ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມພະນັກງານ ບັນດາກົມກອງເຂດພາກໃຕ້

07/06/2025 06:37
Email Print 188
KPL ຂປລ. ໃນ​ວັນ​ທີ 6 ມິ​ຖຸ​ນາ 2025 ນີ້, ສະ​ຫາຍ ພົນ​ຕີ ວັນ​ທອງ ບຸດ​ຕະ​ວົງ ກຳ​ມະ​ການ​ຄະ​ນະ​ພັກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່່ເສ​ນາ​ທິ​ການກອງ​ທັບ ​ລົງ​ເຄື່ອນ​ໄຫວ​ພົບ​ປະ​ໂອ້​ລົມ​ຄະ​ນະ​ນຳ, ພະ​ນັກ​ງານ​ຫລັກ​ແແຫລ່ງ ບັນດາກົມກອງເຂດພາກໃຕ້ ຢູ່ທີ່ກອງພົນທີ 5



ຂປລ.
 ໃນ​ວັນ​ທີ 6 ມິ​ຖຸ​ນາ 2025 ນີ້, ສະ​ຫາຍ ພົນ​ຕີ ວັນ​ທອງ ບຸດ​ຕະ​ວົງ ກຳ​ມະ​ການ​ຄະ​ນະ​ພັກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ຮອງ​ຫົວ​ໜ້າ​ກົມ​ໃຫຍ່່ເສ​ນາ​ທິ​ການກອງ​ທັບ ​ລົງ​ເຄື່ອນ​ໄຫວ​ພົບ​ປະ​ໂອ້​ລົມ​ຄະ​ນະ​ນຳ
, ພະ​ນັກ​ງານ​ຫລັກ​ແແຫລ່ງ ບັນດາກົມກອງເຂດພາກໃຕ້ ຢູ່ທີ່ກອງພົນທີ 5 ໂດຍ​ມີ ສະ​ຫາຍ ພັນ​ເອກ ບຸນສົມ ອິນທະລາ  ຫົວ​ໜ້າ​ການ​ທະ​ຫານ ກອ​ງ​ພົນ​ທີ 5, ມີ​ຄະ​ນະ​ພັກ-ຄະ​ນະ​ບັນ​ຊາ ກອງພົນທີ 5, ກອງບັນຊາການທະຫານ ແຂວງຈຳປາສັກ, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ໂຮງໝໍ 106, ໂຮງງານປະສານເຫລົ່າພາກໃຕ້, ກອງພັນໃຫຍ່ 645, ກອງພັນໃຫຍ່ 611, ກອງພັນໃຫຍ່ 501, 502, ສານທະຫານພາກໃຕ້, ສາງນ້ຳມັນເລກ 8, ໄອຍະການພາກໃຕ້, ບໍລິສັດກໍ່ສ້າງຂົວ-ທາງຄົບວົງຈອນ ກອງທັບ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າ​ຮ່ວມ.




ໂອກາດນີ້, ສະ​ຫາຍ ພົນ​ຕີ ວັນ​ທອງ ບຸດ​ຕະ​ວົງ ​ໄດ້ ຍົກ​ໃຫ້​ເຫັນ​ສະ​ພາບ​ການ​ຂອງ​ໂລກ ແລະ ພາກ​ພື້ນ​ທີ່​ມີ​ການ​ຜັນ​ແປ​ໄປ​ຢ່າງ​ສະຫລັບສັບ​ຊ້ອນ ເຊິ່​ງມີ​ທັງ​ສິ່ງ​ເອື້ອ​ອຳ​ນວຍ ແລະ ສິ່ງ​ທ້າ​ທາຍ​ທົດ​ສອບຫລາຍ​ປະ​ການ, ຕໍ່ກັບສະພາບການດັ່ງກ່າວ ​ມັນ​​ໄດ້ຮຽກ​ຮ້ອງ​ໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານແຕ່ລະຂັ້ນ​ ຕ້ອງ​ໄດ້​ພ້ອມ​ກັນເອົາ ໃຈໃສ່ ​ມີ​ສະ​ຕິລະ​ວັງ​ຕົວ​ສູງ ເພື່ອ​ຕອບ​ຕ້ານ​ທຸກ​ກົນ​ອຸ​ບາຍຫັ​ນ​ປ່ຽນ​ໂດຍ​ສັນ​ຕິ​ ຂອງພວກ​ອິດ​ທິ​ກຳ​ລັງ​ປໍ​ລະ​ປັກ
, ໄປພ້ອມໆ​ກັບ​ການ​​ເອົາ​ໃຈ​ໃສ່ ຝຶກ​ແອບ​ຮ່ຳ​ຮຽນການ​ເມືອງ, ການ​ທະ​ຫານ, ພະ​ລາ​ທິ​ການ-ເຕັກ​ນິກ ໃຫ້​ເປັນ​ປົກ​ກະ​ຕິ, ຕັ້ງ​ໜໜ້າຝຶກຝົນຫລໍ່ຫລອມຄຸນ​ທາດ​ການ​ເມືອງ ຄຸນ​ສົມ​ບັດ​ສີນ​ທຳ​ປະ​ຕິ​ວັດ ຕິດ​ພັນ​ກັບ​ການສຶກ​ສາ​ອົບ​ຮົມ​​ການ​ເມືອງ​ແນວ​ຄິດ​ ໃຫ້ພະ​ນັກ​ງານ-ນັກ​ຮົບ​ ໃຫ້​ເປັນ​ປົກ​ກະ​ຕິ, ຕັ້ງ​ໜ້າ​ປະ​ຕິ​ບັດ 4 ໜ້າ​ທີ່​ໃຫຍ່ 26 ແຜນ​ງານ​ທີ່​ຄະ​ນະ​ພັກ​ ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ວາງ​ອອກ ໃຫ້ມີປະສິດທະພາບສູງ,  ເອົາ​ໃຈ​ໃສ່​ບົວ​ລະ​ບັດ​ປົກ​ປັກ​ຮັກ​ສາພາ​ຫະ​ນະ, ອາ​ວຸດ, ຍຸດ​ໂທ​ປະ​ກອນ​ໃຫ້​ມີ​ຄວາມ​ຮັບ​ປະ​ກັນ​ ນຳ​ໃຊ້​ໄດ້​ຍາວ​ນານ, ໄປ​ພ້ອມໆກັບ​ການຫັນ​ລົງ​ກໍ່​ສ້າງ​ ຮາກ​ຖານ​ການ​ເມືອງ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ​ ຮອບ​ດ້ານ, ສືບ​ຕໍ່​ຕິດ​ຕາມກວດ​ກາ​ເກັບ​ກຳ​ສະ​ພາບ​ຂອບ​ເຂດ ​ກົມ​ກອງ​ຕັ້ງ​ທັບ ໃຫ້​ມີ​ຄວາມ​ສະ​ຫງົບ​ປອດ​ໄພ​ໂດຍ​ພື້ນ​ຖານ.                                                               

ຂ່າວ: ແສງ​ອາ​ທິດ ສີ​ດາ​ໄລ

KPL

ຂ່າວອື່ນໆ


Top