ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງ

02/07/2025 11:54
Email Print 252
KPL ຂປລ. ໃນວັນທີ 30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຈັນທະ​ພອນ ແກ້ວ​ມາລາ​ວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະ​ສະຕີ ສົມບູນ​ຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມ​ສັນ ໄຊ​ຍະ​ສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່)



ຂປລ. ໃນວັນທີ
30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຈັນທະ​ພອນ ແກ້ວ​ມາລາ​ວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະ​ສະຕີ ສົມບູນ​ຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມ​ສັນ ໄຊ​ຍະ​ສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່) ໂດຍມີທ່ານ ບົວ​ຄົງ ນາມ​ມະ​ວົງ ກໍາ​ມະ​ການ​ສູນ​ກາງ​ພັກ, ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການ​ສຳນັກງານ​ນາ ຍົກລັດຖະມົນຕີ ແລະ ທ່ານ ພົຈວ ນາງ ລີວົງ ລາວລີ ກຳມະການສຳຮອງສູນກາງພັກ, ຮອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາຫົວໜ້າກົມ, ຮອງກົມ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.



ໃນພິທີ
, ບັນດາ​ຫົວໜ້າ​ກົມ ຜູ້ເກົ່າ (ກົມບໍລິຫານ-ພິທີການ ແລະ ການເງິນ, ຫົວໜ້າກົມນິຕິກຳ ແລະ ຫົວໜ້າກົມປະຊາສຳພັນ)​ ໄດ້ຜ່ານ​ບົດລາຍ​ງານໂດຍ​ຫຍໍ້ ກ່ຽວ​ກັບ​ການຈັດຕັ້ງປະຕິບັດ ວຽກງານຂອງກົມ ໃນໄລຍະຜ່ານມາ. ຫລັງຈາກນັ້ນ, ກໍໄດ້ມີພິທີເຊັນ​ບົດ​ບັນທຶກ ມອບ​-​ຮັບ ກົງຈັກ​ການຈັດຕັ້ງ ແລະ ບຸກ​ຄະລາ​ກອນ ພາຍຫລັງ​ການ​ໂຮມ​ວຽກ​ງານ​ຈໍາ​ນວນ​ໜຶ່ງ ຂອງ​ກະຊວງ​ພາຍ​ໃນ ມາ​ຂຶ້ນ​ກັບຫ້ອງ​ວ່າ​ການ​ສໍາ​ນັກ​ງານ ​ນາຍົກລັດຖະມົນຕີ ລະຫວ່າງ ທ່ານ ບົວ​ຄົງ ນາມ​ມະ​ວົງ ແລະ ທ່ານ ພົຈວ ນາງ ລີວົງ ລາວລີ ຕື່ມອີກ.



ໂອກາດນີ້
, ທ່ານ ບົວຄົງ ນາມມະວົງ ໄດ້ມີຄຳເຫັນໂອລົມ ໂດຍໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ບັນດາທ່ານຫົວໜ້າກົມ ຜູ້ເກົ່າ ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເຊື່ອໝັ້ນວ່າ ດ້ວຍຄວາມຮູ້, ຄວາມສາມາດ, ບົດຮຽນ ແລະ ປະສົບການຂອງບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ພ້ອມກັບໝູ່ຄະນະ ຈະສືບຕໍ່ນໍາພາພະນັກງານ-ລັດຖະກອນ ປະຕິບັດວຽກງານຮອບ ດ້ານຂອງກົມຕົນ, ຍູ້ແຮງຂະບວນການດ້ານຕ່າງໆໃຫ້ສືບຕໍ່ຂະຫຍາຍຕົວ, ເຮັດໃຫ້ວຽກງານພາຍໃນກົມ ສືບຕໍ່ເຂັ້ມແຂງຢ່າງຮອບດ້ານ.​ ພ້ອມນີ້, ທ່ານໄດ້ມີຄໍາເຫັນ ເນັ້ນໜັກ ໃຫ້ສືບຕໍ່ເອົາໃຈໃສ່ວຽກງານໃນຕໍ່ໜ້າ ເປັນຕົ້ນ ສືບຕໍ່ສຶກສາອົບຮົມວຽກງານ ການເມືອງ-ແນວຄິດຢ່າງຕໍ່ເນື່ອງ ໃຫ້ພະນັກງານ-ລັດຖະກອນ ກຳແໜ້ນແນວທາງ, ນະໂຍບາຍ, ກົດໝາຍ, ລະບຽບການຢ່າງເລິກເຊິ່ງ, ເຊື່ອມຊຶມພາລະບົດບາດ ແລະ ໜ້າທີ່ ຂອງຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ພ້ອມກັບບັນດານິຕິກຳກ່ຽວຂ້ອງຕ່າງໆ; ກຳແໜ້ນແນວຄິດ ພະນັກງານ-ລັດຖະກອນ; ສືບຕໍ່ປັບປຸງການກຳນົດ ຕໍາແໜ່ງງານຂອງບັນດາກົມ, ປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນຕິດພັນກັບການ ສັບຊ້ອນ-ຈັດວາງບຸກຄະລາກອນ ໃຫ້ແທດເໝາະກັບຕົວຈິງ ແລະ ມີຄວາມໂປ່ງໃສ ພ້ອມທັງແຜນກຳນົດ ພະນັກງານນຳພາ-ຄຸ້ມຄອງ ຕິດພັນກັບການກະກຽມ ກອງປະຊຸມໃຫຍ່ ຂອງອົງຄະນະພັກ ຫສນຍ; ປັບປຸງກົນໄກແບບແຜນວິທີເຮັດວຽກຄືນໃໝ່ ເພື່ອເຮັດໃຫ້ການປະຕິບັດ ໜ້າທີ່ວຽກງານມີຄວາມໂລ່ງລ່ຽນຂຶ້ນ, ເພີ່ມທະວີຄວາມຮັບຜິດຊອບ ຕໍ່ການປະຕິບັດ ວຽກງານ, ຮັບປະກັນຄຸນນະພາບ, ປະສິດທິພາບ, ປະສິດທິຜົນຂອງວຽກງານ ແລະ ຈັດຕັ້ງປະຕິບັດ ໃຫ້ຖືກຕາມແນວທາງ, ນະໂຍບາຍ, ກົດໝາຍ ແລະ ລະບຽບການ ທີ່ກຳນົດໄວ້; ສືບຕໍ່ເຕົ້າໂຮມຄວາມສາມັກຄີ ພາຍໃນເປັນປຶກແຜ່ນ, ຄວາມເປັນເອກະພາບ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ;​ ເອົາໃຈໃສ່ການກະກຽມ ດໍາເນີນກອງປະຊຸມໃຫຍ່ ຂອງໜ່ວຍ ພັກຮາກຖານກົມ ແລະ ກອງປະຊຸມໃຫຍ່ຂອງອົງຄະນະພັກ ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ໃຫ້ສຳເລັດຕາມແຜນທີ່ວາງໄວ້.



ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ

KPL

ຂ່າວອື່ນໆ


Top