ສປ ຈີນ ຜະລິດຟຟ້າພະລັງງານແສງຕາເວັນບັນລຸ 1 ຕື້ກິໂລວັດ

24/06/2025 15:08
Email Print 110
KPL ເລກ​ສະ​ຖິ​ຕິ ຫລ້າ​ສຸດ ​ທີ່​ເປີດ​ເຜີຍ ​ໂດຍ​ອົງ​ການ​ ພະ​ລັງ​ງານ​ ແຫ່ງ​ຊ​າດ​ຈີນ ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ ທ້າຍ​ເດືອນ ​ພຶດ​ສະ​ພາ​​ນີ້, ຄວາມສາມາດຜະລິດໄຟຟ້າ ​ພະ​ລັງ​ງານ​ແສງ​ຕາ​ເວັນ​ຂອງ ສປ ​ຈີນ ໄດ້​ບັນ​ລຸ 1 ຕື້​ກິ​ໂລ​ວັດ

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ,​ ເລກ​ສະ​ຖິ​ຕິ ຫລ້າ​ສຸດ ​ທີ່​ເປີດ​ເຜີຍ ​ໂດຍ​ອົງ​ການ​ ພະ​ລັງ​ງານ​ ແຫ່ງ​ຊ​າດ​ຈີນ ​ສະ​ແດງ​ໃຫ້​ເຫັນ​ວ່າ: ນັບ​ມາ​ຮອດ​ ທ້າຍ​ເດືອນ ​ພຶດ​ສະ​ພາ​​ນີ້, ຄວາມສາມາດຜະລິດໄຟຟ້າ ​ພະ​ລັງ​ງານ​ແສງ​ຕາ​ເວັນ​ຂອງ ສປ ​ຈີນ ໄດ້​ບັນ​ລຸ 1 ຕື້​ກິ​ໂລ​ວັດ, ກວມເອົາ ​ເກືອບ 30%ຂອງຄວາມສາມາດ ຜະລິດໄຟຟ້າ​ ທີ່​ຕິດ​ຕັ້ງ ທັງ​ໝົດ​ຂອງ ສປ ​ຈີນ. ຄວາມສາມາດຜະລິດໄຟຟ້າ ພະ​ລັງ​ງານ ​ແສງ​ຕາ​ເວັນ ​ທັງ​ໝົດ ໃນ​ທົ່ວ​ໂລກ ​​ເກືອບ​ເຄິ່ງ​ໜຶ່ງ ​ແມ່ນ​ຜະ​ລິດ​ໂດຍ​ ສປ ຈີນ.ຄວາມສາມາດ ຜະລິດໄຟຟ້າ ພະ​ລັງ​ງານ ​ແສງ​ຕາ​ເວັນ ​ຂອງ ສປ ​ຈີນ​ ບັນ​ລຸ 1 ຕື້​ກິ​ໂລ​ວັດ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ ສປ ຈີນ​ໄດ້​ປັບ​ປຸງ​ໂຄງ​ສ້າງ​ພະ​ລັງ​ງານ​ໃຫ້​ດີ​ຂຶ້ນ ​ຢ່າງ​ຕໍ່​ເນື່ອງ ແລະ ​ເລັ່ງ​ລັດ​ການ​ສ້າງ​ ລະ​ບົບ​ພະ​ລັງ​ງານ​ແບບ​ໃໝ່​, ພ້ອມ​ດຽວ​ກັນ​ນັ້ນ, ການ​ນຳ​ໃຊ້​ພະ​ລັງ​ງານ​ແສງ​ຕາ​ເວັນ ​ເປັນ​ຈຳ​ນວນ ຫລວງຫລາຍ ​​ໄດ້​ປ່ຽນ​ແປງ​ໂຄງ ​ປະ​ກອບ​​ການ​ຜະ​ລິດ ແລະ ການ​ບໍ​ລິ​ໂພກ​ ດ້ານ​ພະ​ລັງ​ງານ ຢ່າງ​ເລິກ​ເຊິ່ງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top