ຫາລື ພັດທະນາ-ຄຸ້ມຄອງລະບົບຊົນລະປະທານ ໃນລາວ

06/06/2025 08:26
Email Print 307
KPL ຂປລ. ກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ທະນາຄານພັດທະນາອາຊີ (ADB) ແລະ ສະຖາບັນຄຸ້ມຄອງນ້ຳສາກົນ (IWMI) ຈັດກອງປະຊຸມ ເພື່ອປຶກສາຫາລືກັບຄູ່ຮ່ວມພັດທະນາ ໃນຂະແໜງການຍ່ອຍຊົນລະປະທານ ຄັ້ງທີ 1 ປະຈຳປີ 2025 ໃນວັນທີ 5 ມິຖຸນາ 2025



ຂປລ. ກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ທະນາຄານພັດທະນາອາຊີ (
ADB) ແລະ ສະຖາບັນຄຸ້ມຄອງນ້ຳສາກົນ (IWMI) ຈັດກອງປະຊຸມ ເພື່ອປຶກສາຫາລືກັບຄູ່ຮ່ວມພັດທະນາ ໃນຂະແໜງການຍ່ອຍຊົນລະປະທານ ຄັ້ງທີ 1 ປະຈຳປີ 2025 ໃນວັນທີ 5 ມິຖຸນາ 2025 ​ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳພະຈັນ ວົງສະນະ ຫົວໜ້າກົມຊົນລະປະທານ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານນາງ ແຊນນີ ແຄັມເບລ ຫົວໜ້າຫ້ອງການ ADB ປະຈໍາ ສປປ ລາວ ມີບັນດາຫົວໜ້າກົມ, ຮອງກົມ ພ້ອມດ້ວຍຜູ້ຕາງໜ້າ ຈາກຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.



ໂອກາດດັ່ງກ່າວ
, ທ່ານ ຄໍາພະຈັນ ວົງສະນະ ໄດ້ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ແມ່ນໜຶ່ງໃນກົນໄກການປະສານງານທີ່ສໍາຄັນ ລະຫວ່າງ ຂະແໜງການຍ່ອຍດ້ານຊົນລະປະທານ ແລະ ອົງການຄູ່ຮ່ວມພັດທະນາ, ພາກທຸລະກິດ, ອົງການຕົວແທນຊາວກະສິກໍາ, ຂະແໜງການຍ່ອຍຕ່າງໆພາຍໃຕ້ຂະ ແໜງການຫລັກດ້ານກະສິກໍາ ແລະ ພັດທະນາຊົນນະບົດ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ໃນການຮ່ວມຊຸກຍູ້ສົ່ງເສີມ ການພັດທະນາຊົນລະປະທານ ເຊິ່ງຜູ້ເຂົ້າຮ່ວມໄດ້ສຸມໃສ່ປຶກສາຫາລື ກ່ຽວກັບການພັດທະນາຊົນລະປະທານ ໂດຍເນັ້ນກ່ຽວກັບໂອກາດ ແລະ ທ່າແຮງໃນການໝູນໃຊ້ລະບົບຂໍ້ມູນຂ່າວ ສານທາງດ້ານພູມສາດ (Geographical Information Systems ຫລື GIS) ເພື່ອເພີ່ມທະວີໃນການຄຸ້ມຄອງ ແລະ ການພັດທະນາລະບົບຊົນລະປະທານ. ຢ່າງໃດກໍຕາມ ສປປ ລາວ ມີຄວາມຈຳເປັນໃນການສືບຕໍ່ພັດທະນາ ແລະ ປັບປຸງການຄຸ້ມຄອງລະບົບຊົນລະປະທານ ເພື່ອສະໜອງ ແລະ ນໍາໃຊ້ນໍ້າຊົນລະປະທານ ໃຫ້ມີປະສິດຕິພາບ, ພ້ອມທັງການຂະຫຍາຍເນື້ອທີ່ຊົນລະປະທານ. ເຖິງແມ່ນວ່າໄດ້ມີການປັບປຸງຊົນລະປະທານແລ້ວກໍຕາມ, ແຕ່ຄວາມຄືບໜ້າໃນການຂະຫຍາຍ ເນື້ອທີ່ຊົນລະປະທານ ແລະ ການເຂົ້າເຖິງຂໍ້ມູນທີ່ກ່ຽວຂ້ອງ ແມ່ນຍັງເປັນບັນຫາ. ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ GIS ໃນ​ການ​ພັດ​ທະ​ນາ ແລະ ການ​ຄຸ້ມ​ຄອງ​ຊົນ​ລະ​ປະ​ທານ ໂດຍ​ສະ​ເພາະ​ ການ​ຄຸ້ມ​ຄອງ​ຖານ​ຂໍ້​ມູນແມ່ນ​​ມີຄວາມສຳຄັນ ແລະ ​ຈຳ​ເປັນ.




