ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

24/06/2025 09:44
Email Print 125
KPL ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

     *ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ ກໍ່ແມ່ນອີກທາງອອກໜຶ່ງໃນການຊອກຫາຕະຫລາດໃຫ້ແກ່ກະສິກອນໃຫ້ກວ້າງຂວາງ. ດັ່ງເມື່ອບໍ່ດົນມານ້ີເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ຈັດງານຕະຫລາດນັດວາງສະແດງ ແລະ ຈຳໜ່າຍໝາກໄມ້ສົດ, ສິນຄ້າກະສິກຳ-ຫັດຖະກຳ ຄັ້ງທີ XIX ປະຈຳປີ 2025 ທີ່ ເດີ່ນຫ້ອງວ່າການເມືອງ ອັນເຮັດໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດກໍ່ຄືສັງຄົມໄດ້ຮູ້ຈັກຜົນຜະລິດຂອງກະສິກອນເມືອງນຫລາຍຂຶ້ນ. 

     ທ່ານ ສຸດທະເຮືອງສັກ ກຸນລະບຸດ ຮອງເຈົ້າເມືອງບາຈຽງ ຈະເລີນສຸກ ໄດ້ກ່າວວ່າ: ງານຕະຫລາດນັດວາງສະແດງສິນຄ້າກະສິກຳ, ຫັດຖະກຳ ແລະ ໝາກໄມຄັ້ງນີ້ແມ່ນອີງໃສ່ຈຸດພິເສດທີ່ຕັ້ງພູມສັນຖານ, ພູມອາກາດ, ທ່າແຮງມູນເຊື້ອທີ່ເຄີຍປະຕິບັດກັນ ມາເປັນປະເພນີສືບສານຈົນຮອດປັດຈຸບັນ ເຊິ່ງເລີ່ມແຕ່ປີ 1999 ເປັນຕົ້ນມາ ໄດ້ກາຍເປັນເທສະການໜຶ່ງຂອງຊາວເມືອງບາຈຽງ ຈະເລີນສຸກ ໃນຕົ້ນເດືອນມິຖຸນາຂອງທຸກໆປີກໍ່ໄດ້ຈັດງານດັ່ງກ່າວ. ຜ່ານມາໄດ້ຈັດງານມາແລ້ວ 18 ຄັ້ງແລ້ວ ເຊິ່ງຈັດງານວາງສະ ແດງ ແລະ ຈຳໜ່າຍສິນຄ້າກະສິກຳ- ຫັດຖະກຳໜຶ່ງເມືອງໜຶ່ງຜະລິດຕະ ພັນ ແມ່ນເປັນການເຜີຍແຜ່ທ່າກ້າວ ໃນການພັດທະນາຜະລິດຕະພັນ ໝາກໄມ້ສົດ, ສິນຄ້າກະສິກຳ ແລະ ຫັດຖະກຳສູ່ຕະຫລາດພາຍໃນ ແລະ ຕ່າງປະເທດ ທັງເປັນສົ່ງເສີມຊາວກະສິກອນຜະລິດກະສິກຳ ເປັນສິນຄ້າທີ່ດີ, ມີຄຸນນະພາບ, ສະອາດ, ປອດໄພຕໍ່ຜູ້ບໍລິໂພກສືບທອດພູມປັນຍາຂອງປະຊາຊົນບັນດາເຜົ່າຢ່າງຍືນນານ, ເປີດກວ້າງການພັດທະນາຮອບດ້ານ ແລະ ເຊື່ອມຍົງທຸກຂະແໜງການໃນການຂຸດຄົ້ນທ່າແຮງບົ່ມຊ້ອນ, ດຶງດູດການຮ່ວມມື-ລົງທຶນພັດທະນາເສດຖະກິດຂອງເມືອງນັບມື້ນັບຫລາຍຂຶ້ນ, ຕາມວິໃສທັດສ້າງເມືອງບາຈຽງ ເປັນເມືອງພັດທະນາຫົວໜ່ວຍເຂັ້ມແຂງຮອບດ້ານປະຊາຊົນ ມີຄຸນນະພາບຊີວິດດີຂຶ້ນ, ຜະລິດສິນຄ້າກະສິກຳສະອາດປອດໄພ ຫັດຖະກຳອຸດສາຫະກຳທີ່ທັນສະໄໝ ເປັນມິດກັບສິ່ງແວດລ້ອມ ແລະ ການທ່ອງທ່ຽວທີ່ຢືນຍົງ. 

    ການຈັດຕັ້ງງານຄັ້ງນີ້, ມີບັນດາບຸດ, ຮ້ານທັງໝົດ 70 ຮ້ານ. ໃນນັ້ນ, ຮ້ານສິນຄ້າກະສິກຳໄມ້ໃຫ້ໝາກ 11 ຮ້ານ, ຮ້ານຫັດຖະກຳ13 ຮ້ານ, ສິນຄ້າໂອດັອບ 7 ຮ້ານ ແລະ ຮ້ານ ອື່ນໆຈຳນວນໜຶ່ງ. ການຈັດງານດັ່ງກ່າວແມ່ນມີບັນຍາກາດຟົດຟື້ນໃນການທ່ອງທ່ຽວ, ຊື້-ຂາຍ. ນອກຈາກນີ້, ໃນກາງຄືນມີການສະແດງສິລະປະຟ້ອນ ແລະ ຮ້ອງເພງຂອງນ້ອງໆນັກຮຽນຈາກ 7 ມສ ແລະ ຄົບງັນດ້ວຍວົງດົນຕີ, ໝໍລຳເລື່ອງ ແລະ ອື່ນໆ. 

ໂດຍ:ເຂົ້າຈານນ້ຳ

ແຫລ່ງຂໍໍ້ມູນ: ເມືອງບາຈຽງ ຈະເລີນສີນສຸຸກ

KPL

ຂ່າວອື່ນໆ


Top