ນາຍົກລັດຖະມົນຕີ ພົບປະໂອ້ລົມ ການນໍາແຂວງເຊກອງ

02/07/2025 12:13
Email Print 313
KPL ຂປລ. ​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​ ວຽກ​ງານ​ຢູ່​ແຂວງ​ເຊ​ກອງ ​ໃນຕອນບ່າຍວັນທີ 1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ພະນັກງານການນໍາຫລັກແຫລ່ງ ແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.




ຂປລ. ​ໃນ​ໂອກາດ​ລົງ​ເຄື່ອນ​ໄຫວ​ ວຽກ​ງານ​ຢູ່​ແຂວງ​ເຊ​ກອງ ​ໃນຕອນບ່າຍວັນທີ
1 ກໍລະກົດ 2025, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມ ພະນັກງານການນໍາຫລັກແຫລ່ງ ແຂວງເຊກອງ ແລະ ຊຸກຍູ້ການກະກຽມດຳເນີນ ກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ.

ກ່ອນການໂອ້ລົມ, ທ່ານ ບຸນຫລາຍ ບຸດທິ ຮັກສາການເລຂາຄະນະບໍລິຫານງານພັກແຂວງ, ຮັກ ສາການເຈົ້າແຂວງເຊກອງ ໄດ້ລາຍງານກ່ຽວກັບການນຳພາ-ຊີ້ນຳຮອບດ້ານ ແລະ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025 ແລະ ການກະກຽມກອງປະຊຸມໃຫຍ່ ອົງຄະນະພັກແຂວງ ວ່າ: ໄລຍະ 6 ເດືອນຜ່ານມາ, ການພັດທະນາເສດຖະກິດ-ສັງຄົມ ມີທ່າກ້າວຂະຫຍາຍຕົວດີຂຶ້ນ ໂດຍສະແດງໃຫ້ເຫັນ ໃນ 3 ຂະແໜງການຫລັກ ຄື: ຂະແໜງກະສິກຳ ແລະ ປ່າໄມ້ ມີການເຕີບໂຕ ທາງດ້ານການປູກຝັງ, ລ້ຽງສັດເພີ່ມຂຶ້ນ; ຂະແໜງອຸດສາຫະກຳ-ພະລັງງານໄຟຟ້າ ແລະ ບໍ່ແຮ່ ໄດ້ມີການເຄື່ອນໄຫວດຳເນີນການຜະລິດເປັນປົກກະຕິ ແລະ  ຂະແໜງບໍລິການ, ການຄ້າ ແລະ ຄົມມະນາຄົມຂົນສົ່ງ ກໍໄດ້ມີການຈັດຕັ້ງປະຕິບັດ ໄປຕາມແຜນການວາງໄວ້ ມີທ່ວງທ່າດີຂຶ້ນເປັນລໍາດັບເຊັ່ນ: ການຄ້າຂາຍຍົກ-ຂາຍຍ່ອຍ, ການຂົນສົ່ງໂດຍສານ, ໂຮງແຮມ, ຮ້ານອາຫານ, ຣີສອດ, ບ້ານພັກ, ແຫລ່ງທ່ອງທ່ຽວ ໂດຍຄາດຄະເນໝົດປີ 2025 ຈະເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ບັນລຸໃນລະດັບ 6,2%. ນອກນັ້ນ, ການເກັບລາຍຮັບ ແລະ ການປະຕິບັດລາຍຈ່າຍງົບປະມານ ກໍມີການຄຸ້ມຄອງ, ຈັດຕັ້ງຢ່າງເຂັ້ມງວດ. ພ້ອມນີ້, ການກະກຽມ ແລະ ດຳເນີນກອງປະຊຸມໃຫ່ຍ 3 ຂັ້ນຂອງພັກ ເຊິ່ງມາຮອດປັດຈຸບັນ, ການດໍາເນີນກອງປະຊຸມໃຫ່ຍອົງຄະນະພັກເມືອງ 4 ເມືອງ ແລະ ກອງປະຊຸມໃຫຍ່ອົງຄະນະພັກ 2 ກຳລັງປະກອບອາວຸດ (ປກຊ, ປກສ) ແມ່ນສໍາເລັດ 100%, ພ້ອມທັງສໍາເລັດ ການແບ່ງງານ-ແບ່ງຄວາມຮັບຜິດຊອບ ພາຍໃນຄະນະພັກ ຖືກຕ້ອງສອດຄ່ອງຕາມພາລະບົດບາດ ທັງວຽກງານພັກ ແລະ ວຽກລັດ. ສ່ວນການດໍາເນີນ ກອງປະຊຸມໃຫຍ່ຂັ້ນຮາກຖານ ພັກອ້ອມຂ້າງແຂວງ ແມ່ນສໍາເລັດ 93,25%; ສໍາລັບຂັ້ນອົງການຈັດຕັ້ງມະຫາຊົນແມ່ນສຳເລັດ 100%; ການກະກຽມ ແລະ ດໍາເນີນກອງປະຊຸມໃຫ່ຍ ຄັ້ງທີ XI ຂອງອົງຄະນະພັກແຂວງເຊກອງ ທີ່ໄດ້ວາງຄາດໝາຍ ຈະເປີດຂຶ້ນໃນເດືອນສິງຫາຕໍ່ໜ້ານີ້ ໂດຍດ້ານເນື້ອໃນ ແມ່ນໄດ້ລົງເຄື່ອນໄຫວ ລະດົມຄວາມຄິດເຫັນໃສ່ຮ່າງເນື້ອໃນ ບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ ສະໄໝທີ X, ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ 2026-2030 ຢູ່ 4 ເມືອງ ແລະ ບັນດາພະແນກ ການອ້ອມຂ້າງແຂວງ ສຳເລັດ; ສ່ວນດ້ານໂຄງປະກອບບຸກຄະລາກອນ ແມ່ນຢູ່ໃນຂັ້ນຕອນກະກຽມລົງທາບທາມ ຈະໃຫ້ສຳເລັດໃນທ້າຍເດືອນກໍລະກົດ 2025 ນີ້.

