KPL
ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ຫລື ເອັມມັນນີເອັກ ໄດ້ເຊັນສັນຍາເຂົ້າເປັນສະມາຊິກ ຂອງບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ໂດຍການລົງນາມ ລະຫວ່າງ ທ່ານ ສີສະໝອນ ສຣິດທິຣາດ ຜູ້ອຳນວຍການ ບໍລິສັດ LAPNet ກັບ ທ່ານ ອາລຸນນະເດດ ບານຈິດ ອຳນວຍການ ບໍລິສັດລາວ ໂມບາຍມັນນີ ຈຳກັດຜູ້ດຽວ (MmoneyX)

ຂປລ. ໃນວັນທີ 1 ກໍລະກົດ 2025 ນີ້, ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ຫລື ເອັມມັນນີເອັກ ໄດ້ເຊັນສັນຍາເຂົ້າເປັນສະມາຊິກ ຂອງບໍລິສັດ ລາວເນເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet) ໂດຍການລົງນາມ ລະຫວ່າງ ທ່ານ ສີສະໝອນ ສຣິດທິຣາດ ຜູ້ອຳນວຍການ ບໍລິສັດ LAPNet ກັບ ທ່ານ ອາລຸນນະເດດ ບານຈິດ ອຳນວຍການ ບໍລິສັດລາວ ໂມບາຍມັນນີ ຈຳກັດຜູ້ດຽວ (MmoneyX) ໂດຍມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຮອງລັດຖະມົນຕີ, ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ຜູ້ອຳນວຍການໃຫຍ່ບໍລິສັດ ລາວໂທລະຄົມມະຫາຊົນ ແລະ ພາກສ່ວນກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ການເຊັນສັນຍາໃນຄັ້ງນີ້, ເປັນການເຊື່ອມຕໍ່ເອັມມັນນີເອັກ ເຂົ້າຮ່ວມເປັນສະມາຊິກໃໝ່ຂອງ LAPNet ຢ່າງເປັນທາງການ ເຊິ່ງ ເອັມມັນນີເອັກ ເປັນກະເປົາເງິນເອເລັກໂທນິກ ອັນດັບທຳອິດ ທີ່ໄດ້ຮັບຮອງເປັນສະມາຊິກຂອງ LAPNe ແລະ ເປັນບາດກ້າວສໍາຄັນທີ່ ເອັມມັນນີເອັກ ໃນການຍົກລະ ດັບການໃຫ້ບໍລິການໂອນເງິນແບບໄຮ້ຮອຍຕໍ່ ໃນລະຫວ່າງ ການເຮັດທຸລະກຳ ກັບບັນດາທະນາຄານຕ່າງໆ ທີ່ເປັນສະມາຊິກຂອງ LAPNet ຫາ ເອັມມັນນີເອັກ. ນອກຈາກນັ້ນ, ກະເປົາເອັມມັນນີເອັກ ຍັງສາມາດໂອນເຂົ້າທຸກບັນຊີທະນາຄານ ທີ່ເປັນສະມາຊິກໄດ້ເຊັ່ນກັນ ລວມເຖິງການສະແກນຊຳລະສິນ ຄ້າຕ່າງໆດ້ວຍຄິວອາໂຄດ (QR Code) ທີ່ເປັນ ລາວຄິວອາ (Lao QR) ສາມາດນຳໃຊ້ໄດ້ທຸກຮ້ານຄ້າທົ່ວປະເທດລາວ.
ເອັມມັນນີເອັກ ເຂົ້າເປັນສະມາຊິກ LAPNet ຖືເປັນບາດກ້າວສຳຄັນ ໃນການພັດທະນາລະບົບ ຫລື ແອັບພິເຄຊັນ ດ້ານການເງິນດິຈິຕອນ ຂອງລາວ ເຊິ່ງເປັນເຄືອຂ່າຍລະບົບຊຳລະເງິນ ລະຫວ່າງສະຖາບັນການເງິນ (Interbank Payment Network) ທີ່ຖືກພັດທະນາໂດຍທະນາຄານແຫ່ງ ສປປ ລາວ ເພື່ອສ້າງລະບົບການໂອນເງິນ ລະຫວ່າງທະນາຄານ ແລະ ພາກສ່ວນບໍລິການ ການເງິນດີຈິຕອນ ໃຫ້ເປັນມາດຕະຖານ ມີຄວາມປອດໄພ ແລະ ຄວາມໄວສູງ. ການຮ່ວມມືໃນຄັ້ງນີ້, ບໍ່ແມ່ນພຽງແຕ່ການເຊັນສັນຍາ ແຕ່ເປັນການປູທາງ ສໍາລັບການຮ່ວມມື ໄລຍະຍາວລະຫວ່າງ ແລະ ເອັມມັນນີເອັກ ທີ່ຈະນໍາເອົານະວັດຕະກຳທາງການເງິນ ແລະ ບໍລິການທີ່ສະດວກປອດໄພມາໃຫ້ປະຊາຊົນລາວຢ່າງທົ່ວເຖິງ.
