KPL
ຊົນເຜົ່າລື້ ແມ່ນຊົນເຜົ່າໜຶ່ງຂອງວົງຄະນາຍາດແຫ່ງຊາດລາວ ຊຶ່ງຕັ້ງຖິ່ນຖານ ແລະ ດຳລົງຊີວິດຢູ່ ສປປ ລາວ ພ້ອມດຽວກັບຊົນເຜົ່າໃນໝວດພາສາລາວ-ໄຕ ເຊິ່ງມີີຮີດຄອງປະເພນີທີ່ເປັນເອກະລັກສະເພາະຕົວ, ມີຂະນົບທຳນຽມ ແລະ ແບບແຜນການດຳລົງຊີວິດໃກ້ ຄຽງກັບຊົນເຜົ່າລາວ ໂດຍສະເພາະແມ່ນການນຸ່ງຖື.
*ຊົນເຜົ່າລື້ ແມ່ນຊົນເຜົ່າໜຶ່ງຂອງວົງຄະນາຍາດແຫ່ງຊາດລາວ ຊຶ່ງຕັ້ງຖິ່ນຖານ ແລະ ດຳລົງຊີວິດຢູ່ ສປປ ລາວ ພ້ອມດຽວກັບຊົນເຜົ່າໃນໝວດພາສາລາວ-ໄຕ ເຊິ່ງມີີຮີດຄອງປະເພນີທີ່ເປັນເອກະລັກສະເພາະຕົວ, ມີຂະນົບທຳນຽມ ແລະ ແບບແຜນການດຳລົງຊີວິດໃກ້ຄຽງກັບຊົນເຜົ່າລາວ ໂດຍສະເພາະແມ່ນການນຸ່ງຖື. ຊົນເຜົ່ານີ້ໄດ້ອົບພະຍົບ ແລະ ເຄ່ືືອນຍ້າຍມາຈາກພາກໃຕ້ ແລະ ພາກຕາເວັນອອກສຽງໃຕ້ຂອງປະເທດຈີນ ເຂດສິບສອງພັນນາເຂົ້າສູ່ບັນດາແຂວງພາກເໜືອຂອງລາວ ໃນທ້າຍສະຕະວັດທີ XIII ເປັນຕົ້ນມາ ເຊິ່ງປັດຈຸບັນເຜົ່າລື້ໄດ້ອາໄສຢູ່ຫລາຍແຂວງຂອງປະເທດລາວ ເຊັ່ນ: ແຂວງຜົ້ງສາລີ, ຫລວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ໄຊຍະບູລີ, ຫລວງພະບາງ ແລະ ແຂວງວຽງຈັນ; ຖ້າທຽບໃສ່ພົນລະເມືອງໃນປະເທດລາວແລ້ວຊົນເຜົ່າລື້ ມີອັດຕາກວມເອົາເກືອບ 3 %. ນອກຈາກມີຢູ່ລາວແລ້ວ, ຍັງມີຢູ່ຈີນ, ມຽນມາ, ໄທ ແລະ ຫວຽດນາມ.

ຊົນເຜົ່າລື້ ມີອາຊີບຕ້ົນຕໍເຮັດການກະເສດເຊັ່ນ: ເຮັດນາ, ເຮັດໄຮ່ປູກເຂ້ົ້າໜຽວ, ເຮັດສວນ, ລ້ຽງສັດ ແລະ ເຮັດວຽກງານຫັດຖະກຳຕ່າງໆ ເພື່ອຮັບໃຊ້ໃນຊີວິດປະຈຳວັນ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວ.ໂດຍພື້ນຖານແລ້ວຊົນເຜົ່າລື້ ມີເສດຖະກິດຂ້ອນຂ້າງໝັ້ນຄົງ, ຊີວິດການເປັນຢູ່ໃນລະດັບພໍຢູ່ພໍກິນ ທັງນີ້ກໍຍ້ອນເຂົາເຈົ້າເປັນຄົນດຸໝັ່ນໃນການຜະລິດ, ແມ່ຍິງຊົນເຜົ່າລື້ ຈະມີມູນເຊື້ອໃນການປູກມອນລ້ຽງມ້ອນ, ຕ່ຳຫູກທໍໄໝ, ຫຍິບປັກຖັກແສ່ວ ແລະ ຄ້າຂາຍເປັນອາຊີບເສີມ. ເຖິງແນວໃດກໍຕາມ, ຊົນເຜົ່າລື້ ຍັງມີເຄື່ອງນຸ່ງຫົ່ມທີ່ເປັນເອກະລັກຂອງເຜົ່າຕົນ ຄືຜູ້ຊາຍຈະນຸ່ງໂສ້ງ, ເສື້ອສີດຳນ້ຳນິນ, ຜ້າຄຽງຫົວສີດຳ ຫລື ລາຍດຳຂາວ, ສໍາລັບໂສ້ງ-ເສື້ອ ທີ່ນຸ່ງໃນຍາມບຸນ ຫລື ມີງານອື່ນໆ ຂາໂສ້ງແຕ່ຫົວເຂົ່າລົງມາຈະມີແຂບ ແລະ ລາຍຖັກແສ່ວໃສ່, ໃນເມື່ອກ່ອນຜູ້ຊາຍ ເຜົ່າລື້ ເກົ້າຜົມ ແລະ ສັກເມິກໃສ່ແຂນ, ຂາ, ແອວ, ບ່ອງຫູ ແລະ ຍ້ອມແຂ້ວ ເຊ່ິງໃນປັດຈຸບັນ ນ້ີບໍ່ຄ່ອຍມີໃຫ້ເຫັນແລ້ວ. ສ່ວນແມ່ຍິງຈະນຸ່ງສິ້ນແຊງເຄືອດຳຈົກດອກລວດລາຍຕາມຄວາມມັກ, ນຸ່ງເສື້ອສີດຳ ຫລື ສີຟ້າແກ່ແຂບປາຍແຂນ, ຄໍ ແລະ ແຄບ ເສື້ອ ພັບນອກແລ້ວປ້າຍມັດຂ້າງ, ໃນມ້ືືທຳມະດາຈະມັກນຸ່ງສິ້ນ, ເສື້ອ ສີດຳ ແລະ ໃນມື້ງານບຸນສິນກິນ ທານແມ່ນຈະນຸ່ງເຄື່ອງທີ່ເປັນແພ ໄໝສີແດງ, ສີອິດ (ສີຄ້າຍໆດິນ ຈີ່)... ຊຶ່ງຜູ້ຍິງຊົນເຜົ່າລື້ ແມ່ນນິຍົມ ກັນນຸ່ງເສື້ອສັ້ນ (ເສື້ອກ້ອມ) ປົກເທິງຫົວສິ້ນເທົ່ານັ້ນ! ໂດຍສິ້ນຈະມີສອງປະເພດຄືສິ້ນທົ່ວໄປ ແມ່ນສິ້ນທ່ີມີຕີນສີດໍາ ໂດຍນັບແຕ່ຫົວເຂ່ົາຂຶ້ນໄປເຖິງແອວແມ່ນຈະມີລວດລາຍສະຫລັບສີສັນປະປົນກັນໄປ, ສ່ວນສິ້ນທີ່ນຸ່ງໃນຍາມບຸນແມ່ນສິ້ນທີ່ມີສີສັນລວດລາຍ ເຊິ່ງເຄິ່ງ ກາງຂອງສິ້ນແມ່ນຈະມີສີຂາວ, ສີອິດ ແລະ ຫົວສິ້ນແມ່ນຈະຕໍ່າແພສີເຫລືອງ ຫລື ສີແດງ, ໂດຍທົ່ວໄປແລ້ວສິ້ນຂອງ ເຜົ່າລື້ ຈະມີສາມຕ່ອນຊຶ່ງຈະມີລວດລາຍ, ສີສັນທີ່ແຕກຕ່າງກັນໄປ.