ພາຍຫລັງຮັບຟັງລາຍງານແລ້ວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ທິດຊີ້ນໍາວ່າ: ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກ ແຂວງເຊກອງ ກໍຄື ພະນັກງານຫລັກ ແຫລ່ງຂັ້ນພະແນກການຕ່າງໆ ພາຍໃນແຂວງ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ວຽກງານຕາມພາລະບົດບາດຂອງຕົນ ໂດຍສະ ເພາະໃນປີ 2025 ມາຮອດໄລຍະນີ້ ກໍນັບໄດ້ວ່າເຄິ່ງປີແລ້ວ ທີ່ໄດ້ເອົາໃຈໃສ່ປະຕິບັດ ແຜນພັດທະນາເສດ ຖະກິດ-ສັງຄົມ, ວຽກງານຈຸດສຸມໃນແຕ່ຂົງເຂດ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ມີຜົນສໍາເລັດຕາມຄາດໝາຍ. ທັງໝົດນັ້ນ, ຍ້ອນການນໍາພາ-ຊີ້ນໍາຢ່າງໃກ້ຊິດ, ດ້ວຍຄວາມສາມັກຄີ ເປັນເອກະພາບສູງ ຂອງຄະນະພັກ-ຄະນະນໍາ ທຸກຂັ້ນລວມທັງການປະກອບສ່ວນ ຂອງປະຊາຊົນບັນດາເຜົ່າ ແຂວງເຊກອງ ທີ່ໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາ ເຂົ້້າໃນການປະຕິບັດໜ້າທີ່ ຂອງຕົນຢ່າງເຕັມກຳ ລັງ. ໃນຕໍ່ໜ້ານີ້ ກໍຄື 6 ເດືອນທ້າຍປີ, ຂໍໃຫ້ຄະນະພັກ-ຄະນະນໍາທຸກຂັ້ນ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນ ດ້ວຍການເພີ່ມທະວີຂອດ ການນໍາພາ-ຊີ້ນໍາໃຫ້ສູງຂຶ້ນ, ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ, ກໍ່ສ້າງພັກ- ພະນັກງານຕາມທິດປອດໃສ, ເຂັ້ມແຂງ ໜັກແໜ້ນ; ເດັດ ດ່ຽວສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ທາງ ດ້ານສັງຄົມໃຫ້ຫລຸດລົງ ເປັນຕົ້ນ ອຸບັດເຫດ, ຂີ້ລັກງັດແງະ, ຄ້າຂາຍຢາເສບຕິດ, ຄ້າຂາຍເຖື່ອນຕ່າງໆ ແລະ ການພະນັນຜິດກົດໝາຍ. ພ້ອມນີ້, ກໍໃຫ້ເພີ່ມທະວີການສຶກສາອົບຮົມ ວຽກງານການເມືອງ-ແນວຄິດ ເພື່ອສ້າງການຫັນ ປ່ຽນຢ່າງ ແຂງແຮງ ແລະ ເລິກເຊິ່ງ ໃຫ້ແກ່ສະມາຊິກພັກ-ພະນັກງານ, ປັບປຸງກົງຈັກການຈັດຕັ້ງໃຫ້ຖືກຕ້ອງ, ສອດຄ່ອງກັບໜ້າທີ່ວິຊາສະເພາະ ແລະ ຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ ການເມືອງ ໃນໄລຍະໃໝ່; ເປັນເຈົ້າການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໂດຍໃຫ້ສຸມໃສ່ຂຸດຄົ້ນ ທ່າແຮງບົ່ມຊ້ອນ ພາຍໃນແຂວງ ເພື່ອມາພັດທະນາເສດຖະກິດຂອງແຂວງ ໂດຍສະເພາະພື້ນຖານ ໂຄງລ່າງຄົມມະນາຄົມຂົນສົ່ງ ໃຫ້ມີຄວາມສະດວກໃນການໄປ-ມາ, ພ້ອມທັງເອົາໃຈໃສ່ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ໃຫ້ຫລຸດໜ້ອຍຖອຍລົງ; ເຊື່ອໝັ້ນວ່າ ພາຍໃຕ້ການນໍາພາ-ຊີ້ ນໍາຂອງອົງຄະນະພັກແຂວງ ບວກກັບກຳລັງແຮງ ຂອງພະນັກງານ-ລັດຖະກອນ, ປະຊາຊົນ ບັນດາເຜົ່າ ຈະເຮັດໃຫ້ແຂວງເຊກອງ ມີການພັັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.



