KPL
ຂປລ. ງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ໂດຍມີຕົວແທນວິສາຫະກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບການຈາກ ສປປ ລາວ ຈຳນວນໜຶ່ງ ໄດ້ນຳເອົາຜະລິດຕະພັນ ມາຮ່ວມວາງສະແດງ.

ຂປລ. ງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ໂດຍມີຕົວແທນວິສາຫະກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບການຈາກ ສປປ ລາວ ຈຳນວນໜຶ່ງ ໄດ້ນຳເອົາຜະລິດຕະພັນ ມາຮ່ວມວາງສະແດງ. ໃນນັ້ນ, ປະກອບມີ 6 ຂະແໜງການຄື: ເຄື່ອງຈັກກະສິກຳ, ເຄື່ອງຈັກແປຮູບອາຫານ, ພະລັງງານທົດແທນ (ພະລັງງານແສງອາທິດ, ລະບົບການກັກເກັບ ພະລັງງານ), ການຂົນສົ່ງຂ້າມປະເທດ, ການຄ້າອອນລາຍ, ລວມເຖິງການ ທ່ອງທ່ຽວທາງດ້ານວັດທະນະທຳ ແລະ ອື່ນໆ.

ງານວາງສະແດງໃນຄັ້ງນີ້, ແນໃສ່ຂະຫຍາຍການຮ່ວມມື ດ້ານອຸດສາຫະກຳ ແລະ ການຄ້າ ລະ ຫວ່າງລາວ-ຈີນ ໃຫ້ໄດ້ຮັບການພັດທະນາ, ທັງເປັນການ ຈັບຄູ່ທາງດ້ານທຸລະກິດ ແລະ ແລກປ່ຽນທາງການຄ້າ-ການລົງທຶນ ລະຫວ່າງວິສາຫະກິດ ລາວ-ຈີນ ເຊິ່ງພາຍໃນງານ ໄດ້ຈັດໃຫ້ມີຫລາຍກິດຈະກຳ ເປັນຕົ້ນ ກອງປະຊຸມຈັບຄູ່ທຸລະກິດອຸດສາຫະກຳ, ການຊີມຜະລິດ ຕະພັນຈາກເເຂວງຢູນນານ, ວາງສະ ແດງສິນຄ້າ ແລະ ອື່ນໆ. ງານວາງສະແດງດັ່ງກ່າວ, ບໍ່ພຽງແຕ່ເປັນການສືບຕໍ່ການຮ່ວມມືທາງເສດຖະ ກິດ ແລະ ການຄ້າ ລາວ-ຈີນ ຢ່າງມີຄຸນນະພາບ, ແຕ່ຍັງເປັນການສົ່ງເສີມຕ່ອງໂສ້ອຸດສາຫະກຳ ພາຍໃນພາກພື້ນ ອີກດ້ວຍ.

ໂອກາດນີ້, ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ງານວາງສະແດງໃນຄັ້ງນີ້, ບໍ່ພຽງແຕ່ເປັນການ ວາງສະແດງສິນຄ້າ ແລະ ເຕັກໂນໂລຊີ ເທົ່ານັ້ນ ແຕ່ຍັງເປັັນເວທີແລກປ່ຽນປະສົບການ ແລະ ຄົ້ນຄວ້າກາລະໂອກາດ ໃນການຮ່ວມມືກັນ ດ້ານການຄ້າ-ການລົງທຶນໃນຕໍ່ໜ້າ. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຜົນສຳເລັດ ໃນການນຳໃຊ້ເສັ້ນທາງ ລົດໄຟລາວ-ຈີນ ເຂົ້າໃນການຂົນສົ່ງສິນຄ້າ ເຊິ່ງຖືກຂະໜານນາມວ່າ ເປັນ "ສາຍທາງຄໍາ” ກໍເກີດຂຶ້ນໃນຍຸກການພັດທະນາ ເຊິ່ງໄດ້ເຮັດໃຫ້ຂະແໜງ ຄົມມະນາຄົມ-ຂົນສົ່ງ ຂະຫຍາຍຕົວຢ່າງກວ້າງ ຂວາງ, ສິນຄ້າ, ຜະລິດຕະພັນທາງດ້ານອຸດສາຫະກຳ ແລະ ເຕັກໂນໂລຊີໃໝ່ໆ ໄດ້ຖືກກະຈາຍອອກໄປ ບໍ່ສະເພາະ ແຕ່ 2 ປະເທດ ລາວ-ຈີນ ເທົ່ານັ້ນ, ແຕ່ຍັງລວມໄປເຖິງ ລະດັບພູມມິພາກອາຊຽນ ແລະ ອາ ຊີອາຄະເນ ເຊິ່ງໄດ້ນໍາຜົນປະໂຫຍດອັນມະຫາສານ ມາສູ່ສອງປະເທດ ລາວ-ຈີນ.