ພ້ອມນີ້, ຊົນເຜົ່າລື້ ມີຮີດຄອງປະເພນີ, ຄວາມເຊື່ອຖື ແລະ ວັດທະນະທຳຄ້າຍຄືຊົນເຜົ່າລາວ. ເຂົາເຈົ້າມີຄວາມເຊື່ອ ແລະ ນັບຖືພຸດທະສາສະໜາທີ່ຂ້ອນຂ້າງເຄັ່ງຄັດ ແລະ ແໜ້ນແຟ້ນ, ຮີດຄອງທາງສາສະໜາແມ່ນຈະຕ້ອງສົ່ງລູກຫລານ (ຊາຍ) ທີ່ມີອາຍຸແຕ່ 10 ຂຶ້ນໄປເຂົ້າບວດຢູ່ວັດ ໃນໄລຍະເວລາໃດໜຶ່ງແລ້ວຈຶ່ງສິກອອກມາສ້າງຄອບຄົວ ຫລື ເຮັດວຽກງານອື່ນໆ. ນອກຈາກການນັບຖືສາສະໜາພຸດແລ້ວ ຍັງເຊ່ືອຖືຜີເຊັ່ນ: ຜີພໍ່ແມ່, ຜີເຮືອນ, ຜີບ້ານ ແລະ ຜີເຮືອນເປັນຕົ້ນ. ສຳລັບບຸນປະຈຳຊົນເຜ່ົາ ມີຄື: ບຸນເຂົ້າພັນສາ ໃນ ໄລຍະເດືອນກໍລະກົດ, ບຸນທານ ທຳຫລວງບໍ່ກຳນົດເວລາ, ບຸນເຂົ້າສະຫລາກ, ບຸນຂຶ້້ນທາດແມ່ນຈະ ຈັດຢູ່ ເດືອນ 5 ເພັງ ແລະ ບຸນຊ່ວງ ເຮືອທີ່ເປັນບຸນຫລັກ ຫລື ບຸນປະຈຳ ຊົນເຜົ່າລື້. ຊົນເຜົ່ານີ້ ມີເຄື່ອງດົນຕີ ປະເພດ ກອງ, ແຄນ, ປີ່, ຄ້ອງ ທີ່ນຳມາສະແດງໃນງານບຸນ, ງານດອງ ແລະ ງານອື່ນໆ ທີ່ກ່ຽວຂ້ອງກັບຮີດຄອງປະເພນີຂອງເຂົາເຈົ້າ. ຊົນເຜ່ົາລ້ືເຂົາເຈ້ົາມັກຕັ້ງບ້ານຢູ່ບ່ອນຮາບພຽງ, ຕາມລ້ອງແມ່ນ້ຳທີ່ມີເງື່ອນໄຂສະດວກໃນການເຮັດນາ, ຮູບແບບເຮັດເຮືອນເປັນເຮືອນ ຮ້ານສູງ, ແຕ່ກ່ອນນິຍົມຕັ້ງເຮືອນໃຫຍ່, ເຮືອນແຝດ (ສອງຫລັງຄາຮ່ວມພື້ນດຽວກັນ) ຫລື ຫລັງດຽວແລ້ວຕໍ່ຊານອອກໄປຫາເລົ້າເຂົ້າ. ໃນເຮືອນຈະແຍກອອກເປັນສອງສ່ວນຄື: ສ່ວນໜຶ່ງແມ່ນຮັບແຂກ, ນອນ ແລະ ເກັບມ້ຽນເຄື່ອງຂອງທີ່ສຳຄັນ ແລະ ອີກສ່ວນໜຶ່ງແມ່ນແຕ່ງຢູ່ຄົວກິນ. ນອກຈາກນີ້ ເຂົາເຈົ້າກໍຈະປະຫ້ອງໜຶ່ງໄວ້ເອີ້ນວ່າ: “ເຊຍ” ພາສາລື້ເອີ້ນວ່າ “ໜ້າວາງ” ເພື່ອເປັນບ່ອນນັ່ງຫລິ້ນ ແລະ ຮັບຕ້ອນແຂກຄົນຕ່າງໆ, ຢູ່ແຕ່ລະເຮືອນຈະມີຮ້ານບູຊາຜີ ດັ່ງນັ້ນ ຢູ່ພາຍໃນເຮືອນຂອງເຂົາເຈົ້າກໍຈະມີການຄະລຳໃນການເຂົ້າຫ້ອງນອນ ແລະ ອີກຢ່າງໜຶ່ງແມ່ນຫ້າມບໍ່ໃຫ້ນັ່ງບ່ອນ ຫລື ເບາະນັ່ງຂອງເຈົ້າຂອງເຮືອນ. ສ່ວນຢູ່ໃນບ້ານ ຈະມີການຄະລຳໃນເວລາເຮັດຮີດຄອງພິທີກຳຂອງບ້ານເຊັ່ນ: ຫ້າມບໍ່ໃຫ້ຄົນເຂົ້າບ້ານເມື່ອເຫັນເຄື່ອງໝາຍຕາແຫລວ ຫລື ຟົດໄມ້ດິບທີ່ຢູ່ປາກປະຕູໂຂງຂອງບ້ານ, ຖ້າລະເມີດຈະຖືກປັບໄໝ ຫລື ຕ້ອງໄດ້ແປງຜີບ້ານ, ຜີເຮືອນ ແລະ ອືື່ນໆ.
ຊົນເຜົ່າລື້ ຈັດຢູ່ໃນໝວດພາສາລາວ-ໄຕ ເຂົາເຈົ້າມີຕົວໜັງສືຂຽນ ສ່ວນຫລາຍຈະພົບເຫັນໃນໃບລານ, ຕົວອັກສອນ ຫລື ຕົວໜັງສືຂຽນຂອງເຜົ່າລື້ຄ້າຍຄືໂຕທຳ.
(ຂໍ້ມູນຈາກປຶ້ນບັນດາຊົນເຜົ່າໃນ ສປປ ລາວ)
KPL