ລັດຖະບານ ສຸມໃສ່ແກ້ໄຂບັນຫາລວມຂອງຊາດ ກະຕຸ້ນເສດຖະກິດ-ສັງຄົມ ຂະຫຍາຍຕົວຕໍ່ເນື່ອງ

09/06/2025 10:48
Email Print 326
KPL ຂປລ. ໃນໄລຍະ 5 ເດືອນຕົ້ນປີ 2025 ນີ້, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ເປັນເຈົ້າການສືບຕໍ່ສຸມໃສ່ ແກ້ໄຂບັນຫາລວມຂອງຊາດ ເຮັດໃຫ້ເສດຖະກິດ-ສັງຄົມ ຂອງປະເທດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ



ຂປລ. ໃນໄລຍະ
5 ເດືອນຕົ້ນປີ 2025 ນີ້, ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໄດ້ເປັນເຈົ້າການສືບຕໍ່ສຸມໃສ່ ແກ້ໄຂບັນຫາລວມຂອງຊາດ ເຮັດໃຫ້ເສດຖະກິດ-ສັງຄົມ ຂອງປະເທດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນການລົງທຶນຂອງລັດ ແລະ ແຜນງົບປະມານແຫ່ງລັດ ປະຈໍາປີ 2025 ແລະ ບັນດາວຽກຈຸດສຸມຂອງ 2 ວາລະແຫ່ງຊາດ, ວຽກຈຸດສຸມຂອງການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ ແລະ ອື່ນໆ.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 9 ມິຖຸນາ 2025 ນີ້ວ່າ: ໄຕມາດ 1 (3 ເດືອນ) ປີ 2025 ເສດຖະກິດຂອງປະເທດເຮົາ ຂະຫຍາຍຕົວໃນລະດັບ 4,5%, ຄິດເປັນມູນຄ່າໃນປີ ເທົ່າກັບ 84.207 ຕື້ກີບ ເທົ່າກັບ 22,4% ຂອງແຜນການ (ມະຕິສະພາ: 375.968 ຕື້ກີບ). ໃນນີ້, ຂະແໜງກະສິກຳ ຂະຫຍາຍຕົວ 3,1% ກວມເອົາ 20,2% (ມະຕິສະພາ: ຂະຫຍາຍຕົວ 4,3%, ກວມເອົາ 22,39%); ຂະແໜງອຸດສາຫະກໍາ ຂະຫຍາຍຕົວ 4,7% ກວມເອົາ 30,9% (ມະຕິສະພາ: ຂະຫຍາຍຕົວ 4,3%, ກວມເອົາ 30,36%); ຂະແໜງບໍລິການ ຂະຫຍາຍຕົວ 4,7% ກວມເອົາ 37,1% (ມະຕິສະພາ: ຂະຫຍາຍຕົວ 5,5%, ກວມເອົາ 34,29%) ແລະ ພາສີ-ອາກອນຜະລິດຕະພັນສຸດທິ ຂະຫຍາຍຕົວ 4,3% ກວມເອົາ 11,7% (ມະຕິສະພາ: ຂະຫຍາຍຕົວ 4,5%, ກວມເອົາ 13,0%).

ພ້ອມນີ້, ລັດຖະບານ ຍັງໄດ້ສຸມໃສ່ປະຕິບັດ ນະໂຍບາຍດ້ານຕ່າງໆ ເພື່ອຮັກສາສະຖຽນລະພາບດ້ານລາຄາ ແລະ ອັດຕາແລກປ່ຽນເງິນຕາ ໃຫ້ມີຄວາມໝັ້ນທ່ຽງ ເຊິ່ງໃນໄລຍະ 5 ເດືອນຜ່ານມາ ເຫັນໄດ້ວ່າ: ອັດຕາເງິນເຟີ້ ຫລຸດລົງເປັນແຕ່ລະເດືອນ (ເງິນເຟີ້ເດືອນມັງກອນ 2025 ຢູ່ໃນລະດັບ 15,5%, ເດືອນກຸມພາ 12,7%, ເດືອນມີນາ 11,2% ແລະ ໃນເດືອນເມສາ 2025 ຢູ່ໃນລະດັບ 11,1%, ໃນເດືອນພຶດສະພາ ຢູ່ໃນລະດັບ 8,3%). ສັງຮວມແລ້ວ ອັດຕາເງິນເຟີ້ສະເລ່ຍ 5 ເດືອນຕົ້ນປີ ຢູ່ໃນລະດັບ 11,76% (ຫລຸດລົງຫລາຍ ຖ້າທຽບໃສ່ໄລຍະດຽວກັນຂອງປີ 2024 ເຊິ່ງຢູ່ໃນລະດັບ 24,77%), ຄາດວ່າໝົດປີ ອັດຕາເງິນເຟີ້ຈະຢູ່ໃນລະດັບບໍ່ເກີນ 1 ຕົວເລກ ຕາມຄາດໝາຍທີ່ສະພາແຫ່ງຊາດ ຮັບຮອງ.

