜ້າໃຫ້ຫລາຍຂຶ້ນ.

ຂ່າວ: ຄຳແສງ ແກ້ວປະເສີດ

KPL

ຂ່າວອື່ນໆ


Top