ນອກນັ້ນ, ເອັມມັນນີເອັກ ຍັງມີການອັບເດດລະບົບ ໃຫ້ກາຍເປັນເອັມມັນນີ ຊຸບເປີເອັກ (Mmoney SuperX) ເຊິ່ງເປັນສູນລວມຈາກ ທຸກບໍລິການຂອງໂທລະຄົມ ມາເປີດບໍລິການ ທີ່ລະບົບ MmoneyX. ນອກຈາກນັ້ນ, ຍັງສາມາດຮອງຮັບກະເປົາການເງິນ ສຳລັບນັກທ່ອງທ່ຽວ ໂດຍການເຊື່ອມກັບລະບົບຂອງວີຊາ (Visa) ແລະ ມາດເຕີຄາດ (Mastercard), ການບໍລິການຮັບເງິນໂອນ ຈາກຕ່າງປະເທດ ໂດຍຜ່ານລະບົບ ມັນນີແກັມ (Money Gram) ໂດຍບໍ່ມີຄ່າທຳນຽມ.
ທ່ານ ອາລຸນນະເດດ ບານຈິດ ຜູ້ອຳນວຍການ ບໍລິສັດ ລາວໂມບາຍມັນນີ ຈຳກັດຜູ້ດຽວ ຫລື MmoneyX ໃຫ້ຮູ້ວ່າ: ການຮ່ວມມືຄັ້ງນີ້, ເພື່ອຮັບຮອງເອົາການເຂົ້າເປັນສະມາຊິກຂອງ LAPNet ຢ່າງເປັນທາງການ ແນໃສ່ສົ່ງເສີມການພັດທະນາ ວົງການບໍລິການການເງິນດີຈິຕອນ ຜ່ານກະເປົາເງິນເທິງມືຖື ຂອງ ສປປ ລາວ ແລະ ເພື່ອຕອບສະໜອງ ການຫັນເປັນ ທັນສະໄໝ ໃນການຊຳລະສະສາງດ້ານການເງິນ, ການຫັນເປັນທັນສະໄໝ ຕາມວິໄສທັດຂອງລັດຖະບານ ກໍຄື ທິດການເຫັນເປັນດີຈິຕອນ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ວາງອອກ ແລະ ການເຂົ້າເຖິງການບໍລິການທາງດ້ານການເງິນໃນທົ່ວປະເທດ (Financial Inclusion) ຕາມທິດຂອງທະນາຄານແຫ່ງ ສປປ ລາວ ຜ່ານບໍລິ ການກະເປົາເງິນເທິງມືຖື MmoneyX ທີ່ສາມາດເຊື່ອມໂຍງບັນດາທະນາຄານ, ບໍລິສັດ ຟິນເທັກ (Fintech) ທັງພາຍໃນ ແລະ ສາກົນ ໂດຍຜ່ານເຄືອຂ່າຍຂອງ LAPNet. ເພື່ອອຳນວຍຄວມສະດວກ ໃຫ້ແກ່ພໍ່ແມ່ປະຊາຊົນ ໃນການນຳໃຊ້ລະບົບ MmoneyX ແບບບໍ່ຈຳກັດ ພຽງແຕ່ມີສັນຍານອິນເຕີເນັດ ກໍສາມາດເຮັດທຸລະກຳ ທາງການເງິນໄດ້ຄົບ ໃນລະບົບດຽວ.
ຂ່າວ-ພາບ: ລາວໂທລະຄົມ
KPL