ຂ່າວ-ພາບ: ອັດສະວິນ

KPL

ຂ່າວອື່ນໆ

    • ວາງແຜນການປຸກລະດົມບໍລິຈາກເລືອດ ແລະ ຕອບສະໜອງເລືອດທີ່ປອດໄພການເມືອງ

      ວາງແຜນການປຸກລະດົມບໍລິຈາກເລືອດ ແລະ ຕອບສະໜອງເລືອດທີ່ປອດໄພ

      7/3/2025 3:24:57 PM

      ຂປລ. ກອງປະຊຸມຄົບຄະນະຂອງຄະນະກຳມະການ ສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ (ຄສລ) ຈັດຂຶ້ນວັນທີ 2 ກໍລະກົດ 2025 ໂດຍເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ, ມີ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    • ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງອັດຕະປື  ສືບຕໍ່ເອົາໃຈໃສ່ຫລາຍບັນຫາສໍາຄັນການເມືອງ

      ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງອັດຕະປື ສືບຕໍ່ເອົາໃຈໃສ່ຫລາຍບັນຫາສໍາຄັນ

      7/3/2025 2:56:01 PM

      ຂປລ. ​​ໃນໂອກາດເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງອັດຕະປື ໃນວັນທີ 2 ກໍລະກົດ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ​ໄດ້​ມີ​ຄໍ​າເຫັນ​ຊີ້​ນໍາ​ການ​ແກ້ບັນຫາຄົງຄ້າງ ທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ ການແກ້ໄຂໃນຕໍ່ໜ້າ ​ເປັນຕົ້ນ

    • ປະທານປະເທດ ຕ້ອນຮັບທູດຕ່າງປະເທດຍື່ນ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດການເມືອງ

      ປະທານປະເທດ ຕ້ອນຮັບທູດຕ່າງປະເທດຍື່ນ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ

      7/3/2025 2:37:31 PM

      ຂປລ. ໃນວັນທີ 2 ກໍລະກົດ 2025 ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງ ຂອງບັນດາທູດຕ່າງປະເທດ ຈໍານວນ 4 ທ່ານ ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ປະຈໍາ ສປປ ລາວ.

    • ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນການເມືອງ

      ເປີດງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ

      7/2/2025 12:05:08 PM

      ຂປລ. ງານວາງສະແດງສິນຄ້າອຸດສາຫະກຳ ແລະ ການຮ່ວມມືດ້ານການຄ້າ ລາວ-ຈີນ ປະຈຳປີ 2025 ຈັດຂຶ້ນໃນລະຫວ່າງວັນທີ 1-3 ກໍລະກົດ 2025 ຢູ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ ໂດຍມີຕົວແທນວິສາຫະກິດ ຈາກແຂວງຢຸນນານ ສປ ຈີນ 20 ກວ່າບໍລິສັດ ແລະ ຜູ້ປະກອບການຈາກ ສປປ ລາວ ຈຳນວນໜຶ່ງ ໄດ້ນຳເອົາຜະລິດຕະພັນ ມາຮ່ວມວາງສະແດງ.

    • ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງການເມືອງ

      ຫສນຍ ມອບ-ຮັບ ໜ້າທີ່ຫົວໜ້າກົມ ພາຍຫລັງສຳເລັດການປັບປຸງກົງຈັກການຈັດຕັ້ງ

      7/2/2025 11:54:47 AM

      ຂປລ. ໃນວັນທີ 30 ມິຖຸນາ 2025 ຜ່ານມານີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ຈັນທະ​ພອນ ແກ້ວ​ມາລາ​ວົງ ຫົວໜ້າບໍລິຫານ, ພິທີການ ແລະ ການເງິນ ຫສນຍ (ຜູ້ເກົ່າ) ແລະ ທ່ານ ນາງ ວິລະ​ສະຕີ ສົມບູນ​ຂັນ ຫົວໜ້າບໍລິຫານງານ, ພິທີການ ແລະ ການເງິນ (ຜູ້ໃໝ່); ທ່ານ ຄົມສັນ ໄຊຍະສານ ຫົວໜ້າກົມນິຕິກໍາ (ຜູ້ເກົ່າ) ແລະ ທ່ານ ປາດຖະໜາ ສຸກອາລຸນ ຮັກສາການຫົວໜ້າກົມນິຕິກໍາ ແລະ ທ່ານ ນາງ ວິລະສະຕີ ສົມບູນຂັນ ຫົວໜ້າກົມປະຊາສໍາພັນ (ຜູ້ເກົ່າ) ແລະ ທ່ານ ຄົມ​ສັນ ໄຊ​ຍະ​ສານ ຫົວໜ້າກົມປະຊາສຳພັນ (ຜູ້ໃໝ່)


Top