ທ່ານ ນາງ ແຊນນີ ແຄັມເບລ ໄດ້ກ່າວວ່າ: ກອງປະຊຸມປຶກສາຫາລືຄັ້ງນີ້ ແມ່ນເວທີຮວບຮວມຂໍ້ມູນອັນສຳຄັນ ຈາກບັນດາຜູ້ເຮັດວຽກຕົວຈິງ
, ຜູ້ສ້າງນະໂຍບາຍ ແລະ ຄູ່ຮ່ວມພັດທະນາ ກ່ຽວກັບການ ນໍາເຕັກໂນໂລຊີ GIS ຂັ້ນສູງມາໃຊ້ ແລະ ໃຊ້ຢ່າງມີປະສິດທິຜົນ ເພື່ອປັບປຸງການພັດທະນາ ແລະ ການຄຸ້ມຄອງຊົນລະປະທານ. ໃນຂະນະທີ່ພວກເຮົາພວມເຮັດວຽກຮ່ວມກັນ ເພື່ອປັບປຸງການຄຸ້ມຄອງນໍ້າ, ຊຸກຍູ້ການຜະລິດກະສິກໍາ ແລະ ເພີ່ມທະວີຄວາມທົນທານ ຕໍ່ສະພາບດິນຟ້າອາກາດ, GIS ຈະເປັນເຄື່ອງມືອັນສຳຄັນໃຫ້ແກ່ພວກເຮົາໃນການວາງແຜນ, ການຄຸ້ມຄອງ, ການຕິດຕາມ ແລະ ບໍາລຸງຮັກສາລະບົບຊົນລະປະທານໄດ້ດີຂຶ້ນ.

ການໜູນໃຊ້ GIS ໄດ້ໃຫ້ໂອກາດສະເພາະ ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ກັບຂະແໜງຊົນລະປະທານ, ເພີ່ມທະວີຄວາມເຂັ້ມແຂງໃຫ້ຜູ້ຕັດສິນໃຈດ້ວຍຂໍ້ມູນ, ເພີ່ມປະສິດທິພາບການດໍາເນີນງານ ແລະ ການບໍາລຸງຮັກສາ, ພ້ອມທັງ ເປັນການປັບປຸງຄຸນນະພາບຊີວິດ ການເປັນຢູ່ຂອງຊາວກະສິກອນ.

ອີງຕາມບົດລາຍງານຂອງກົມຊົນລະປະທານ ໃຫ້ຮູ້ວ່າ: ໃນປີ 2024 ເນື້ອທີ່ຊົນລະປະທານ ມີທັງໝົດ 5 ແສນກວ່າເຮັກຕາ. ໃນນັ້ນ, ລວມມີເນື້ອທີ່ຊົນລະປະທານໃນລະດູຝົນ 3 ແສນກວ່າເຮັກຕາ ແລະ ລະດູແລ້ງ ເກືອບ 2 ແສນເຮັກຕາ ເຊິ່ງບັນລຸໄດ້ເກີນແຜນການທີ່ໄດ້ວາງໄວ້ຈົນຮອດປີ 2025 ໃນເນື້ອທີ່ເກືອບ 5 ແສນເຮັກຕາ.

ຂ່າວ: ທະນູທອງ

KPL

ຂ່າວອື່ນໆ

    • ສະຫະພັນນັກຮົບເກົ່າ ມອບເຄື່ອງອຸປະຖຳ ໃຫ້ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບວັດທະນະທຳ-ສັງຄົມ

      ສະຫະພັນນັກຮົບເກົ່າ ມອບເຄື່ອງອຸປະຖຳ ໃຫ້ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ

      6/7/2025 6:33:24 AM

      ຂປລ. ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ ໄດ້ນໍາເອົາເຄື່ອງອຸປະຖໍາ ປະກອບມີ: ຕູ້ແຊ່ນໍ້າເຢັນ 2 ໜ່ວຍ ແລະ ໝໍ້ນໍ້າຮ້ອນ 2 ໜ່ວຍ ມາມອບໃຫ້ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ກ່າວມອບໂດຍ ທ່ານ ພັນເອກ ບົວຄຳ ແກ້ວມະຫາວົງ ຫົວໜ້າກົມໂຄສະນາ-ອົບຮົມ ສະຫະພັນນັກຮົບເກົ່າ ແຫ່ງຊາດລາວ

    • ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ Vວັດທະນະທຳ-ສັງຄົມ

      ເທເບຕົງເຊື່ອມຕໍ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ V

      6/7/2025 6:29:22 AM

      ຂປລ. ພິທີເທເບຕົງເຊື່ອມຕໍ່ຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຈັດຂຶ້ນ ໃນວັນທີ 6 ມິຖຸນາ 2025 ໂດຍມີ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສຸລິຍະ ຈຶງຣຸ່ງເຣືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການ ກະຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ, ມີບັນດາການນຳຂັ້ນສູງ, ຄະນະນໍາກະຊວງ, ແຂວງ, ເມືອງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ຈາກສູນກາງ ແລະ ທ້ອງຖິ່ນ ຂອງສອງປະເທດ ເຂົ້າຮ່ວມ.

    • ສະຫລຸບການປະຕິບັດໂຄງການ ສະໜັບສະໜູນ ສະກັດກັ້ນການຄ້າຂາຍສັດປ່າ ຜິດກົດໝາຍ ລາວວັດທະນະທຳ-ສັງຄົມ

      ສະຫລຸບການປະຕິບັດໂຄງການ ສະໜັບສະໜູນ ສະກັດກັ້ນການຄ້າຂາຍສັດປ່າ ຜິດກົດໝາຍ ລາວ

      6/6/2025 8:20:55 AM

      ຂປລ. ໃນລະຫວ່າງ ວັນທີ 3-4 ມິຖຸນາ 2025 ຜ່ານມານີ້, ອົງການໄອຍະການປະຊາຊົນສູງສຸດ ຈັດກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານໂຄງການ ສະໜັບສະໜູນ ສະກັດກັ້ນ ການຄ້າຂາຍສັດປ່າທີ່ຜິດກົດໝາຍ ຢູ່ ສປປ ລາວ ໄລຍະທີ I ແລະ ປຶກສາຫາລືແຜນສືບຕໍ່ກິດຈະກຳໂຄງການ ໄລຍະທີ II ລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການອະນຸລັກສັດປ່າ ປະຈຳ ສປປ ລາວ

    • ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນວັດທະນະທຳ-ສັງຄົມ

      ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນ

      6/4/2025 2:03:11 PM

      ຂປລ. ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບ ສະຖານເອກອັກຄະຣາຊະທູດ ແຫ່ງຣາຊະອານາຈັກໄທ ແລະ ອົງການປົກຄອງແຂວງຈໍາປາສັກ ຈັດງານສໍາມະນາດ້ານວິຊາການ ກ່ຽວກັບເສດ ຖະກິດ ໃນຫົວຂໍ້ “ການສ້າງຄວາມເຂັ້ມແຂງໃຫ້ແກ່ ຜະລິດຕະພັນທ້ອງຖິ່ນສູ່ຕະຫລາດສາກົນ” ໃນວັນທີ 2 ມິຖຸນາ 2025 ຜ່ານ​ມາ ເພື່ອສະເຫລີມສະຫລອງຄົບຮອບ 75 ປີ ສາຍພົວພັນການທູດ ລາວ-ໄທ.

    • ສະສາງລົດລັດ ໃຫ້ພະນັກງານ ບຳນານ ກະຊວງປ້ອງກັນຄວາມສະຫງົບວັດທະນະທຳ-ສັງຄົມ

      ສະສາງລົດລັດ ໃຫ້ພະນັກງານ ບຳນານ ກະຊວງປ້ອງກັນຄວາມສະຫງົບ

      6/4/2025 1:56:19 PM

      ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ຢູ່ກະຊວງການເງິນ ໄດ້ມີພິທີສະສາງລົດລັດ ໃຫ້ພະນັກງານບໍານານ ທີ່ນໍາໃຊ້ໃນໄລຍະຜ່ານມາ ໃຫ້ກະຊວງປ້ອງກັນຄວາມສະຫງົບ ໂດຍມີ ທ່ານ ສົມບູນ ແກ່ນປະເສີດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ທ່ານ ພົຈວ ແສງທອງ ເກື້ອບຸນລໍ້າ ຮອງຫົວໜ້າຫ້ອງວ່າການກະຊວງ ຄະນະຮັບຜິດຊອບສະສາງລົດ ຂອງກະຊວງ ປ້ອງກັນຄວາມສະຫງົບ


Top