ສຳລັບການຄຸ້ມຄອງລາຍຮັບ ເງິນຕາຕ່າງປະເທດ ຈາກການສົ່ງອອກຜ່ານລະບົບ ທະນາຄານລັດຖະບານ ໄດ້ປະຕິບັດມາດຕະການຕ່າງໆ ຢ່າງເຂັ້ມງວດຕໍ່ຜູ້ປະກອບການສົ່ງອອກ ເພື່ອໃຫ້ນໍາລາຍຮັບ ເປັນເງິນຕາຕ່າງປະເທດໂອນເຂົ້າມາ ສປປ ລາວ ແລະ ແລກປ່ຽນກັບທະນາຄານ; ໄດ້ກຳນົດໃຫ້ຫົວໜ່ວຍທຸລະກິດ ນໍາເຂົ້າ-ສົ່ງອອກສິນຄ້າ ແລະ ຜູ້ລົງທຶນ ເປີດບັນຊີສະເພາະ ເພື່ອຊຳລະສະສາງ ຜ່ານລະບົບທະນາຄານ ເຊິ່ງມາຮອດທ້າຍເດືອນພຶດສະພາ 2025 ສາມາດຄຸ້ມຄອງລາຍຮັບຈາກການສົ່ງອອກໄດ້ 68,74% ຂອງມູນຄ່າ ການສົ່ງອອກທັງໝົດ. ຄາດຄະເນໝົດປີ 2025 ຈະສາມາດບັນລຸຕາມຄາດໝາຍ ທີ່ວາລະແຫ່ງຊາດກຳນົດໄວ້ (ຄາດໝາຍວາລະແຫ່ງຊາດ ບໍ່ໃຫ້ຫລຸດ 70%).

ໃນໄລຍະ 6 ເດືອນທ້າຍປີນີ້, ລັດຖະບານ ຈະເພີ່ມຄວາມພະຍາຍາມ ແລະ ຍົກສູງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ 9 ວຽກຈຸດສຸມ ຕາມມະຕິກອງປະຊຸມ ຄົບຄະນະບໍ ລິຫານງາສູນກາງພັກ ຄັ້ງທີ 9 ສະໄໝທີ XI; ບັນດາມະຕິຂອງສະພາແຫ່ງຊາດ; ບັນດາວຽກຈຸດສຸມຂອງສອງວາລະແຫ່ງຊາດ ແລະ ວຽກຈຸດສຸມຂອງການແກ້ໄຂ ບັນຫາເຄັ່ງຮ້ອນທາງ ດ້ານເສດຖະກິດ ໂດຍລັດຖະບານ ຈະສຸມໃສ່ວຽກຈຸດສຸມຕົວຈິງຈໍານວນໜຶ່ງ ໂດຍສະເພາະ ຈະສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເປັນຕົ້ນ ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ດ້ວຍການບັງຄັບໃຊ້ບັນດາມາດຕະການ ທີ່ໄດ້ວາງອອກແລ້ວນັ້ນ ໃຫ້ປະກົດຜົນເປັນຈິງ ແລະ ເປັນຮູບປະທໍາ ຫລາຍຂຶ້ນກວ່າເກົ່າ ໂດຍມອບວຽກເປັນລາຍບຸກຄົນ ແລະ ກຳນົດຄາດໝາຍເວລາເຮັດສຳເລັດ ແລະ ເວລາລາຍງານຄືນ ຢ່າງລະອຽດ.


ຂ່າວ: ທະນູທອງ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງການເມືອງ

      ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

      7/2/2025 12:13:13 PM

      ຂປລ. ​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​ ວຽກ​ງານ​ຢູ່​ແຂວງ​ເຊ​ກອງ ​ໃນຕອນບ່າຍວັນທີ 1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ພະນັກງານການນໍາຫລັກແຫລ່ງ ແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.

    • ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນການເມືອງ

      ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ

      7/2/2025 12:05:08 PM

      ຂປລ. ງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ໂດຍມີຕົວແທນວິສາຫະກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບການຈາກ ສປປ ລາວ ຈຳນວນໜຶ່ງ ໄດ້ນຳເອົາຜະລິດຕະພັນ ມາຮ່ວມວາງສະແດງ.

    • ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງການເມືອງ

      ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງ

      7/2/2025 11:54:47 AM

      ຂປລ. ໃນວັນທີ 30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຈັນທະ​ພອນ ແກ້ວ​ມາລາ​ວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະ​ສະຕີ ສົມບູນ​ຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມ​ສັນ ໄຊ​ຍະ​ສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່)

    • ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາການເມືອງ

      ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ ສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ

      7/2/2025 11:45:14 AM

      ຂປລ. ໃນລະຫວ່າງວັນທີ 30 ມິຖຸນາ ຫາ 03 ກໍລະກົດ 2025 ນີ້, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍ ການສະໜອງທຶນເພື່ອການພັດທະນາ ຄັ້ງທີ 4 ຢູ່ເມືອງເຊີວີລ, ປະເທດເເອັດສະປາຍ.​

    • ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນການເມືອງ

      ມອບ-ຮັບລົດ ນຳໃຊ້ເຂົ້າໃນການເຄື່ອນໄຫວວຽກງານໄອຍະການປະຊາຊົນ

      7/1/2025 2:22:16 PM

      ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ສະຖານເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວມອບລົດໃຫຍ່ TOYOTS HIACE ປີ 2025 ຈຳນວນ 1 ຄັນ ມູນຄ່າ 40.000 ໂດລາສະຫະລັດ ໃຫ້ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຕາງໜ້າມອບໂດຍ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ຮັບໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີພະນັກງານກ່ຽວຂ້ອງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.


Top