ທ່ານ ນາງ ບົວວອນ ສຸກລາແສງ ຍັງໄດ້ເນັ້ນໃຫ້ຜູ້ປະກອບການ, ນັກທຸລະກິດ ແລະ ບໍລິສັດ ລາວ-ຈີນ ຮ່ວມມືກັນນໍາໃຊ້ “ປັນຍາປະດິດ” ຫລື ເອໄອ ເພື່ອໃຫ້ເກີດຜົນປະໂຫຍດ ທາງດ້ານການຄ້າ-ການລົງທຶນ ໂດຍສະເພາະ ແມ່ນ ລະບົບການຂົນສົ່ງສິນຄ້າ (ໂລຈິສຕິກ) ແລະ ການຊຳລະສິນຄ້າ ລະ ຫວ່າງປະເທດ ໂດຍນໍາໃຊ້ເສັ້ນທາງຄົມມະນາຄົມທີ່ມີຢູ່ ເປັນຕົ້ນ ທາງບົກ, ທາງນໍ້າ ແລະ ທາງອາກາດ, ລວມເຖິງລະບົບໂປແກຣມຕ່າງໆ ເຊິ່ງພວກເຮົາມີພື້ນຖານຈໍານວນໜຶ່ງແລ້ວ, ພ້ອມທັງໃຫ້ພ້ອມກັນ ຄົ້ນຄວ້າການນໍາໃຊ້ພະລັງງານໃໝ່ໆ ແລະ ສ້າງເສດຖະກິດສີຂຽວ ເປັນຕົ້ນ ພະລັງງານສະອາດ, ລວມໄປເຖິງການສ້າງເຂດ ການຜະລິດກາກບອນຕໍ່າ ແລະ ພ້ອມກັນຊຸກຍູ້ການຂະຫຍາຍຕົວ ຂອງຕ່ອງໂສ້ອຸດສາຫະກຳ ໂດຍສົ່ງເສີມໃຫ້ ບໍລິສັດ ລາວ-ຈີນ ມີການແລກປ່ຽນ ແລະ ຖ່າຍທອດເຕັກໂນໂລຊີ ລະ ຫວ່າງກັນ ເພື່ອເຮັດໃຫ້ເກີດຕ່ອງໂສ້ ອຸດສາຫະກຳຕົ້ນນໍ້າ-ປາຍນໍ້າ ເຊື່ອມຈອດກັນ.

ໂອກາດດຽວກັນ, ຜູ້ຕາງໜ້າຈາກບັນດາບໍລິສັດ ທີ່ເຂົ້າຮ່ວມງານວາງສະແດງໃນຄັ້ງນີ້, ຕ່າງກໍສະ ແດງຄວາມເຫັນວ່າ ຈະອາໄສທ່າເເຮງນີ້ ກໍຄື ງານວາງສະແດງ ແລະ ການແລກປ່ຽນ ບົດຮຽນ, ປະສົບການເຊິ່ງກັນ ແລະ ກັນ ໃນຄັ້ງນີ້, ເພື່ອຂະຫຍາຍໝາກຜົນຕະຫລາດໃນລາວ, ລວມທັງອາຊຽນ ແລະ ຜັກດັນເຮັດໃຫ້ການຜະລິດ ໃນແຂວງຢຸນນານກ້າວສູ່ລະດັບສາກົນ ແລະ ໃນອະນາຄົດບໍລິສັດ ຈະນຳໃຊ້ລະບົບໂລຈິສຕິກ ຂອງທາງລົດໄຟ ລາວ-ຈີນ ໃນການຂະຫຍາຍຕະຫລາດໄປສູ່ພູມີພາກອາຊຽນ ແລະ ພັດທະນາແນວທາງບັນຈຸພັນ ໄດ້ຢ່າງເປັນ ມິດກັບສິ່ງແວດລ້ອມໃຫ້ກັບຕະຫລາດລາວ.

ຂ່າວ: ທະນູທອງ
ພາບ: ເກດສະໜາ
KPL